黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ປະ​ກອບ​ສ່ວນ​ພະ​ລັງ​ແຮງ​ໃຫ້​ກັບການ​ພັດ​ທະ​ນາ​ຂອງ​ໂລກ

2021-01-04 16:45:40 cri

   ປີ 2020 ແມ່ນ​ປີ​ທີ່​ບໍ່​ທຳ​ມະ​ດາໃນ​ປ​ະ​ຫວັດ​ສາດຂອງ​ຈີນ. ໂດຍ​ຜະ​ເຊີນ​ໜ້າ​ກັບ​ສະ​ພາບ​ການ​ສາ​ກົນ​ທີ່​ສັບ​ສົນ, ເປົ້າ​ໝາຍ​ການ​ປະ​ຕິ​ຮູບແລະ​ການ​ພັດ​ທະ​ນາ​ພາຍ​ໃນ​ປະ​ເທດ​ຈີນ​ກໍ​ພົບ​ກັບ​ສະ​ພາບ​ຄວາມຫຍຸ້ງ​ຍາກ​ລຳ​ບາກ, ໂດຍ​ສະ​ເພາະ​ແມ່ນ​ໄດ້​ຮັບ​ຜົນ​ສະ​ທົບ​ຢ່າງ​ໜັກ​ໜ່ວງ​ຈາກ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ຊາ​ຊົນ​ຈີນສາ​ມາດ​ຍາດ​ເອົາ​ໄຊ​ຊະ​ນະ​​ທີ່​ມີ​ລັກ​ສະ​ນະ​ຕັດ​ສິນ​ຊີ້​ຂາດ​ໃນ​ບັ້ນ​ຮົບຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອ​ງ​ພະ​ຍາດ​ໂຄວິດ-19, ​ການຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແລະ​​ການເຮັດ​ໃຫ້​ເສດ​ຖະ​ກິດ​ຟື້ນ​ຄືນ​ໃໝ່, ຈີນ​ໄດ້​ກາຍ​ເປັນ​ກຸ່ມ​ເສດ​ຖະ​ກິດ​ຕົ້ນ​ຕໍ​ພຽງ​ປະ​ເທດ​ດຽວ​ໃນ​ໂລກ​ທີ່​ເສດ​ຖະ​ກິດ​ເຕີບ​ໂຕ​​ເປັນ​ຕົວ​ເລກບວກ. ​ເຊິ່ງ​ໄດ້​ເພີ່ມ​ພະ​ລັງ​ແຮງ​ຢ່າງ​ເຂັ້ມ​ແຂງ​ໃຫ້​ກັບ​ໂລກ​ໃນ​ດ້ານ​ການ​ຮ່ວມ​ມື​ເພື່ອ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ເຮັດ​ໃຫ້​​ການ​ເຕີບ​ໂຕ​ດ້ານເສດ​ຖະ​ກິດ​ສາ​ມາດ​ຟື້ນ​ຄືນ​ໃໝ່​ແລະ​ບັນ​ລຸ​ການ​ພັດ​ທະ​ນາ​​ຫຼັງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ເປັນປົກ​ກະ​ຕິ.

ພາຍ​ຫຼັງ​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ແລ້ວ, ​ຄວາມ​ປອດ​ໄພ​ດ້ານຊີ​ວິດ​ຂອງ​ມະ​ນຸດ​​ເຮົາ​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ, ເສດ​ຖະ​ກິດ​ຂອງ​ໂລກ​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ, ​ສະ​ພາບ​ການ​ຂອງ​ໂລກ​ຕົກ​ເຂົ້າ​ສູ່​ຄວາມ​ປັ່ນ​ປ່ວນ​ແລະ​ປ່ຽນ​ແປງ​ຢ່າງ​ໃຫຍ່. ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ຊາ​ຊົນ​ຈີນວິ​ລະ​ຊົນສາ​ມາດ​ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ດ້ານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​​ສາ​ມາດ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໄດ້​ຢ່າງ​ໝັ້ນ​ທ່ຽງ, ເຊິ່ງໄດ້​ສະ​ແດງ​ໃຫ້​ເຫັນ​ພະ​ລັງ​​ແຮງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊົນ​ຈີນ​ກໍ​ຄື​ຊາດ​ຈີນ, ທັງ​ໄດ້​ສະ​ແດງ​ໃຫ້​ເຫັນເຖິງ​ທ່າ​ແຮງການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ແລະ​ລະ​ບອບສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ.

