尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ໂດໂນ ທຣຳ ຕົກຢູ່ໃນສະພາບຄວາມຫຍຸ້ງຍາກແຫ່ງ “ປະຊາທິປະໄຕແບບອາເມຣິກາ”

2021-01-12 17:54:08 cri

ທ່ານ ໂດໂນ ທຣຳ ຕົກຢູ່ໃນສະພາບຄວາມຫຍຸ້ງຍາກແຫ່ງ “ປະຊາທິປະໄຕແບບອາເມຣິກາ”_fororder_1000


ຈາກເຫດການປະຊາຊົນອາເມຣິກາປະທ້ວງແລະບຸກເຂົ້າອາຄານລັດຖະສະພາອາເມຣິກາທີ່ເກີດຂຶ້ນໃນວັນທີ 6 ມັງກອນນີ້ຈົນຮອດປັດຈຸບັນ, ເວລາຜ່ານໄປເກືອບ 1 ອາທິດແລ້ວ, ທຸກສິ່ງທຸກຢ່າງໃນລັດຖະສະພາອາເມຣິກາໄດ້ຟື້ນຟູສູ່ສະພາບປົກກະຕິ,ແຕ່ວ່າການເຄື່ອນໄຫວດ້ວຍກຳລັງຮຸນແຮງຄັ້ງນີ້ຍັງມີຜົນສະທ້ອນຕາມມາຫຼາຍຄືເກົ່າ.
 

ຫຼັງຈາກເກີດເຫດດັ່ງກ່າວແລ້ວ, ເລກບັນຊີສື່ສັງຄົມອອນລາຍຂອງທ່ານ ໂດໂນ ທຣຳ ປະທານາທິບໍດີອາເມຣິກາໄດ້ຖືກສື່ສັງຄົມອອນລາຍຕ່າງໆເຊັ່ນ:“Facebook” “Instagram” “Twitter” ແລະສື່ສັງຄົມອອນລາຍແຫ່ງອື່ນໆຫ້າມນຳໃຊ້, ຄຳເວົ້າຂອງທ່ານຢູ່ເທິງສື່ສັງຄົມອອນລາຍກໍໄດ້ຖືກໝາຍວ່າເປັນ “ການຍຸຍົງກໍ່ຄວາມຮຸນແຮງ”ເຊັ່ນກັນ, ເວົ້າສຳລັບທ່ານ ໂດໂນ ທຣຳ ເຊິ່ງແມ່ນຜູ້ທີ່ມັກບໍລິຫານປະເທດຜ່ານທາງສື່ສັງຄົມອອນລາຍແລ້ວ, ນີ້ແມ່ນເລື່ອງທີ່ອັບອາຍຂາຍໜ້າໂດຍບໍ່ຕ້ອງສົງໄສ. ເພາະວ່າ, ທ່ານບໍ່ສາມາດໂຄສະນາແລະເຜີຍແຜ່ຕົນເອງຜ່ານສັງຄົມອອນລາຍໄດ້ອີກແລະກໍບໍ່ສາມາດປຸກລະດົມຜູ້ສະໜັບສະໜູນຕົນເອງໃຫ້ເຄື່ອນໄຫວເຮັດວຽກເພື່ອທ່ານໄດ້ອີກ.
 

