黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເມື່ອ​ເວົ້າ​ເຖິງວັກ​ຊີນ​ພະ​ຍາດ​ໂຄວິດ-19, ພວກ​ເຮົາ​​ເລືອກ​ “ຜະ​ລິດ​ຕະ​ພັນ​ຂອງ​ຈີນ”

2021-01-19 08:58:49 cri

ເມື່ອ​ເວົ້າ​ເຖິງວັກ​ຊີນ​ພະ​ຍາດ​ໂຄວິດ-19, ພວກ​ເຮົາ​​ເລືອກ​ “ຜະ​ລິດ​ຕະ​ພັນ​ຂອງ​ຈີນ”_fororder_f31fbe096b63f624ee968d28dd6c0cff1b4ca386

ຕອນ​ເຊົ້າ​ວັນ​ທີ 13 ມັງ​ກອນ​ນີ້ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ, ທ່ານ​ໂຈ​ໂກ ວິ​ໂດ​ໂດ ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​​ເຊຍ​ໄດ້​ສັກ​ວັກ​ຊີນ​ພະ​ຍາດ​ໂຄວິດ-19​ ຫຼອດ​ທຳ​ອິດ​ຕາມ​ເວ​ລາ​ກຳ​ນົດ, ວັກ​ຊີນ​ດັ່ງ​ກ່າວ​ແມ່ນ​ຜະ​ລິດ​ຕະ​ພັນ​ຂອງ​ບໍ​ລິ​ສັດ​ເຕັກ​ນິກ​ຊີ​ວະ​ພາບຊິນ​ໂນ​ແວກ​ຂອງຈີນ. ວັນ​ທີ 11 ມັງ​ກອນ​ນີ້, ກົມຕິດ​ຕາມ​ຄຸ້ມ​ຄອງ​ອາ​ຫານ​ແລະ​ຢາ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​​ໄດ້ປະ​ກາດ​​ມອບ​ໃບ​ອະ​ນຸ​ຍາດ​ນຳ​ໃຊ້​ໂດຍ​ດ່ວນ​ໃຫ້​ແກ່​ວັກ​ຊິນ​ພະ​ຍາດ​ໂຄວິດ-19 ທີ່​ບໍ​ລິ​ສັດ​ຊິນ​ໂນ​ແວກຈີນ​ຄົ້ນ​ຄວ້າ​ຜະ​ລິດ, ​ ​ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ວັກ​ຊີນຊິນ​ໂນ​ແວກ​​ສາ​ມາດ​ນຳ​ໃຊ້​ຢູ່​ອິນ​ໂດ​ເນ​ເຊຍ​​ໄດ້ຢ່າງ​ເປັນ​ທາງ​ການ. ຂ່າວ​ແຈ້ງວ່າ, ຢາ​ວັກ​ຊີນ 3 ລ້ານ​​ຫຼອດ ທີ່​ອິນ​ໂດ​ເນ​ເຊຍ​ສັ່ງ​ຊື້​ຈາກ​ບໍ​ລິ​ສັດ​ຊິນ​ໂນ​ແວກ​ຈີນ​ນັ້ນ​ໄດ້​ສົ່ງ​ໄປ​ເຖິງ​ອິນ​ໂດ​ເນ​ເຊຍ​ແລ້ວ, ປັດ​ຈຸ​ບັນ​ພວມ​ແຈກ​ຢາຍ​ໄປ​ທົ່ວ​ປະ​ເທດ​ອິນ​ໂດ​ເນ​ເຊຍ, ​ຍັງ​ມີ​ວັກ​ຊີນ​ດັ່ງ​ກ່າວ​ຈຳ​ນວນ 122,5 ລ້ານ​ຫຼອດຈະ​ສົ່ງ​ໄປ​ເຖິງ​ອິນ​ໂດ​ເນ​ເຊຍ​ເທື່ອ​ລະງວດ.

ໃນ​ເມື່ອ​ບໍ່​ດົນ​ມາ​ນີ້, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຟີ​ລິບ​ປີນ​ກ່າວ​ວ່າ: ລັດ​ຖະ​ບານ​ຟີ​ລິບ​ປີນ​ວາງ​ແຜນ​ຈະ​ຈັດ​ຊື້​ວັກ​ຊີນ 25 ລ້ານ​​ຫຼອດ​ຈາກ​ບໍ​ລິ​ສັດ​ຊິນ​ໂນ​ແວກ​ຈີນ. ເຈົ້າ​ໜ້າ​ທີ່​ຟີ​ລິບ​ປີນ​ຫຼາຍ​ທ່ານ​ລວມທັງ​ທ່​ານ​ໂຣດຣີ​ໂກ ດູເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປີນ​ໄດ້​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ຕົນ​ຢ່າງ​ເປີດ​ເຜີຍ, ​ແລະເຫັນ​ວ່າ​​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ທີ່​ຈີນ​ຜະ​ລິດ​ແມ່ນ​​ມີຄວາມ​ປອດ​ໄພ​ແລະມີ​ປະ​ສິດ​ທິ​ຜົນ​ດີ. ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 14 ມັງ​ກອນ​ນີ້, ໂຄ​ສົກ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປີນ​ກ່າວ​ວ່າ: ວັກ​ຊີນ​ທີ່​ກຸ່ມ​ບໍ​ລິ​ສັດ​ຢາ​ແຫ່ງ​ຊາດ​ຈີນແລະ​ບໍ​ລິ​ສັດ​ຊິນ​ໂນ​ແວກ​ຈີນ​ຜະ​ລິດນັ້ນ​ແມ່ນ​ວັກ​ຊິນ​ປະ​ເພດ​​ເຊື້ອ​ຕາຍ, ເຕັກ​ນິກ​ປະ​ເພດ​​ເຊື້ອ​ຕາຍ​ມີ​ຄວາມ​ປອດ​ໄພ​ດີ, “ສະ​ນັ້ນ​ຂ້າ​ພະ​ເຈົ້າ​ຍິນ​ດີ​ສັກ​ຢາ​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ​ປະ​ເພດ​ເຊື້ອ​ຕາຍ​ທີ່​ຈີນ​ຜະ​ລິດ.”

