黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ອຳ​ນວຍ​ການ​ໃຫຍ່ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ກ່າວ​ຄຳ​ອວຍ​ພອນ​ປີ​ໃໝ່​2021ເຖິງ​ເພື່ອນ​ມິດ​ສາກົນ

2021-01-01 15:10:44 cri

ຜູ້​ອຳ​ນວຍ​ການ​ໃຫຍ່ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ກ່າວ​ຄຳ​ອວຍ​ພອນ​ປີ​ໃໝ່​2021ເຖິງ​ເພື່ອນ​ມິດ​ສາກົນ_fororder_1609318307735

ວັນ​ທີ 1 ມັງ​ກອ​ນ​ປີ 2021, ທ່ານ​ເຊີ້ນ​ໄຫ​ສົງ ຜູ້​ອຳ​ນວຍ​ການ​ໃຫຍ່​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນຫຼື  CMG ໄດ້​ກ່າວ​ຄຳ​ອວຍ​ພອນ​ປີ​ໃໝ່​ ຄສ 2021 ເຖິງ​ເພື່ອນ​ມິດສາກົນ​ຜ່ານ​ທາງວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນຫຼືCRI​ແລະ​ອິນ​ເຕີ​ເນັດ ເຊິ່ງ​ເນື້ອ​ໃນ​ບົດ​ອວຍ​ພອນ​ປີ​ໃໝ່​ມີ​ດັ່ງ​ນີ້:

 ເພື່ອນ​ມິດ​ທີ່​ຮັກ​ແພງ:

 ປີ 2021 ເປັນປີທີ່​ທຸກ​ຄົນ​​ກຳ​ລັງຄອງ​ຄອຍ​ຢ່າງ​ສູງ​ນັ້ນໄດ້ມາ​ເຖິງ​ແລ້ວ. ​ປີ​ໃໝ່ນີ້​ກໍ​ເປັນ​ປີສະລູ​ຕາມ​ປະຕິທິນຈີນ​ເຊັ່ນ​ກັນ.ສະຫຼູ ຫຼື ງົວ ເປັນ​ສັດ​ທີ່​ມະ​ນຸດ​ເຮົາ​ໄດ້​ລ້ຽງ​ຫຼາຍກວ່າ​ໝູ່ມາ​ແຕ່​ບູ​ຮານ​ນະ​ການ, ເຊິ່ງ​ໄດ້​ສ້າງ​ຄຸນ​ງາມ​ຄວາມ​ດີ​​ໃຫ້​ກັບ​ອະ​ລິ​ຍະ​ທຳ​ດ້ານ​ກະ​ສິ​ກຳ​ຂອງ​ສັງ​ຄົມ​ມະ​ນຸດ. ໃນ​ສາຍ​ຕາ​ຂອງ​ຄົນ​ຈີນ, ງົວ​ເປັນ​ສັດ​ທີ່​ມີ​ຄວາມ​ອົດ​ທົນ ທັງ​ແຂງ​ແຮງ​​ທັງມີ​ກຳ​ລັງ​ວັງ​ຊາຫຼາຍ. ນະ​ທີ່​ນີ້, ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ໃຫ້​ທຸກທ່ານ​ຈົ່ງ​ມີ​ຄວາມ​ສຸກຄວາມ​ໂຊກ​ດີ, ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ​ປານງົວ.

ຜູ້​ອຳ​ນວຍ​ການ​ໃຫຍ່ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ກ່າວ​ຄຳ​ອວຍ​ພອນ​ປີ​ໃໝ່​2021ເຖິງ​ເພື່ອນ​ມິດ​ສາກົນ_fororder_1609313542176

