覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຖິງ​ຈະຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຈາກ​ໂຄວິດ-19, ຈີນຍັງ​ຍຶດ​ໝັ້ນ​ໃນ​ຄຳ​ໝັ້ນ​ສັນ​ຍາ​ໃນ​ການ​ຈັດ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ

2021-01-20 15:04:29 cri

ເຖິງ​ຈະຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຈາກ​ໂຄວິດ-19, ຈີນຍັງ​ຍຶດ​ໝັ້ນ​ໃນ​ຄຳ​ໝັ້ນ​ສັນ​ຍາ​ໃນ​ການ​ຈັດ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ_fororder_dongaohui1
 

ການ​ເດີນ​ທາງ​ໄປ​ສຳຫຼວດກວດ​ກາ​ວຽກ​ງານ​ໃນ​ປີ​ໃໝ່2021ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ໃຊ້​ເວ​ລາ​ສອງວັນ​ເດີນ​ທາງ​ໄປ​ເຂດທີ່​ໃຊ້​ໃນ​ການ​ແຂ່ງ​ຂັນ​ທັງ​ໝົດ 3 ແຫ່ງ​​ສຳ​ລັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ 2022. ບໍ່​ວ່າ​ຈະ​ເປັນ​ສະ​ໜາມ​ກິ​ລາ ຫຼື​ໂຄງ​ການ​ທີ່​ກ່ຽວ​ຂ້ອງ​, ວຽກ​ງານ​ກະ​ກຽມ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ກຳ​ລັງ​ໄດ້​ຮັບ​ການ​ຊຸກ​ຍູ້​ປະ​ຕິ​ບັດ​ ​ຢ່າງ​ໜັກ​ແໜ້ນ. ປີ 2015, ຄະ​ນະ​ຜູ້​ແທນ​ປັກ​ກິ່ງ​ເລີ່​ມ​ດຳ​ເນີນ​ຂັ້ນ​ຕອນສຸດ​ທ້າຍ​ເພື່ອ​ຮ້ອງ​ຂໍ​ເປັນ​ເຈົ້າ​ພາບ​ຈັ​ດ​ງານ​ກິ​ລາ​ໂອ​ລິມ​ປິກ​​ລະ​ດູ​ໜາວ​ປີ 2022, ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​ປະ​ກອບ​ຄຳ​ເຫັນ​ຜ່າ​ນ​ທາງວີ​ດີ​ໂອ​ໂດຍ​ຢືນ​ຢັນ​ວ່າ ຖ້າ​ຫາກ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ເລືອກ​ເອົາ​ຈີນ​ເປັນ​ປະ​ເທດ​ເຈົ້າ​ພາບ, ຈີ​ນ​ຈະ​ຈັດ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ​ທີ່​ໜ້າ​ປະ​ທັບ​ໃຈ,ໂດດ​ເດັ່ນ​ແລະ​ສຸດຍອດ​ຄັ້ງ​ໜຶ່ງ, ລັດ​ຖະ​ບານ​ຈີນ​ຈະ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ທຸກ​ປະ​ການ​ຢ່າງ​ຮອບ​ດ້ານ.
 

ເຖິງ​ຈະຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຈາກ​ໂຄວິດ-19, ຈີນຍັງ​ຍຶດ​ໝັ້ນ​ໃນ​ຄຳ​ໝັ້ນ​ສັນ​ຍາ​ໃນ​ການ​ຈັດ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ_fororder_dongaohui2
 

   ພາຍຫຼັງ​ຈີນ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຮ້ອງ​ຂໍ​ເປັນ​ເຈົ້າ​ພາບ​ຈັດ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ​ແລ້ວ, ໃນ​ໂອ​ກາດ​ສຳ​ຄັນຫຼາຍ​ຄັ້ງ​ເຊັ່ນ​ໃນ​ເວ​ລາພົບ​ປະ​ກັບ​ທ່ານ​ໂທ​ມັ​ສ ບາ​​ສ ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ ເປັນ​ຕົ້ນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ເປັນ​ປະ​ຈຳ​ກ່ຽວ​ກັບ “ການ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ທຸກ​ປະ​ການ​ຢ່າງ​ຮອບ​ດ້ານ”, “ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ຈັດ​ງານ​ໃຫ້​ສຳ​ເລັດ​ຜົນ​ແນ່ນອນ” ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ຄຳ​ໝັ້ນ​ສັນ​ຍາ​ດັ່ງ​ກ່າວ​ນີ້.
 

