ພໍເຂົ້າສູ່ປີໃໝ່,ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຢູ່ອາເມຣິກາໄດ້ເພີ່ມຂຶ້ນເປັນຈຳນວນຫຼາຍກວ່າ 20 ລ້ານກໍລະນີ, ຈຳນວນຜູ້ເສຍຊີວິດຍ້ອນເປັນພະຍາດມີເກືອບ 3,5 ແສນຄົນ. ແຕ່ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເຊິ່ງເລີ່ມມາແຕ່ວັນທີ 9 ພະຈິກຜ່ານມາທີ່ມີຈຳນວນຫຼາຍກວ່າ 10 ລ້ານກໍລະນີຫາຕົວເລກຫຼາຍກວ່າ 20 ລ້ານກໍລະນີໃນປັດຈຸບັນໃຊ້ເວລາພຽງ 53 ວັນເທົ່ານັ້ນ. ຄຽງຄູ່ກັບຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ແລະຈຳນວນຜູ້ເສຍຊີວິດຍ້ອນເປັນພະຍາດດັ່ງກ່າວເພີ່ມຂຶ້ນຢ່າງນັບມື້ນັບວ່ອງໄວ, ຜູ້ທີ່ຮັບພາລະໜັກໜ່ວງບໍ່ພຽງແຕ່ແມ່ນລະບົບການແພດແລະພະນັກງານການແພດຂອງອາເມຣິກາເທົ່ານັ້ນ,ຍັງມີໂຮງເກັບສົບແລະຜູ້ເຜົາສົບຢູ່ແຫ່ງຕ່າງໆຂອງອາເມຣິກາອີກດ້ວຍ.
ເປັນເວລາດົນນານມາແລ້ວ, ສັງຄົມແລະປະຊາຊົນອາເມຣິກາໄດ້ເກີດມີລັດທິເສລີທີ່ຖືຄວາມເປັນສ່ວນຕົວສູງກໍຄືແນວຄວາມຄິດຄວາມເປັນສິດສ່ວນຕົວ. ນັບແຕ່ໄດ້ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ພາຍໃຕ້ຄວາມລະເຫຼິງແລະຂາດຄວາມເອົາໃຈໃສ່ຊ້ຳບໍ່ໜຳຍັງຖືກປົກປິດດ້ວຍຄຳເວົ້າຂີ້ຕົວະຈາກຜູ້ນຳທາງການເມືອງ, ປະຊາຊົນອາເມຣິກາມີພຶດຕິກຳຕໍ່ຕ້ານລັດທິປັນຍານິຍົມແລະຕ້ານວິທະຍາສາດຮ້າຍແຮງຂຶ້ນກວ່າເກົ່າ. ການຮັກສາໄລຍະຫ່າງທາງສັງຄົມແລະການໃສ່ຜ້າປິດປາກທີ່ເປັນມາດຕະການປ້ອງກັນເຊື້ອພະຍາດແລະເປັນມາດຕະການດ້ານວິທະຍາສາດທີ່ງ່າຍໆດັ້ງເດີມແບບນີ້ໄດ້ກາຍເປັນບັນຫາລະເມີດສິດທິແລະຄວາມເປັນສ່ວນຕົວ,ຈົນໃນທີ່ສຸດໄດ້ກາຍເປັນບັນຫາທາງການເມືອງທີ່ພົ້ນເດັ່ນແລະສຳຄັນຢ່າງໜຶ່ງ.
