覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ອະ​ທິ​ບາຍ​ເນື້ອ​ໃນ​ຈິດ​ໃຈ​ແກນ​ກາງ​ທີ່​ສຳ​ຄັນ​ຂອງກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 5 ຂອງຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19

2021-01-12 16:34:06 cri

ທ່ານ​ສີ​ຈິ້ນ​ຜິງ​ອະ​ທິ​ບາຍ​ເນື້ອ​ໃນ​ຈິດ​ໃຈ​ແກນ​ກາງ​ທີ່​ສຳ​ຄັນ​ຂອງກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 5 ຂອງຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19_fororder_十九届五中全会
 

ຕອນ​ເຊົ້າວັນ​ທີ 11 ມັງ​ກອນ​ປີ 2021ນີ້, ພິ​ທີ​ເປີດ​ຊຸດ​ສຳ​ມະ​ນາສຳ​ລັບພະ​ນັກ​ງານ​ການ​ນຳ​ຕົ້ນ​ຕໍ​​ຂັ້ນແຂວງ​ແລະ​ກະ​ຊວງ​ເພື່ອ​ເຊື່ອມ​ຊຶມ​ແລະ​ຜັນ​ຂະ​ຫຍາຍ​ເນື້ອ​ໃນ​ຈິດ​ໃຈ​​ຂອງກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 5 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19 ໄດ້​ໄຂ​ຂຶ້ນ​ຢູ່​ໂຮງ​ຮຽນ​ທິດ​ສະ​ດີ​​ສູນ​ກາງພັກ(ສະ​ຖາ​ບັນການ​ປົກ​ຄອງ​ແຫ່ງ​ຊາດ)​.  ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດຈີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ​ໃນ​ພິ​ທີ​ດັ່ງ​ກ່າວ​ໂດຍ​ໄດ້​ອະ​ທິ​ບາຍ​ຕື່ມ​ອີກ​ກ່ຽວ​ກັບ​ເນື້ອ​ໃຈ​ຈິດ​ໃຈ​ແກນ​ກາງ​ທີ່​ສຳ​ຄັນ​ຂອງກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 5 ຂອງຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກກອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 19 ຄື: ໄລ​ຍະ​ການ​ພັດ​ທະ​ນາ​ໃໝ່, ທັດ​ສະ​ນະ​ການ​ພັດ​ທະ​ນາ​ໃໝ່​ແລະ​ສະ​ພາບ​ການ​ພັດ​ທະ​ນາ​ໃໝ່. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ:
 

ໄລ​ຍະ​ການ​ພັດ​ທະ​ນາ​ໃໝ່​ຄື:  ພັກ​ເຮົາ​ໄດ້​ນຳ​ພາ​ປະ​ຊາ​ຊົນ​ເຂົ້າ​ສູ່ໄລ​ຍະ​ໃໝ່​ທີ່ກ້າວ​ກະ​ໂດດ​ເປັນ​ຄັ້ງ​ປະ​ຫວັດ​ສາດ​ຈາກ​ການ​ລຸກ​ຢືນ​ຂຶ້ນ, ຮັ່ງ​ມີຂຶ້ນ​ຈົນ​ຮອດ​ເຂັ້ມ​ແຂງ​ຂຶ້ນ. ນີ້​ຄື​ໄລ​ຍະ​ໜຶ່ງ​ໃນ​ໄລ​ຍະ​ເບື້ອງ​ຕົ້ນ​ຂອງ​ສັງ​ຄົມ​ນິ​ຍົມ, ຂະ​ນະ​ດຽວ​ກັນ​ກໍ​ເປັນ​ໄລ​ຍະ​ໜຶ່ງ​ທີ່​ຢືນ​ຢູ່​ຈຸ​ດ​ເລີ່ມ​ຕົ້ນ​ໃໝ່​ພາຍຫຼັງ​ທີ່​ໄດ້​ຜ່ານ​ການ​ສະ​ສົມ​ກຳ​ລັງ​ມາ​ເປັນ​ເວ​ລາຫຼາຍ​ສິບ​ປີ. ໃນ​ນີ້, ຄຳ​ວ່າ “ເຂັ້ມ​ແຂງ”​ເປັນ​ຄຳ​ສັບ​ສຳ​ຄັນ​ແລະ​ຈຸດ​ພິ​ເສດ​ສຳ​ຄັນ​ຂອງ​ໄລ​ຍະໃໝ່.
 

