尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​​ໃສ່​ຮ້າຍ​ປ້າຍ​ສີ​ວັກ​ຊີນ​ກັນ​ພະ​ຍາດ​ໂຄວິດ-19 ຂອງຈີນຈາກສື່ມວນ​ຊົນ​​ຕາ​ເວັນ​ຕົກເປັນເລື່ອງທີ່ບໍ່ມີມູນຄວາມຈິງ

2021-01-07 17:36:50 cri

ການ​​ໃສ່​ຮ້າຍ​ປ້າຍ​ສີ​ວັກ​ຊີນ​ກັນ​ພະ​ຍາດ​ໂຄວິດ-19 ຂອງຈີນຈາກສື່ມວນ​ຊົນ​​ຕາ​ເວັນ​ຕົກເປັນເລື່ອງທີ່ບໍ່ມີມູນຄວາມຈິງ_fororder_0dd7912397dda144a055f69c4b5267a50df486a9

ໃນຫຼາຍມື້ຜ່ານມາ, ໄດ້ມີຂ່າວດີລຽນ​ຕິດກ່ຽວກັບການຄົ້ນຄວ້າຜະລິດແລະນຳໃຊ້ວັກ​ຊີນ​ກັນ​ພະ​ຍາດ​ໂຄວິດ-19 ຂອງຈີນ​ຢູ່​ໃນ​ໂລກ.ສ່ວນຂ່າວດີຫຼາຍຂ່າວ​ໄດ້ເຮັດໃຫ້ສື່ມວນຊົນຕາເວັນຕົກຈຳນວນໜຶ່ງ​ນຳ​ໄປເສກສັນປັ້ນແຕ່ງ​ເປັນ​ຂ່າວ​ດ້ານ​ລົບຢ່າງຮຸນແຮງໂດຍບໍ່​ຢູ່​ເໜືອ​ການ​ຄາດ​ຄິດ​ໄວ້, ​ເຂົາ​ເຈົ້າ​ໄດ້​ເວົ້າ​ແບບ​ນັ້ນ​ແບບ​ນີ້ດ້ວຍທ່າທີທີ່ແປກໆກ່ຽວກັບວັກ​ຊີນ​ກັນ​ພະ​ຍາດ​ໂຄວິດ-19 ຂອງຈີນ. ເມື່ອອ່ານຂ່າວເຫຼົ່ານີ້ຢ່າງລະອຽດແລ້ວ​ໄດ້​ພົບວ່າ: ການລາຍງານຂ່າວທີ່ບິດເບືອນຄວາມຈິງເຫຼົ່ານີ້ໄດ້ໃຊ້ຖ້ອຍຄວາມເກົ່າ​ນຳ​ມາ​ເລົ່າ​ຊ້ຳ​ໄປ​ຊ້ຳ​ມາ​ໂດຍ​ໄດ້ມີຄວາມລະແວງສົງໄສວ່າຕົວເລກຂໍ້ມູນດ້ານການທົດລອງວັກ​ຊີນ​ກັນ​ພະ​ຍາດ​ໂຄວິດ-19 ຂອງຈີນບໍ່ຄົບຖ້ວນ,ບໍ່ສາມາດປະເມີນຄວາມປອດໄພໄດ້; ຫຼືໄດ້ໃສ່ຮ້າຍປ້າຍສີຈີນວ່າ​ນຳ​ໃຊ້ວັກ​ຊີນ​ກັນ​ພະ​ຍາດ​ໂຄວິດ-19 ເພື່ອ​ວຽກ​ງານ​ການ​ຕ່າງ​ປະ​ເທດ, ພ້ອມທັງປ່າວຂ່າວວ່າຈີນສວຍໃຊ້ໂອກາດ​ເພື່ອ “ເພີ່ມອິດທິພົນທາງການເມືອງພູ​ມີ​ພາກ”.
 

