蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ພາຍ​ໃຕ້​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໄດ້ເຮັດ​ໃຫ້​ການ​ພົວ​ພັນ​ຈີນ-ລາວ​ແໜ້ນ​ແຟ້ນກວ່າ​ເກົ່າ

2020-12-31 13:55:54 CRI

ໃນ​ຖາ​ນະ​ເປັນ​ໂຄງ​ການ​ສັນ​ຍະ​ລັກ​ແຫ່ງ​ມິດ​ຕ​ະ​ພາບ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ລາວ-ຈີນ, ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ລາວ-ຈີນ​ໄດ້​ຮັບ​ການມອບ​ໝາຍ​ຈາກ​ການ​ນຳ​ສອງ​ປະ​ເທດ, ທັງ​ແມ່ນຄວາມ​ຄອງ​ຄອຍ​​ຂອງປະ​ຊາ​ຊົນ. ເຖິງວ່າ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ປີ​ນີ້, ​ເຮັດ​ໃຫ້ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ໄດ້​ຊ້າ​ລົງ​ໃນ​ໄລ​ຍະ​ໜຶ່ງ​ກໍ​ຕາມ, ແຕ່​ຄຽງ​ຄູ່​ກັບ​ການ​ຮ່ວມ​ມື​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ສອງ​ປະ​ເທດ​ໄດ້​ຮັບ​ຄວາມ​ຄືບ​ໜ້າ, ການ​ກໍ່​ສ້າງ​ທາງ​ລົດ​ໄຟຄວາມ​ໄວ​ສູງ​ລາວ-ຈີນ​ໄດ້​ມີ​ການ​ບຸກ​ທະ​ລຸ​ເລື້ອຍໆ.

ວັນ​ທີ 13 ມີ​ນາ​ປີ 2020, ອຸ​ມົງ​​ທີ່​ຍາວ 1 ໝື່ນ​ແມັດ​ຂຶ້ນ​ໄປ ເຊິ່ງ​ເປັນ​ອຸ​ມົງເສັ້ນ​ທຳ​ອິດ​ຢູ່​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ຖືກ​ເຈາະ​ຊອດ. ວັນ​ທີ 27 ມີ​ນາ, ລາງ​ລົດ​ໄຟ​ເສັ້ນ​ທຳ​ອິດ​​ທີ່ຍາວ 500 ແມັດ​ຢູ່​ຕາມ​ທາງລົດ​ໄຟ​ລາວ-ຈີນ​ກໍ​ໄດ້ສຳ​ເລັດ​ຜົນ​ຢູ່​ນະ​ຄອນຫຼວງວຽງ​ຈັນ, ຕອນ​ເຊົ້າ​ວັນ​ທີ 31 ມີ​ນາ, ສະ​ຖາ​ນີ​​ສົ່ງສັນ​ຍານ​​ຢູ່​ນະ​ຄອນຫຼວງວຽງ​ຈັນ​ທີ່​ສູງ 40 ແມັດ​ໄດ້​ເລີ່ມ​ກໍ່​ສ້າງ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ: ໂຄງ​ການ​ກໍ່​ສ້າງ​​ເສົາ​ສົ່ງສັນ​ຍານ​ໂທ​ລະ​ຄົມ​ຢູ່​ຕາມ​ທາງ​ລົດ​ໄຟ​ໄດ້​ເລີ່ມ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ແລ້ວ. ວັນ​ທີ 3 ກໍ​ລະ​ກົດ, ພິ​ທີ​ລົງ​ມື​ກໍ່​ສ້າງ​ສະ​ຖາ​ນີ​ລົດ​ໄຟ​ນະ​ຄອນຫຼວງວຽງ​ຈັນ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ໄຊ​ທາ​ນີ​ນະ​ຄອນຫຼວງວຽງ​ຈັນ, ການ​ກໍ່​ສ້າງ​ສະ​ຖາ​ນີ​ລົດ​ໄຟ​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ລິ​ເລີ່ມ​​ຂຶ້ນຢ່າງ​ຮອບ​ດ້ານ. ວັນ​ທີ 19 ພະ​ຈິກ, ໂດຍ​ຜ່ານ​ການ​ກໍ່​ສ້າງ​ເປັນ​ເວ​ລາ 4 ເດືອນ, ​ອາ​ຄານສະ​ຖາ​ນີ​ລົດ​ໄຟ​ນະ​ຄອນຫຼວງວຽງ​ຈັນ​ກໍ​ໄດ້​ສ້າງ​ສຳ​ເລັດ. ວັນ​ທີ 29 ພະ​ຈິກ, ​ການ​ວາງ​ລາງ​ລົດ​ໄຟ​ຕາມ​ທາງ​ລົດ​ໄຟ​ຕອນ​ນະ​ຄອນຫຼວງ​ວຽງ​ຈັນ​ຫາ​ນະ​ຄອນຫຼວງ​ພະ​ບາງ​ໄດ້​ສຳ​ເລັດ​ຢ່າງ​ຈົບ​ງາມ ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ກໍ່​ສ້າງ​ທາງ​ລົດ​ໄຟລາວ-ຈີນ​ໄດ້​ມີ​ຄວາມ​ຄືບ​ໜ້າ​ສຳ​ຄັນ​ອີກ​ຕື່ມ.

