尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຖອນ​ອອກ​ງ່າ​ຍ​ແຕ່​ເຂົ້າຄືນ​ຍາກ ຖ້າ​​ອາ​ເມ​ຣິ​ກາ​ຢາກເປັນ​ຜູ້​ນຳ​ໂລກ​ຄືນ​ໃໝ່​​ກໍ່​ແຮ່ງບໍ່​ແມ່ນ​ເລື່ອງ​ງ່າຍ​​ດາຍ

2021-01-26 17:16:52 cri

图片默认标题_fororder_d62a6059252dd42a1d9a400b161ecfb2c8eab8af

     ໃນ 4 ປີ​ຜ່ານ​ມາ, ​ອາ​ເມ​ຣິ​ກາ​ນອກຈາກ​ໄດ້​ປ່ຽນ​ແປງ​ນະ​ໂຍ​ບາຍ​ການ​ຄ້າ​ຂອງ​​ຕົນ​ທີ່​ປະ​ຕິ​ບັດ​ມາ​ເປັນ​ເວ​ລາ 70 ປີ​, ​ປ່າວປະ​ກາດ​ວ່າ “ອາ​ເມ​ຣິ​ກາ​ຕ້ອງ​ມາ​ກ່ອນ, ​ຝືນ​ກະ​ແສໂລກາພິວັດ”ແລະດຳເນີນການຂວ້ຳບາດດ້ານພາສີອາກອນຕໍ່ປະເທດອື່ນໆໃນໂລກແລ້ວ, ເລື່ອງທີ່ລັດຖະບານໂດໂນ ທຣຳ ​ກໍ່​ຂຶ້ນຫຼາຍທີ່ສຸດກໍ່ແມ່ນ “ຖອນຕົວອອກຈາກສັນຍາ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນຕ່າງໆ.”
 

      ຫຼັງຈາກອາເມຣິກາໄດ້ຖອນຕົວອອກຈາກສັນຍາກ່ຽວກັບການພົວພັນຄູ່ຮ່ວມ​ຂ້າມປາຊີຟິິກ(TPP)ໃນ​ເດືອນ​ມັງ​ກອນ​ປີ 2017ແລ້ວ, ກໍ່​ນັບ​ມື້​ນັບ​ມັກ​ຖອນ​​ຕົວອອກ​ຈາກ​ສັນ​ຍາ​ຕ່າງໆ​ຫຼາຍ​ຂຶ້ນ. ໃນ​ເວ​ລາ 4 ປີ​ຜ່ານ​ມາ, ອາ​ເມ​ຣິ​ກາ​ໄດ້​ຖ​ອນ​ຕົວ​ອອກ​ຈາກ​ສັນ​ຍາ​ປາ​ຣີ, ອົງ​ການ​ການ​ສຶກ​ສາ,ວິ​ທະ​ຍ​າ​ສາດ​ແລະ​ວັດ​ທະ​ນະ​ທຳ​ຂອງ​ສະ​ຫະ​ປະ​ຊາ​ຊາດ(ອຸຍ​ແນ​ສ​ໂກ), ສັນ​ຍາວ່າ​ດ້ວຍ​ການ​ອົບ​ພະ​ຍົບ​ສາ​ກົນ, ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ອາ​ວຸດ​ນິວ​ເຄ​ລຍ​ອີ​ຣານ, ສະ​ພາ​ມົນ​ຕີ​ສິດ​ທິ​ມະ​ນຸດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ສົນ​ທິສັນ​ຍາ​ວ່າ​ດ້ວຍ​ຂີ​ປະ​ນາ​ວຸດ​ໄລ​ຍະ​ກາງ, ສົນ​ທິສັນ​ຍາ​ກ່ຽວ​ກັບ​ການ​ເປີດ​ນ່ານ​ຟ້າ​ກໍ​ຄື​ອົງ​ການ​ອະ​ນາ​ໄມ​ໂລກ. ອາ​ເມ​ຣິ​ກາ​ໄດ້​ມີ​ການ​ກະ​ທຳ​ຕາມ​ລຳ​ພັງ​ໃຈ,ບໍ່​ເອົາ​ຫົວ​ຊາ​ນຳ​ໜ້າ​ທີ່​​ຄວາມຮັບ​ຜິດ​ຊອບ​ທີ່​ມີ​ຕໍ່ສາ​ກົນ,​ປະ​ຕິ​ບັດ​ຕາມ​ລັດ​ທິ​ຝ່າຍ​ດຽວໝົດ​ທຸກ​ເລື່ອງ.
 

