蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ແລະ​ອາ​ເມ​ຣິ​ກາ​ມີ​ຄວາມ​ແຕກ​ຕ່າງ​ກັນຫຼາຍ​ໃນ​ການ​ສັກ​ວັກ​ຊິນ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19

2021-01-25 16:23:31 CRI

ໃນ​ຖາ​ນະ​ເປັນ​ໜຶ່ງ​ໃນ​ປະ​ເທດ​ທີ່​ມີ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ໜັກ​ໜ່ວງ​ທີ່​ສຸດ​ໃນ​ໂລກ, ເພື່ອ​ຕອບ​ສະ​ໜອງ​ກັບ​ຄວາມ​ຕ້ອງ​ການ​ ວັກ​ຊິນ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ອັນ​ຮີບ​ດ່ວນ, ພາຍ​ໃຕ້​ສະ​ພາບ​ກາ​ນ​ຍັງ​ເຮັດ​ການ​ທົດ​ລອງ​ວັກ​ຊິນ​ທາງ​ຄ​ລີ​ນິກ​ໄລ​ຍະ 3 ​ບໍ່​ທັນ​ສຳ​ເລັດ, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ກໍ​​ຟ້າວອະ​ນຸ​ຍາດ​ໃຫ້​ນຳ​ໃຊ້​ວັກ​ຊິນ​ສອງ​ຊະ​ນິດ​ໂດ​ຍ​ດ່ວນ​ກ່ອນ​ປີ 2021 ແລະ ກຽມ​ຈະ​ສັກ​ວັກ​ຊິນ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 ໃຫ້ 20 ລ້ານ​ຄົນ​ໃນ​ທົ່ວ​ປະ​ເທ​ດ​ອາ​ເມ​ຣິ​ກາ​ກ່ອນ​ທ້າຍ​ປີ 2020. ແຕ່​ທີ່​ຈິງ​ແລ້ວ, ບັນ​ດາ​ລັດ​ຂອງ​ອາ​ເມ​ຣິ​ກາ​ໄດ້​ກະ​ທຳ​ຕາມ​ຄວາມ​ຄິດ​ຂອງ​ຕົນ​ເອງ, ຂາດ​ການ​ປະ​ສານ​ງານ​ທີ່​ມີລັກ​ສະ​ນະ​ທົ່ວ​ປະ​ເທດ, ເຮັດ​ໃຫ້​ການ​ສັກ​ວັກ​ຊິນ​ຂອງ​ອາ​ເມ​ຣິ​ກາ​​ພົບ​ກັບຫຼາຍ​ບັນ​ຫາ ແລະ ດຳ​ເນີນ​ໄປ​ຢ່າງ​ຊັກ​ຊ້າ.

ເພື່ອ​ສັກ​ວັກ​ຊິນ​​ໃຫ້ໄດ້​ໄວ, ຜູ້​ເຖົ້າຫຼາຍ​ຮ້ອຍ​ຄົນ​ໄດ້​ລຽນ​ແຖວ​ຢູ່​ເດີ່ນ​ຈອດ​ລົດ​ໝົດ​ຄືນ. ຍ້ອນ​ວ່າ​ບາງ​ຄົນ​ຢາກ​ແຊງ​ແຖວ, ເກືອບ​​ມີ​ຄົນ​ຕີ​ກັນ. ນອກ​ນີ້, ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຈຳ​ນວນ​ໜຶ່ງ​ໄດ້​ສວຍ​ໃຊ້​ສິດ​ອຳ​ນາດ​ຂອງ​ຕົນ​ເພື່ອ​​ໃຫ້ໄດ້​ສັກ​ວັກ​ຊິນ​ໄວ​​ຂຶ້ນ. ອີງ​ຕາມ​ການ​ລາຍ​ງານ​ຂ່າວ​ທີ່​ກ່ຽວ​ຂ້ອງ, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ເມືອງ​​ປ​ຣາ​ມິນ​ຮາມ​ຄົນ​ຫ​ນຶ່ງ​ກໍ​ໄດ້​ສວຍ​ໃຊ້​ສິດ​ອຳ​ນາດ​ຂອງ​ຕົນ ເພື່ອ​ໃຫ້​ໄດ້​ສິດ​ສັກ​ວັກ​ຊິນ​ກ່ອນ​ໝູ່, ດຽວ​ນີ້​​ຜູ້​ກ່ຽວ​ພ​ວມ​ຖືກສືບ​ສວນ​ສອບ​ສວນ​ຢູ່.