ໃນ 4 ປີຜ່ານມາ, ທ່ານ ໂດໂນ ທຣຳ ປະທານາທິບໍດີອາເມຣິກາໄດ້ເຜີຍແຜ່ “ຂໍ້ມູນຂ່າວສານປອມຫຼືຂໍ້ມູນບິດເບືອນ” ທັງໝົດ 18.000 ກວ່າສະບັບຢູ່ເທິງສື່ສັງຄົມອອນລາຍ, ໃນນັ້ນມີຫຼາຍກວ່າ 3.300 ສະບັບແມ່ນໄດ້ເຜີຍແຜ່ຢູ່ເທິງ“Twitter”. ໂດຍສະເພາະຫຼັງຈາກໄດ້ເປີດເຜີຍຜົນການເລືອກຕັ້ງທົ່ວໄປໃນປີກາຍນີ້ແລ້ວ, ທ່ານເຄີຍຮຽກຮ້ອງໃຫ້ຜູ້ສະໜັບສະໜູນຢູ່ເທິງ“Twitter”ບໍ່ຍອມຮັບແລະຄັດຄ້ານດ້ວຍ “ການເຄື່ອນໄຫວປະທ້ວງ” ຫຼາຍຄັ້ງ,ແລະໄດ້ຮຽກຮ້ອງໃຫ້ເຂົາເຈົ້າເດີນຂະບວນປະທ້ວງຢູ່ວໍຊິງຕັນ,ຈຶ່ງພາໃຫ້ເກີດມີເຫດການຜູ້ປະທ້ວງບຸກເຂົ້າອາຄານລັດຖະສະພາອາເມຣິກາ.

ທ່ານ ໂດໂນ ທຣຳ ຕົກຢູ່ໃນສະພາບຄວາມຫຍຸ້ງຍາກແຫ່ງ “ປະຊາທິປະໄຕແບບອາເມຣິກາ”_fororder_1000 (1)

ໃນ 4 ປີຜ່ານມາ, ທ່ານ ໂດໂນ ທຣຳ ໄດ້ໃຊ້ສິດເສລີຂອງຕົນຢູ່ເທິງສື່ສັງຄົມອອນລາຍແຫ່ງຕ່າງໆດ້ວຍການກ່າວຖ້ອຍຄວາມຕາມລຳພັງໃຈຢູ່ເລື້ອຍໆ, ສ່ວນເຈົ້າຂອງສື່ສັງຄົມອອນລາຍເຫຼົ່ານີ້ກໍບໍ່ໄດ້ເອົາຫົວຊາແລະຕິດຕາມຄຳເວົ້າຂອງທ່ານເລີຍ,ຈົນວ່າໄດ້ເກີດເຫດການທີ່ທຳລາຍພາບພົດຂອງອາເມຣິກາທີ່ຕັ້ງຕົນເປັນ “ຫໍປະພາຄານແຫ່ງປະຊາທິປະໄຕ” ໃນຄັ້ງນີ້, ແລະໄດ້ເກີດມີບັນຍາກາດທີ່ຖືເອົາການຄັດຄ້ານທ່ານ ໂດໂນ ທຣຳເປັນສິ່ງທີ່ຖືກຕ້ອງທາງດ້ານການເມືອງແລ້ວ, ສື່ສັງຄົມອອນລາຍແຫ່ງຕ່າງໆຂອງອາເມຣິກາຕ່າງກໍໄດ້ສັ່ງຫ້າມການນຳໃຊ້ເລກບັນຊີໃນສື່ສັງຄົມອອນລາຍຂອງທ່ານປະທານາທິບໍດີ, ຕັດສິດເສລີພາຍໃນການປາກເວົ້າຂອງຜູ້ນຳສູງສຸດແຫ່ງຊາດອາເມຣິກາທ່ານນີ້. ອາດເວົ້າໄດ້ວ່າ, ນີ້ແມ່ນການກະທຳສຽດສີຄັ້ງໃຫຍ່ອີຫຼີໃນອາເມຣິກາທີ່ຖືສິດໃນທາງປາກເວົ້າເປັນສິ່ງສຳຄັນ.
 

