尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປັນ​ຫຍັງ​ສື່ມວນ​ຊົນ​ຕົ້ນ​ຕໍ​ຂອງ​ຕາ​ເວັນ​ຕົກ​ປີດ​ປາກ​ມິດ​ງຽບ​ກ່ຽວ​ກັບ​ການ​ເສຍ​ຊີ​ວິດ​ຫຼັງ​ຈາກສັກ​ວັ​ກ​ຊິນ​ພະ​ຍາດ​ໂຄວິດ-19 Pfizer ​ຂອງ​ອາ​ເມ​ຣິ​ກາ

2021-01-18 17:14:20 cri

ເປັນ​ຫຍັງ​ສື່ມວນ​ຊົນ​ຕົ້ນ​ຕໍ​ຂອງ​ຕາ​ເວັນ​ຕົກ​ປີດ​ປາກ​ມິດ​ງຽບ​ກ່ຽວ​ກັບ​ການ​ເສຍ​ຊີ​ວິດ​ຫຼັງ​ຈາກສັກ​ວັ​ກ​ຊິນ​ພະ​ຍາດ​ໂຄວິດ-19 Pfizer ​ຂອງ​ອາ​ເມ​ຣິ​ກາ_fororder_微信图片_20210118171321

      ວັກ​ຊິນ​ພະ​ຍາດ​ໂຄວິດ-19 ທີ່​ບໍ​ລິ​ສັດ Pfizer ຂອງ​ອາ​ເມ​ຣິ​ກາ​ຜະ​ລິດ​ແມ່ນ​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ທີ່​ໄດ້​ຮັບ​ການອະ​ນຸ​ມັດ​ໃຫ້​ນຳ​ໄປ​ສັກ​ຂະ​ໜາດ​ໃຫຍ່​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ​ທີ່​ສຸດ​ໃນ​ໂລກ, ຫຼັງ​ຈາກ​ເລີ່ມ​ຈຳ​ໜ່າຍ​​ແລະ​ນຳ​ໃຊ້ແລ້ວ, ໄດ້​ເກີດ​ມີ​ເຫດ​ການ​ຜູ້​ສັກ​ວັກ​ຊິນ​ດັ່ງ​ກ່າວເກີດມີ​ຜົນ​ຂ້າງຄຽງ​ໜັກ​ໜ່ວງ​ຈົນ​ເຖິງ​ຂັ້ນ​ເສຍ​ຊີ​ວິດ​ເກີດ​ຂຶ້ນ​ເລື້ອຍໆຢູ່​ຫຼາຍ​ປະ​ເທດ. ວັນ​ທີ 14 ມັງ​ກອນ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່​​ປະ​ເທດນັອກ​ແວ​ໄດ້​ມີ​ຜູ້​ເຖົ້າ 23 ຄົນ​ເສຍ​ຊີ​ວິດ​ຫຼັງ​ໄດ້​ສັກ​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ທີ່ບໍ​ລິ​ສັດ Pfizer ຜະ​ລິດ, ໃນນັ້ນ, ສາ​ເຫດ​ທີ່​ພາ​ໃຫ້ 13 ຄົນ​ເສຍ​ຊີ​ວິດ​ແມ່ນ​ໄດ້​ຮັບ​ການ​ປະ​ເມີນ​ຜົນ​ຈາກ​ອົງ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ການຢາ​ທ້ອງ​ຖິ່ນ​ວ່າ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ຜົນຂ້າງ​​​ຄຽງ​ຈາກການ​ສັກ​ວັກ​ຊິນພະ​ຍາດ​ໂຄວິດ-19. ໃນ​ມື້​ດັ່ງ​ກ່າວ, ຢູ່​ເຢຍ​ລະ​ມັນ​ກໍ​ໄດ້​ມີ​ປະ​ຊາ​ຊົນ 10 ຄົນ​ເສຍ​ຊີ​ວິດ​ຫຼັງ​ໄດ້​ສັກ​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ທີ່ບໍ​ລິ​ສັດ Pfizer ຜະ​ລິດ. ຢູ່​ຝ​ຣັ່ງ​ກໍ​ໄດ້​ມີ 1 ຄົນ​ເສຍ​ຊີ​ວິດ​ຍ້ອນ​ສາ​ເຫດ​ດຽວ​ກັນ. ຕໍ່​ເລື່ອງ​ນີ້, ບໍ​ລິ​ສັດ Pfizer ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ “​ບໍ່ມີ​ສ່ວນ​ກ່ຽວ​ຂ້ອງ​ໂດຍ​ກົງ​ໃດໆ​ກັບ​ວັກ​ຊິນ​ພະ​ຍາດ​ໂຄວິດ-19”. ​ສິ່ງ​ທີ່​ເຮັດ​ໃຫ້​ຄົນ​ຕົກ​ຕະ​ລືງ​ແມ່ນ: ສື່ມວນ​ຊົນ​ຕົ້ນ​ຕໍ​ຂອງ​ຕາ​ເວັນ​ຕົກ​ພາ​ກັນ​ມິດ​ງຽບ​ເກືອບ​ບໍ່​ມີ​ສື່​ໃດ​ລາຍ​ງານ​ກ່ຽວ​ກັບ​ເລື່ອງ​ນີ້, ຖ້າ​ປຽບ​ທຽບ​ກັນ​ແລ້ວ​ຈະ​ເຫັນ​ວ່າ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຢ່າງ​ຈະແຈ້ງ​ກັບ​ກໍ​ລະ​ນີ​ທີ່​ເຂົາ​ເຈົ້າ​ມັກ​ປ່າວ​ຂ່າວ​ຢ່າງ​ໃຫຍ່​ວ່າ​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ທີ່​ຈີນ​ແລະ​ປະ​ເທດ​ອື່ນ​ໆ​ຜະ​ລິດ​ນັ້ນບໍ່​ໜ້າ​ເຊື່ອ​ຖື​ແລະ​ນຳ​ໃຊ້​ບໍ່​ໄດ້.
 