ການ​ໄດ້​ຮັບ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ໃນ​ບັ້ນ​ລຶບ​ລ້າງຄວາມ​ທຸກ​ຍາກ​ໄດ້​ສ້າງ “​ສິ່ງ​ມະ​ຫັດ​ສະ​ຈັນ​ແບບ​ຈີນ” ໃນ​ປະ​ຫວັດ​ສາດ​​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງມວນ​ມະ​ນຸດ. ພາຍ​ຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ຊາ​ຊົນ​ບັນ​ດາ​ເຜົ່າໃນ​ທົ່ວ​ປະ​ເທດ​ຈີນ​ໄດ້​ສູ້​ຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ​ແລະ​ໄດ້​ສຸມ​ກຳ​ລັງ​ເພື່ອ​ລຶບ​ລ້າງ​ຄວາມ​ທຸກ​ຍາກ, ​ຈຶ່ງ​ສາ​ມາດບັນ​ລຸ​ເປົ້າ​ໝາຍ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໃນ​ຍຸກ​ໃໝ່​ຕາມ​ເວ​ລາ​ກຳ​ນົດ, ປະ​ຊາ​ກອນ​ຜູ້​ທຸ​ກ​ຍາກ​​ຢູ່ເຂດ​ຊົນ​ນະ​ບົດ​ຈີນ​ໄດ້​ຫຼຸດ​ພົ້ນ​​ອອກ​ຈາກຄວາມ​ທຸກ​ຍາກ​ທັງ​ໝົດ ແລະ ​ສາ​ມາດ​ລຶບ​ລ້າງ​ເມືອງ​ທຸກ​​ຍາກ​ໄດ້​ທັງ​ໝົດ​ຕາມ​ມາດ​ຖານ​ປັດ​ຈຸ​ບັນ, ປະ​ຊາ​ກອນ​ທຸກ​ຍາກ​ເກືອບ 100 ລ້ານ​ຄົນ​​ໄດ້​ຫຼຸດພົ້ນຈາກ​ຄວາມ​ທຸກ​ຍາກ, ​ສາ​ມາດແກ້​ໄຂ​ບັນ​ຫາ​​ຄວາມທຸກ​ຍາກ​ຂອງ​ຊົນ​ຊາດ​ຈີນ​ທີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ, ທັງ​ໄດ້​ສະ​ໜອງແຜນ​ການ​ຈີນ​ແລະ​​ການປະ​ກອບ​ສ່ວນ​ຂອງ​ຈີນ​ໃຫ້​ແກ່​ພາ​ລະ​ກິດ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ໂລກ.