 ປີ 2020 ທີ່​ຫາ​ກໍ່​ຜ່ານ​ພົ້ນ​ໄປ, ເປັນ​ປີ​ທີ່​ບໍ່​ທຳ​ມະ​ດາ. ​ເຊິ່ງ​ໜຶ່ງ​ປີ​ທີ່ຜ່ານ​ມາ​ໄດ້​ນຳ​ເອົາ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ມາ​ສູ່​ໂລກ​ເຮົາ​ນີ້​ຢ່າງຫຼວງຫຼາຍ. ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ເກີດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ​ໄດ້​ກະ​ທົບ​ເຖິງ​ສັງ​ຄົມ​ມະ​ນຸດ. ຢູ່​ພາຍ​​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ, ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຈີນ​ໄດ້​ສຸມ​ຄວາມ​ພະ​ຍາ​ຍາມ​ຢ່າງ​ລຳ​ບາກ​ກາກ​ກຳ, ຈິ່ງ​ສາ​ມາດ​ຍາດ​ໄດ້​ຜົນ​​ສຳ​ເລັດ​ທີ່​ສຳ​ຄັນ​ເປັນ​ໄລ​ຍະໆໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຄັ້ງ​ນີ້. ຈີນ​ກໍ​ໄດ້​ກາຍ​ເປັນ​ອົງ​ກອນ​ເສດ​ຖະ​ກິດ​ສຳ​ຄັນ​ພຽງ​ໜຶ່ງ​ດຽວ​ໃນ​ໂລກ​ທີ່​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ການ​ເຕີບ​ໂຕ​​ທາງ​ດ້ານເສດ​ຖະ​ກິດ​​ທີ່​ເປັນ​ຕົວ​ເລກ​ບວກ.

 ປັດ​ຈຸ​ບັນ, ​ພະ​ຍາດ​ໂຄວິດ-19 ຍັງ​ສືບ​ຕໍ່​ແຜ່​ລະ​ບາດ​ຢ່າງ​ຮຸນ​ແຮງ​ຢູ່ຫຼາຍ​ປະ​ເທດ​ໃນ​ໂລກ. ພວກ​ເຮົາ​ຂໍ​ສະ​ແດງ​ຄວາມ​ເຫັນ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ເລື່ອງ​ນີ້, ຫວັງ​ວ່າ ປະ​ຊາ​ຊົນ​ປະ​ເທດ​ຕ່າງໆຈະ​ສາ​ມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໄດ້​ໂດຍ​ໄວ​ແລະ​ທຸກ​ຄົນ​ຈະ​ມີ​ຄວາມ​ປອດ​ໄພ​ແລະ​ມີ​ສຸ​ຂະ​ພາບ​ແຂງ​ແຮງ​ດີ.

 ໃນ​ຖາ​ນະ​ເປັນ​​ຜູ້​ເຮັດ​ວຽກ​ສື່ມວນ​ຊົນ, ​ການ​ລາຍ​ງານ​ຂໍ້​ມູນ​ຂ່າວ​ສານ​ຕາມ​ຄວາມຈິງ, ການ​ນຳ​ສະ​ເໜີ​ສະ​ພາບ​ຄວາມ​ເປັນ​ຈິງ​ເປັນ​ໜ້າ​ທີ່​ຂອງ​ພວກ​ເຮົາ. ໃນ​ໄລ​ຍະ​ທີ່​ພະ​ຍາດ​ໂຄວິດ-19 ຫາ​ກໍ່​ເກີດ​ຂຶ້ນ​ໃນ​ເບື້ອງ​ຕົ້ນ, ເພື່ອນ​ຮ່ວມ​ງານ​ຂອງ​ຂ້າ​ພະ​ເຈົ້າ 2000 ກວ່າ​ຄົນ​ໄດ້​ເດີນ​ທາງ​ໄປ​ສູ່​ແນວ​ໜ້າ​ໃນບັ້ນ​ຮົບ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19ຢູ່​ຈີນ​ຢ່າງ​ຮີບ​ດ່ວນ​ໂດຍ​ທັນ​ທີ. ການ​ລາຍ​ງານ​ແບບ​ຕໍ່​ສາຍ​ຂອງ​ນັກ​ຂ່າວ​ຢູ່​ຫ້ອງ​ປິ່ນ​ປົວ​ພະ​ຍາດສຸກ​ເສີນ, ຟີມ​ສາ​ລະ​ຄະ​ດີ​ເລື່ອງ “ຮ່ວມ​ໃຈ​ກັນ​ຕ້ານ​ພະ​ຍາດ”​ທີ່​ພາກ​ເປັນຫຼາຍ​ພາ​ສາ​ແລະ​ລາຍ​ການ​ອື່ນໆ​ໄດ້​ນຳ​ສະ​ເໜີ​ຢ່າງ​ພາ​ວະ​ວິ​ໄສ​ເຖິງ​ສະ​ພາບ​ຄວາມ​ເປັນ​ຈິງ​ກ່ຽວ​ກັບ​ຄົນ​ຈີນ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ໃຫ້​ຊາວ​ໂລກ​ໄດ້​ຮັບ​ຮູ້​ຢ່າງ​ທັນ​​ການ.