ການແຜ່ລະບາດຂອງພະຍາດໂຄວິດ-19 ໃນສັດຕະວັດນີ້ພໍດີຖືກກັບໄລຍະເລືອກຕັ້ງປະທານາທິບໍດີອາເມຣິກາ ເຊິ່ງໄດ້ເພີ່ມຄວາມຫຍຸ້ງຍາກໃຫ້ກັບການປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ຕື່ມອີກ. ພາຍໃຕ້ລະບອບປະຊາທິປະໄຕແບບຕາເວັນຕົກ, ການເລືອກຕັ້ງທົ່ວໄປທີ່ຈັດຂຶ້ນ 4 ປີຄັ້ງໜຶ່ງແມ່ນຂະບວນການທາງການເມືອງທີ່ສຳຄັນແລະຢູ່ເໜືອທຸກຢ່າງ. ຄຽງຄູ່ກັບສື່ສັງຄົມອອນລາຍນັບມື້ນັບມີຄວາມວ່ອງໄວທັນສະໄໝກໍຄືປະຊານິຍົມດ້ານການເມືອງຮອບໃໝ່ໄດ້ແຜ່ຂະຫຍາຍໃຫ້ກວ້າງອອກໃນໂລກຕາເວັນຕົກ, ພວກນັກການເມືອງທີ່ມັກສະແຫວງຫາແຕ່ຜົນປະໂຫຍດຊົ່ວຄາວຫຼາຍກວ່າເກົ່າຈຶ່ງແຮ່ງຂາດນ້ຳໃຈຮັບຜິດຊອບຕໍ່ປະເທດແລະປະຊາຊົນ. ການເລືອກຕັ້ງທົ່ວໄປຂອງອາເມຣິກາໃນຄັ້ງນີ້, ບັດເລືອກຕັ້ງທົ່ວໄປຂອງ ທ່ານ ໂຈ ໄບເດັນ ແລະ ທ່ານ ໂດໂນ ທຣຳ ລ້ວນແຕ່ໄດ້ຫຼາຍກວ່າ 70 ລ້ານບັດ, ເຊິ່ງໄດ້ສ້າງສະຖິິຕິສູງອັນດັບ 1 ແລະອັນດັບ 2 ໃນປະຫວັດສາດຂອງອາເມຣິກາ. ເຊິ່ງໄດ້ສະແດງໃຫ້ເຫັນເຖິງການເປັນປໍລະປັກກັນທາງການເມືອງແລະການແບ່ງແຍກເຊື້ອຊາດຂອງອາເມຣິກາທີ່ໄດ້ພັດທະນາເຖິງສະພາບທີ່ຮຸນແຮງທີ່ສຸດ. ເພື່ອໃຫ້ໄດ້ຮັບໄຊຊະນະໃນການເລືອກຕັ້ງ, ທ່ານ ໂດໂນ ທຣຳ ບໍ່ໄດ້ເອົາຫົວຊານຳສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໜັກໜ່ວງ ຫາກແຕ່ໄດ້ຈັດການໂຮມຊຸມນຸມຫາສຽງຂະໜາດໃຫຍ່ຫຼາຍຄັ້ງ. ນອກນີ້ເພື່ອເຮັດໃຫ້ຕົວເລກທາງເສດຖະກິດດີຂຶ້ນ, ທ່ານ ໂດໂນ ທຣຳ ໄດ້ຟື້ນຟູເສດຖະກິດຄືນໃໝ່ແລະເປີດໂຮງຮຽນຄືນໃໝ່ໂດຍບໍ່ເອົາຫົວຊານຳສະພາບການແຜ່ລະບາດຂອງພະຍາດໂຄວິດ-19.
ຄວາມປະລາໄຊໃນການຕ້ານກັບພະຍາດໂຄວິດ-19 ຢູ່ອາເມຣິກາບໍ່ພຽງແຕ່ແມ່ນຄວາມປະລາໄຊຂອງລັດທິເສລີທຶນນິຍົມເທົ່ານັ້ນ, ແຕ່ຍິ່ງເປັນໂສກນາດຕະກຳຄັ້ງປະຫວັດສາດໃນການພັດທະນາວັດທະນະທຳຂອງມວນມະນຸດຫຼາຍກວ່າ. ກ່ອນເກີດມີສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ອາເມຣິກາແມ່ນປະເທດທີ່ມີຈຸດພົ້ນເດັ່ນຫຼາຍທີ່ສຸດທີ່ເຮັດໃຫ້ຊາວໂລກນຳເອົາມາເປັນແບບຢ່າງ, ຫຼັງເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ແລ້ວພັດໄດ້ສ້າງພາບພົດທີ່ໝົດຫວັງ,ໝົດວິທີແລະບໍ່ຮູ້ຈະເຮັດຫຍັງຈົນຖືກຊາວໂລກດູຖູກ.