ແຕ່ທີ່ຈິງແລ້ວ, ກ່ຽວກັບບັນຫາດັ່ງກ່າວ, ຄຳອະທິບາຍຂອງຜູ້ຊ່ຽວຊານດ້ານສາທາລະນະສຸກສາມາດຕອບຄຳຖາມ​ທີ່​ກ່ຽວ​ຂ້ອງ​ໄດ້​ດີ​ຫຼາຍ. ຫຼັງຈາກ​ມີ​ຂ່າວ​ກ່ຽວ​ກັບການປ້ອງກັນ​ພະ​ຍາດ​ຂອງວັກ​ຊີນ​ກັນ​ພະ​ຍາດ​ໂຄວິດ-19 ຂອງກຸ່ມບໍລິສັດການຢາແຫ່ງຊາດຈີນຫຼືຊີໂນຟາມມີປະສິດທິຜົນ 79,34% ແລ້ວ, ທ່ານ ກ່າວເປີນເອີ່ນ ສາສະດາຈານດ້ານສາທາລະນະສຸກຂອງມະຫາວິທະຍາໄລຮົງກົງກ່າວວ່າ: “ຂ້າພະເຈົ້າເຫັນວ່ານີ້ແມ່ນຂ່າວດີທີ່ສຸດຂ່າວໜຶ່ງ. ຜົນການທົດລອງວັກ​ຊີນ​ກັນ​ພະ​ຍາດ​ໂຄວິດ-19 ອື່ນໆກໍແມ່ນເປີດເຜີຍເປັນຂ່າວສັ້ນກ່ອນ, ຈາກນັ້ນບໍ່ເທົ່າໃດອາທິດ,ບົດລາຍງານທີ່ລະອຽດກວ່ານີ້ກໍຈະເປີດເຜີຍອອກມາ.” ກຸ່ມບໍລິສັດການຢາແຫ່ງຊາດກໍ່ໄດ້ກ່າວໃນເວລາຕອບຄຳຖາມກ່ຽວກັບຕົວເລກຂໍ້ມູນໃນວັນທີ 31 ທັນວາປີ 2020 ວ່າ: ຕົວເລກຂໍ້ມູນທີ່ລະອຽດຈະເປີດເຜີຍໃນອີກບໍ່ດົນຕໍ່ໜ້ານີ້, ແລະກໍຈະເປີດເຜີຍຢູ່ເທິງວາລະສານຄົ້ນຄວ້າວິທະຍາສາດທັງພາຍໃນແລະຕ່າງປະເທດ. ສະນັ້ນຈຶ່ງເຫັນໄດ້ວ່າ:ສື່ມວນຊົນຕາເວັນຕົກໄດ້ຮັກສາສອງມາດຖານໃນບັນຫາດຽວກັນມາໂດຍຕະຫຼອດ, “ມີການຜ່ອນສັ້ນຜ່ອນຍາວໃຫ້ກັບຝ່າຍຕົນເອງ,ແຕ່ພັດເຄັ່ງຄັດຕໍ່ຜູ້ອື່ນ”, ສ້າງຂ່າວທີ່ບໍ່ມີບັນຫາໃຫ້ເປັນຂ່າວລືຢ່າງຮຸນແຮງ, ຫາກບໍ່ໄດ້ກ່າວເຖິງຂະບວນການຄົ້ນຄວ້າຜະລິດວັກ​ຊີນ​ກັນ​ພະ​ຍາດ​ໂຄວິດ-19 ຂອງປະເທດຕາເວັນຕົກກໍແມ່ນມີຂັ້ນຕອນເຊັ່ນດຽວກັນ.

ການ​​ໃສ່​ຮ້າຍ​ປ້າຍ​ສີ​ວັກ​ຊີນ​ກັນ​ພະ​ຍາດ​ໂຄວິດ-19 ຂອງຈີນຈາກສື່ມວນ​ຊົນ​​ຕາ​ເວັນ​ຕົກເປັນເລື່ອງທີ່ບໍ່ມີມູນຄວາມຈິງ_fororder_0ShoX2kFxr

ສຳລັບຄວາມລະແວງສົງໄສຂອງສື່ມວນຊົນຕາເວັນຕົກກ່ຽວກັບຄວາມປອດໄພແລະປະສິດທິຜົນຂອງວັກ​ຊີນ​ກັນ​ພະ​ຍາດ​ໂຄວິດ-19, ຍິ່ງແມ່ນຄຳເວົ້າທີ່ໄຮ້ເຫດຜົນທີ່ສຸດ.ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ:ກຸ່ມຄົນທີ່ໄດ້ສັກວັກ​ຊີນ​ກັນ​ພະ​ຍາດ​ໂຄວິດ-19 ລວມທັງໝົດມີຈຳນວນ 4,5 ລ້ານຄົນແລ້ວ,ບໍ່ໄດ້ມີການລາຍງານວ່າມີຜົນຂ້າງຄຽງທີ່ໜັກໜ່ວງ,ສາມາດຜ່ານການກວດສອບແລະຢືນຢັນຈາກປະຫວັດສາດແລະວິທະຍາສາດໄດ້ຢ່າງເດັດຂາດ. ໃນຂະນະດຽວກັນ, ຄວາມປອດໄພຂອງວັກ​ຊີນ​ກັນ​ພະ​ຍາດ​ໂຄວິດ-19 ຂອງຈີນກໍເປັນທີ່ຍອມຮັບແລະເຫັນດີຈາກຫຼາຍປະເທດແລະວົງການວິທະຍາສາດ, ລັດຖະມົນຕີກະຊວງສາທາລະນະສຸກອິນໂດເນເຊຍທີ່ພວມສະໜອງວັກ​ຊີນ​ກັນ​ພະ​ຍາດ​ໂຄວິດ-19 ຂອງຈີນຢູ່ທົ່ວປະເທດຕົນກໍໄດ້ສະແດງຄວາມເຫັນຫຼ້າສຸດໂດຍກົງວ່າ: ປະສິດທິຜົນຂອງວັກ​ຊີນ​ກັນ​ພະ​ຍາດ​ໂຄວິດ-19 ຂອງຈີນແມ່ນດີຫຼາຍ.
 

