黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເສີມ​ຂະ​ຫຍາຍ​ນ້ຳ​ໃຈ “ງົວ​ທີ່​ຮັບ​ໃຊ້ປະ​ຊາ​ຊົນ, ງົວບຸກ​ເບີກ​ແລະ​ງົວ​ແກ່”

2021-01-06 17:04:27 cri

ກ່ອນ​ປີ​ໃໝ່ 2021 ​ຈະ​ມາ​ເຖິງໃນ​ໂອ​ກາ​ດ​ເຂົ້າ​ຮ່ວມ​ງານ​ພົບ​ປະ​ໂອ້​ລົມປີ​ໃໝ່​ຂອງ​ຄະ​ນະ​ກຳ​ມະ​ການ​ທົ່ວ​ປະ​ເທດ​ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນແຫ່ງ​ຊາດ​ຈີນ, ທ່ານ​ສີ​ຈິ້​ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເນັ້ນ​ໜັກ​ວ່າ, ພວກ​ເຮົາ​ຄວນ​ເສີ​ມ​ຂະ​ຫຍາຍ​ນ້ຳ​ໃຈ​ແຫ່ງງົວ​​ຮັບ​ໃຊ້​​ປະ​ຊາ​ຊົນ, ງົວບຸກ​ເບີກ​ດ້ານ​ການ​ພັດ​ທະ​ນາ​ດ້ວຍ​ການປະ​ດິດ​ສ້າງ​ໃໝ່ແລະ​ງົວທີ່​ເຮັດ​ວຽກ​ໜັກ​ແລະ​ທຸ້ມ​ເທ​ເຫື່ອ​ແຮງ​ຂອງ​ຕົນ​ເອງ.

ນ້ຳ​ໃຈ​ແຫ່ງ​ງົວ​ຮັບ​ໃຊ້​ປະ​ຊາ​ຊົນ​ກໍ​ໝາຍ​ຄວາມ​ວ່າ​ນ້ຳ​ໃຈ​ທີ່​ຮັບ​ໃຊ້​ປະ​ຊາ​ຊົນ​ແລະ​ການ​ອຸ​ທິ​ຕົນ​ທີ່​ປາ​ສະ​ຈາກ​ການ​ເຫັນ​ແກ່​ຕົວ. ສະ​ມາ​ຊິກ​ພັກ​ຄວນ​ມີ​ເປົ້າ​ໝາຍ​ແລະ​ຈຸດ​ປ​ະ​ສົງ​ຮັບ​ໃຊ້​ປະ​ຊາ​ຊົນ​ແລະ​ຖື​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ຢູ່​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ​ແຕ່​ຕົ້ນ​ຕະ​ຫຼອດ​ປາຍ. ປີ 2020, ໂດຍ​ຜະ​ເຊີນ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ເກີ​ດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ, ໂດຍ​ຜະ​ເຊີນ​ກັບ​ໄພ​ນ້ຳ​ຖ້ວມ​ທີ່​ໜັກ​ໜ່ວງ, ໂດຍ​ຜະ​ເຊີນ​ກັບ​ຄວາມ​ຫຍຸ້ງ​ຍາກ​ແລະ​ສິ່ງ​ທ້າ​ທາຍ​ດ້ານ​ການ​ຟື້ນ​ຟູ​ເສດ​ຖະ​ກິດ, ​ຄະ​ນະ​ພັກ​ແລະອົງ​ການ​ປົກ​ຄອງ​ທຸກ​ຂັ້ນ, ສະ​ມາ​ຊິກ​ພັກ​ທັງ​ຫຼາຍ​ໄດ້​ເສີມ​ຂະ​ຫຍາຍ​ນ້ຳ​ໃຈແຫ່ງ​ງົວ​ທີ່​ຮັບ​ໃຊ້​ປະ​ຊາ​ຊົນ, ຈາກ​ການ​ປ້ອ​ງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຫາ​ວຽກ​ງານ​ລຶບ​ລ້າງ​ຄວາມ​ທຸກ​ຍາກ, ຈາກ​ການ​ຟື້ນ​ຟູ​ການ​ຜະ​ລິດ​ຫາ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນແລະ​ອື່ນໆ, ລ້ວນ​ແຕ່​ໄດ້​ເຮັດ​ສຳ​ເລັດ​ໜ້າ​ທີ່​ການ​ບັນ​ຊາ​ການ​ຢູ່​​ແນວ​ໜ້າ​ແລະ​ບໍ​ລິ​ການ​ແບບ​ນຳ​ໜ້າ. ໂດຍ​ຜະ​ເຊີນ​ກັບ​ຈຸດ​ເລີ່ມ​ຕົ້ນ​​ໃໝ່ຂອງ “ແຜນ​ພັດ​ທະ​ນາເສດ​ຖະ​ກິດ​ສັງ​ຄົມ 5 ປີ​ຄັ້ງ​ທີ 14”, ແຮ່ງ​ຕ້ອງ​ການ​ໃຫ້​ສະ​ມາ​ຊິກ​ພັກ​ທັງ​ຫຼາຍ​ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ດັ່ງ​ກ່າວ.