​ແມ່ນ​ແທ້,​ການ​ຖ​ອນ​ອອກ​ຈາກ​ສັນ​ຍາສາ​ກົນ​ຕ່າງໆ​ມີ​ຜົນ​ດີ​ຕໍ່​ຜົນ​ປະ​ໂຫຍດ​ລັດ​ທິ​ຝ່າຍ​ດຽວ​ແລະ​ລັດ​ທິ​ມະ​ຫາ​ອຳ​ນາດ​ຂອງ​ອາ​ເມ​ຣິ​ກາ, ແຕ່​ການ​ກະ​ທຳ​ແບບ​ນີ້​ໄດ້​ທຳ​ລາຍ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ແລະ​ລະ​ບຽບ​ການ​ສາ​ກົນ​ຕ່າງໆ​ທີ່​ອາ​ເມ​ຣິ​ກາ​ເປັນ​ຜູ້​ນຳ​ພາ​ສ້າງ​ຕັ້ງ​ຂຶ້ນ​ເອງ,​ໄດ້ທຳ​ລາຍ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​​ຂອງສາ​ກົນ. ຫຼັງ​ຈາກ​ຖອນ​ອອກ​ຈາກ​ສັນ​ຍາ​ສາ​ກົນ​ຕ່າງໆ​ແລ້ວ​ ອາ​ເມ​ຣິ​ກາ​ກໍ​ເລີຍ​ໄດ້​ເສຍ​ສິດສະ​ແດງ​ຄວາມ​ຄິດ​ເຫັນ​ທີ່​ເຄີຍ​ມີ​ໃນ​ສາ​ກົນ, ຈົນ​ເຖິງ​ຂັ້ນ​ໄດ້​ທຳ​ລາຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​​ປະ​ເທດ​ພັນ​ທະ​ມິດ​ຈຳ​ນວນ​ໜຶ່ງ​ຂອງ​ອາ​ເມ​ຣິ​ກາ​ເອງ,ເຮັດ​ໃຫ້​ອິດ​ທິ​ພົນ​ໃນ​ສາ​ກົນ​ຂອງ​ອາ​ເມ​ຣິ​ກາ​ຖື​ກ​ທຳ​ລາຍ. ​ຈົນ​ອະ​ດີດລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ກໍ​ເຄີ​ຍ​ໄດ້​ກ່າວ​ເປັນ​ຫ່ວງວ່າ​: “ພາ​ບ​ພົດ​ທີ່​ມີ​ຕໍ່ສາ​ກົນ​ຂອງ​ອາ​ເມ​ຣິ​ກາ​​ນັບ​ມື້​ນັບ​ຊຸດ​ໂຊມ​ລົງ​ເຖິງ​ລະ​ດັບ​ຕ່ຳ​ສຸດ,ທົ່ວ​ໂລກ​ລ້ວນ​ແຕ່​ເຫັນ​ເລື່ອງ​ນີ້​ເປັນ​ເລື່ອງ​ທີ່​ເປັນ​ຕາ​ຫົວ​ຂວັນ”.
 

ພາຍ​ໃຕ້​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ເສດ​ຖະ​ກິດ​ອາ​ເມ​ຣິ​ກາ​ໄດ້​​ຮັບ​ຜົນ​ກະ​ທົບຢ່າງ​ຮຸນ​ແຮງ, ຂະ​ແໜງ​ການ​ທ່ອງ​ທ່ຽວ​ກໍ່​ໄດ້​ເກີດ​ມີ​ຜົນ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ. ເພື່ອ​ກະ​ຕຸ້ນເສດ​ຖະ​ກິດ, ອາ​ເມ​ຣິ​ກາ​ໄດ້​ສະ​ເໜີ​ວ່າ​ຢາກ​ເຂົ້າ​ຮ່ວມ​ອົງ​ການ​ທ່ອງ​ທ່ຽວ​ໂລກ​ຄືນ​ໃໝ່, ແຕ່​ໄດ້​ຖືກ​ປະ​ຕິ​ເສດ​ຈາກ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ​ສະ​ນັ້ນ​ຈຶ່ງ​ເຫັນ​ໄດ້​ວ່າ:​ອາ​ເມ​ຣິ​ກາ​ມີ​ແຕ່​ໄດ້​ຮັບ​ຜົນ​ກຳ​ທີ່​ຕົນ​ໄດ້​ກະ​ທຳ​ໄວ້​ຢ້ອນ​ຫຼັງ.
 