ພວກ​ຂ້າ​ພະ​ເຈົ້າໄດ້​ເຮັດ​ລາຍ​ການທາງ​ອອນ​ໄລ ຄື: “​ຫ້ອງບົ່ງ​ມະ​ຕິ​ພະ​ຍາດໂຄວິດ-19 ທົ່ວ​ໂລກ” ໂດຍ​ໄດ້​ເຊື້ອ​ເຊີນ​ພະ​ນັກ​ງານ​ການແພດຫຼາຍ​ປະ​ເທດ​ເຂົ້າ​ຮ່ວມ ແລະ​ໄດ້​ແບ່ງ​ປັນ​ປະ​ສົບ​ການ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​​ຈາກຜູ້​ຊ່ຽວ​ຊານ​ແພດ​ໝໍ​ຈີນ​ທີ່​ຢູ່​ແນວ​ໜ້າ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ສຳ​ພາດ​ທ່ານ​ຣີ​ຊາດ ໂຮ​ຕັນ ​ຫົວ​ໜ້າບັນ​ນາ​ທິ​ການ​ຂອງວາ​ລະ​ສານ​ການ​ແພດ “​ເດີແລນ​ເຊັດ”, ທ່ານ​ປີ​ເຕີ ໂຟ​ສ​ເຕີ ນັກ​ຂຽນ​ບົດ​ລາຍ​ງານ​ຜູ້​ທີ 1 ​ກ່ຽວ​ກັບ​ການ​ກາຍ​ພັນ​ຂອງ​ເຊື້ອ​ໄວ​ຣັດ​ໂຄວິດ-19 ແລະ​ທ່ານ​ອື່ນໆ ເຊິ່ງ​ໄດ້ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ຕໍ່​ຂ່າວ​ລືຕ່າງໆ​ກ່ຽວ​ກັບ​ສະ​ພາບ​ພະ​ຍາດ​ດ້ວຍ​ຄວາມ​ຈິງ​ແລະ​ຕາມຫຼັກ​ວິ​ທະ​ຍາ​ສາດ.

ໃນ​ປີ 2020 ທີ່​ຫາ​ກໍ​ຜ່ານ​ພົ້ນ​ໄປ, ໂລກ​ພວກ​ເຮົາ​ຍັງ​ມີ​ຄວາມ​ອົບ​ອຸ່ນ. ທ່ານ​ຈ່າງ​ຈາຍ ນັກ​ປັດ​ຊະ​ຍາ​ໃນລາ​ຊະ​ວົງ​​ຊົ້ງເໜືອ​ຂອງ​ຈີນ​ທີ່​​ຫ່າງຈາກ​ປັດ​ຈຸ​ບັນ​ນີ້ 900 ກວ່າ​ປີ​ເຄີຍ​ກ່າວ​ວ່າ: “ຄວາມ​ທຸກ​ຍາກ​ແລະ​ຄວາມ​ໂສກ​ເສົ້າ​ສາ​ມາດ​ຝຶກ​ຝົນຫຼໍ່ຫຼອມ​​​ຈິດ​ໃຈ​ສູ້​ຊົນ​ຂອງ​ຄົນ​ເຮົາ, ທັງ​ຊ່ວຍ​ໃຫ້​ປະ​ສົ​ບ​ຜົນ​ສຳ​ເລັດ​ໄດ້.” ຄົນ​ເຮົາ​ກໍ​ເປັນ​ແບບ​ນີ້​ແຫຼະ, ປະ​ເທດ​ກໍ​ເປັນ​ແບບ​ນີ້​ເຊັ່ນ​​ກັນ. ໃນ​ໄລ​ຍະ​ທີ່​ພົບ​ກັບຄວາມ​​ຫຍຸ້ງ​ຍາກ​ລຳ​ບາກ, ພວກ​ເຮົາ​ກໍ​ໄດ້​ຮັບ​ຄວາມ​ອົບ​ອຸ່ນ ແລະ​ຮັບ​ຮູ້​ຄວາມ​ໝາຍ​ທີ່​ແທ້​ຈິງ​ຂອງ​ປະ​ຊາ​​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ. ໂດຍ​ຜ່ານ​ສະ​ພາບ​ພະ​ຍາດ​ຄັ້ງ​ນີ້, ພວກ​ເຮົາ​ໄດ້​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງວ່າ: ຢູ່​ຕໍ່​ໜ້າ​ພະ​ຍາດ​ແລະ​ສິ່ງ​ທ້າ​ທາຍ​ຮ່ວມ​ກັນ​ອື່ນໆ, ມວນ​ມະ​ນຸດມີ​ແຕ່​ຮ່ວມ​ມື​ກັນ ຈິ່ງ​ຈະ​ສາ​ມາດ​ເອົາ​ຊະ​ນະ​ໄດ້!