 ທັດ​ສະ​ນະ​ການ​ພັດ​ທະ​ນາ​ໃໝ່​ຄື: ສະ​ແຫວງ​ຫາ​ຄວາມ​ຜາ​ສຸກ​ເພື່ອ​ປະ​ຊາ​ຊົນ, ສະ​ແຫວງ​ຫາ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຄືນ​ໃໝ່​ໃຫ້​ກັບ​ຊົນ​ຊາດ, ນີ້​ເປັນ​ຈຸດ​ເລີ່ມ​ຕົ້ນ​ທັງ​ເປັນຈຸດ​ປະ​ສົງ​​ເປົ້າ​ໝາຍຂອງ​ພັກ​ເຮົາ​ໃນ​ການ​ນຳ​ພາ​ສ້າງປະ​ເທດ​ໃຫ້​ຫັນ​ເປັນ​ທັນ​ສະ​ໄໝ ທັງ​ເປັນ​ຮາກ​ເຫງົ້າ​ແລະ​ຈິດ​ວິນ​ຍານ ຂອງ​ທັດ​ສະ​ນະ​ການ​ພັດ​ທະ​ນາ​ໃໝ່. ການ​ບັນ​ລຸ​ເປົ້າ​ໝາຍ​ຮັ່ງມີ​ຮ່ວມ​ກັນ​ບໍ່​ພຽງ​ແຕ່​ເປັນ​ບັນ​ຫາ​ເສດ​ຖະ​ກິດ​ເທົ່າ​ນັ້ນ, ຍັງ​ເປັນ​ບັນ​ຫາ​ການ​ເມືອງ​ອັນ​ສຳ​ຄັນ​ທີ່​ພົວ​ພັນ​ເຖິງ​ພື້ນ​ຖານ​​ການກຳ​ອຳ​ນາດ​ຂອງ​ພັກ. ຄື​ດັ່ງ​ຄຳ​ບູ​ຮານ​ຈີນ​ທີ່​ກ່າວ​ໄວ້​ວ່າ: “​ວິ​ທີ​ທີ່​ດີ​ໃນ​ການ​ບໍ​ລິ​ຫານ​ປະ​ເທດ, ກໍ​ຕ້ອງ​ເຮັດ​ໃຫ້​ປະ​ຊາ​ຊົນ​ຮັ່ງ​ມີ​ສາ​ກ່ອນ.”
 

ສະ​ພາບ​ການ​ພັດ​ທະ​ນາ​ໃໝ່ຄື:  ສ້າງ​ສະ​ພາບ​ການ​ພັດ​ທະ​ນາ​ໃໝ່​ທີ່​ຖື​ຮອບ​ໝູນ​ວຽນ​ເສດ​ຖະ​ກິດ​ພາຍ​ໃນ​ເປັນ​ຕົ້ນ​ຕໍ ແລະ​ໃຫ້​ຮອບ​ໝູນ​ວຽນ​ເສດ​ຖະ​ກິດ​ທັງ​ພາຍ​ໃນ​ແລະ​ສາ​ກົນຊ່ວຍ​ຊູ​ຍູ້​ໜູນ​ກັນ. ນີ້​ແມ່ນ​​ທາງ​ເລືອກຍຸ​ດ​ທະ​ສາດ​ຂອງ​ຈີນ. ຂໍ​​ກຸນແຈ​ໃນ​ການ​ສ້າງ​ສະ​ພາບ​ການ​ພັດ​ທະ​ນາ​ໃໝ່​ແມ່ນ​​ຂຶ້ນ​ຢູ່​ກັບ​ຮອບ​ໝູນ​ວຽນ​ເສດ​ຖະ​ກິດ​ທີ່​ເຄື່ອນ​ໄຫວ​ຢ່າງ​ໂລ່ງ​ລຽນ​ດີ. ມີ​ພຽງ​ແຕ່​ອີງ​ໃສ່​ສະ​ພາບ​ຕົວ​ຈິງ​ຂອງ​ຕົນ, ເຮັດ​ໃຫ້​ຮອບ​ໝູ​ນ​ວຽນ​ເສດ​ຖະ​ກິດ​ພາຍ​ໃນ​ສາ​ມາດ​ເຄື່ອນ​ໄຫວ​​ໄດ້ຢ່າງ​ໂລ່ງ​ລຽນ​ດີ​ເທົ່າ​ນັ້ນ ຈິ່ງ​ຈະ​ສາ​ມາດ​ຍືນ​ຍົງ​ຄົງ​ຕົວ​ແລະ​ພັດ​ທະ​ນາ​ຕໍ່​ໄປ​ໄດ້​ຢ່າງ​ມີ​ຊີ​ວິດ​ຊີ​ວາ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ບໍ່​ວ່າ​ສະ​ຖານ​ະ​ການ​ສາ​ກົນ​ຈະ​ຜັນ​ແປ​ໄປ​ແນວ​ໃດ​ກໍ​ຕ​າມ. 

ຄຳ​ເຫັນ

0