ແຕ່ປີ 2003 ຫາປີ 2007, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ບ້ານເຊ້ຍຈ່ຽງແຂວງເຈີ້ຈ່ຽງຫຼາຍເທື່ອ, ທັງໃຫ້ທິດຊີ້ນຳສຳຄັນເພື່ອ ຫຼຸດຜ່ອນຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີໃຫ້ແກ່ບ້ານເຊ້ຍຈ່ຽງ. ໃນໄລຍະນັ້ນ, ທ່ານຈ່ຽງຢິນຊຽງ ເລຂາໜ່ວຍພັກບ້ານເຊ້ຍຈ່ຽງໄດ້ມີໂອກາດແລກປ່ຽນຄວາມຄິດຄວາມເຫັນກັບທ່ານສີຈິ້ນຜິງຫຼາຍທີ່ສຸດ. ທ່ານຈ່ຽງຢິນຊຽງໄດ້ເລົ່າເລື່ອງໜຶ່ງທີ່ເຄີຍຮ່ວມວຽກຢ່າງໃກ້ຊິດກັບທ່ານສີຈິ້ນຜິງ.
ວັນທີ 4 ຕຸລາ ປີ 2004, ທ່ານສີຈິ້ນຜິງ ເລຂາຄະນະພັກແຂວງເຈີ້ຈ່ຽງໃນເວລານັ້ນໄດ້ໄປສຳຫຼວດວຽກງານຢູ່ເມືອງຊຸນອ່ານນຳສະຫາຍການນຳຈາກສູນກາງ. ໃນເວລາ 21 ໂມງ, ທ່ານສີຈິ້ນຜິງໄດ້ຍາດເວລາຈັດກອງປະຊຸມສຳມະນາກ່ຽວກັບວຽກງານພັດທະນາບ້ານເຊ້ຍຈ່ຽງໃນບາດກ້າວຕໍ່ໄປ.
ຫຼັງຈາກພະນັກງານມາຄົບໜ້າຄົບຕາກັນແລ້ວ, ທ່ານສີຈິ້ນຜິງໄດ້ກ່າວຄຳຂໍອະໄພກ່ອນວ່າ: “ຂໍອະໄພເດີ, ເດິກດື່ມປານນີ້ແລ້ວຍັງຈຳເປັນຕ້ອງເອີ້ນພວກສະຫາຍມາປຶກສາວຽກງານ.”
ຍ້ອນວ່າເຈົ້າໜ້າທີ່ການນຳທາງເມືອງ ແລະ ຕາແສງລ້ວນແຕ່ໄດ້ເຂົ້າຮ່ວມກອງປະຊຸມ, ທ່ານຈ່ຽງຢິນຊຽງ ແລະ ພະນັກງານການນຳຂອງບ້ານກໍໄດ້ນັ່ງຢູ່ດ້ານຫຼັງຕາມຄວາມຊິນເຄີຍ. ທ່ານສີຈິ້ນຜິງເຫັນແລ້ວຈຶ່ງໄດ້ເອີ້ນເຂົາເຈົ້າແບບເປັນກັນເອງວ່າ: “ມານັ່ງທາງພີ້, ມານັ່ງໃກ້ໆພີ້. ພວກສະຫາຍເອງແມ່ນພະເອກໃນກອງປະຊຸມມື້ນີ້, ຄວນມານັ່ງຢູ່ທາງກາງ. ພວກສະຫາຍຫຍັບໃກ້ເຂົ້າມາທາງພີ້ແດ່, ເພື່ອລົມກັນໄດ້ສະດວກ.”
ທ່ານຈ່ຽງຢິນຊຽງເວົ້າວ່າ: “ເລຂາຄະນະພັກແຂວງມີຄວາມຖ່ອມຕົວແລະເປັນກັນເອງທີ່ສຸດ, ບໍ່ໄດ້ຖືໂຕແມ່ນແຕ່ໜ້ອຍດຽວ, ໃນຂະນະນັ້ນຂ້າພະເຈົ້າຮູ້ສຶກອົບອຸ່ນທີ່ສຸດ, ຕື້ນຕັນໃຈຫາອັນປຽບບໍ່ໄດ້.”