ສະ​ພາບ​ພະ​ຍາດ​ໄດ້ເປັນ​ສິ່ງ​ກີດ​ຂວາງການ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ແບບ​ເຊິ່ງ​ໜ້າຂອງ​ພວກ​ເຮົາ, ແຕ່​ພັດ​ເຮັດ​ໃຫ້​ຈິດ​ໃຈ​ຂອງ​ພວກ​ເຮົາ​ຫຍັບ​​ເຂົ້າ​ໃກ້​ກັນຫຼາຍ ກວ່າ​ເກົ່າ. ໃນ 1 ປີ​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ໄດ້​ສົ່ງ​ສານ​ແລກ​ປ່ຽນກັນ​ 300 ເທື່ອ ກັບ​ຜູ້​ຮັບ​ຜິດ​ຊອບ​ຂອງ​ສື່ມວນ​ຊົນ​ສາ​ກົນ ເຊັ່ນ: ບໍ​ລິ​ສັດ​ວິ​ທະ​ຍຸ​ໂທ​ລະ​ພາບ​ແຫ່ງ​ຊາດ​ຣັດ​ເຊຍ, ໜັງ​ສື​ພິມ​ຣັດ​ເຊຍ, BBC, CNN, ຂ່າວ​ສານ​ອາ​ເປ, ຂ່າວ​ສານ​ລອຍ​ເຕີ, ຂ່າວ​ສານ​ອາເອັ​ຟ​ເປ, ຂ່າວ​ສານNHK ຍີ່​ປຸ່ນ, ບໍ​ລິ​ສັດ​​ວິ​ທະ​ຍຸໂທ​ລະ​ພາບ​ແຫ່ງ​ຊາດ​ອີ​ຕາ​ລີ, ສະ​ຫະ​ພັນ​ວິ​ທະ​ຍຸ​ເອີ​ຣົບ ແລະ​ອື່ນໆ ພ້ອມ​ດ້ວຍ​​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງຫຼາຍປະ​ເທດ​ທີ່​ປະ​ຈຳ​ຢູ່ ສປ ​ຈີນ ເພື່ອ​ສົ່ງ​ຄວາມ​ຢື້ຢາມ​ຖາມ​ຂ່າວ, ​ສົ່ງ​ເສີມໜ້າ​ທີ່​ຮັບ​ຜິດ​ຊອບ, ລົງ​ເລິກ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ. ນອກ​ນີ້, ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ຍັງ​ໄດ້​ສົນ​ທະ​ນາ​ກ່ຽວ​ກັບ​ການ​ຮ່ວມ​ມື ແລະ​ຮ່ວມ​ກັນ​ຕ້ານ​ກັບ​ພະ​ຍາດ ​ກັບ​ອົງ​ການ​ສື່ມວນ​ຊົນ 100 ກວ່າ​ແຫ່ງ​ຂອງຫຼາຍ​ປະ​ເທດ​ໃນ​ພາກ​ພື້ນເອີ​ຣົບ​ແລະອາ​ເມ​ຣິ​ກາ​ລາ​ຕິນໂດຍ​ຜ່ານກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ທາງ​ອິນ​ເຕີ​ເນັດ, ໄດ້​ມີ​ກົນ​ໄກ​ຮ່ວມ​ມືກັບ​ສື່ມວນ​ຊົນຫຼາຍ​ແຫ່ງ ແລະ​ຜະ​ລິດ​ລາຍການ​ຕ່າງໆ​ຮ່ວມ​ກັນ ເປັນ​ຕົ້ນ​ລາຍ​ການ​ “ຮ່ອງ​ຮອຍ​ຂອງ​ປະ​ຫວັດ​ສາດ” ແລະ “ສິ່ງ​ລ້ຳ​ຄ່າ​ຂອງ​ຈີນ” ​ເຊິ່ງໄດ້​ເປັນ​ກຳ​ລັງ​ແຮງ​ດ້ານ​ວັດ​ທະ​ນະ​ທຳ​ໃຫ້​ກັບ​ປະ​ຊາ​ຊົນ​ພາຍ​ໃຕ້​ສະ​ພາບ​ພະ​ຍາດ​ໂຄວິດ-19.