ຕອນ​ຄ່ຳ​ວັນ​ທີ 15 ມັງ​ກອນ​ນີ້, ທ່ານ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ກ່າວ​ໃນ​ສື່​ສັງ​ຄົມ​ອອນ​ລາຍ​ວ່າ: ມາ​ຮອດ​ປັດ​ຈຸ​ບັນ, ທ່ານ​ຫວາ​ງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ທີ່​ໄດ້​ສັກ​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ທີ່​ຈີນ​ຜະ​ລິດ​ເອງ​ນັ້ນ, ທ່ານ​ມີ​ສຸ​ຂະ​ພາບ​ແຂງ​ແຮງ​ດີ, ທ່ານ​ສາ​ມາດ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ​ເກືອບ​ວ່າຕາມ​ຄວາມ​ຕ້ອງ​ການ​ຂອງ​ທ່ານ​ທັງ​ໝົດ, ພາຍ​ຫຼັງ​ຢ້ຽມ​ຢາມ​ອາ​ຟ​ຣິ​ກາ​ແລ້ວ, ທ່ານ​ຫວາງ​ຢີ້​ກຳ​ລັງ​ຢ້ຽມ​ຢາມ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ນີ້​ເຮັດ​ໃຫ້​ກຳ​ປູ​ເຈຍ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ທີ່​ຕໍ່​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ຂອງ​ຈີນ.

ເມື່ອ​ທົບ​ທວນ​ຄືນ​ປີ 2020, ໃນ​ໄລ​ຍະ​ເກີດ​ມີ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຜູ້​ນຳ​ຈີນ​ໄດ້​​ຕິດ​ຕໍ່ພົວ​ພັນ​ກັບ​ຜູ້​ນຳ 9 ປະ​ເທດ​ໃນ 10 ປະ​ເທດ​ອາ​ຊຽນ​ໂດຍ​ຜ່ານ​ໂທ​ລະ​ສັບ​ຫຼື​ສົ່ງ​ສານອວຍ​ພອນ, ເພື່ອ​ແລກ​ປ່ຽນ​ເນື່ອງ​ໃນ​ໂອ​ກາດ​ລະ​ນຶກການ​ສ້າງ​​ຕັ້ງສາຍ​ພົນ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ, ການ​ຮ່ວມ​ມື​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ການລົງ​ເລິ​ກ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ແລະ​ອື່ນໆ. ຈີນ​ໄດ້​ສົ່ງ​ໜ່ວຍ​ຊ່ຽວຊານ​ແລະ​ແພດ​ໝໍ​ໄປ​ກຳ​ປູ​ເຈຍ, ລາວ, ຟີ​ລິບ​ປີນ, ມຽນ​ມາແລະ​ມາ​ເລ​ເຊຍ​ເພື່ອ​ແລກ​ປ່ຽນ​ບົດ​ຮຽນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ກັບ​​ພະ​ນັກ​ງານ​ການ​ແພດ​ແລະ​ພະ​ຍາ​ບານ​ທ້ອງ​ຖິ່ນ, ຊ່ວຍ​​ໃຫ້​ທ້​ອງ​ຖິ່ນ​ເຫຼົ່າ​ນີ້​​ສາ​ມາດຍົກ​ສູງ​ຄວາມ​ສາ​ມາດ​ດ້ານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ແລະ​ປິ່ນ​ປົວ​ພະ​ຍາດ, ​ເສີມ​ສ້າງຄວາມ​ໝັ້ນ​ໃຈ​​ເພື່ອຮ່ວມ​ກັນ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ປັດ​ຈຸ​ບັນ, ຫຼາຍ​ປະ​ເທດ​ອາ​ຊຽນ​ໄດ້ເລືອກ​ໃຊ້​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ທີ່​ຈີນ​ຜະ​ລິດ, ​ນີ້ໄດ້​ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ເດັດ​ດ່ຽວ​ຂອງ​ປະ​ເທດ​ອາ​ຊຽນ​ເຊິ່ງ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຂອງ​ຈີນ​ໃນ​​ການຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ດ້ວຍ​ການ​ຮ່ວມ​ມື​ທີ່​ເປັນ​ຮູບ​ປະ​ທຳ.

ຄຳ​ເຫັນ

0