ວັນທີ 25 ພຶດສະພາປີ 2006, ໂດຍຍ່າງແຂ່ງຝົນຝອຍ, ທ່ານສີຈິ້ນຜິງໄດ້ເດີນທາງໄປເຖິງບ້ານເຊ້ຍຈ່ຽງອີກເທື່ອໜຶ່ງ.
ຢູ່ຫ້ອງກິດຈະກຳຂອງສະມາຊິກພັກບ້ານ, ທ່ານສີຈິ້ນຜິງໄດ້ສົນທະນາເຖິງວຽກງານການກໍ່ສ້າງພັກຂັ້ນຮາກຖານກັບຄົນທັງຫຼາຍ. ທ່ານໄດ້ເລົ່າເລື່ອງໜຶ່ງໃຫ້ທຸກຄົນໄດ້ຮູ້ວ່າ: “ຢູ່ບ້ານນ້ອຍໆທີ່ຫ່າງໄກສອກຫຼີກບ້ານໜຶ່ງ, ເລຂາໜ່ວຍພັກບ້ານເປັນພະຍາດ, ພຽງໃນມື້ດຽວ, ພວກຊາວບ້ານໄດ້ຊ່ວຍກັນບໍລິຈາກເຖິງຫຼາຍໝື່ນຢວນເພື່ອເປັນຄ່າໃຊ້ຈ່າຍໃນການປິ່ນປົວພະຍາດໃຫ້ກັບເພິ່ນ, ແລະເວົ້າວ່າ ເຖິງຈະໄປຂໍທານກໍຕ້ອງຊ່ວຍຊີວິດເພິ່ນໃຫ້ໄດ້. ເຊິ່ງເລຂາທ່ານນີ້ກໍແມ່ນສະຫາຍເຈີ້ງຈິວວ້ານ ເລຂາໜ່ວຍພັກບ້ານຂອງເມືອງຢົງເຈ່ຍ. ຢູ່ທ້ອງຖິ່ນແຫ່ງນັ້ນກໍມີພະນັກງານການນຳບາງຄົນໄດ້ອຸທານຂຶ້ນມາວ່າ: ຖ້າຕົນເອງປ່ວຍໜັກແລ້ວ, ຈະມີຊາວບ້ານຫຼາຍປານໃດມາຊ່ວຍຕົນເອງຄືແບບນີ້.”
ທ່ານສີຈິ້ນຜິງໄດ້ກວດສາຍຕາຫຼຽວເບິ່ງຄົນທັງຫຼາຍແລ້ວເວົ້າຕໍ່ວ່າ: “ສະຫາຍເຈີ້ງຈິວວ້ານໄດ້ໃຊ້ການກະທຳຕົວຈິງຂອງຕົນເພື່ອສ່ອງແສງໃຫ້ເຫັນ ຢ່າງເລິກເຊິ່ງເຖິງເນື້ອໃນອັນອຸດົມສົມບູນຂອງຄຳທີ່ວ່າ ພະນັກງານການນຳໄດ້ຖືພີ່ນ້ອງປະຊາຊົນສຳຄັນຫຼາຍປານໃດ, ພີ່ນ້ອງປະຊາຊົນກໍຈະຖືພະນັກງານການນຳສຳຄັນຫຼາຍເທົ່ານັ້ນ.” ທ້ອງຖິ່ນແຫ່ງໜຶ່ງຢາກໄດ້ຮັບການພັດທະນາ, ຖ້າບໍ່ມີປ້ອມສູ້ຮົບທີ່ແຂງແກ່ນແມ່ນບໍ່ໄດ້ເຊັ່ນກັນ, ຖ້າພະນັກງານການນຳບໍ່ປະຕິບັດວຽກງານເພື່ອປະຊາຊົນແມ່ນເປັນໄປບໍ່ໄດ້. ສະນັ້ນ, ສະມາຊິກພັກອັນໄພສານໃນຊົນນະບົດຕ້ອງເປັນຜູ້ນຳໜ້າໃນການຜະລິດ ແລະ ການພັດທະນາ, ຕ້ອງເປັນແບບຢ່າງທີີ່ດີໃນການປະຕິບັດຕາມແບບແຜນໃໝ່, ເປັນຜູ້ນຳໜ້າເພື່ອສ້າງຄວາມປອງດອງກົມກຽວ, ແລະ ທັງເປັນຜູ້ຮູ້ໃຈປະຊາຊົນ.”