ຄ້າຍຄື​ກັບ​ພະຍາດ​ໂຄ​ວິດ-19, ຄວາມທຸກ​ຍາກ​ກໍ​ປຽບ​ເໝືອນ​ພະຍາດ​ທີ່​ປົວ​ຍາກຂອງ​ສັງຄົມ​ມະນຸດ​ເຊັ່ນ​ກັນ. ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ກ່າວ​ວ່າ: ການ​ລຶບລ້າງ​ຄວາມ​ທຸ​ກຍາກ​ແມ່ນອຸດົມ​ການ​ທີ່​ມວນ​ມະນຸດ​ໃຝ່ຝັນ​ຢາກ​ໃຫ້​ປະກົດ​ຜົນ​ເປັນ​ຈິງ​ມາ​ແຕ່​ບູຮານ​ນະ​ການ ​ແລະ​ແມ່ນ​ສິດທິ​ພື້ນຖານ​ຂອງ​ປະຊາຊົນ​ບັນດາ​ປະ​ເທດ​ເພື່ອ​ສະ​ແຫວ​ງຫາຊີວິດ​ທີ່​ມີ​ຄວາມ​ຜາສຸກ. ​ໃນປີຜ່ານມາ, ຈີນ​ໄດ້​ບັນລຸ​​ເປົ້າ​ໝາຍການ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸ​ກຍາກ​​ໂດຍລວມ. ​ໂດຍ​ຜ່ານ​ການ​ສູ້​ຊົນ​ເປັນ​ເວລາ 8 ປີ, ​ສາມາດເຮັດ​ໃຫ້ປະຊາຊົນ 100 ລ້ານ​ຄົນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ໄດ້​ທັງ​ໝົດ, ໄດ້​ສ້າງຄວາມ​ອັດສະຈັນ​ໃນ​ປະຫວັດສາດ​ການຫຼຸດພົ້ນອອກຈາກ​ຄວາມທຸກ​ຍາກ​ຂອງ​ມວນ​ມະນຸດ.

