覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄວາມ​ໝາຍ​ອັນ​ເລິກ​ເຊິ່ງ​ຂອງ​ຄຳ​ວ່າ “ການຫຼຸດ​ພາ​ລະໃຫ້​ຂັ້ນ​ຮາກ​ຖານ” ສຳ​ນວນ​ເດັ່ນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ

2021-01-15 15:56:34 cri

ຄວາມ​ໝາຍ​ອັນ​ເລິກ​ເຊິ່ງ​ຂອງ​ຄຳ​ວ່າ “ການຫຼຸດ​ພາ​ລະໃຫ້​ຂັ້ນ​ຮາກ​ຖານ” ສຳ​ນວນ​ເດັ່ນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ_fororder_webwxgetmsgimg
 

   ເວົ້າ​ສຳ​ລັບ ຄຳ​ວ່າ “ຫຼຸດ​ພາ​ລະ”​ມັນ​ບໍ່​ແມ່ນ​ສັບ​ໃໝ່​​ຢູ່​ຈີນ, ແຕ່ຄຳ​ວ່າ “ການຫຼຸດ​ພາ​ລະ​ໃຫ້​ຂັ້ນ​ຮາກ​ຖານ”​ພັດ​ແມ່ນ​ຄຳ​ສັບ​ໃໝ່​ທີ່​ເຫີ່​ກັນໃນ​ໄລ​ຍະ​ສອງ​ປີ​ຜ່ານ​ມາ​ນີ້.
 

   ໃນ ທ້າຍ​ປີ 2018, ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໃຫ້​ທິດ​ຊີ້​ນຳ​ອັນ​ສຳ​ຄັນໂດຍ​ເນັ້ນ​ວ່າ ປີ 2019 ຕ້ອງ​ແກ້​ໄຂ​ບັນ​ຫາ​ລັດ​ທິ​ຮູບການ​ທີ່​​ສ້າງ​ຄວາມເດືອດ​ຮ້ອນ​ໃຫ້​ຂັ້ນ​ຮາກ​ຖານ​​ໃຫ້​ໄດ້ຈຳ​ນວນ​ໜຶ່ງ​ເພື່ອຫຼຸດ​ພາ​ລະ​ໃຫ້​ຂັ້ນ​ຮາກ​ຖານ​ຢ່າງ​ແທ້​ຈິງ. ຫຼັງ​ຈາກ​ນັ້ນ, ​ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ກຳ​ນົດ​ເອົາ​ປີ 2019 ເປັນ “ປີຫຼຸດ​ພາ​ລະ​ໃຫ້​ຂັ້ນ​ຮາກ​ຖານ”​ປີ​ທຳ​ອິດ​ຂອງ​ຈີນ. ປີ 2020, ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຈີນ​ທີ່​ມີ​ສະ​ຫາຍ​ສີ​ຈິ້ນ​ຜິງ​ເປັນ​ແກນ​ນຳ​ໄດ້​ລົງ​ເລິກ​ເປີດກວ້າງວຽກ​ງານຫຼຸດ​ພາ​ລະ​ໃຫ້ຂັ້ນ​ຮາກ​ຖານ​ຢ່າງ​ຕໍ່​ເນື່ອງ.
 

ແນ່ນອນ​ແລ້ວ, ການຫຼຸ​ດ​ພາ​ລະ​ບໍ່​ໄດ້​ໝາຍ​ເຖິງ​ການຫຼຸດ​ປະ​ລິ​ມານ​ໜ້າ​ວຽກ, ຫາກ​ແມ່ນຫຼຸດ​ພາ​ລະ​ທີ່​ລັດ​ທິ​ຮູບ​​ການ​ແລະ​ລັດ​ທິ​ອາ​ຍາ​ສິດ​ໄດ້​ສ້າງ​ໄວ້​ໃຫ້​ພະ​ນັກ​ງານ​ຂັ້ນ​ຮາກ​ຖານ ​ທັງ​ນີ້​ກໍເພື່ອ​ເຮັດ​ໃຫ້​ເຂົາ​ເຈົ້າ​ສາ​ມາດ​ທຸ້ມ​ເທ​ເຫື່ອ​ແຮງ​ແລະ​ສະ​ຕິ​ປັນ​ຍາ​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​ໃຫ້ຫຼາຍກວ່າ​ເກົ່າ. ເຊິ່ງ​ມາດ​ຕະ​ການ​ທີ່​ກ່ຽວ​ຂ້ອງ​ມີ​ດັ່ງ​ນີ້:
 

