ໃນສັງຄົມຍຸກປັດຈຸບັນ, ຕາມທຳມະດາແລ້ວ, ຕົວເລກສະຖິຕິແຮ່ງຫຼາຍແຮ່ງດີ. ຊັບສິນມູນຄ່າຫຼາຍກວ່າ 100 ລ້ານ, ມູນຄ່າການຈຳໜ່າຍຫຼາຍກວ່າ 100 ລ້ານ, ປະລິມານການເຂົ້າເບິ່ງຫຼາຍກວ່າ 100 ລ້ານເທື່ອຄົນ, ທັງໝົດເຫຼົ່ານີ້ລ້ວນແຕ່ຈະເຮັດໃຫ້ຄົນຮູ້ສຶກສະບາຍໃຈ. ແຕ່ວ່າ, ໃນວັນທີ 26 ມັງກອນນີ້, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ໃນໂລກມີຫຼາຍກວ່າ 100 ລ້ານຄົນ, ຕົວເລກດັ່ງກ່າວມີແຕ່ຈະເຮັດໃຫ້ຄົນຮູ້ສຶກເສົ້າໃຈ,ເພາະມັນໝາຍຄວາມວ່າສະພາບການຕ້ານກັບພະຍາດໂຄວິດ-19 ໃນໂລກມີຄວາມຂ້ຽວຂາດທີ່ສຸດ.
ນັບແຕ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນເວລາ 1 ປີຜ່ານມາ, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຕໍ່ມື້ໄດ້ເພີ່ມຂຶ້ນໄວຢ່າງໜ້າຢ້ານກົວ, ຊາວໂລກທີ່ບໍ່ມີໂທດກຳຫຍັງໄດ້ເສຍຊີວິດເປັນພັນເປັນໝື່ນຄົນ, ສັງຄົມຕົກຢູ່ໃນສະພາບຄວາມປັ່ນປ່ວນວຸ້ນວາຍ, ເສດຖະກິດໂລກຊຸດໂຊມລົງຢ່າງຕໍ່ເນື່ອງ. ເຖິງວ່າໄດ້ເລີ່ມໂຄງການສັກວັກຊີນພະຍາດໂຄວິດ-19 ຢ່າງຮີບດ່ວນຢູ່ຫຼາຍປະເທດໃນໂລກກໍຕາມ, ທັງການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ກໍມີສະພາບດີຂຶ້ນ, ແຕ່ຈຳນວນຜູ້ຖືກບົ່ງມະຕິດັ່ງກ່າວຍັງເປັນການເຕືອນຊາວໂລກອີກເທື່ອໜຶ່ງວ່າ:ການຕ້ານກັບພະຍາດໂຄວິດ-19 ຍັງເປັນໜ້າທີ່ອັນໜັກໜ່ວງຄືເກົ່າ.
ການຮ່ວມມືຍັງແມ່ນອາວຸດທີ່ເຂັ້ມແຂງທີ່ສຸດໃນການຕ້ານກັບພະຍາດໂຄວິດ-19. ໃນຖານະເປັນປະເທດໃຫຍ່ທີ່ມີຄວາມຮັບຜິດຊອບ, ຈີນໄດ້ເປັນແບບຢ່າງທີ່ດີໃຫ້ກັບບັນດາປະເທດໃນໂລກໃນການຕ້ານກັບພະຍາດໂຄວິດ-19. ຫຼັງຈາກສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນປະເທດຢ່າງສຳເລັດຜົນແລ້ວ, ຈີນໄດ້ສະໜອງວັດຖຸອຸປະກອນການແພດແລະໄດ້ສົ່ງໜ່ວຍແພດໝໍໄປຊ່ວຍເຫຼືອປະເທດຕ່າງໆທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ວັກຊີນພະຍາດໂຄວິດ-19 ຂອງຈີນກໍເປັນຜະລິດຕະພັນສາທາລະນະຂອງໂລກ,ໄດ້ສະໜອງໃຫ້ແກ່ປະເທດພວມພັດທະນາທີ່ມີສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໜັກໜ່ວງທີ່ສຸດຢ່າງທັນເວລາ. ວັນທີ 27 ມັງກອນນີ້, ລາວໄດ້ຈັດພິທີສັກວັກຊີນພະຍາດໂຄວິດ-19, ທ່ານຮອງນາຍົກລັດຖະມົນຕີລາວ, ລັດຖະມົນຕີກະຊວງສາທາລະນະສຸກລາວແລະພະນັກງານທີ່ກ່ຽວຂ້ອງທັງໝົດ 600 ຄົນໄດ້ສັກວັກຊີນພະຍາດໂຄວິດ-19 ທີ່ຈີນໄດ້ຊ່ວຍເຫຼືອ. ປັດຈຸບັນ, ອິນໂດເນເຊຍ, ເອຢິບ, ຕວກກີ, ແຊັກບີ, ຊັອກດານີແລະປະເທດອື່ນໆກໍໄດ້ສັກວັກຊີນພະຍາດໂຄວິດ-19 ທີ່ຈີນຜະລິດແລ້ວ, ນີ້ໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຂອງຈີນອີກເທື່ອໜຶ່ງໃນການຮ່ວມມືກັບບັນດາປະເທດໃນໂລກເພື່ອຮ່ວມກັນຕ້ານກັບພະຍາດໂຄວິດ-19.
ເຊື້ອພະຍາດບໍ່ມີພົມແດນ, ການປ້ອງກັນຊີວິດຂອງຄົນກໍ່ບໍ່ມີພົມແດນເຊັ່ນກັນ. ບັນດາປະເທດໃນໂລກຄວນຍຶດຖືແນວຄວາມຄິດຄູ່ຮ່ວມຊາຕາກຳຂອງມວນມະນຸດ, ຮ່ວມມືກັນສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຕໍ່ເນື່ອງ, ປ້ອງກັນສຸຂະພາບແລະຄວາມສຸກຂອງປະຊາຊົນຫຼາຍຫຼາຍລ້ານຄົນ.
ຄຳເຫັນ
0