​    ໃນ​ຖານະ​ເປັນ​ຜູ້​ບັນທຶກ​ເຫດການ​ປະຫວັດສາດ​ອັນ​ຍິ່ງ​ໃຫຍ່​ນີ້, ພວກຂ້າພະ​ເຈົ້າ​ໄດ້​ສ້າງ​ຟິມສາລະ​ຄະດີ “ເປີດບັ້ນ​ລຶບລ້າງ​ຄວາມ​ທຸ​ກຍາກ​ຂອງ​ຈີນ” ທີ່​ຈີນ ​ແລະ​ອາ​ເມຣິກາຖ່າຍ​ທຳ​ຮ່ວມ​ກັນ​ເປັນ​ຫຼາຍ​ພາສາ ແລະ​​ໄດ້​ວາງແຜນສ້າງ​ລາຍການ​ພິ​ເສດ​ຄື “ຂໍ້​ລິ​ເລີ່​ມການ​ດຳ​ເນີນ​ງານໃນ​ທົ່ວ​ໂລກ​ປີ 2020: ການ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ”. ພວ​ກ​ເຮົາ​ຫວັງ​ວ່າ​ໂດຍ​ຜ່ານ​ຟິມສາລະ​ຄະດີກ່ຽວ​ກັບ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸ​ກຍາກ​ໃນ​ບ້ານຊົນນະ​ບົດ ​ແລະ​ຄອບຄົວ​ຕ່າງໆ​ຂອງ​ຈີນ ຈະ​ກາຍ​ເປັນ​ບົດຮຽນ​ອັນລ້ຳຄາໃຫ້​ກັບບັນດາ​ປະ​ເ​ທດ ​ແລະ​ປະຊາຊົນ​ທີ່​ພະຍາ​ຍາມຢາກ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ.

​​  ໃນຂະນະທີ່ປະຕິບັດ​ໜ້າ​ທີ່​ຂອງ​ສື່ມວນ​ຊົນ, ພວກ​ຂ້າພະ​ເຈົ້າ​ໄດ້​ສືບ​ຕໍ່​ພະຍາຍາມ​ສູ້​ຊົນ​ເພື່ອ​ບັນລຸ​ເປົ້າ​ໝາຍ​ສ້າງ​ CMG ​ໃຫ້​ເປັນສື່ມວນ​ຊົນ​​ແບບ​ໃໝ່​ລະດັບ​ນຳ​ໜ້າ​ຂອງສາກົນ, ຄົ້ນຄວ້າ​ການສ້າງ​ພະຫຸສື່​ພາຍ​ໃຕ້​ເງື່ອນ​ໄຂ​ທາງ​ອິນ​ເຕີ​ເນັດ. ພວກ​ເຮົາ​ໄດ້​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ “5G+4K/8K+AI”, ມາຖ່າຍທອດ​ສົດການ​ເຄື່ອນ​ໄຫວ​ຄົ້ນຄວ້າ ​ແລະ​ສຳ​ຫຼວດດ້ານ​ວິທະຍາສາດທີ່​ສຳຄັນ​ຕ່າງໆ ​ເຊັ່ນ: ​ການ​ສົ່ງ​ຍານສຳ​ຫຼວດດວງ​ຈັນ​ສາງ​ເອີ 5 ​ເພື່ອ​ເກັບ​ຕົວຢ່າງ​ດິນ​ຈາກ​ຕາມ​ພື້ນ​ຜິວ​ດວງ​ຈັນ, ​ເຮືອ​ດຳ​ນ້ຳ “​ເຟີ້​ນ​ໂຕ້​ເຈີ” ດຳລົງ​ທະ​ເລ​ເລິກ​ຫຼາຍ​ກວ່າ 1 ໝື່ນ​​ແມັດແລະ​ອື່ນໆ. ​ໃ​ນ​ໄລຍະ​ຈັດ​ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າ​ສາກົນ​ຈີນ​ຄັ້ງ​ທີ 3, ພວກຂ້າພະ​ເຈົ້າ​ໄດ້​ຈຳໜ່າຍ​ສິນຄ້າ​​​ຜ່ານ​ການ​ຖ່າຍ​ທອດ​ສົດທາງ​ອ໋ອນລາຍ​ໃນ​ຫົວ​ຂໍ້ “ການຊື້​ສິນຄ້າ​ໂດຍ​ບໍ່​ຕ້ອງ​ໄປ​​ເຖິງນະຄອນ​ຊຽງ​ໄຮ” ​ເຊິ່ງ​​ເປັນ​ການ​ເປີດ​ຕະຫຼາດຈີນ​ທາງ​ອິນ​ເຕີ​ເນັດ​ໃຫ້​ກັບ​ສິນຄ້າ​ທີ່​ມາ​ຈາກ​ເອີຣົບ​ໄດ້​ຢ່າງ​ຫຼວງ​ຫຼາຍ.

ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຫັນ​ຕະຫຼອດ​ມາ​ວ່າ, ຄວາມ​ຈິງ​ແມ່ນ​ຊີ​ວິດ​ຂອງ​ສື່ມວ​ນ​ຊົນ. ຂໍ້​ມູນ​ຂ່າວ​ສານ​ທີ່​ໜ້າ​ເຊື່ອ​ຖື ແລະ ມີ​ອິດ​ທິ​ພົນ, ໄດ້​ສ່ອງ​ແສງ​​ໃຫ້​ເຫັນເຖິງ​ຄວາມ​ຮັ​ບ​ຜິ​ດ​ຊອບ ແລະ ຈັນ​ຍາ​ບັນ​ຂອງ​ສື່ມວນ​ຊົນ. ແຕ່​ສິ່ງ​ທີ່​ໜ້າ​ເສຍ​ດາຍ​ຄື, ໃນ​ເວ​ລາ​ທີ່​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ຈີນ, ​ມີບາງ​ສື່​ໄດ້​ໃຊ້​ຄວາມ​ເຫັນ​ອະ​ຄະ​ຕິ​​ແທນ​ຄວາມ​ຍຸ​​ຕິ​ທຳ, ໃຊ້​ຂ່າວ​ລື​ບິດ​ເບືອນ​ຄວາມ​ຈິງ. ບໍ່​ວ່າ​ຈະ​ເປັນການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ໂຄວິດ-19, ຫຼື ການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ເຂດ​ຮົງ​ກົງ ເຂດ​ຊິ່ນ​ຈ່ຽງ​ແລະ​ອື່ນ​ໆ, ລ້ວນ​ແຕ່​ໄດ້​​ເກີດ​ມີປະ​ກົດ​​ການ​ບິດ​ເບືອນ​ແບບ​ນີ້​ຈົນ​​ວ່າ​ໄດ້​ເກີດ​ມີ​ຂ່າ​ວ​ລື​ແບບ​ບໍ່​​ເປັນ​ຕາເຊື່ອ​ແມ່ນ​ແຕ່​ໜ້ອຍ​ດຽວ. ພວກ​ຂ້າ​ພ​ະ​ເຈົ້າ​ໄດ້​ຕອບ​ໂຕ້​ຄືນ​ຢ່າງ​ທັນ​ກັບ​ເວ​ລາ, ແລະ​ເຜີຍແບ​ຄວາມ​ຈິງ. ເຖິງ​ຈະ​ມີ​ທັດ​ສະ​ນະທີ່​ແຕກ​ຕ່າງ​ກັນ​ກໍ​ຕາມ, ແຕ່​ຄວາມ​ຈິງ​​ກໍ​ຄື​ຄວາມ​ຈິງ. ໃນ​ປີ​ໃໝ່​ທີ່​ມາ​ເຖິງ​ນີ້, ຜູ້​ເຮັດ​ວຽກ​ສື່ມວນ​ຊົນ​ໃນ​ທົ່ວ​ໂລກ​ຄວນ​ມີ​ຄວາມ​ຮັ​ບ​ຜິດ​ຊອບ​ເພື່ອ​ເຮັ​ດ​ໃຫ້​ຂ່າວ​ລື​ທີ່​ເປັນ​ຫາງ​ສຽງ​ໃນ​ສາ​ກົນຫຼຸດ​ໜ້ອຍ​ລົງ​ອີກ.