ໃນທຸກມື້ນີ້, ຄຳຮຽກຮ້ອງເຫຼົ່ານີ້ຂອງທ່ານສີຈິ້ນຜິງທີ່ມີຕໍ່ສະມາຊິກພັກ-ພະນັກງານຊົນນະບົດໄດ້ຕິດໄວ້ຢູ່ເບື້ອງໜຶ່ງຂອງປະຕູໃຫຍ່ສະໂມສອນວັດທະນະທຳບ້ານເຊ້ຍຈ່ຽງ, ຢູ່ຖັດໄປແມ່ນກາສັນຍະລັກຂອງພັກທີ່ເຫຼືອງເຫຼື້ອມ.
ຢູ່ທາງຂ້າງຂົວທີ່ມີຫຼັງຄາທີ່ຫົວບ້ານເຊ້ຍຈ່ຽງໄດ້ສ້າງ “ສາລາຊື່ຢວນແຫ່ງໜຶ່ງ(ຫຼືວ່າ ສາລາລະນຶກເຖິງແຫຼ່ງກຳເນີດ)”. ປະຈຸບັດ, ທ່ານຈ່ຽງຢິນຊຽງມັກໃຊ້ລຳໂພງນ້ອຍໆ ອະທິບາຍໃຫ້ແກ່ນັກທ່ອງທ່ຽວວ່າ:
“ເຖິງວ່າທ່ານສີຈິ້ນຜິງໄດ້ອອກຈາກເຈີ້ຈ່ຽງໄປແລ້ວ, ແຕ່ຍັງຄົງເອົາໃຈໃສ່ບ້ານເຊ້ຍຈ່ຽງຄືເກົ່າ. ວັນທີ 25 ມີນາປີ 2007, ທ່ານຫາກໍໄປເຮັດວຽກຢູ່ນະຄອນຊຽງໄຮ, ກໍໄດ້ສະຫຼະເວລາຂຽນຈົດໝາຍມາຫາບ້ານເຊ້ຍຈ່ຽງວ່າ: ບ້ານເຊ້ຍຈ່ຽງແມ່ນຈຸດພົວພັນ ແລະ ຮັບຜິດຊອບຂັ້ນຮາກຖານຂອງຂ້າພະເຈົ້າ. ໃນຊຸມປີມໍ່ໆມານີ້, ຂ້າພະເຈົ້າໄດ້ເອົາໃຈໃສ່ການສ້າງສາພັດທະນາບ້ານເຊ້ຍຈ່ຽງຢູ່ສະເໝີ, ເປັນຫ່ວງເປັນໃຍນຳການຜະລິດ ແລະ ຊີວິດການເປັນຢູ່ຂອງພວກຊາວບ້ານ. ໂດຍພື້ນຖານແລ້ວ, ຂ້າພະເຈົ້າຈະຍາດເວລາໄປບ້ານນີ້ທຸກປີ, ໄດ້ໂອ້ລົມກ່ຽວກັບຊີວິດປະຈຳວັນກັບຊາວບ້ານ, ຟັງພີ່ນ້ອງປະຊາຊົນບອກຄວາມໃນໃຈ, ເຊິ່ງໄດ້ຮັບຮູ້ສະພາບການຂອງຊົນນະບົດຢ່າງຫຼວງຫຼາຍ, ກໍໄດ້ຜູກມິດໄມຕີກັບຊາວກະສິກອນບໍ່ໜ້ອຍ. ຫວ່າງກ່ອນນີ້ບໍ່ດົນ, ທາງສູນກາງໄດ້ຕົກລົງສັບຊ້ອນຂ້າພະເຈົ້າໄປດຳລົງຕຳແໜ່ງຢູ່ຊຽງໄຮ, ຍ້ອນເວລາຈໍ້ຫຼາຍ, ຈຶ່ງບໍ່ສາມາດໄປຢ້ຽມຢາມ ແລະ ຄອບຊາວບ້ານທັງຫຼາຍໄດ້, ຈຶ່ງຮູ້ສຶກເສຍດາຍແທ້ໆ ແລະ ຄິດຮອດຄິດເຖິງຫຼາຍ.”
