刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່ສະ​ໜາມ​ກິ​ລາ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ​ແລະ​ງານ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວຢູ່​ເມືອງ​ຈ່າງ​ເຈ່ຍ​ໂຂ

2021-01-20 10:26:03 cri

ວັນ​ທີ 19 ມັງ​ກອນ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ​ໄດ້​ຂີ່ລົດ​ໄຟ​ຄວາມ​ໄວ​ສູງ​ໄປ​ຮອດ​ເມືອງ​ຈ່າງ​ເຈ່ຍ​ໂຂ​ແຂວງ​ເຫີ​ເປີຍ​ຂອງ​ຈີນ. ​ໃນ​ໂອ​ກາດ​ນີ້, ທ່ານ​ໄດ້ໄປ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ສະ​ຖາ​ນີສະ​ຖາ​ນີ​ລົດ​ໄຟ​ຄວາມ​ໄວ​ສູງ​ທ້າຍ​ຈື​ເສີງ​ຂອງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ປັກ​ກິ່ງ-ຈ່າ​ງ​ເຈ່ຍ​ໂຂ, ສູນ​ສະ​ກີ​ຫິ​ມະ​ແຫ່ງ​ຊາດ, ສູນແຂ່ງ​ຂັນ​​ກິ​ລາລະ​ດູ​ໜາວ​ແຫ່ງ​ຊາດ ແລະ​ໄດ້ໄປ​ຢ້ຽມ​ຢາມ​ນັກ​ກິ​ລາ, ຄູ​ຝຶກ, ​ຄະ​ນະ​ຮັບ​ຜິດ​ຊອບ​ການ​ປະ​ຕິ​ບັດ​ງານຂອງ​ສະ​ໜາມ​ແຂ່ງ​ຂັນຈ່າງ​ເຈ່ຍ​ໂຂ ແລະ​ຜູ້​ຕາງ​ໜ້າ​​ບໍ​ລິ​ສັດກໍ່​ສ້າງ.

ສະ​ໜາມ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​​ຕັ້ງ​ຢູ່​ເຂດ​ສົງ​ລີ​ເມືອງ​ຈ່າງ​ເຈ່ຍ​ໂຂ ຖືກ​ຍ້ອງ​ຍໍວ່າ​ເປັນ​ເຂດ​ສະ​ກີ​ຫິ​ມະ​ທຳ​ມະ​ຊາດ​ທີ່​ດີ​ທີ່​ສຸດ​ຢູ່​ພາກ​ເໜືອ​ຂອງ​ຈີນ ເຊິ່ງ​​ຈະ​ໃຊ້​ເປັນສະ​ໜາມແຂ່ງ​ຂັນ​ສະ​ກີ​ຫິ​ມະ​ຕົ້ນ​ຕໍ​ໃນ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ 2022.

ຄຳ​ເຫັນ

0