ເຖິງວ່າ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ເຮັ​ດ​ໃຫ້​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ຊ້າ​ລົງ​ກໍ​ຕາມ, ແຕ່​ພາຍ​ໃຕ້​ການ​ຮ່ວມ​ມື​ທີ່​ດີ​ລະ​ຫວ່າງ​ລັດ​ຖະ​ບານ ແລະ ພະ​ນັກ​ງານ​ກໍ່​ສ້າງ​ຂອງ​ສອງ​ປະ​ເທດ​ລາວ-ຈີນ, ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​​ກໍໄດ້​ສຳ​ເລັດ​ການ​ກໍ່​ສ້າງ​ໄປ​ແລ້ວ 88%, ບໍ່​ພຽງ​ແຕ່​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ໄດ້​ຕາມຄາດ​ໝາຍ​ການ​ກໍ່​ສ້າງ​ເທົ່າ​ນັ້ນ, ຫາກ​ຍັງ​ສາ​ມາດບຸກ​ທະ​ລຸ​ໃໝ່​ຢູ່​ເລື້ອຍໆ ເຊັ່ນ: ການ​ເຈາະ​​ອຸ​ມົງ​ຊອດ, ການ​ກ່າຍ​​ທ່ອນຂົວ​, ການ​ກໍ່​ສ້າງ​ສະ​ຖາ​ນີ ແລະ ການ​ວາງ​ລາງ​ລົດ​ໄຟ​​ເປັນ​ຕົ້ນ ເຊິ່ງ​ໄດ້​ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ລາວ-ຈີນ​ໃນ​ເດືອນ​ທັນ​ວາ​ປີ 2021.

ປີ​ໃໝ່​ກຳ​ລັງ​ຈະ​ໝູນ​ວຽນ​ມາ​ເຖິງ, ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ກໍ​ຈະ​ມີ​ຈຸດ​​ພົ້ນ​ເດັ່ນ​ໃໝ່, ທາງ​ລົດ​ໄຟ​ລາວ-ຈີນ​ກໍ​ຈະ​ສ້າງ​ສຳ​ເລັດ ແລະ ເປີດ​ນຳ​ໃຊ້​ຕາມ​ເວ​ລາ​ກຳ​ນົດ​ຢ່າງ​ແນ່ນອນ ເຊິ່ງ​ຈະ​ເປັນ​ການ​ຊຸກ​ຍູ້​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ ຊ່ວຍ​ໃຫ້​ປະ​ເທດ​ລາວ​ບັນ​ລຸ​​ເປົ້າ​ໝາຍຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ທີ່ “ຫັນ​ປະ​ເທດ​ຈາກ​ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ເປັນ​ປະ​ເທດ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​​ກັບພາກ​ພື້ນ”. ທາງ​ລົດ​ໄຟ​ສາຍ​ນີ້​ຍ່ອມ​ຈະ​ຮັດ​ແໜ້ນ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​ລາວ-ຈີນ​ໃຫ້​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ​ຢ່າງ​ແນ່ນອນ.

ຄຳ​ເຫັນ

0