ຫຼັງຈາກໄປດຳລົງຕຳແໜ່ງຢູ່ນະຄອນຊຽງໄຮແລ້ວ, ທ່ານສີຈິ້ນຜິງໄດ້ສົ່ງໂທລະເລກ ເຖິງຫ້ອງວ່າການຄະນະພັກແຂວງເຈີ້ຈ່ຽງໂດຍສະເພາະ, ໂດຍບອກວ່າຢູ່ບ້ານເຊ້ຍຈ່ຽງຍັງມີໂຄງການຈຳນວນໜຶ່ງຍັງບໍ່ທັນໄດ້ຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳເທື່ອ, ຂໍໃຫ້ຈັດຕັ້ງພາກສ່ວນທີ່ກ່ຽວຂ້ອງເພື່ອດຳເນີນການສຳຫຼວດຄົ້ນຄວ້າ ວຽກງານດ້ານຕ່າງໆ ແລະ ໂຄງການກໍ່ສ້າງຢູ່ບ້ານເຊ້ຍຈ່ຽງຕໍ່ໄປ, ເພື່ອຮັບປະກັນການຈັດຕັ້ງປະຕິບັດໂຄງການໃຫ້ເປັນຮູບປະທຳ. ໃນປີນັ້ນ, ຢູ່ບ້ານເຊ້ຍຈ່ຽງໄດ້ສ້າງຕັ້ງໜ່ວຍພັກໃຫຍ່.
ໃນໄລຍະທີ່ໃກ້ຈະຮອດບຸນກຸດຈີນປີ 2011, ພີ່ນ້ອງປະຊາຊົນຂອງບ້ານເຊ້ຍຈ່ຽງໄດ້ຂຽນຈົດໝາຍສົ່ງເຖິງໃຫ້ທ່ານສີຈິ້ນຜິງ, ເຊີນທ່ານສີຈິ້ນຜິງໄປຍ່າງຫຼິ້ນຕາມເສັ້ນທາງກາງພູຂອງບ້ານເຊ້ຍຈ່ຽງອີກ, ແລະຟັງຄວາມໃນໃຈຂອງພີ່ນ້ອງປະຊາຊົນ.
