ໃນຫຼາຍປີມານີ້, ການລົງທຶນຂອງຕ່າງປະເທດຢູ່ຈີນໄດ້ເປັນອັນດັບໜຶ່ງໃນກຸ່ມປະເທດພວມພັດທະນາ ແລະ ເປັນອັນດັບສອງໃນໂລກມາໂດຍຕະຫຼອດ. ຈົນຮອດປີຜ່ານມາ, ສະພາບການດັ່ງກ່າວເກີດມີການປ່ຽນແປງ. ບົດລາຍງານປະຈຳປີ 2020 ຂອງອົງການການຄ້າແລະການພັດທະນາຂອງອົງການສະຫະປະຊາຊາດໄດ້ສະແດງໃຫ້ເຫັນວ່າ: ປີ 2020, ການລົງທຶນຂອງຕ່າງປະເທດຢູ່ຈີນມີເຖິງ 163 ຕື້ໂດລາສະຫະລັດ ເຊິ່ງໄດ້ລື່ນກາຍອາເມຣິກາທີ່ມີ 134 ຕື້ໂດລາສະຫະລັດ ແລະ ກາຍເປັນປະເທດທີ່ມີການລົງທຶນຂອງຕ່າງປະເທດຫຼາຍທີ່ສຸດໃນໂລກ.
ປີ 2015, ການລົງທຶນຂອງຕ່າງປະເທດຢູ່ອາເມຣິກາໄດ້ສ້າງສະຖິຕິສູງສຸດ ຄື 440 ຕື້ໂດລາສະຫະລັດ ແລ້ວຄ່ອຍໆຫຼຸດໜ້ອຍຖອຍລົງ, ນີ້ແມ່ນຍ້ອນວ່າ: ທ່ານໂດໂນ ທຣຳ ປະທານາທິບໍດີອາເມຣິກາໄດ້ປະຕິບັດນະໂຍບາຍການຄ້າແບບລັດທິຝ່າຍດຽວ ເຊິ່ງໄດ້ທຳລາຍຜົນປະໂຫຍດດ້ານການລົງທຶນຂອງຕ່າງປະເທດ ແລະ ເຮັດໃຫ້ຍອດການລົງທຶນຢູ່ອາເມຣິກາຂອງນັກທຸລະກິດຕ່າງປະເທດຢູ່ອາເມຣິກາຫຼຸດລົງໄວກວ່າເກົ່າ. ປີ 2020, ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ເສດຖະກິດຂອງບັນດາປະເທດໃນໂລກຢ່າງໜັກໜ່ວງ, ການລົງທຶນໂດຍກົງຂອງຕ່າງປະເທດທີ່ມີຕໍ່ປະເທດຕ່າງໆໃນໂລກໄດ້ຫຼຸດລົງ 42% ແລະ ເປັນລະດັບຕ່ຳສຸດນັບແຕ່ຊຸມປີ 1990 ເປັນຕົ້ນມາ. ນອກຈາກນີ້, ຍ້ອນອາເມຣິກາບໍ່ສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19ໄດ້, ຈິ່ງເຮັດໃຫ້ເສດຖະກິດຊຸດໂຊມລົງຢ່າງໜັກໜ່ວງ, ເຮັດໃຫ້ການລົງທຶນຂອງວິສາຫະກິດຕ່າງປະເທດຢູ່ອາເມຣິກາຫຼຸດລົງ 49%, ຈິ່ງເປັນສາຍເຫດເຮັດໃຫ້ການລົງທຶນຂອງຕ່າງປະເທດຢູ່ຈີນລື່ນກາຍອາເມຣິກາ ແລະ ກາຍເປັນອັນດັບໜຶ່ງໃນການດຶງດູດການລົງທຶນຂອງຕ່າງປະເທດ.
ການລົງທຶນຕ້ອງສະແຫວງຫາຜົນກຳໄລ, ເສດຖະກິດບ່ອນໃດມີຄວາມຄຶກຄື້ນມີຊີວິດຊີວາ ແລະ ມີຄວາມສາມາດບົ່ມຊ້ອນດ້ານການພັດທະນາ, ເງິນລົງທຶນກໍຈະໄຫຼໄປສູ່ບ່ອນນັ້ນ.