ນ້ຳ​ໃຈ​ແຫ່ງ​ງົວ​ບຸກ​ເບີກ​ໝາຍ​ຄວາມ​ວ່າ​ນ້ຳ​ໃຈ​ມາ​ນະ​ບາກ​ປັ່ນ​ແລະ​ບຸກ​ເບີກ​ກ້າວ​​ໄປໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ບົນເສັ້ນ​ທາງ​ກ້າວ​ໄປ​ຂ້າງ​ໜ້າ, ຕ້ອງ​ການ​ໃຫ້​ພວກ​ເຮົາ​ກ້າ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂວງ​ຕົນ​ເອງ, ກ້າ​ບຸກ​ເບີກ​ແລະ​ປະ​ດິດ​ສ້າງ​ໃໝ່. ພວກ​ເຮົາ​ຄວນ​ຮັກ​ສາ​ສະ​ຕິ​ລະ​ວັງ​ຕົວ​ລະ​ເວັ້ນ​ຄວາມອວ​ດ​ອົ່ງ​ທະ​ນົງ​ຕົວ, ລະ​ເວັ້ນ​ຄວາມ​ຮ້ອນ​ຮົນ​ຕະ​ຫຼອດ​ເວ​ລາ, ຮັກ​ສາ​ນ້ຳ​ໃຈ​ສູ້​ຊົນ​ທີ່​ບໍ່​ຢ້ານ​ກົວ​ຕໍ່ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ແລະ​ບຸກ​ບືນ​ກ້າວ​ໜ້າ​ຢ່າງ​ເດັດ​ດ່ຽວ​ຈົນ​ເທົ່າ​ໃດໆ. ບໍ່​ວ່າ​​ຈະ​ແມ່ນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາຊົນ​ນະ​ບົດ, ຫຼື​ວ່າ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ, ບໍ່​ວ່າ​ຈະ​ແມ່ນການ​ຊຸກ​ຍູ້​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຫຼື​ວ່າ​ການ​ສ້າງ​ສະ​ພາບ​ການ​ທີ່​ເອື້ອ​ອຳ​ນວຍ​ຕໍ່​ການ​ພັດ​ທະ​ນາ, ລ້ວນ​ແຕ່​ຕ້ອງ​ການ​ພວກ​ເຮົາ​ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ບຸກ​ເບີກ​ແລະ​ປະ​ດິດ​ສ້າງ​ໃໝ່.