ດ້ານ​ໜຶ່ງ​ແມ່ນ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ຕ້ອງ​ການ​ວັກ​ຊິນ​ຢ່າງ​ຮີບ​ດ່ວນ​ແຕ່​ຫາກ​ບໍ່​ໄດ້​ຮັບ​ວັກ​ຊິນ​ຕາມ​ຄວາມ​ຕ້ອງ​ການ, ອີກ​ດ້ານ​ໜຶ່ງ, ປັດ​ຈຸ​ບັນ, ມີ​ວັກ​ຊິນຫຼາຍ​ລ້ານ​ຫຼອດ​ຖືກ​ເກັບ​ຮັກ​ສາ​ໄວ້​ໃນ​ຕູ້​ເຢັນ, ວັກ​ຊິນ​ເຫຼົ່າ​ນີ້​ອາດ​ຈະ​ເສື່ອມ​ຄຸນ​ນະ​ພາບໄປ​ລ້າໆ ແລະ ອາດ​ຈະ​ໃຊ້​ການ​ບໍ່​ໄດ້​ໃນ​ທີ່​ສຸດ. ຊາວ​ອາ​ເມ​ຣິ​ກາຫຼາຍ​ຄົນ​ຫວັງ​ວ່າ​ຈະ​ສາ​ມາດ​ສັກ​ວັກ​ຊິນ​ໄດ້​ໂດຍ​ໄວ ເພື່ອ​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຕົນ​ຟື້ນ​​ຄືນ​ສູ່​ຄວາມ​ເປັນ​ປົກ​ກະ​ຕິ​ໂດຍ​ໄວ, ແຕ່​ສະ​ພາບ​ຕົວ​ຈິງ​ເຮັດ​ໃຫ້ຫຼາຍໆ​ຄົນ​ຮູ້​ສຶກ “ໝົດ​ຫວັງ”.

ເມື່ອ​ທຽບ​ກັບ​ສະ​ພາບ​ການ​ຢູ່​ອາ​ເມ​ຣິ​ກາ​ແລ້ວ, ສະ​ພາບ​ການ​ສັກ​ວັກ​ຊິນ​ຢູ່​ຈີນ ພັດ​ເຮັດ​ໃຫ້​ປະ​ຊາ​ຊົນ​ຮູ້​ສຶກ​ມີ​ຄວາມ​ເພິ່ງ​ພໍ​ໃຈ ແລະ ມີ​ຄວາມ​ປອດ​ໄພ​ດີ. ລັດ​ຖະ​ບານ​ຈີນ​ໄດ້​ອະ​ນຸ​ຍາດ​ໃຫ້​ວັກ​ຊິນ​ຂອງ​ບໍ​ລິ​ສັດ​ຊິນ​ໂນ​ແວກ​ຈຳ​ໜ່າຍ​ໃນ​ຕະຫຼາດ​ຢ່າງ​ເປັນ​ທາງ​ການ​ໂດຍ​ມີ​ເງື່ອນ​ໄຂ​ໃນ​ວັນ​ທີ 31 ທັນ​ວາ​ປີຜ່ານ​ມາ​​ນີ້ ແລະ ​​ຈະສະ​ໜອງວັກ​ຊິນ​ໃຫ້​ປະ​ຊາ​ຊົນ​ຈີນ​ທຸກ​ຄົນໂດຍ​ບໍ່​ຕ້ອງ​ເສຍ​ຄ່າ. ​ຄຳ​ວ່າ “ບໍ່​ຕ້ອງ​ເສຍ​ຄ່າ”ໄດ້​ກາຍ​ເປັນ​ຄຳ​ສັບ​ຍອດ​ນິ​ຍົມ ເຊິ່ງ​ບໍ່​ພຽງ​ແຕ່​ສາ​ມາດ​ຮັບ​ປະ​ກັນ​ໃຫ້​ປະ​ຊາ​​ຊົນຈີນ​ທຸກ​ຄົນ​ສາ​ມາດ​​ສັກ​ວັກ​ຊິນ​ໄດ້​ຢ່າງ​ເທົ່າ​ທຽມ​ກັນ​ເທົ່າ​ນັ້ນ, ຫາກ​ຍັງ​ສາ​ມາດ​ທັບ​ມ້າງ​ເຈດ​ຕະ​ນາບໍ່​ດີ​ທີ່​ຢາກ​ສວຍ​ໃຊ້​ການ​ສັກ​ວັກ​ຊິນ​ເປັນ​ໂອ​ກາດ​​ເພື່ອ​ຫາ​ຜົນ​ກຳ​ໄລ​ສ່ວນ​ຕົວ.