ນັບແຕ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ຈີນສາມາດປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໄວ້ໄດ້ຢ່າງບັງເກີດຜົນ ແລະ ສາມາດຟື້ນຟູການຜະລິດ ແລະ ຊີວິດການເປັນຢູ່ສູ່ສະພາບປົກກະຕິໄດ້ໄວຢ່າງເປັນລະບຽບຮຽບຮ້ອຍ, ນີ້ໄດ້ຊຸກຍູ້ໃຫ້ເສດຖະກິດຟື້ນຟູໄດ້ໃນເວລາສັ້ນ. ໂດຍຜ່ານຈາກສະພາບການພັດທະນາທີ່ເນັ້ນໃສ່ການໝູນວຽນພາຍໃນເປັນຫຼັກ ແລະ ການໝູນວຽນທັງພາຍໃນແລະສາກົນທີ່ຊ່ວຍຊູຍູ້ໜູນກັນ, ຈີນໄດ້ບັນລຸການພັດທະນາເສດຖະກິດທີ່ມີຄຸນນະພາບສູງ. ເສດຖະກິດຈີນໄດ້ພິກຈາກສະພາບຄວາມກົດດັນຢ່າງໜັກໜ່ວງໃນໄລຍະຕົ້ນປີກໍສາມາດຟື້ນຄືນໄດ້ໃນໄຕມາດທີ 3 ຂອງປີຜ່ານມາ, ແລ້ວໄດ້ບັນລຸການບຸກທະລຸໃໝ່ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມທົນແທນແໜ້ນໜຽວທາງດ້ານເສດຖະກິດ ແລະ ຄວາມສາມາດບົ່ມຊ້ອນດ້ານການພັດທະນາອັນມະຫາສານ. ຫວ່າງມໍ່ໆມານີ້, ອົງການສະຖິຕິແຫ່ງຊາດຈີນໄດ້ເປີດເຜີຍວ່າ: ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຈີນໃນປີ 2020 ໄດ້ບັນລຸຫຼາຍກວ່າ 1 ແສນຕື້ຢວນ ເຊິ່ງໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງວ່າ: ພາຍໃຕ້ສະພາບການທີ່ພະຍາດໂຄວິດ-19 ແຜ່ລະບາດໃນຂອບເຂດທົ່ວໂລກຢ່າງໜັກໜ່ວງ, ແຕ່ເສດຖະກິດຈີນສາມາດຜ່ານຜ່າການທົດສອບຈາກຜົນກະທົບໄດ້ເປັນຢ່າງດີ, ຄາດວ່າ: ເສດຖະກິດຈີນໃນປີນີ້ຈະເຕີບໂຕຕື່ມອີກ, ຈີນໄດ້ປະຕິບັດມາດຕະການປ້ອງກັນແລະຄວບຄຸມພະຍາດທີ່ເຂັ້ມງວດ ເຊິ່ງຈະເພີ່ມຄວາມໝັ້ນໃຈໃຫ້ນັກລົງທຶນຕ່າງປະເທດທີ່ມີຕໍ່ປະເທດຈີນ.
ປີ 2020, ເຖິງວ່າໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຕໍ່ເນື່ອງກໍຕາມ, ແຕ່ຈີນກໍໄດ້ສືບຕໍ່ເປີດປະຕູສູ່ພາຍນອກຢ່າງໜັກແໜ້ນ, ມີຈັງຫວະນັບມື້ນັບໄວຂຶ້ນ ແລະ ມີຄຸນນະພາບນັບມື້ນັບສູງຂຶ້ນ. ຄຽງຄູ່ກັບຈີນໄດ້ປັບປຸງນະໂຍບາຍດຶງດູດການລົງທຶນຈາກຕ່າງປະເທດ ແລະ ສະພາບແວດລ້ອມການລົງທຶນດີຂຶ້ນເລື້ອຍໆ, ບວກກັບຈີນສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄວ້ໄດ້ເປັນຢ່າງດີ, ນັກທຸລະກິດຕ່າງປະເທດຍ່ອມຈະເພີ່ມການລົງທຶນຢູ່ຈີນນັບມື້ນັບຫຼາຍຂຶ້ນຢ່າງແນ່ນອນ.
ຄຳເຫັນ
0