      ຜູ້​ຊ່ຽວ​ຊານ​ທີ່​ບໍ່​ປະ​ສົງ​ອອກ​ນາມທ່ານ​ໜຶ່ງ​ໃຫ້​ຮູ້​ວ່າ​: ​ກໍ​ລະ​ນີ​ທີ່​ເກີດ​ມີ​ຜົນ​ຂ້າງຄຽງ​ໜັກ​ໜ່ວງ​ຈົນ​ເສຍ​ຊີ​ວິດ​ຫຼັງ​ໄດ້​ສັກ​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ຂອງ​ບໍ​ລິ​ສັດ Pfizer ນັ້ນນັບ​ມື້​ນັບ​​ຫຼາຍ​ຂຶ້ນ, ແຕ່​ພວກ​ຕາ​ເວັນ​ຕົກ​ມັກ​​ກ່າວ​ວ່າ​ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ຫຼື​ບໍ່​ມີ​ສ່ວນ​ທີ່​ກ່ຽວ​ຂ້ອງທີ່​ຈະ​ແຈ້ງ, ອີກ​ດ້ານ​ໜຶ່ງ​ກໍ​ໄດ້​​ຖິ້ມ​ໂທດວ່າ​ຜູ້​ເສຍ​ຊີ​ວິດ​ແມ່ນ​ຜູ້​ເຖົ້າ​ທີ່​ມີ​ພະ​ຍາດ​ປະ​ຈຳ​ໂຕຊະ​ນິ​ດ​ຕ່າງໆ. ຜູ້​ຊ່ຽວ​ຊານ​ທ່ານ​ນີ້​ມີ​ຄວາມ​ສົງ​ໄສວ່າ: ຊັ້ນ​ເປັນ​ຫຍັງ​ເຂົາ​ເຈົ້າ​ບໍ່​ເນັ້ນ​ໜັກ​ບັນ​ຫາ​ເຫຼົ່າ​ນີ້​ກ່ອນ​ຈຳ​ໜ່າຍ​ແລະ​ນຳ​ໃຊ້​ວັກ​ຊິນ​ພະ​ຍາດ​ໂຄວິດ-19? ເປັນ​ຫຍັງ​​ຈຶ່ງ​ບໍ່​ວາງເງື່ອນ​ໄຂ​ໃນ​ເວ​ລາ​ເລີ່ມຈຳ​ໜ່າຍ​ແລະ​ນຳ​ໃຊ້​ວັກ​ຊິນ​ພະ​ຍາດ​ໂຄວິດ-19? ເປັນ​ຫຍັງ​ປະ​ເທດ​ຕາ​ເວັນ​ຕົ​ກ​ຍັງ​ໄດ້ເນັ້ນ​ເປັນ​ການ​ສະ​ເພາະ​ວ່າ​ຕ້ອງ​ສັ​ກ​ໃຫ້​ຜູ້​ເຖົ້າ​ເປັນ​ບຸ​ລິ​ມະ​ສິດ​ກ່ອນ?