ນັບ​ແຕ່​ຈີນ​ເລີ່ມ​ສັກ​ວັກ​ຊິນ​​ມາແຕ່​ວັນ​ທີ 15 ມັງ​ກອນ​ນີ້​ເປັນ​ຕົ້ນ​ມາ, ວຽກ​ງາ​ນ​ສັກ​ວັກ​ຊິນ​ຂອງ​ຈີນ​ໄດ້ດຳ​ເນີນ​ໄປ່​ຢ່າງ​ໜັກ​ແໜ້ນ ໂດຍ​ອີງ​ຕາມຫຼັກ​ການ​ຕ່າງໆ ເຊັ່ນ: ​ຈັດ​ສັນ​ເຂດ​ສັກ​ວັກ​ຊິນ​ຢູ່ຕົວ​ເມືອງ​ແລະ​ຊົນ​ນະ​ບົດ, ໃຫ້​ບູ​ລິ​ມະ​ສິດ​ສັກ​ວັກ​ຊິນ​ຢູ່​ຕາມ​ດ່ານ​ເຂົ້າ​ອອກ​ເມືອງ​ຕ່າງໆ​ກ່ອນ​ໝູ່, ຕ້ອງ​ເນັ້ນ​ໃສ່​ເຂດ​ທີ່​ຕ້ອງ​ການ​ດ່ວນ ແລະ ອື່ນໆ, ມາ​ຮອດ​ປັດ​ຈຸ​ບັນ, ມີ​ປະ​ຊາ​​ຊົນ​ຈີນ 15 ລ້ານເທື່ອ​ຄົນ​ໄດ້​ສັກ​ວັກ​ຊິນ​ປ້ອງ​ກັນ​ໂຄວິດ-19 ແລ້ວ.