ເຖິງ​ຈະຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຈາກ​ໂຄວິດ-19, ຈີນຍັງ​ຍຶດ​ໝັ້ນ​ໃນ​ຄຳ​ໝັ້ນ​ສັນ​ຍາ​ໃນ​ການ​ຈັດ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ_fororder_dongaohui3
 

ພາຍຫຼັງຈີນ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຮ້ອງ​ຂໍ​ເປັນ​ເຈົ້າ​ພາບ​ຈັດ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ​ແລ້ວ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ເໜີ​ແນວ​ຄວາມ​ຄິດ​ໃນ​ການຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ແບບ​ສີ​ຂຽວ, ຊົມ​ໃຊ້​ຮ່ວມ​ກັນ, ເປີດກວ້າງ, ປອດ​ໃສ​ຂາວ​ສະ​ອາດ. ແນວ​ຄວາມ​ຄິດ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຢູ່ໃນ​ວຽກ​ງານ​ທີ່​ລະ​ອຽດທຸກ​ຢ່າງ​ ​ຕະຫຼອດ​ຂະ​ບວນ​ການ​ກະ​ກຽມ​ຈັດ​ງານ, ມາດ​ຕະ​ຖານ​​ໃໝ່​ຂອງ​ງານໂອ​ລິມ​ປິກ ກໍ​ໄດ້​ປະ​ກົດ​ຜົນ​ເປັນ​ຈິງ​ເທື່ອ​ລະ​ກ້າວ.
 

ເຖິງ​ຈະຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຈາກ​ໂຄວິດ-19, ຈີນຍັງ​ຍຶດ​ໝັ້ນ​ໃນ​ຄຳ​ໝັ້ນ​ສັນ​ຍາ​ໃນ​ການ​ຈັດ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ_fororder_dongaohui4
 

 ຫຼາຍ​ປີ​ຜ່ານ​ມາ, ການ​ກໍ່​ສ້າງ​​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ສຳ​ລັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ໄດ້​ມີ​ການ​ປ່ຽນ​ແປງ​ທີ່​ປະ​ທັບ​ໃຈ, ເຊິ່ງ​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ​ຈີນ​ໄດ້​ປະ​ຕິ​ບັດ​ຕ​າມ​ຄຳ​ໝັ້ນ​ສັນ​ຍາ​​ຢ່າງ​ໜັກ​ແໜ້ນ​ຄື “ຕ້ອງ​ຈັດ​ງານ​ໃຫ້​ສຳ​ເລັດ​ຜົນ​ແນ່ນອນ”.

 

ນັບ​ຕັ້ງ​ແຕ່​ເກີດ​​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ, ເຖິງວ່າ​ໄດ້​ຜະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າຍ​ທີ່​ຂ້ຽວ​ຂາດ​ຕ່າງໆ​ກໍ​ຕາມ, ຈີນ​ຍັງ​ຄົງ​ຍຶດ​ໝັ້ນ​ໃນ​ການ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ໃນ​ເວ​ລາ​ຮ້ອງ​ຂໍ​ເປັນ​ເຈົ້າ​ພາບ​ຈັດ​ງານກິ​ລາ​ໂອ​ລິມ​ປິກ​ທຸກ​ປະ​ການ.
 

  ສຳ​ລັບການ​ກໍ່​ສ້າງ​ສະ​ໜາມ​ກິ​ລາ ເຊິ່ງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເອີ້ນ​ວ່າ ເປັນ​ວຽກ​ງານ​ສຳ​ຄັນ​ທີ່​ສຸດ​. ​ໂຄງ​ການ​ກໍ່​ສ້າງ ສະ​ໜາມ​ກິ​ລາ 12 ແຫ່ງ​ເມື່ອ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ນາ​ນາ​ປະ​ການ​ແລ້ວ​ໄດ້​ສຳ​ເລັດ​ການ​ກໍ່​ສ້າງ​ໃນ​ທ້າຍ​ປີ 2020, ແລະສາ​ມາດມອບ​ການ​ນຳ​ໃຊ້​ຕາມ​ມາດ​ຕະ​ຖານ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ, ​ເຊິ່ງ​ໄດ້​ເພີ່ມ​ຄວາມ​ໝັ້ນ​ໃຈ​ໃຫ້​ແກ່​​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ທີ່​ພວມ​ຕົກ​ຢູ່​ໃນ​ຄວາມ​ບໍ່​ແນ່ນອນ.

ຄຳ​ເຫັນ

0