ໜຶ່ງ​ແມ່ນ​ປ່ຽນ​ແປງ​ແບບ​ແຜນ​ວິ​ທີ​ເຮັດ​ວຽກ​ແບບ​ອາ​ຍາ​ສິດ​​ທີ່​ອອກ​ຄຳ​ສັ່ງ​ຕາມ​ລຳ​ພັງ​ໃຈ. ​ບາງອົງ​ການ​ຂັ້ນ​ເທິງ​ມັກ​ຈະ​ອອກ​ຄຳ​ສັ່ງ​ໃຫ້​ຂັ້ນ​ຮາກ​ຖານ​ເລື້ອຍໆ, ບາງ​ພາກ​ສ່ວນ​ເມື່ອ​ຄິດ​ພໍ້​ແນວ​ຄວາມ​ຄິດ​ໃດ​ກໍ​ອອກ​ແຈ້ງ​ການ,ຈັດ​ກອງ​ປະ​ຊຸມ​ແລະ​ກຽມ​ເອ​ກະ​ສານ​ລາຍ​ງານ​ເລີຍ, “ຂັ້ນ​ເທິງ​ພຽງ​ເວົ້າ​ຄຳ​ໃດ​ໜຶ່ງ, ຂັ້ນ​ລຸ່ມ​ກໍ​ຟ້າວ​ແລ່ນ​ວຽກ​ນັ້ນ​ເມື່ອຍ​ເກືອບ​ຂາ​ປັ່ນ”  ວິ​ທີ​ການ​ປະ​ຕິ​ບັດ​ງານ​ເຫຼົ່າ​ນີ້​ເບິ່ງ​ແລ້ວ​ຄື​ວ່າ​ເພື່ອ​ຊຸກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​, ​ແຕ່ໃນ​ຄວາມ​ເປັນ​​ຈິງ​ແລ້ວ​ແມ່ນ​ເປັນ​ບັນ​ຫາ​ລັດ​ທິ​ອາ​ຍາ​ສິດ.
 

ສອງ​ແມ່ນຫຼຸດ​ຜ່ອນ​ບັນ​ຫາ​ລັດ​ທິ​ຮູບການ​ໃນ​ການ​ຈັດ​ກອງ​ປະ​ຊຸມ​​,​​ໃຫ້​ຂັ້ນ​ລຸ່ມມອບ​ເອ​ກະ​ສານ​ລາຍ​ງານ​ຢ່າງ​ລຽນ​ຕິດເປັນ​ຈຳ​ນວນຫຼວງຫຼາຍ​ປານປານ​ກັບ​ພູ​ເອ​ກະ​ສານ​ແລະ​ທະ​ເລກອງ​ປະ​ຊຸມ​ເປັນ​ຕົ້ນ.  ລັດ​ທິ​ຮູບ​​ການ​ໄດ້​ພາ​ໃຫ້​ເກີດ​ບັນ​ຫາ​ຫຍໍ້​ທໍ້​ຕ່າງໆ​ຢູ່​ຂັ້ນ​ຮາກ​ຖານ​​ເຊັ່ນ: ບໍ່​ມີ​ເວ​ລາ​ເຮັດ​ວຽກ​ຕົວ​ຈິງ, ຈິ່ງລາຍ​ງານ​ຂໍ້​ມູນ​ເອ​ກະ​ສານ​ປອມຫຼື​ ສ້າງ​ພາບ​ລວງ​ຕາ​ຂັ້ນ​ເທິງ ເປັນ​ຕົ້ນ.
 

ສາມ,ຄັນ​ຢ​າກຫຼຸດ​ພາ​ລະ​ໃຫ້​ຂັ້ນ​ຮາກ​ຖານ​ກໍ​ຕ້ອງ​ກ້າ​ປ່ຽນ​ແປງວິ​ທີ​ກວດ​ກາ​ກວດ​ສອບ​​ວຽກ​ງານ​ໂດຍ​ອາ​ໃສການກວດ​ບັນ​ຊີ​ວຽກ​ງານ,​ຂໍ້​ມູນ ແລະ​ອື່ນໆຄື​​ທີ່​ໄດ້​ປະ​ຕິ​ບັດ​ຜ່ານ​ມາ. ​ໃຫ້​ພະ​ນັກ​ງານ​ອົງ​ການ​ຂັ້ນ​ເທິງ​ລົງ​ໄປ​ສຳຫຼວດກວດ​ເບິ່ງ​ໃນ​ພື້ນ​ທີ່​ຕົວ​ຈິງ, ​ເຂົ້າ​ຫາ​ປະ​ຊາ​ຊົນຢ່າງໃກ້​ຊິດ​ຕິດ​ແທດ,​ນຳ​ໃຊ້​ຄວາມ​ເພິ່ງ​ພໍ​ໃຈ​ຂອງ​ປະ​ຊາ​ຊົນ​ເປັນ​ມາດ​ຕະ​ຖານ​ໃນ​ການກວດ​ສອບວຽກ​ງານ​ຂອງ​ໜ່ວຍ​ງານ​ໃດ​ໜຶ່ງ.
 

