ໃນຫວ່າງມໍ່ໆມານີ້, BBC ໄດ້ລົງຂ່າວໜຶ່ງທີ່ມີຫົວຂໍ້ວ່າ“ ໂອ ຊີນຈ່ຽງຈີນ ເດັກນ້ອຍຂອງຂ້ອຍຢູ່ໃສ? ”(《Xinjiang: China, where are my children?》) ໂດຍໄດ້ບິດເບືອນຄວາມຈິງວ່າ: ໂຮງຮຽນອະນຸບານແຫ່ງໜຶ່ງຢູ່ເຂດຊິ່ນຈ່ຽງຂອງຈີນເປັນໂຮງຮຽນອະນຸບານສຳລັບລູກຫຼານຂອງ“ຜູ້ທີ່ຖືກກັກຂັງ” ແລະເດັກນ້ອຍຢູ່ໃນໂຮງຮຽນອະນຸບານແຫ່ງນີ້“ຖືກບັງຄັບໃຫ້ໃຊ້ແຕ່ພາສາຈີນກາງເທົ່ານັ້ນ”. ແຕ່ພາຍຫຼັງຂ່າວນີ້ແຜ່ອອກໄປແລ້ວ, ມີນັກຂ່າວໄດ້ໄປສຳຫຼວດຕົວຈິງ ພັດພົບເຫັນວ່າ: ພໍ່ແມ່ຂອງເດັກນ້ອຍຂອງໂຮງຮຽນອະນຸບານທີ່ BBC ກ່າວເຖິງນັ້ນໄດ້ເຮັດວຽກຢູ່ບ່ອນໃກ້ຄຽງ ແລະທຸກມື້ເຂົາເຈົ້າກໍຈະສົ່ງລູກໄປໂຮງຮຽນ. ຢູ່ໃນໂຮງຮຽນອະນຸບານແຫ່ງນີ້, ມີທັງສຽງເວົ້າພາສາອຸຍເກີ ແລະພາສາຈີນກາງ. ເໝືອນດັ່ງຮູບກາຕູນຮູບນີ້, BBC ໃຊ້ຈິນຕະນາການຂອງຕົນເອງ ເພື່ອບິດເບືອນສະພາບການສອນພາສາຈີນກາງຢູ່ທີ່ໂຮງຮຽນອະນຸບານຂອງເຂດຊິ່ນຈ່ຽງຂອງຈີນ. ຜ່ານກ້ອງຖ່າຍທີ່ບິດເບືອນຄວາມຈິງຂອງເຂົາເຈົ້າ, ສະພາບການສິດສອນທີ່ມີຊີວິດຊີວາຢູ່ໃນໂຮງຮຽນອະນຸບານພັດໄດ້ກາຍເປັນໂລກຜີມານ.
ນອກນີ້, ໃນວັນທີ 19 ມັງກອນນີ້, BBC ຍັງໄດ້ລົງສາລະຄະດີສັ້ນເລື່ອງໜຶ່ງທີ່ມີຫົວຂໍ້ວ່າ“ກັບຄືນສູ່ຫູເປີຍ”ໂດຍຜ່ານສື່ສັງຄົມອອນລາຍ ໂດຍອ້າງວ່າຈະບັນທຶກສະພາບການຂອງຫູເປີຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ຄົບຮອບໜຶ່ງປີ. ແຕ່ເບິ່ງຈາກມູມກ້ອງຂອງເຂົາເຈົ້າແລ້ວ, ສ່ວນຫຼາຍແມ່ນເລືອກເອົາຫຼັງສາກ ແລະສະຖານທີ່ທີ່ຫຼ້າຫຼັງ ແລະເສື່ອມໂຊມ, ນີ້ກໍຄືສາຍຕາລຳອຽງຂອງເຂົາເຈົ້າທີ່ມີຕໍ່ປະເທດຈີນ. ແຕ່ຄວາມຈິງກໍຄືຄວາມຈິງ, ກົນອຸບາຍຂອງ BBC ບໍ່ບັນລຸເປົ້າໝາຍດອກ, ແຕ່ວ່າໄດ້ກາຍເປັນການບັນທຶກຄວາມພໍໃຈຂອງຊາວຫູເປີຍທີ່ມີຕໍ່ຜົນສຳເລັດຂອງຈີນໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19. ດັ່ງຄຳເວົ້າຂອງຊາວນະຄອນອູຮັ້ນຢູ່ໃນສາລະຄະດີເລື່ອງນີ້ວ່າ: “ດຽວນີ້ຂ້ອຍຮູ້ສຶກດີໃຈຫຼາຍແທ້ໆ ເພາະວ່ານະຄອນອູຮັ້ນເປັນບ່ອນທີ່ປອດໄພທີ່ສຸດຢູ່ປະເທດຈີນ ແລະປະເທດຈີນກໍເປັນບ່ອນທີ່ປອດໄພທີ່ສຸດຢູ່ໃນໂລກເຊັ່ນກັນ. ”
ສື່ມວນຊົນຕາເວັນຕົກມັກໃຊ້ຈິນຕະນາການບິດເບືອນຄວາມຈິງໃນການລາຍງານຂ່າວກ່ຽວກັບຈີນ ໂດຍມີຈຸດປະສົງເພື່ອໃສ່ຮ້າຍປ້າຍສີຈີນ. ເຖິງວ່າພວກເຂົາມີກົນອຸບາຍຫຼາຍຢ່າງກໍຕາມ, ແຕ່ປະຊາຊົນກໍສາມາດຈຳແນກໄດ້ວ່າອັນໃດຈິງ ອັນໃດປອມ. ການເສກສັນປັ້ນແຕ່ງຂ່າວ ແລະການບິດເບືອນຄວາມຈິງນັບມື້ກໍມີຄົນສົນໃຈໜ້ອຍລົງ ແລະມີແຕ່ຈະກາຍເປັນເລື່ອງຕະຫຼົກຊື່ໆ. ອັນນັ້ນຈຶ່ງຢາກຖາມນັກຂ່າວທີ່ມັກເສດສັນປັ້ນແຕ່ງຂ່າວປອມວ່າ: ຖ້າພວກເຈົ້າຢາກດຶງດູດຄວາມສົນໃຈຂອງຜູ້ຊົມຜ່ານເລື່ອງເລົ່າທີ່ຈິນຕະນາການແບບເຫຼືອເຊື່ອນີ້, ເປັນຫຍັງບໍ່ໄປເຮັດວຽກເປັນຜູ້ກຳກັບຮູບເງົາເລີຍ? ນັ້ນຈຶ່ງແມ່ນເວທີທີ່ແທ້ງຈິງສຳລັບພວກເຈົ້າ.
ພາບ: ແກ້ວປະເສີດ
ບົດ: ດວງພະຈັນ ບົວສະຫວັນ
ຄຳເຫັນ
0