ເພື່ອສ້າງຄວາມສະອາດປອດໃສຕໍ່ຄວາມລະແວງສົງໄສຕົນເອງທີ່ເປັນມືມືດຢູ່ເບື້ອງຫຼັງຂອງເຫດການບຸກເຂົ້າອາຄານລັດຖະສະພາ, ທ່ານ ໂດໂນ ທຣຳ ໄດ້ປະຖິ້ມຜູ້ສະໜັບສະໜູຕົນເອງ. ທ່ານໄດ້ກ່າວປະນາມການກະທຳທີ່ບຸກຍຶດອາຄານລັດຖະສະພາດ້ວຍກຳລັງຮຸນແຮງໃນເວລາທ່ານກ່າວຄຳປາໄສໃນຕອນຄ່ຳຂອງວັນທີ 8 ມັງກອນນີ້, ທ່ານຍັງໄດ້ອອກຄຳສັ່ງໃຫ້ຊັກ ທຸງຊາດອາເມຣິກາລົງເຄິ່ງເສົາ,ເພື່ອສະແດງຄວາມເຄົາລົບຕຳຫຼວດສອງຄົນທີ່ເສຍຊີວິດໃນເຫດການປະທະກັນ, ໃນທີ່ສຸດທ່ານກໍໄດ້ປະຖິ້ມຜູ້ສະໜັບສະໜູນຕົນ,ແຕ່ວ່າການກະທຳແບບນີ້ບໍ່ສາມາດແກ້ໄຂສະພາບຄວາມຫຍຸ້ງຍາກຂອງທ່ານໄດ້ໃນຂະນະນີ້.
 

ວັນທີ 11 ມັງກອນນີ້, ສະມາຊິກພັກປະຊາທິປະໄຕໃນສະພາຕ່ຳຂອງອາເມຣິກາໄດ້ຍື່ນຍັດຕິຖອດຖອນທ່ານ ໂດໂນ ທຣຳ ປະທານາທິບໍດີອາເມຣິກາຢ່າງເປັນທາງການແລະໄດ້ກ່າວຟ້ອງທ່ານວ່າເປັນຜູ້ “ຍຸຍົງກໍ່ໃຫ້ເກີດການກະບົດ”. ເຖິງວ່າຂໍ້ກ່າວຟ້ອງນີ້ຍາກທີ່ຈະໄດ້ຜ່ານການຮັບຮອງໃນໄລຍະເວລາທີ່ເຫຼືອສັ້ນໆທີ່ທ່ານຍັງດຳລົງຕຳແໜ່ງປະທານາທິບໍດີຢູ່ກໍຕາມ, ແຕ່ຂໍ້ກ່າວຟ້ອງໃນຕໍ່ໜ້ານີ້ອາດຈະເຮັດໃຫ້ທ່ານ ໂດໂນ ທຣຳ ບໍ່ສາມາດໄດ້ຮັບຕຳແໜ່ງລັດຖະການໃດໆຢູ່ອາເມຣິກາໄດ້ອີກ ເຊິ່ງນີ້ກໍໝາຍຄວາມວ່າທ່ານໄດ້ສິ້ນສຸດຊີວິດທາງການເມືອງໂດຍອັດຕະໂນມັດ.
 

ເລກບັນຊີສື່ສັງຄົມອອນລາຍຂອງຜູ້ນຳອາເມຣິກາຖືກສັ່ງໃຫ້ຢຸດຕິການນຳໃຊ້ເຮັດໃຫ້ອາເມຣິກາຕົກຢູ່ໃນສະພາເປັນໜ້າອັບອາຍແຫ່ງ “ປະຊາທິປະໄຕແບບອາເມຣິກາ”, ເຮັດໃຫ້ຊາວໂລກໄດ້ຮັບຮູ້ຢ່າງຈະແຈ້ງວ່າ: ຄຳວ່າ “ປະຊາທິປະໄຕແບບອາເມຣິກາ” ພຽງແຕ່ແມ່ນ “ຜ້າປົກປິດຄວາມລັບທາງການເມືອງ”ເທົ່ານັ້ນ, ເມື່ອຜະເຊີນໜ້າກັບຜົນປະໂຫຍດໃນທາງການເມືອງ, ປະຊາທິປະໄຕແບບອາເມຣິກາຈຶ່ງບໍ່ມີຄຸນຄ່າຫຍັງເລີຍ.

ຄຳ​ເຫັນ

0