ເປັນ​ຫຍັງ​ວຽກ​ງານ​ສັກ​ວັກ​ຊິນ​ປ້ອງ​ກັນ​ໂຄວິດ-19 ຂອງ​ຈີນ​ໄດ້​ດຳ​ເນີນ​ໄປ​ຢ່າງ​​ສະ​ດວກ ແລະ ໜັກ​ແໜ້ນ ແລະ ໄດ້​ສ້າງ​ກຳ​ແພງ​ປ້ອງ​ກັນ​ໂຄວິດ-19 ໃຫ້​ແກ່​ປະ​ຊ​າ​ຊົນຈີນ, ນີ້​ກໍ​ຍ້ອນ​ວ່າ: ລັດ​ຖະ​ບານ​ຈີນ​ມີ​ທ່າ​ທີ​ແບບ​ສຸ​ຂຸມ​ຮອບ​ຄອບ, ຖືກ​ຕ້ອງ​ຕາມຫຼັກ​ວິ​ທະ​ຍາ​ສາດ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ສູງ​ສຸດ​ຕໍ່​ປະ​ຊາ​ຊົນ ເລີ່ມ​ແຕ່​ໄລ​ຍະ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ວັກ​ຊິນ: ຈີນ​ບໍ່​ໄດ້​ຄິດ​ໄລ່​ຄ່າ​ຕອບ​ແທນ​ດ້ານ​ເສດ​ຖະ​ກິດ, ມີ​ແຕ່​ພິ​ຈາ​ລະ​ນາ​ເຖິງ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ, ໜ່ວຍ​ງານ​ຄົ້ນ​ຄວ້າ​ທາງວິ​ທະ​ຍາ​ສາດ​ກໍ​ໄດ້​ດຳ​ເນີນ​ການ​ຄົ້ນ​ຄວ້າ​ໂດຍ​ແບ່ງ​ເປັນ 5 ລະ​ບົບ​ໃນ​ດ້ານ​ເຕັກ​ນິກ, ພາຍ​ໃຕ້​ປະ​ຖົມ​ປັດ​ໄຈ​ທີ່​ຮັບ​ປະ​ກັນ​ປະ​ສິດ​ທິ​ພາບ​ຂອງວັກ​ຊິນ​ແລ້ວ, ຍັງ​ຮັບ​ປະ​ກັນ​ກຳ​ລັງ​ການ​ຜະ​ລິດ​ວັກ​ຊິນ; ​ຈີນ​ຍັງ​ມີ​ມາດ​ຕະ​ການ​ເຄັ່ງ​ຄັດ​ໃນ​ການ​ອະ​ນຸ​ຍາດການ​ຈຳ​ໜ່າຍ​ວັກ​ຊິນ​ໃນຕະຫຼາດ​, ເດັດ​ດ່ຽວ​ບໍ່​ອະ​ນຸ​ຍາດ​​​ໃຫ້ດຳ​ເນີນ​ການ​ທົດ​ລອງ​​ໃນຮ່າງ​ກາຍ​ຂອງ​ມະ​ນຸດ​ແບບ​ຟ້າວ​ຝັ່ງ ກ່ອນການ​ທົດ​ລອງ​ຢູ່​​ນຳສັດ, ​; ໂດຍ​ຜະ​ເຊີນ​ໜ້າ​ກັບ​ຜູ້​​ຂໍສັກ​ວັກ​ຊິນ​ທີ່​ມີ “ປະ​ສົບ​ການ​ຜ່ານ​ມາ” ທີ່ຕ່າງ​ກັນ, ​ພະ​ນັກ​ງານ​ຜູ້ສັກ​ວັກ​ຊິນ​ຕ້ອງ​ອີງ​ຕາມ​​ຄວາມ​ຮັບ​ຮູ້​ຂອງ​ຕົນ​ທີ່​ໄດ້​ຮັບ​ການ​ຝຶກ​ອົບ​ຮົມ​ມາ​ກ່ອນ​ແລ້ວ​ນັ້ນ ເພື່ອ​ຈຳ​ແນກວ່າຜູ້​​ຂໍສັກ​ວັກ​ຊິນ​ນັ້ນ​ຈະ​ ສັກ​ວັກ​ຊິນ​ໄດ້ຫຼືບໍ່, “ຫຼັງ​ການ​ສັກ​ວັກ​ຊິນ​ແລ້ວ ຍັງ​ຕ້ອງ​ນັ່ງ​ສັງ​ເກດ​ຕິດ​ຕາມ​ອີກ 30 ນາ​ທີ” ຢູ່​ຈຸດ​ສັກ​ວັກ​ຊິນ ເຊິ່ງ​ເປັນ​ມາດ​ຕະ​ການ​ທີ່​ກຳ​ນົດ​ໃຫ້ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ; ວັກ​ຊິນ​ປ້ອງ​ກັນ​ໂຄວິດ-19 ຂອງ​ຈີນ​​ມີ​ປະ​ສິດ​ທິ​ຜົນ​ທີ່​ດີ​ສຳ​ລັບ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ທີ່​ກາຍ​ພັນ​ແລ້ວ​ນັ້ນຊັ່ນ​ກັນ. ນອກ​ນີ້​ແລ້ວ, ເພື່ອ​ຮັບ​ມື​ກັບ​​ສະ​ພາບ​ຂອງເຊື້ອ​ພະ​ຍາດ​ທີ່​ອາດ​ຈະ​ເກີດ​ມີ​​ການ​ກາຍ​ພັນ​ໃໝ່​​ຕື່ມອີກ, ທີມ​ງານ​ຄົ້ນ​ຄວ້າ​ຂອງ​ຈີນ​ກໍ​ບໍ່​ໄດ້​ຢຸດ​​ນິ້ງ​ຕໍ່​ການ​ຄົ້ນ​ຄວ້າ​ຂອງ​ຕົນ​ຈັກ​ເທື່ອ.