ເຖິງວ່າການລາຍງານຂ່າວຂອງສື່ມວນຊົນຕາເວັນຕົກທີ່ໃສ່ຮ້າຍປ້າຍສີວັກ​ຊີນ​ກັນ​ພະ​ຍາດ​ໂຄວິດ-19 ຂອງຈີນສາມາດຫຼອກລວງຊາວໂລກໄດ້ຈຳນວນໜຶ່ງກໍຕາມ, ແຕ່ການລາຍງານເຫຼົ່ານີ້ບໍ່ສາມາດສະກັດກັ້ນວັກ​ຊີນ​ກັນ​ພະ​ຍາດ​ໂຄວິດ-19 ຂອງຈີນທີ່ໄດ້ຮັບການຍອມຮັບຢ່າງກວ້າງຂວາງແລະໄດ້ຮັບການຕີລາຄາຢ່າງສູງຈາກປະຊາຄົມໂລກໄດ້. ປັດຈຸບັນ,ໄດ້ມີຫຼາຍສິບປະເທດຕ້ອງການສັ່ງຊື້ວັກ​ຊີນ​ກັນ​ພະ​ຍາດ​ໂຄວິດ-19 ຂອງຈີນ. ຕົວຢ່າງ, ປະເທດມາຣົກໄດ້ດຳເນີນແຜນການສັກວັກ​ຊີນ​ກັນ​ພະ​ຍາດ​ໂຄວິດ-19 ສະບັບໜຶ່ງໃນເດືອນນີ້, ໃນນັ້ນໄດ້ນຳໃຊ້ວັກຊີນຂອງຈີນເປັນສ່ວນຫຼາຍ, ເຈົ້າໜ້າທີ່ກະຊວງສາທາລະນະສຸກມາຣົກກ່າວວ່າ: ມາຣົກມີແຜນຈະນຳໃຊ້ວັກຊີນກັນພະຍາດໂຄວິດ-19 ຂອງກຸ່ມບໍລິສັດການຢາແຫ່ງຊາດຈີນໃຫ້ຫຼາຍກວ່າເກົ່າ.

ການ​​ໃສ່​ຮ້າຍ​ປ້າຍ​ສີ​ວັກ​ຊີນ​ກັນ​ພະ​ຍາດ​ໂຄວິດ-19 ຂອງຈີນຈາກສື່ມວນ​ຊົນ​​ຕາ​ເວັນ​ຕົກເປັນເລື່ອງທີ່ບໍ່ມີມູນຄວາມຈິງ_fororder_eaf81a4c510fd9f95e737573dcc8632d2934a4b5

ຊາວເນັດຫຼາຍຄົນກໍໄດ້ສະແດງການຍອມຮັບຕໍ່ວັກ​ຊີນ​ກັນ​ພະ​ຍາດ​ໂຄວິດ-19 ຂອງຈີນ. ມີຊາວເນັດອາເມຣິກາຄົນໜຶ່ງເວົ້າວ່າ: ໝູ່ຂອງຕົນໄດ້ສັກ ວັກຊີນກັນພະຍາດໂຄວິດ-19 ຂອງກຸ່ມບໍລິສັດການຢາແຫ່ງຊາດຈີນຢູ່ສະຫະລັດອາຣັບເອມີເຣດແລ້ວ, ຫຼັງຈາກເດີນທາງກັບຄືນອາເມຣິກາແລ້ວຜົນການກວດຫາພູມຕ້ານທານພະຍາດເປັນບວກ. ຍັງມີຊາວເນັດຈາກສະຫະລັດອາຣັບເອມີເຣດຜູ້ໜຶ່ງເວົ້າຜ່ານສື່ສັງຄົມອອນລາຍ Twitter ວ່າ: ຕວກກີ, ບຣາຊີນ, ປາກິສະຖານ, ອິນໂດເນເຊຍ, ເປຣູ, ຈີເລ, ສະຫະລັດອາຣັບເອມີເຣດ, ເອຢິບ, ຟີລິບປິນແລະປະເທດອື່ນໆລ້ວນແຕ່ຄອງຄອຍວັກຊີນກັນພະຍາດໂຄວິດ-19 ຈາກຈີນ, ສະນັ້ນຈຶ່ງບໍ່ມີໃຜດອກໄປເຊື່ອຂ່າວລືທີ່ໃສ່ຮ້າຍປ້າຍສີວັກຊີນກັນພະຍາດໂຄວິດ-19 ຂອງຈີນ.

ຄຳ​ເຫັນ

0