吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນຳ​ໃຊ້ທຸກ​ໂອກາດຢ່າງ​ເຕັມ​ສ່ວນ, ຮ່ວມ​ມື​ກັນຮັບ​ມື​ກັບ​ສິ່ງ​ທ້າ​ທາຍທຸກ​ຢ່າງ

2021-01-19 16:29:09 cri

ນຳ​ໃຊ້ທຸກ​ໂອກາດຢ່າງ​ເຕັມ​ສ່ວນ, ຮ່ວມ​ມື​ກັນຮັບ​ມື​ກັບ​ສິ່ງ​ທ້າ​ທາຍທຸກ​ຢ່າງ_fororder_749422265

 

ວັນ​ທີ 17 ມັງກອນ​ປີ 2017, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິທີ​ເປີດ​ກອງ​ປະຊຸມ​ປະຈຳ​ປີ​ 2017 ຂອງ​ເວທີ​ປຶ​ກສາ​ຫາລື​​ເສດຖະກິດ​ໂລກ​ຢູ່​ສູນ​ປະຊຸມ​ສາກົນ​ດາ​ວອສປະ​ເທດສະ​ວິດ ​ແລະ​​​ກ່າວ​ຄຳປາ​ໄສ​ພາຍ​ໃຕ້ຫົວ​ຂໍ້ “ຮ່ວມ​ກັບ​ແບກ​ຫາບ​ໜ້າ​ທີ່​ຄວາມຮັບຜິດຊອບຂອງ​ຍຸກ​ສະ​ໄໝ ​ແລະຮ່ວມ​ກັນ​ຊຸກຍູ້​ການ​ພັດທະນາ​​ໂລກ”.

“ທາງ​ເລືອກທີ່​ຖືກຕ້ອງ​ແມ່ນ​ນຳ​ໃຊ້​ທຸກໂອກາດ​ຢ່າງ​ເຕັມ​ສ່ວນ, ຮ່ວມ​ກັນຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທຸກ​ຢ່າງ ​ແລະ​ນຳ​ພາ​​​ເສດຖະກິດ​ໂລກາ​ພິວັດ​ໄປ​ໃນ​ທິດ​ທາງ​ທີ່​ດີ” ຄຳ​ເວົ້າປະ​ໂຫຍ​ກທີ່​ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ກ່າວ​ໃນ​ກອງ​ປະຊຸ​ມດັ່ງກ່າວ​​ເມື່ອ 4 ປີ​ກ່ອນ​ຍິ່ງໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງວິ​ໄສ​ທັດ​ແບ່ງ​ກວ້າງ​ມອງ​ໄກ ​ແລະ​ເນື້ອ​ໃນ​ອັນ​ເລິກ​ເຊິ່ງພາຍ​ໃຕ້​ສະພາບ​ການ​ສາກົນ​ໃນ​ປັດຈຸບັນ​ນີ້.

​ເມື່ອ​ຜະ​ເຊີ​ນໜ້າ​ກັບ​ສະພາບ​ການ​ພາຍ​ໃນ ​ແລະ​ສາກົນ​ທີ່​ສະຫຼັບ​ຊັບຊ້ອນ ກໍ​ຄື​ຜົນ​ກະທົບ​ຈາກ​ສະພາບ​ການ​ແຜ່​ລະ​ບາດຂອງ​ພະຍາດ​ໂຄ​ວິດ​-19 ຢ່າງ​ໜັກໜ່ວງ, ຂະ​ໜາດ​ການ​ຄ້າ​ກັບຕ່າງປະ​ເທດ​ຂອງ​ຈີນ​ໃນ​ປີ 2020 ​ໄດ້​ສ້າງ​ສະຖິຕິສູງ​ໃໝ່, ອົງການ​ພາສີສປ​ຈີນ​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ສະຖິຕິ​ສະບັບຫຼ້າ​ສຸດ​ໃນ​ວັນ​ທີ 14 ມັງກອນ​ນີ້ ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ໃນ​ປີ 2020, ຍອດ​ມູນ​ຄ່າ​ຂາ​ເຂົ້າຂາ​ອອກ​ສິນຄ້າ​ຂອງ​ຈີນ​​ໄດ້ບັນລຸ​ເຖິງ 32160 ຕື້​ຢວນ, ​ເພີ່ມ​ຂຶ້ນ 1,9%​ ​ເມື່ອ​ທຽບ​ໃສ່​ປີ 2019, ​ໄດ້​ສ້າງ​ສະຖິຕິ​ສູງໃໝ່. ຈີນ​ໄດ້​ກາຍ​ເປັນ​ກຸ່ມ​ເສດຖະກິດ​ຕົ້ນຕໍ​ພຽງ​ໜຶ່ງ​ດຽວຂອງ​ໂລກ​ທີ່​ບັນລຸ​ການ​ເຕີບ​ໂຕ​ເປັນ​ຕົວ​ເລກ​ບວກ​ໃນ​ດ້ານ​ການ​ຄ້າ​ສິນຄ້າ.

