ວັນທີ 11 ມັງກອນນີ້, ກົມຕິດຕາມຄຸ້ມຄອງອາຫານແລະຢາແຫ່ງຊາດອິນໂດເນເຊຍໄດ້ປະກາດວ່າ: ຈະມອບໃບອະນຸຍາດນຳໃຊ້ດ່ວນໃຫ້ແກ່ວັກຊິນພະຍາດໂຄວິດ-19 ທີ່ບໍລິສັດຊິນໂນແວກຈີນຄົ້ນຄວ້າຜະລິດ, ນີ້ແມ່ນອິນໂດເນເຊຍມອບໃບອະນຸຍາດນຳໃຊ້ວັກຊິນພະຍາດໂຄວິດ-19 ໃຫ້ບໍລິສັດຕ່າງປະເທດເປັນຄັ້ງທຳອິດ. ກ່ອນໜ້ານີ້, ໃນວັນທີ 3 ມັງກອນນີ້, ອິນໂດເນເຊຍກໍໄດ້ເລີ່ມສັກວັກຊິນພະຍາດໂຄວິດ-19 ຂອງບໍລິສັດຊິນໂນແວກຂອງຈີນ ໃນຂອບເຂດທົ່ວປະເທດຕົນແລ້ວ, ອາທິດແລ້ວນີ້, ທ່ານໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍໄດ້ຢືນຢັນວ່າ: ຈະສັກວັກຊິນພະຍາດໂຄວິດ-19 ໃຫ້ແກ່ພົນລະເມືອງປະເທດຕົນ.
ພາຍຫຼັງວັກຊິນຫຼາຍປະເທດໄດ້ຮັບໃບອະນຸຍາດນຳໃຊ້ດ່ວນ ຫຼືໃບນຳໃຊ້ຊົ່ວຄາວແລ້ວ, ເປັນຫຍັງ, ອິນໂດເນເຊຍຈິ່ງເລືອກໃຊ້ວັກຊິນຂອງຈີນ? ເຫດຜົນມີດັ່ງນີ້:
ກ່ອນອື່ນ: ວັກຊິນຂອງບໍລິສັດຊິນໂນແວກຖືກຢືນຢັນວ່າ ມີປະສິດທິຜົນທີ່ດີ. ການທົດລອງທາງຄລີນິກໄລຍະ 3 ຂອງວັກຊິນຊະນິດນີ້ ໄດ້ດຳເນີນພ້ອມກັນຢູ່ນະຄອນຊາວປາວໂລຂອງບຣາຊິນ, ຕວກກີ ແລະ ນະຄອນບັນດົງຂອງອິນໂດເນເຊຍ. ອິນໂດເນເຊຍໄດ້ເປັນພິຍານໃຫ້ແກ່ຂະບວນການທົດລອງວັກຊິນຊະນິດນີ້, ຜົນການທົດລອງຢູ່ອິນໂດເນເຊຍໄດ້ຢືນຢັນວ່າ: ວັກຊິນຊະນິດນີ້ ໄດ້ບັນລຸປະສິດທິຜົນ 65,3%, ສູງກວ່າ 50% ທີ່ເປັນມາດຕະຖານຂອງອົງການອະນາໄມໂລກ ແລະ ບໍ່ມີຜົນຂ້າງຄຽງຢູ່ໃນການທົດລອງທາງຄລີນິກ. ດັ່ງນັ້ນ, ອິນໂດເນເຊຍຈິ່ງເຫັນວ່າ ວັກຊິນຂອງບໍລິສັດຊິນໂນແວກປອດໄພດີ ແລະ ມີປະສິດທິຜົນ.
