ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 20 ມັງກອນນີ້ຕາມເວລາທ້ອງຖິ່ນ, ທ່ານໂຈ ໄບເດັນ ຜູ້ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີຄົນໃໝ່, ສະມາຊິກພັກເດໂມເຄຣັດ ໄດ້ສາບານຕົນຂຶ້ນຮັບຕຳແໜ່ງເປັນປະທານາທິບໍດີອາເມຣິກາຄົນທີ 46 ຢູ່ນະຄອນຫຼວງວໍຊິງຕັນ. ກ່ອນໜ້ານີ້, ມີເຈົ້າໜ້າທີ່ກອງປ້ອງກັນດິນແດນແຫ່ງຊາດ 25.000 ກວ່າຄົນໄດ້ຖືກແຕ່ງຕັ້ງໄປປະຈຳຢູ່ນະຄອນຫຼວງວໍຊິງຕັນ, ໂດຍສະເພາະແມ່ນຢູ່ລັດຖະສະພາອາເມຣິກາ ບ່ອນທີ່ຕ້ອງກັນຢ່າງເຄັ່ງຄັດ. ປັດຈຸບັນ, ຈຳນວນທະຫານອາເມຣິກາທີ່ປະຈຳຢູ່ປະເທດອັຟການີສະຖານ ແລະອີຣັກມີພຽງແຕ່ 5.000 ຄົນເທົ່ານັ້ນ, ແຕ່ຈຳນວນທະຫານຂອງກອງປ້ອງກັນດິນແດນແຫ່ງຊາດທີ່ກຳລັງປະຈຳຢູ່ວໍຊິງຕັນມີເກືອບ 5 ເທົ່າຂອງຕົວເລກດັ່ງກ່າວ. ທ່ານໂວຟ ບລີເຊີ, ໂຄສົກ CNN ໄດ້ກ່າວຜ່ານທາງສື່ສັງຄົມອອນລາຍວ່າ: ສະພາບການຢູ່ວໍຊິງຕັນໃນປັດຈຸບັນເໝືອນດັ່ງເຂດທີ່ເກີດສົງຄາມ ເຊິ່ງເຮັດໃຫ້ຄົນເຮົາຮູ້ສຶກ“ເສົ້າໃຈ”ຫຼາຍ. ຖ້າວ່າບໍ່ເຫັນທຸງຊາດອາເມຣິກາ, ຄົນທັງຫຼາຍກໍບໍ່ສາມາດຈຳແນກໄດ້ວ່າຮູບໃດແມ່ນ“ເຂດຂຽວ” ຫຼືເຂດປ້ອງກັນໄພຂັ້ນສຸດຍອດຢູ່ນະຄອນຫຼວງແບັກແດັດຂອງອີຣັກທີ່ກຳລັງປະສົບກັບໄພຂົ່ມຂູ່ຈາກການຫຼອນໂຈມຕີຂອງກຸ່ມກໍ່ການຮ້າຍ ແລະຮູບໃດແມ່ນນະຄອນຫຼວງວໍຊິງຕັນທີ່ມັກເອີ້ນວ່າດິນແດນ “ປະຊາທິປະໄຕ”ແລະ“ຄວາມສິວິໄລ”. ໃນໄລຍະທີ່ຜະເຊີນໜ້າກັບບັນຫາຕ່າງໆທີ່ຮ້າຍແຮງພາຍໃນປະເທດ ເຊັ່ນ “ສັງຄົມມີຄວາມແຕກແຍກ”,ບໍ່ສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ ແລະບັນຫາອື່ນໆ, ອາເມຣິກາຄວນພິຈາລະນາຖອນທະຫານຂອງຕົນທີ່ປະຈຳຢູ່ຕ່າງປະເທດກັບຄືນອາເມຣິກາໃຫ້ຫຼາຍກວ່າເກົ່າ.
ພາບ: ແກ້ວປະເສີດ
ຂ່າວ:ດວງພະຈັນ ບົວສະຫວັນ
ຄຳເຫັນ
0