ຢູ່​ເອີ​ຣົບ​ມີ​ສຸ​ພາ​ສິດ​ປະ​ໂຫຍກ​ໜຶ່ງ​ເວົ້າ​ວ່າ​: ຜູ້​ເປັນ​ທຳ​ມີ​ເພື່ອນ​ມິດຫຼາຍ. ໃນ​ປີ​ໃໝ່​ນີ້, ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ຕາມ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນໃນ​ຖານະ​ເປັນ​ສື່​ສຳ​ຄັນ​ໃນ​ສາ​ກົນ, ຖືຫຼັກ​ໝັ້ນ​ທີ່​ພາ​ວະ​ວິ​ໄສ ແລະ ຍຸ​ຕິ​ທຳ, ເຜີຍ​ແຜ່​ຄວາມ​ຈິງ, ສົ່ງ​ສຽງ​​ຂອງ​ຄວາມ​ເປັນ​ທຳ ແລະ ເຜີຍ​ແຜ່​ຄວາມ​ດີ​ງາມ​ຂອງ​ຄວາມ​ສິ​ວິ​ໄລ​ຕໍ່​ທົ່ວ​ໂລກ.

ປີ 2021 ແມ່ນ​ປີ​ທີ່​ພັກ​ກອມ​ມູ​ນິດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 100 ປີ. ເລີ່ມ​ແຕ່ ມີ​ຜູ້​ກໍ່​ຕັ້ງ13 ທ່ານ​​ທີ່ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ເມື່ອ 100 ປີ​ກ່ອນ, ​ມາຮອດ​ປະ​ຈຸ​ບັນ​​ນີ້​ໄດ້ມີ​ສະ​ມາ​ຊິກ​ພັກ 90 ​ກວ່າລ້ານ​ຄົນ, ນຳ​ພາ​ປະ​ເທດ​ຈີນ​ບັນ​ລຸ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ, ເຄັດ​ລັບ​ທີ່​ພັກ​ກອມ​ມູ​ນິດຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ແມ່ນ​ຍ້ອນ​ຫຍັງ? ເປັນ​ຫຍັງ​ປະ​ຊາ​ຊົນ​ຈີນ 1,4 ຕື້ກວ່າ​ຄົນ​ຈຶ່ງ​ໃຫ້ການ​ສະ​ໜັບ​ສະ​ໜູ​ນ​ພັກ​ທີ່​ມີ​ປະ​ຫວັດ​ສາດ 100 ປີ​ຫຼາຍ​ປານ​ນີ້? ນີ້​ແມ່ນ​ເນື້ອ​ໃນສຳ​ຄັນ​​ດ້ານ​ໜຶ່ງ​ໃນ​ການ​ລາຍ​ງານ​ຂ່າວ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ເພື່ອ​ໃຫ້​ທ່ານ​ໄດ້​ຮັບ​ຊາບ​ໃນ​ປີ​ໃໝ່ 2021 ນີ້. ພວກ​ຂ້າ​ພະ​ເຈົ້າ​ຈະ​ປະ​ຕິ​ບັດ​ຕາມ​ຈັນ​ຍາ​ບັນ​ອາ​ຊີບ​ຂ່າວ​ທີ່​ສະ​ແຫວງ​ຫາ​ຜົນ​ງານ​ອັນຍອດ​ຍິ່ງ​ເລື້ອຍໆ, ລາຍ​ງານ​ຂ່າວ​ຂອງ​ຈີນ ແລະ ໂລກ​ຢ່າງ​ຮອບ​ດ້ານ ແລະ ພາ​ວະ​ວິ​ໄສ, ນຳ​ເອົາ​ລາຍ​ການ​ທີ່​ດີ ​ມາ​ໃຫ້​ແກ​ທ່ານຫຼາຍກວ່າ​ເກົ່າ.

ແສງ​ຕາ​ເວັນ​ຂອງ​ປີ​ໃໝ່​ມີ​ຄວາມ​ສົດ​ໃສ​ທີ່​ສຸດ. ຂໍ​ອວຍ​ພອນ​ປີສະລຸ ຫຼືປີງົວ​ຂອງ​ຈີນ​ຈົ່ງນຳ​ເອົາຄວາມ​ໂຊກ​ດີ​ມາໃຫ້​​ແກ່​ທຸກທ່ານ ແລະຂໍ​ສົ່​ງ​ຄຳອວຍ​ພອນ​ທີ່​ດີ​ງາມ​ໃຫ້​ແກ່​ທຸກທ່ານ​ອີກ​ເທື່ອ​ໜຶ່ງ.

 

ຄຳ​ເຫັນ

0