ເນື່ອງໃນໂອກາດຕ້ອນຮັບປີໃໝ່ນີ້, ຊາວຈີນໄດ້ຮັບກຳລັງໃຈຢ່າງຫຼວງຫຼາຍຍ້ອນຄຳອວຍພອນປີໃໝ່ຂອງທ່ານປະທານ ສີຈິ້ນຜິງ , ຊາວຈີນໄດ້ມີຄວາມເບີກບານມ່ວນຊື່ນຍ້ອນໄດ້ຍິນຂ່າວການສັກວັກຊີນຕ້ານພະຍາດໂຄວິດ-19 ໂດຍບໍ່ຕ້ອງເສຍຄ່າໃດໆ. ເຖິງວ່າໄດ້ມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຈຳນວນໜ້ອຍໜຶ່ງກໍຕາມ, ແຕ່ຢູ່ທົ່ວປະເທດຈີນຍັງມີຊີວິດຊີວາແລະມີຄວາມຈູບຈ້າວຫ້າວຫັນ. ຮູບພາບອູຮັ້ນແລະນິວຢອກຕ້ອນຮັບປີໃໝ່ ໄດ້ຮັບຄວາມສົນໃຈຫຼາຍຈາກຄົນທັງຫຼາຍ. ຢູ່ນະຄອນອູຮັ້ນປະຊາຊົນຕ້ອນຮັບປີໃໝ່ນຳກັນຢ່າງເບີກບານມ່ວນຊື່ນ,ແຕ່ຢູ່ສະໜາມຫຼວງທ້າມສ໌ໃນນະຄອນນິວຢອກພັດເກືອບບໍ່ມີຄົນເລີຍ. ໃນຂະນະນີ້,ທ່ານ ໂດໂນ ທຣຳ ປະທານາທິບໍດີອາເມຣິກາຍັງພວມພະຍາຍາມຈົນສຸດຂີດຄືເກົ່າເພື່ອລົ້ມລ້າງຜົນການເລືອກຕັ້ງທົ່ວໄປ.
ຈັ່ງໃດກໍຕາມ,ກໍຂໍສະແດງຄວາມປາຖະໜາດີດ້ວຍຄວາມຈິງໃຈເຖິງນະຄອນນິວຢອກຕົວເມືອງທີ່ເຄີຍເປັນຕົວແທນຂອງອາເມຣິກາແລະເປັນຕົວແທນຂອງຄວາມຈະເລີນຮຸ່ງເຮືອງແລະກຳລັງປະດິດສ້າງໃໝ່ຂອງສັງຄົມມະນຸດນັ້ນສາມາດຟື້ນຟູຄວາມມີຊີວິດຊີວາໄດ້ໂດຍໄວ,ແລະກໍມີຄວາມປາຖະໜາດີດ້ວຍຄວາມຈິງໃຈວ່າຊີວິດການເປັນຢູ່ຂອງປະຊາຊົນອາເມຣິກາທີ່ກຳລັງປະສົບກັບຄວາມຫຍຸ້ງຍາກທີ່ໜັກໜ່ວງຈະສາມາດຟື້ນຟູສູ່ສະພາບປົກກະຕິຄືນໃໝ່ໂດຍໄວ. ທີ່ຈິງແລ້ວ, ໂດຍປະເຊີນໜ້າກັບການປ່ຽນແປງໃໝ່ຢ່າງໃຫຍ່ຂອງສັງຄົມມະນຸດແລະການປ່ຽນແປງຢ່າງໃຫຍ່ຂອງສະພາບການສາກົນ, ພວກເຮົາກໍຫວັງຢ່າງຈິງໃຈວ່າອາເມຣິກາທີ່ເປັນປະເທດມະຫາອຳນາດປະເທດໜຶ່ງຈະສາມາດສະແດງໃຫ້ເຫັນເຖິງທ່າທີແລະພາບພົດທີ່ສຸກງອມ,ໝັ້ນໃຈຕົນເອງແລະມີຄວາມຮັບຜິດຊອບຕໍ່ຊາວໂລກໂດຍໄວ.
ຄຳເຫັນ
0