ສອງ: ເງື່ອນໄຂເກັບຮັກສາວັກຊິນຂອງບໍລິສັດຊິນໂນແວກ “ຢູ່ລະຫວ່າງ 2 ຫາ 8 ອົງສາ”. ເມື່ອທຽບໃສ່ວັກຊິນຊະນິດອື່ນ ທີ່ຕ້ອງເກັບຮັກສາໃນອຸນຫະພູມລົບ 70 ອົງສາແລ້ວ, ວັກຊິນບໍລິສັດດັ່ງກ່າວເກັບຮັກສາໄດ້ງ່າຍກວ່າ ເຊິ່ງສາມາດຫຼຸດຕົ້ນທຶນຂົນສົ່ງໃຫ້ໜ້ອຍລົງ, ເຮັດໃຫ້ວັກຊິນຖືກຂົນສົ່ງໄປເຖິງຈຸດສັກວັກຊິນຕ່າງໆໄດ້ໄວກວ່າ ແລະ ສັກວັກຊິນກໍໄດ້ໄວກວ່າ.
ສາມ: ໃນຖານະເປັນປະເທດທີ່ເຊື່ອຖືສາສະໜາອິສລາມ, ສະພາແຫ່ງຊາດອິນໂດເນເຊຍ ໄດ້ຜ່ານການຮັບຮອງກົດໝາຍອິສລາມວ່າດ້ວຍການຢືນຢັນສິນຄ້າ ໂດຍລະບຸວ່າ: ສິນຄ້າທຸກຊະນິດຢູ່ພາຍໃນປະເທດອິນໂດເນເຊຍ ຕ້ອງໄດ້ຮັບການຢືນຢັນຕາມກົດໝາຍອິສລາມ ກ່ອນວັນທີ 17 ຕຸລາປີ 2019. ສ່ວນໃນວັນທີ 26 ພະຈິກປີ 2020, ທ່ານນາງເປນນີ ລູກິດ ຫົວໜ້າກົມຕິດຕາມຄຸ້ມຄອງອາຫານແລະຢາແຫ່ງຊາດອິນໂນເນເຊຍ ໄດ້ຢືນຢັນຢ່າງເປັນທາງການວ່າ: ວັກຊິນຂອງບໍລິສັດຊິນໂນແວກຂອງຈີນ ແມ່ນສອດຄ່ອງກັບກົດໝາຍອິສລາມວ່າດ້ວຍການຢືນຢັນສິນຄ້າ. ນີ້ກໍອາດຈະເປັນໜຶ່ງໃນປັດໄຈສຳຄັນ ທີ່ຊຸກຍູ້ໃຫ້ອິນໂດເນເຊຍເລືອກໃຊ້ວັກຊິນບໍລິສັດຊິນໂນແວກຈີນ.
ໃນໄລຍະມໍ່ໆມານີ້, ພະຍາດໂຄວິດ-19 ໄດ້ແຜ່ລະບາດຢູ່ອິນໂດເນເຊຍນັບມື້ນັບຮ້າຍແຮງ, ຜູ້ຖືກບົ່ງມະຕິເປັນພະຍາດດັ່ງກ່າວໄດ້ເພີ່ມຂຶ້ນເລື້ອຍໆ. ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ອິນໂດເນເຊຍໄດ້ເລີ່ມປະຕິບັດມາດຕະການປ້ອງກັນພະຍາດທີ່ເຂັ້ມງວດກວ່າເກົ່າ. ວັກຊິນຂອງບໍລິສັດຊິນໂນແວກໄດ້ຮັບການອະນຸມັດ ແລະ ຈະຖືກນຳໃຊ້ຢູ່ອິນໂດເນເຊຍຢ່າງເປັນທາງການ ເຊິ່ງຈະນຳເອົາຄວາມຫວັງມາໃຫ້ແກ່ອິນໂດເນເຊຍ ໃນການຄວບຄຸມສະພາບການແຜ່ລະບາດຂອງພະຍາດໂຄວິດ-19. ວັກຊິນຂອງບໍລິສັດຊິນໂນແວກໄດ້ຮັບຄວາມຮັບຮອງຈາກລັດຖະບານອິນໂດເນເຊຍ ກໍໄດ້ພິສູດໃຫ້ເຫັນເຖິງຄວາມປອດໄພ ແລະ ປະສິດທິຜົນຂອງວັກຊິນຈີນອີກຄັ້ງໜຶ່ງ.
ຄຳເຫັນ
0