ເປັນ​ຫຍັງ​ສື່ມວນ​ຊົນ​ຕົ້ນ​ຕໍ​ຂອງ​ຕາ​ເວັນ​ຕົກ​ປີດ​ປາກ​ມິດ​ງຽບ​ກ່ຽວ​ກັບ​ການ​ເສຍ​ຊີ​ວິດ​ຫຼັງ​ຈາກສັກ​ວັ​ກ​ຊິນ​ພະ​ຍາດ​ໂຄວິດ-19 Pfizer ​ຂອງ​ອາ​ເມ​ຣິ​ກາ_fororder_微信图片_202101181713211

      ສິ່ງ​ທີ່​ເຮັດ​ໃຫ້​ຄົນ​ຕົກ​​ຕະ​ລືງແມ່ນ, ກ່ຽວ​ກັບ​ຂ່າວ​​ດ້ານລົບ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ເຫຼົ່າ​ນີ້, ສື່ມວນ​ຊົນ​ຕົ້ນ​ຕໍ​ຂອງຕາ​ເວັນ​ຕົກ​ໂດຍ​ສະ​ເພາະ​ແມ່ນ​ສື່ມວນ​ຊົນ​ພາ​ສາ​ອັງ​ກິດ​ພັດ​ໄດ້ລາຍ​ງານ​ຂ່າວ​ກ່ຽວ​ກັບ​ເລື່ອງ​ນີ້​ໜ້ອຍ​ເກີນ​ໄປ. ກ່ຽວ​ກັບ​ຂ່າວ​ທີ່​ມີ​ປະ​ຊາ​ຊົນ​ນັອກ​ແວ 23 ຄົນ​ເສຍ​ຊີ​ວິດ​ຫຼັງ​ໄດ້​ສັກ​ວັກ​ຊິນ​ພະ​ຍາດ​ໂຄວິດ-19, ສື່ມວນ​ຊົນ​ຕາ​ເວັນ​ຕົກໄດ້​ປິດ​ປາກ​ງຽບ. ຢູ່​ໃນ Google ​ເກືອບ​ບໍ່​ສາ​ມາດ​ຊອກ​ເຫັນການ​ລາຍ​ງານ​ຂ່າວ​ທີ່​ກ່ຽວ​ຂ້ອງ​ຂອງ​ສື່​ທີ່​ເປັນ​ພາ​ສາ​ອັງ​ກິດ​ໄດ້​ເລີຍ. ຫຼັງ​ຈາກ​ຂ່າວ​ສານ “ນັອກ​ແວ​ມື້​ນີ້” ລາຍ​ງານ​ຂ່າວ​ເປັນ​ເວ​ລາ 20 ກວ່າ​ຊົ່ວ​ໂມງ​ແລ້ວ, ສຳ​ນັກ​ຂ່າວ​ສານບ​ລຸມ​ເບີກ​ຫຼື Bloomberg News ຂອງ​ອາ​ເມ​ຣິ​ກາ​ຈຶ່ງ​ໄດ້​ລາຍ​ງານ​ຂ່າວ​ທີ່​ມີ​ໂຕ​ໜັງ​ສື​​ບໍ່​ຮອດ 100 ໂຕ​ໃນ​ຂ່າວ​ໜຶ່ງ​ໃນ​ວັນ​ທີ 15 ມັງ​ກອນ​ນີ້, ຫົວ​ຂໍ້​ຂ່າວ​ພຽງ​ແຕ່​​ບອກວ່າ “ນັອກ​ແວ​ກ່າວ​ເຕືອນ​ໄພ​ຄວາມ​ສ່ຽງ​ດ້ານ​ການ​ສັກ​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ​ສຳ​ລັບ​ຜູ້​ເປັນ​ພະ​ຍາດ​ທີ່​ມີ​ອາ​ຍຸ​ 80 ປີ​ຂຶ້ນ​ໄປ”.

ເປັນ​ຫຍັງ​ສື່ມວນ​ຊົນ​ຕົ້ນ​ຕໍ​ຂອງ​ຕາ​ເວັນ​ຕົກ​ປີດ​ປາກ​ມິດ​ງຽບ​ກ່ຽວ​ກັບ​ການ​ເສຍ​ຊີ​ວິດ​ຫຼັງ​ຈາກສັກ​ວັ​ກ​ຊິນ​ພະ​ຍາດ​ໂຄວິດ-19 Pfizer ​ຂອງ​ອາ​ເມ​ຣິ​ກາ_fororder_微信图片_202101181713212