​ໃນ​ປີ 2020, ຈີນ ​ແລະ​ອາ​ຊຽນ​ໄດ້ກາຍ​ເປັນ​ຄູ່​​ການ​ຄ້າ​ໃຫຍ່​ທີ່​ສຸດຂອງກັນ ​ແລະ​ກັນ​ເປັນ​ຄັ້ງ​ທຳ​ອິດ ​ແລະ​ໄດ້​ບັນລຸ​ການ​ເຊັນ​ສັນຍາວ່າ​ດ້ວຍ​ການ​ພົວພັນ​ຄູ່​ຮ່ວມ​ເສດຖະກິດ​ຮອບດ້ານ​​ໃນ​ພາກ​ພື້ນ ຫຼື RCEP ​ເຊິ່ງ​ແມ່ນຕະຫຼາດ​ຮ່ວມ​​ທີ່​ປົກ​ຄຸມ​ປະຊາກອນ​ຈຳນວນ 2,27 ຕື້​ຄົນ ​ແລະ​ກວມ 1 ສ່ວນ 3 ຂອງ​ຍອດມູນ​ຄ່າ​ເສດຖະກິດຂອງ​ໂລກ​ທັງ​ແມ່ນ​ເຂດ​ການ​ຄ້າ​ເສລີ​ໃຫຍ່​ທີ່​ສຸດ​ໃນ​ໂລກ.

ສະພາບ​ການ​ແຜ່​ລະບາ​ດຂອງ​ພະຍາດ​ໂຄ​ວິດ​-19 ​ໄດ້​ກີດຂວາງ​ການ​ໄປມາຫາສູ່​ກັນຂອງ​ປະຊາຊົນບັນດາ​ປະ​ເທດ, ​ແຕ່​ບໍ່​ສາມາດ​ກີດຂວາງທ່ວງທ່າ​ຂອງເສດຖະກິດ​ໂລກາ​ພິວັດ​ໄດ້. ​ໃນ​ປີ 2020, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້ສົນທະນາ​ກັບ​ຜູ້ນຳ​ຕ່າງປະ​ເທດ ​ແລະ​ຜູ້​ຮັບຜິດຊອບ​ຂອງ​ອົງການ​ຈັດ​ຕັ້ງ​ສາກົນ​ຜ່ານ​ທາງ​ອິນ​ເຕີ​ເນັດ ຫຼື​ໂທລະສັບ 87 ​ເທື່ອ ​ແລະ​ເຂົ້າ​ຮ່ວມ​ກິດຈະກຳ​​ເຄື່ອນ​ໄຫວສອງ​ຝ່າຍ ​ແລະ​ຫຼາຍ​ຝ່າຍ​ທີ່​ສຳຄັນ 22 ​​ເທື່ອ.

​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ​ເຫຼົ່າ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ກ່າວ​ເຖິງ​ຈຸດ​ຢືນ​ຂອງ​ຈີນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​​ເຊັ່ນ: “ກະ​ແສ​ເສດຖະກິດໂລກາ​ພິວັດ​​​ບໍ່​ອາດ​ຕ່າວປີ້ນ​ໄດ້”, “ການ​ຜະ​ເຊີນ​ໜ້າ​ກັບສິ່ງ​ທ້າທາຍຂອງ​​ເສດຖະກິດໂລກາ​ພິ​ວັດ”, “ການ​ກຳ​ແໜ້ນໂອກາດ​ຈາກເສດຖະກິດໂລກາ​ພິວັດ​”, “​ເພີ່ມ​ທະວີ​ຄວາມ​ໝັ້ນ​ໃຈ​​ໃຫ້​ກັບ​​ເສດຖະກິດ​ໂລກາ​ພິວັດ​ " ​ແລະ “ຊີ້​ນຳການ​ພັດທະນາ​ເສດຖະກິດ​ໂລກາ​ພິວັດ ​”. ທ່ານມີ​ຄວາມ​ໝັ້ນ​ໃຈວ່າ: “​ເສດຖະກິດ​ໂລກາ​ພິວັດ​ຍັງ​ເປັນ​ກະ​ແສ​ຫຼັກ​ຂອງປະຫວັດສາດ. ບັນດາ​ປະ​ເທດ​ປະສານ​ງານກັນ, ຮ່ວມມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຍັງ​ແມ່ນ​ທ່າ​ອ່ຽງ​ລວມໃນ​ໄລຍະ​ຍາວນານ.” ສະ​ນັ້ນ, ຈີນ​ຕ້ອງ​ຢືນ​ຢູ່​ຝ່າຍ​ທີ່​ຖືກ​ຕ້ອງຂອງ​ປະຫວັດສາດ, ຍຶດໝັ້ນການ​ລົງ​ເລິກການ​ປະຕິ​ຮູບ​, ​ເປີດ​ກວ້າງ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ, ຊຸກຍູ້​ການ​ສ້າງ​ເສດຖະກິດ​ໂລກ​​ແບບ​​ເປີດ​ກວ້າງ ​ແລະ​ຊຸກຍູ້​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະນຸດ.

ຄຳ​ເຫັນ

0