ສ່ວນ​ນ້ຳ​ໃຈ​ງົວ​​ແກ່​ໝາຍ​ຄວາມ​ວ່າ​ນ້ຳ​ໃຈ​ທີ່​ຊື່​ສັດ​ສຸ​ຈະ​ລິດ​ແລະ​ດຸ​ໝັ່ນ​ຂະ​ຫຍາຍ​ພຽນ. ປີ 2020, ໂດຍ​ຜ່ານ​ການ​ບາກ​ບັ່ນ​ສູ້​ຊົນ​ແລະ​ຜ່ານ​ຄວາມ​ພະ​ຍາ​ຍາມ​ຢ່າງ​ທໍ​ລະ​ຫົດ​ອົດ​ທົນ, ຈົນ​ໄດ້​ໃຫ້​ຄຳ​ຕອບ​ທີ່​ຈະ​ແຈ້ງ​ທີ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຈີນ​ຮູ້​ສຶກ​ເພິ່ງ​ພໍ​ໃຈ​ແລະ​ປະ​ຈັກ​ຕາ​ຕໍ່​ຊາວ​ໂລກ. ຈີນ​ໄດ້​ກາຍ​ເປັນ​ກຸ່ມ​ເສດ​ຖະ​ກິດ​ພຽງ​ປະ​ເທດ​ດຽວ​ໃນ​ໂລກ​ທີ່​ເສດ​ຖະ​ກິດ​ເຕີບ​ໂຕ​ເປັນ​ຕົວ​ເລກບວກ, ໄດ້​ມີ​ຜົນ​ງານ​ອັນ​ໃຫຍ່​ຫຼວງ​ທີ່​ມີ​ລັກ​ສະ​ນະ​ຕັດ​ສິນ​ໃນ 3 ບັ້ນ​ສຳ​ຄັນ​ແຫ່ງ​ການ​ແກ້​ໄຂ 3 ບັນ​ຫາ​ໃຫຍ່​ຂອງ​ຈີນ​ຄື​: ປ້ອງ​ກັນ​ແລະ​ແກ້​ໄຂ​ຄວາມ​ສ່ຽງ​ທີ່​ໜັກ​ໜ່ວງ, ແກ້​ໄຂ​ບັນ​ຫາ​ຄວາມ​ທຸກ​ຍາກ​ຢ່າງ​ຖືກ​ຕ້ອງ​ຕາມ​ເປົ້າ​ໝາຍ​ແລະ​ປ້ອງ​ກັນ​ແລະ​ແກ້​ໄຂ​ບັນ​ຫາ​ມົນ​ລະ​ພິດ. ນອກ​ນີ້​ການ​ປະ​ຕິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ສຳ​ຄັນ, ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ໄດ້​ມີ​ການ​ບຸກ​ທະ​ລຸ​ທີ່​ສຳ​ຄັນ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ມີ​ຄວາມ​ຮັບ​ປະ​ກັນ​ຢ່າງ​ໜັກ​ແໜ້ນ. ໂດຍ​ຜະ​ເຊີນ​ໜ້າ​ກັບ​ສະ​ພາບ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຂອງ​ໂລກ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ຮອບ 100 ປີ, ພວກ​ເຮົາ​ຍັງ​ຕ້ອງ​ພະ​ຍາ​ຍາມ​ສູ້​ຊົນ, ຕ້ອງ​ເພີ່ມ​ທະ​ວີ​ແລະ​ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ບາກ​ບັ່ນ​ສູ້​ຊົນ, ມີ​ນ້ຳ​ໃຈ​ເປັນ​ງົວ​ແກ່​ທີ່​ບາກ​ບັ່ນ​ສູ້​ຊົນ​ຢ່າງ​ທໍ​ລະ​ຫົດ​ອົດ​ທົນ, ເພື່ອ​ສ້າງ​ຊີ​ວິດ​ທີ່​ດີ​ງາມ​ດ້ວຍ​ຄວາມ​ພະ​ຍາ​ຍາມ​ຂອ​ງ​ຕົນ, ແລະ​ໃຫ້​ຄຳ​ຕອບ​ດີ​ເດັ່ນ​ແກ່​ຍຸກ​ໃໝ່​ດ້ວຍ​ການ​ກະ​ທຳ​ທີ່​ເຮັດ​ແທ້​ທຳ​ຈິງ.

ຄຳ​ເຫັນ

0