ໂດຍ​ຜະ​ເຊີນ​ໜ້າ​ກັບ​ການ​ທົດ​ສອບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ແຕ່​ໄຕ​ມາດ​ທີ​ໜຶ່ງ​ຫາ​ໄຕ​ມາດ​ທີ​ສາມ​ປີຜ່ານ​ມາ, ຈັງ​ຫວະ​ການເຕີບ​ໂຕ​​ດ້ານ​ເສດ​ຖະ​ກິດ​ຂອງ​ຈີນ​ໄດ້​ພິກ​ຈາກ​ຕົວ​ເລກ​ລົບ​ເປັນ​ຕົວ​ເລກບວກ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຈີນ​​ສາ​ມາດ​ຮັກ​ສາ​ທ່ວງ​ທ່າ​ທີ່​ໝັ້ນ​ທ່ຽງ​ແລະ​ຟື້ນ​ຄືນ​ໃໝ່​​ໄດ້ຢ່າງ​ຕໍ່​ເນື່ອງ, ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ປະ​ສິດ​ທິ​ພາບ​ດ້ານ​ລະ​ບົບ, ​ກຳ​ລັງ​ຂັບ​ເຄື່ອນ​ທີ່​ເກີດ​ຂຶ້ນ​ຢູ່​ພາຍ​ໃນ​, ຄວາມ​ເຂັ້ມ​ແຂງ​​ແລະ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງ​ເສດ​ຖະ​ກິດ​ຈີນ, ​​ເຊິ່ງໄດ້​ເພີ່ມ​ຄວາມ​ໝັ້ນ​ໃຈ​ແລະ​ພະ​ລັງ​ແຮງ​ໃຫ້​ກັບ​ການ​​ຟື້ນ​ຄືນ​ໃໝ່​​ຂອງເສດ​ຖະ​ກິດ​ໂລກ. “ເມື່ອ ໂລກມີສະພາບການທີ່ດີ,ຈີນຈຶ່ງຈະມີສະພາບການທີ່ດີເຊັ່ນດຽວກັນ;ເມື່ອຈີນມີສະພາບການທີ່ດີ,ໂລກຈຶ່ງຈະສາມາດມີສະພາບການທີ່ດີກວ່າເກົ່າ.” ໃນ​ຖາ​ນະ​ເປັນ​ປະ​ເທດພຽງໜຶ່ງ​ດຽວ​ໃນ​ໂລກ​ທີ່​ມີ​​ລະ​ບົບ​ອຸດ​ສາ​ຫະ​ກຳ​ຄົບ​ຊຸດ​ທັງ​ໝົດ​ຕາມ​ການ​ແບ່ງ​ໝວດ​ໝູ່​ອຸດ​ສາ​ຫະ​ກຳ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ເສດ​ຖະ​ກິດ​ຈີນ​ມີ​ກຳ​ລັງ​ບົ່ມ​ຊ້ອນ​ຢ່າງ​ມະ​ຫາ​ສານ, ມີ​ຄວາມ​ສາ​ມາດ​ຕ້ານ​​ທານ​ກັບ​ການ​ແປ​ປວນ​ຂອງ​ຮອບ​ວຽນ​ເສ​ດ​ຖະ​ກິດ, ມີ​ພະ​ລັງ​​ຊຸກ​ດັນ​ການ​ພັດ​ທະ​ນາຢ່າງ​ແຂງ​ແຮງ​ຫຼັງ​ເສດ​ຖະ​ກິດ​ມີ​ຄວາມ​ຕົກ​ຕ່ຳ, ແລະ​ມີ​ທ່າ​ແຮງ​ຢ່າງ​ເດັ່ນ​ຊັດ​​ຕໍ່​ຮອບ​ໝູນ​ວຽນ​ຂອງ​ຕ່ອງ​ໂສ້ອຸດ​ສາ​ຫະ​ກຳ​ແລະ​ຕ່ອງ​ໂສ້​​ການສະ​ໜອງ. ຈີນ​​ໄດ້ຍຶດ​ໝັ້ນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ​ດຳ​ເນີນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ມີ​ລະ​ດັບ​ສູງ, ນີ້​ຈະ​ເປັນ​ການ​ສ້າງ​ພື້ນ​ຖານ​​ອັນໝັ້ນ​ແກ່ນ​ໃຫ້​ເສດ​ຖະ​ກິດ​ໂລກສາ​ມາດ​ຟື້ນ​ຄືນ​ໃໝ່​ແລະ​ເຮັດ​ໃຫ້​ເສດ​ຖະ​ກິດ​ໂລກ​ມີ​ພະ​ລັງ​ຊຸກ​ດັນ​ການ​ເຕີບ​ໂຕ​ຄືນ​ໃໝ່​ແລະ​ມີ​ຄວາມ​ຫວັງ​ໃໝ່​ໃນ​ການ​ພັດ​ທະ​ນາ.

ປີ 2021 ແມ່ນ​ປີ​ທີ່​ມີ​ຄວາມ​ໝາຍ​ພິ​ເສດ​ໃນ​ຂະ​ບວນ​ການ​ສ້າງ​ປະ​ເທດ​ຈີນທີ່​ທັ​ນ​ສະ​ໄໝ, ປະ​ຊາ​ຊົນ​ຈີນ​ຈະ​​ມີ​ຊີ​ວິດ​ແລະ​ການ​ສູ້​ຊົນ​ຢູ່​ຈຸດ​ເລີ່ມ​ຕົ້ນ​ໃໝ່​, ສືບ​ຕໍ່​ຮ່ວມ​ຈິດ​ຮ່ວມ​ໃຈ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ, ​ບຸກ​ບືນ​ກ້າວ​ໜ້າ, ປັບ​ປຸງ​ຜົນ​​ງານການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃຫ້​ໝັ້ນ​ທ່ຽງ, ​ຜັນ​ຂະ​ຫຍາຍ​ໝາກ​ຜົນ​​ຂອງການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ສູ້​ຊົນ​ເພື່ອ​ສ້າງ​ປະ​ເທດ​ຈີນ​ໃຫ້​ເປັນ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັ​ນ​ສະ​ໄໝ​ແລະ​ບັນ​ລຸ​ຄວາມ​ໄຝ່​ຝັນ​ເພື່ອ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ປະ​ຊາ​ຊາດ​ຈີນ, ທັງເພີ່ມ​ກຳ​ລັງ​​ແຮງໃຈ​ໃຫ້​ແກ່​ການ​ເຕີບ​ໂຕ​ແລະ​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ໂລກ, ແລະ​​ພ້ອມ​ກັນ​ກັບ​ປະ​ຊາ​ຊົນ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ​ຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​​ຂອງມວນ​ມະ​ນຸດ.

ຄຳ​ເຫັນ

0