 ເດືອນ​ກັນ​ຍາ​ປີ 2020, ຫ້ອງວ່າ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ສຳຫຼວດແລະ​ຄົ້ນ​ຄວ້າ​​ກ່ຽວ​ກັບສະ​ພາບ​ການ​ປະ​ຕິ​ບັດ​ວຽກ​ງານ​ຕິດ​ຕາມ​ການ​ແກ້​ໄຂ​ບັນ​ຫາ​ລັດ​ທິ​ຮູບ​​ການ​ເພື່ອຫຼຸດ​ພາ​ລະ​ໃຫ້ຂັ້ນ​ຮາກ​ຖານ ເຊິ່ງ​ຜົນ​ການ​ສຳຫຼວດ​ແບບ​ສອບຖາມ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ພະ​ນັກ​ງານ 85% ຂຶ້ນ​ໄປ​ເຫັນ​ວ່າ ພາ​ລະ​ທີ່​ເກີດ​ຈາກ​ລັດ​ທິ​ອາ​ຍາ​ສິດ​ໄດ້ຫຼຸ​ດ​ໜ້ອຍ​ລົງ​ຢ່າງ​ຕໍ່​ເນື່ອງ.  ສິ່ງ​ທີ່​​ອຸດ​ຕັນ​ການ​ປະ​ຕິ​ບັດ​ພາ​ລະ​ກິດ​ຂອງ​ພະ​ນັກ​ງານ​ຂັ້ນ​ຮາກ​ຖານນັ້ນ​ໄດ້​ຮັບ​ການ​ແກ້​ໄຂ​, ບັນ​ຫາ​ຕ່າງໆ​​ຢູ່​ຮາກ​ຖານໄດ້​ຮັບ​ການ​ແກ້​ໄຂ​ໄດ້ຫຼາຍກວ່າ​ເກົ່າ, ຄວາມ​ຫຍຸ້ງ​ຍາກ​ຢູ່​ຂັ້ນ​ຮາກ​ຖານກໍ​ໄດ້​ຮັບ​ການ​ແກ້​ໄຂໄດ້ຫຼາຍກວ່າ​ເກົ່າເຊັ່ນ​ກັນ.
 

 ການຫຼຸດ​ພາ​ລະ​ໃຫ້​ພະ​ນັກ​ງານ​ຂັ້ນ​ຮາກ​ຖານ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​ວ່າ ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເອົາ​ໃຈ​ໃສ່​ຂັ້ນ​ຮາກ​ຖານ, ຮັກ​ແພງ​ພະ​ນັກ​ງານ​ຢ່າງ​ເລິກ​ເຊິ່ງ ທັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ມີ​ຄວາມ​ຕັດ​ສິນ​ໃຈ​ອັນ​ເດັດ​ດ່ຽວ​ໜຽວ​ແໜ້ນ​ໃນ​ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານ, ສຸມ​ຄວາມ​ພະ​ຍາ​ຍາມ​ສຸດ​ຂີດ​ໃນ​ການ​ກໍ່​ສ້າງ​ແບບ​ແຜນ​ວິ​ທີ​ເຮັດ​ວຽກ​ຢ່າງ​ບໍ່​ລົດ​ລະ, ແລະ​ໄດ້​ກຳ​ນົດ​ທິດ​ທາງ​ເຮັດ​ແທ້​ທຳ​ຈິງ​​ໃນ​ການຫຼ​ດ​ພາ​ລະ​ໃຫ້​ຂັ້ນ​ຮາກ​ຖານ, ປຸກ​ລະ​ດົມ​ໃຫ້​ພະ​ນັກ​ງານ​ທັງຫຼາຍກ້າ​ຮັບ​ຜິດ​ຊອບ​ກ້າ​ສ້າງ​ຜົນ​ງານ.  ກ່ຽວ​ກັບ​ການຫຼຸດ​ພາ​ລະໃຫ້ຂັ້ນ​ຮາກ​ຖານ​ຂອງ​ຈີນ, ທ່ານ​ມີ​ຄວາມ​ເຫັນ​ແນວ​ໃດ​ແດ່ ຍິນ​ດີ​ຕ້ອ​ນ​ຮັບ​ທ່ານ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ.

 

ຄຳ​ເຫັນ

0