ກ່ຽວ​ກັບ​ເຫດ​ການ​ທີ່​ມີປະ​ຊາ​ຊົນ​ນັອກ​ແວ 23 ຄົນ​ເສຍ​ຊີ​ວິດ​ຫຼັງ​ໄດ້​ສັກ​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ທີ່ບໍ​ລິ​ສັດ Pfizer ຜະ​ລິດນັ້ນ, ທ່ານ ກິນ​ສຸ​ເບີກ ຫົວ​ໜ້າ​ສູນ​​ກາ​ມາ​ລີ​ຢາ​ເພື່ອຄົ້ນ​ຄວ້າ​​ລະ​ບາດ​ວິ​ທະ​ຍາ​ແລະ​ຈຸ​ລະ​ຊີບແຫ່ງ​ຊາດ​ ຂອງ​ຣັດ​ເຊຍ​ກ່າວ​ວ່າ: ນີ້​ແມ່ນ​ເລື່ອງ​ທີ່​ອັບ​ປະ​ຍົດ​​ທີ່​ສຸດ​ເລື່ອງ​ໜຶ່ງ, ກ່ຽວ​ກັບ​ຈຳ​ນວນ​ປະ​ຊາ​ຊົນ 25 ພັນຄົນ​ທີ່​ໄດ້ສັກ​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ​ແລ້ວ, ມີ​ຈຳ​ນວນ 23 ຄົນ​ເສຍ​ຊີ​ວິດກໍ​ເທົ່າ​ກັບ 0,1%, ນີ້​ແມ່​ນດັດ​ຊະ​ນີ​ທີ່​ອັນ​ຕະ​ລາຍ.
 

ໜັງ​ສື​ພິມອິ​ສ​ເວ​ສະ​ເຕຍຂອງ​ຣັດ​ເຊຍ​ສະ​ບັບ​ວັນ​ທີ 15 ມັງ​ກອນ​ນີ້​​ໄດ້ລາຍ​ງານ​ວ່າ: ສື່​ສັງ​ຄົມ​ອອນ​ລາຍ​ຂອງ​ອາ​ເມ​ຣິ​ກາ​ເຊັ່ນ: Twitter ເປັນ​ຕົ້ນ​ໄດ້​ຈຳ​ກັດ​ການ​ລາຍ​ງານຂ່າວທາງ​ສ້າງ​ສັນ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບວັກ​ຊິນ​ພະ​ຍາດ​ໂຄວິດ-19 “SPUTNIK-V” ຂອງ​ຮັດ​ເຊຍມາ​ໂດຍ​ຕະ​ຫຼອດ. ກອງ​ທຶນ​ລົງ​ທຶນ​ໂດຍ​ກົງ​ຂອງ​ຣັດ​ເຊຍ​ກ່າວ​ວ່າ:​ເຄີຍ​ໄດ້​ເປີດ​ເຜີຍ​ຂ່າວ​ທັງ​ໝົດ​ກ່ຽວ​ກັບ​ວັກ​ຊິນ​ພະ​ຍາດ​ໂຄວິດ-19 “SPUTNIK-V”ໂດຍ​ຜ່ານ Twitter, ແຕ່​ເລກ​ບັນ​ຊີ Twitter ຂອງ​​ຕົນພັດ​ຖືກຈຳ​ກັດ​ການ​ເປີດ​ເຂົ້າ​ເບິ່ງ​ໃນ​ສື່​ສັງ​ຄົມ​ອອນ​ລາຍ Twitter ​​. ຕໍ່​ເລື່ອງ​ນີ້, ທ່ານ ໂຄ​ຊາ​ຊິ​ຟ ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຣັດ​ເຊຍ​ກ່າວ​ວ່າ​: ເລື່ອງ​ຈິງ​ໄດ້​ຢັ້ງ​ຢືນ​ວ່າ: ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ອາ​ເມ​ຣິ​ກາ​​ນຳ​ໃຊ້​ກໍເພື່ອ​ໃຫ້​ບໍ​ລິ​ສັດ​ອາ​ເມ​ຣິ​ກາ​ທີ່​ມີ​ຜົນ​ປະ​ໂຫຍດ​ທາງ​ການ​ຄ້າ​​ອັນ​ມະ​ຫາ​ສານໄດ້​ຮັບ​ຜົນ​ປະ​ໂຫຍດ​ໃນ​ການ​ແຂ່ງ​ຂັນ​ເທົ່າ​ນັ້ນ,ແນວ​ຄວາມ​ຄິດ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ອາ​ເມ​ຣິ​ກາ​ກໍ່​ແມ່ນຢາກ​ຄວບ​ຄຸມມວນ​ມະ​ນຸດ, ​ຫວັງ​ໃຫ້ບໍ​ລິ​ສັດ​ອາ​ເມ​ຣິ​ກາ​ກາຍ​ເປັນ​ບໍ​ລິ​ສັດ​ທີ່​ຜູກ​ຂາດວັກ​ຊິນ​ພະ​ຍາດ​ໂຄວິດ-19 ພຽງ​ໜຶ່ງ​ດຽວ​ໃຫ້​ກັບ​ໂລກ, ​ແລະ​ຫວັງ​ຢາກ​ໃຫ້ໂລກ​ອາ​ໄສ​ອາ​ເມ​ຣິ​ກາທັງ​ໝົດ.

ຄຳ​ເຫັນ

0