何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີ​ຈິ້ນ​ຜິ​ງກ່າວ​ວ່າ: ລະບອບສັງຄົມ​ຂອງ​ບັນດາ​ປະ​ເທດ​ບໍ່​ໄດ້​ຈຳ​ແນ​ກຄວາມ​ສູງ​ສົ່ງ ​ແລະຄວາມ​ຕໍ່າ​ຕ້ອຍ, ສິ່ງ​ສຳຄັນແມ່ນ​ຂຶ້ນ​ຢູ່​ກັບວ່າ ໄດ້ຮັບ​ແຮງສັດທາ ​ແລະການ​ສະໜັບສະໜູນ​ຈາກ​ປະຊາຊົນຫຼື​ບໍ່

2021-01-25 21:58:08 CRI

ຕອນ​ຄໍ່າວັນ​ທີ 25 ມັງກອນ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສົນທະນາ “ວາລະ​ດາວ​ອສ” ຂອງ​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ​ຜ່ານ​ທາງ​ວີ​ດີ​ໂອ ​ແລະກ່າວ​ຄຳ​ປາ​ໄສ​ພິ​ເສດ​ຢູ່​ນະຄອນຫຼວງ​ປັກ​ກິ່ງ.

 

ທ່ານສີ​ຈິ້ນ​ຜິ​ງກ່າວ​ວ່າ: ລະບອບສັງຄົມ​ຂອງ​ບັນດາ​ປະ​ເທດ​ບໍ່​ໄດ້​ຈຳ​ແນ​ກຄວາມ​ສູງ​ສົ່ງ ​ແລະຄວາມ​ຕໍ່າ​ຕ້ອຍ, ສິ່ງ​ສຳຄັນແມ່ນ​ຂຶ້ນ​ຢູ່​ກັບວ່າ ໄດ້ຮັບ​ແຮງສັດທາ ​ແລະການ​ສະໜັບສະໜູນ​ຈາກ​ປະຊາຊົນຫຼື​ບໍ່_fororder_VIP20125

 

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ​ໃນ​ໂລກ​ບໍ່​ມີ​ໃບ​ໄມ້ 2 ​ໃບ​ທີ່ຄື​ກັນ​ໝົດທຸກຢ່າງ, ທັງ​ບໍ່​ມີ​ວັດທະນະທຳ​ປະຫວັດສາດ ​ແລະ ລະບອບ​ສັງຄົມ​ທີ່​ຄື​ກັນທັງ​ໝົດ. ວັດທະນະທຳ​ປະຫວັດສາດ ​ແລະລະບອບ​ສັງຄົມ​ຂອງ​ບັນດາ​ປະ​ເທດ​ລ້ວນ​ແຕ່​ມີ​ເອກະລັກ​ຂອງ​ໃຜລາວ, ​ແຕ່​ບໍ່​ໄດ້​ຈຳ​ແນ​ກຄວາມ​ສູງ​ສົ່ງ ​ແລະຄວາມ​ຕໍ່າ​ຕ້ອຍ,ສິ່ງ​ສຳຄັນ​ຂຶ້ນ​ຢູ່​ກັບວ່າ​ມັນ​ຈະ​ສອດຄ່ອງ​ກັບ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ຕົນ​ຫຼື​ບໍ່, ​ໄດ້​ຮັບ​ແຮງສັດທາ ​ແລະການ​ສະໜັບສະໜູນ​ຈາກ​ປະຊາຊົນຫຼື​ບໍ່, ສາມາດ​ສ້າງ​ຄວາມ​ໝັ້ນຄົງ​ທາງດ້ານ​ການ​ເມືອງ ຄວາມ​ກ້າວໜ້າທາງ​ດ້ານ​ສັງຄົມ ​ແລະ ສາມາດປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນໄດ້​ຫຼື​ບໍ່, ​ທັງ​ສາມາດ​ປະກອບສ່ວນ​ເຂົ້າ​ໃນ​ຄວາມ​ກ້າວໜ້າ​ຂອງ​ມວນ​ມະນຸດໄດ້​ຫຼື​ບໍ່.

ຄຳ​ເຫັນ

0