ຫຼັງຈາກນັ້ນບໍ່ດົນ, ໜ່ວຍພັກໃຫຍ່ຂອງບ້ານເຊ້ຍຈ່ຽງໄດ້ຮັບຈົດໝາຍຈາກນະຄອນຫຼວງປັກກິ່ງ, ແມ່ນຈົດໝາຍທີ່ທ່ານສີຈິ້ນຜິງຕອບຊາວບ້ານບ້ານເຊ້ຍຈ່ຽງ. ເຊິ່ງເນື້ອໃນຈົດໝາຍຄືດັ່ງນີ້:
“ໜ່ວຍພັກໃຫຍ່ບ້ານເຊ້ຍຈ່ຽງ, ຄະນະກຳມະການບ້ານເຊ້ຍຈ່ຽງ:
ຂ້າພະເຈົ້າໄດ້ຮັບຈົດໝາຍຂອງພວກສະຫາຍແລ້ວ, ອ່ານແລ້ວກໍຮູ້ສຶກສະໜິດສະໜົມຫຼາຍ. ໃນໄລຍະທີ່ຂ້າພະເຈົ້າເຮັດວຽກຢູ່ແຂວງເຈີ້ຈ່ຽງເຄີຍໄປສຳຫຼວດກວດກາວຽກງານ 4 ເທື່ອຢູ່ບ້ານເຊ້ຍຈ່ຽງ, ໄດ້ສ້າງສາຍສຳພັນຢ່າງໃກ້ຊິດກັບບ້ານເຊ້ຍຈ່ຽງ. ເວລາຈັ່ງແມ່ນຜ່ານໄປໄວແທ້ໆ, ບຶດດຽວກໍເປັນເວລາ 4 ປີແລ້ວທີ່ຂ້າພະເຈົ້າໄດ້ອອກຈາກແຂວງເຈີ້ຈ່ຽງ. ໃນ 4 ປີຜ່ານມາ, ພາຍໃຕ້ການນຳພາຂອງໜ່ວຍພັກໃຫຍ່ ແລະ ຄະນະກຳມະການບ້ານ, ແລະຄວາມພະຍາຍາມຮ່ວມກັນຂອງຊາວບ້ານທັງຫຼາຍ, ບ້ານເຊ້ຍຈ່ຽງໄດ້ມີການປ່ຽນແປງອັນໃໝ່, ເສດຖະກິດໄດ້ພັດທະນາຢ່າງຕໍ່ເນື່ອງ, ໂສມໜ້າບ້ານໄດ້ຮັບການປັບປຸງໃຫ້ດີຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ. ກ່ຽວກັບເລື່ອງນີ້, ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນທີ່ສຸດ.
ຂໍຝາກຄວາມຢື້ຢາມຖາມຂ່າວເຖິງພະນັກງານ ແລະ ປະຊາຊົນທົ່ວບ້ານ, ຂໍອວຍພອນໃຫ້ຊີວິດການເປັນຢູ່ຂອງຊາວບ້ານທັງຫຼາຍນັບມື້ນັບດີຂຶ້ນ.”
ປະຈຸບັນ, ຈົດໝາຍດັ່ງກ່າວທີ່ເຕັມໄປດ້ວຍຄວາມອົບອຸ່ນຮັກແພງຂອງທ່ານສີຈິ້ນຜິງທີ່ມີຕໍ່ປະຊາຊົນ, ກໍໄດ້ແກະສະຫຼັກໄວ້ຢູ່ເທິງສີລາຈາລຶກຂອງສາລາຊື່ຢວນ.
ສາມາດເວົ້າໄດ້ວ່າ, ການພັດທະນາ ແລະ ການປ່ຽນແປງຂອງບ້ານເຊ້ຍຈ່ຽງໄດ້ຮັບຜົນປະໂຫຍດຈາກການຊີ້ນຳຂອງທ່ານສີຈິ້ນຜິງ, ປະຊາຊົນບ້ານເຊ້ຍຈ່ຽງກໍບໍ່ເຄີຍລືມທ່ານສີຈິ້ນຜິງຈັກເທື່ອ. ກໍຄືດັ່ງທີ່ທ່ານສີຈິ້ນຜິງກ່າວໄວ້ວ່າ: “ຖ້າບໍ່ເອົາໃຈໃສ່ພີ່ນ້ອງປະຊາຊົນກໍຢ່າສູ່ເປັນເຈົ້າໜ້າທີ່ການນຳເລີຍ”, ປະຊາຊົນບ້ານເຊ້ຍຈ່ຽງກໍມັກເວົ້າວ່າ: “ດື່ມນ້ຳກໍບໍ່ເຄີຍລືມຜູ້ຂຸດນ້ຳສ້າງ”. ຄວາມເວົ້າແບບລຽບງ່າຍແບບນີ້, ພໍດີໄດ້ສ່ອງແສງເຖິງສາຍສຳພັນທີ່ແໜ້ນແຟ້ນລະຫວ່າງທ່ານສີຈິ້ນຜິງກັບປະຊາຊົນ.
ຄຳເຫັນ
0