ຍ້ອນ​ວ່າ​ມີ​ມາດ​ຕະ​​ຖານ​ສູງ​ໃນ​ການ​ຄົ້ນ​ຄວ້າ​ຜະ​ລິດ, ວັກ​ຊິນ​ປ້ອງ​ກັນ​ໂຄວິດ-19 ຂອງ​ຈີນ​​ຈິ່ງ​ໄດ້​ຮັບ​​ການຍອມ​ຮັບ​ຈາກຫຼາຍ​ປະ​ເທດ​ໃນ​ໂລກ. ຫຼາຍ​ປະ​ເທດ​ໄດ້​ອະ​ນຸ​ຍາດ​ໃຫ້​ວັກ​ຊິນ​ຈີນ​ຈຳ​ໜ່າຍ​ໃນ​ຕະຫຼາດ​ປະ​ເທດ​ຕົນ ຫຼື​ນຳ​ໃຊ້​ໂດຍ​​ດ່ວນ​. ​ຜູ້​ນຳຫຼາຍ​ປະ​ເທດ ເຊັ່ນ: ອິນ​ໂດ​ເນ​ເຊຍ, ເອ​ຢິບ, ຕວກ​ກີ, ແຊກ​ບີ, ຊອກ​ດາ​ນີ ເປັນ​ຕົ້ນ​ໄດ້​ສັກ​ວັກ​ຊິນ​ຈີນ ເພື່ອ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19. ໃນ​ຂະ​ນະ​ດຽວ​ກັນ, ຈີນ​ຍັງ​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ທີ່​ຖື​ເອົາ​ວັກ​ຊິນ​ປ້ອງ​ກັນ​ໂຄວິດ-19 ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ ເພື່ອ​ສະ​ໜອງ​ໃຫ້​ປະ​ເທດ​ຕ່າງໆ​ໃນ​ໂລກ ໂດຍ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ວັກ​ຊິນ​ແກ່​ແຊກ​ບີ, ປາ​ກິດ​ສະ​ຖານ ແລະ ກຳ​ປູ​ເຈຍ.

​ສະ​ນັ້ນ, ຈິ່ງ​ສາ​ມາດ​ເວົ້າ​ໄດ້​ວ່າ: ຈີນ​ກໍ​ຄື​ກຳ​ລັງ​ຫຼັກ​ແຫຼ່ງ​​ຕົ້ນ​ຕໍໃນ​ຂະ​ບ​ວນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ຂອງ​ໂລກ, ວັກ​ຊິນ​ປ້ອງ​ກັນ​ໂຄວິດ-19 ຂອງ​ຈີນ​ກໍ​ໄດ້​ຊ່ວຍຫຼາຍ​ປະ​ເທດ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ​ໄດ້ເຊັ່ນ​ກັນ ເຊິ່ງ​​ກາຍເປັນ​ກຳ​ລັງແຮງ​ຍູ້​ໜູນ​ທີ່​ເຂັ້ມ​ແຂງ​ເພື່ອ​ຊ່ວຍ​ໃຫ້​ປະ​ເທດ​ຕ່າງໆ​ໃນ​ໂລກຫຼຸດ​ພົ້ນ​ອອກ​ຈາກ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ຄຳ​ເຫັນ

0