ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ເລີ່ມແຕ່ວັນທີ 1 ເມສາ 2021ນີ້ເປັນຕົ້ນໄປ ກ້ອງຊ່ອງອະວະກາດ(FAST)ທີ່ມີເສັ້ນຜ່າກາງຍາວ 500 ແມັດຂອງຈີນ ທີ່ໄດ້ຊື່ເປັນ"ດວງຕາມອງຟ້າຂອງຈີນ" (ຫລື ທຽນຢຽນ)ຈະເປີດໃຫ້ນັກວິທະຍາສາດທົ່ວໂລກມານຳໃຊ້ນໍາກັນຢ່າງເປັນທາງການ ເຊິ່ງນັກວິທະຍາສາດຂອງປະເທດຕ່າງໆຈະສາມາດສະເຫນີຄໍາຮ້ອງຂໍຜ່ານທາງອອນລາຍຕໍ່ສະຖານີອະວະກາດແຫ່ງຊາດຈີນເພື່ອນໍາໃຊ້ກ້ອງຊ່ອງ, ເມື່ອການຮ້ອງຂໍໄດ້ຮັບຜ່ານແລ້ວ ຈະໄດ້ຮັບການຈັດສັນເວລານໍາໃຊ້ກ້ອງຊ່ອງຈາກຄະນະກຳມະການວິທະຍາສາດກ້ອງຊ່ອງທຽນຢຽນແຕ່ວັນທີ 1 ສິງຫາ 2021 ເປັນຕົ້ນໄປ.ຕາມການແນະນໍາ ໃນປີທຳອິດທີ່ເປີດການໍາໃຊ້ກ້ອງຊ່ອງດັ່ງກ່າວ ຄາດວ່າເວລານໍາໃຊ້ກ້ອງຊ່ອງສໍາລັບນັກວິທະຍາສາດຕ່າງປະເທດຈະກວມ 10% ຂອງທັງຫມົດເວລານໍາໃຊ້.
ຄຳເຫັນ
0