ເພື່ອ​ສ້າງ​ພາບ​ພົດ​ທີ່​ດີ​ຕໍ່​ສາ​ກົ​ນຄືນ​ໃໝ່, ທ່ານ ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ຄົນ​ໃໝ່​ໄດ້​ປະ​ກາດ​ໃນ​ມື້​ທຳ​ອິດ​ທີ່​ທ່ານ​ຂຶ້ນ​ຮັບ​ຕຳ​ແໜ່ງວ່າ: ຈະ​ຟື້ນ​ຟູ​ການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ຣິ​ກາ​ກັບ​ອົງ​ການ​ອະ​ນາ​ໄມ​ໂລກ​ໃນ​ທັນ​ທີ, ພ້ອມ​ທັງຍອມ​ຮັບ​ວ່າ​ອົງ​ການ​ອະ​ນາ​ໄມ​ໂລກ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ປະ​ສານ​ງານ​ແລະ​ຮັບ​ມື​ກັບ​ວິ​ກິດ​ການ​ຂອງ​ໂລກ. ເຖິງວ່າ​ທ່ານ ໂຈ ໄບ​ເດັນ​ໄດ້​ປ່ຽນ​ຄຳ​ຂວັນ​​ຈາກອາ​ເມ​ຣິ​ກາ​​ຕ້ອງ​ມາ​ກ່ອນເປັນ​ອາ​ເມ​ຣິ​ກາ​ຈະ​ກັບ​ມາ​,​ປະ​ຖິ້ມ​ເສັ້ນ​ທາງ​ລັດ​ທິ​ຝ່າຍ​ດຽວ​ແລະ​ເຂົ້າ​ຮ່ວມ​ສັນ​ຍາ​ຄືນ​ໃໝ່​ກໍ​ຕາມ, ແຕ່​ກໍ​ບໍ່​ສາ​ມາດ​ຟື້ນ​ຟູ​ພາບ​ພົດ​ທີ່​ມີ​ຕໍ່​ສາ​ກົນ​ຂອງ​ອາ​ເມ​ຣິ​ກາ​ທີ່​ທ່ານ ໂດ​ໂນ ທ​ຣຳ ໄດ້​​ເປັນ​ຜູ້ທຳ​ລາຍ​ໄປ​ແລ້ວ​ນັ້ນ​ໃນ​ໄລ​ຍະ​​ທ່ານຄອງ​ອຳ​ນາດ.
 

ອາ​ເມ​ຣິ​ກາ​ເລືອກ​ເຂົ້າ​ຮ່ວມ​ສັນ​ຍາ​ແລະ​ອົງ​ການ​ຈັດ​ຕັ້ງ​​ສາ​ກົນຄືນ​ໃໝ່ແມ່ນ​ມີ​ຈຸດ​ປະ​ສົງ​ເພື່ອ​ສ້າງ​ພາບ​ພົດ​ຂອງ​ການ​ເປັນ​ຜູ້​ນຳຂອງ​ອາ​ເມ​ຣິ​ກາ​ຄືນ​ໃໝ່, ແຕ່​ວ່າ, ​ຖ້າ​ຢາກ​ຟື້ນ​ຟູອິດ​ທິ​ພົນ​ຂອງ​ອາ​ເມ​ຣິ​ກາ​ຄືນ​ໃໝ່ກໍ​ບໍ່​ແມ່ນ​ເລື່ອງ​ງ່າຍ​ດາຍ, ຖາ​ນະ​ຜູ້​ນຳ​ຂອງ​ອາ​ເມ​ຣິ​ກາ​ກໍ່​ບໍ່​ສາ​ມາດ​ຟື້ນ​ຟູ​​ຄືນ​ໃໝ່ໄດ້​ຢ່າງ​ງ່າຍ​ດາຍ​. ທົ່ວ​ໂລກ​ພວມ​ເລັ່ງ​ລັດ​ການ​​ປ່ຽນ​ແປງ​ໃໝ່,ການ​ພົວ​ພັນ​ໃນ​ສາ​ກົນ​ກໍ​ຈະ​ເກີດ​ມີ​ການ​ປ່ຽນ​ແປງ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ການ. ທີ່​ຈິງ​ແລ້ວ, ໃນ​ຫຼາຍ​ປີ​ຜ່ານ​ມາ, ການ​ພົວ​ພັນ​ໃນ​ສາ​ກົນ​ໄດ້​ພັດ​ທະ​ນາ​ເປັນ​ແບບ​ຫຼາຍ​ຂົ້ວ​ຢ່າງ​ຕໍ່​ເນື່ອງ. ​ເມື່ອຜ່ານ​ການ​ທົດ​ສອບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ 1 ປີ​ຜ່ານ​ມາ, ທົ່ວ​ໂລກ​ຍິ່ງ​ຕ້ອງ​ສ້າງ​ການ​ພົວ​ພັນຄູ່​ຮ່ວມ​ມື​ແບບ​ໃໝ່​ຊະ​ນິດ​ໜຶ່ງ, ການ​ພົວ​ພັນ​​ສາ​ກົນ​ຕ້ອງ​ການ​ການ​ເຂົ້າ​ຮ່ວມ​ຂອງ​ອາ​ເມ​ຣິ​ກາ, ແຕ່​​ກໍ່ຈະ​ບໍ່​ຖື​ຜົນ​ປະ​ໂຫຍດ​ຂອງ​ອາ​ເມ​ຣິ​ກາ​ຢູ່​ເໜືອ​ໝູ່. ​ກ່ຽວ​ກັບ​ການ​ທີ່​ອາ​ເມ​ຣິ​ກາ​ຢາກ​ກັບ​ຄືນ​ສູ່​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ບາງ​ແຫ່ງ​ໃນ​ຕໍ່​ໜ້າ​ນີ້, ພວກ​ເຮົາ​ຄອງ​ຄອຍ​ການ​ກະ​ທຳ​ທີ່​ແທ້​ຈິງຂອງ​ອາ​ເມ​ຣິ​ກາ​ຫຼາຍກວ່າ.

ຄຳ​ເຫັນ

0