ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ໃນໄລຍະໜຶ່ງປີທີ່ຫາກໍ່ຜ່ານພົ້ນໄປ, ມະນຸດເຮົາໄດ້ປະສົບກັບວິກິດການຫຼາຍຢ່າງທີ່ບໍ່ຄ່ອຍພົບເຫັນໃນປະຫວັດສາດຄື: ພະຍາດໂຄວິດ-19ໄດ້ແຜ່ລະບາດໃນທົ່ວໂລກ, ເສດຖະກິດໂລກຊຸດໂຊມລົງຢ່າງໜັກໜ່ວງ, ສິ່ງທ້າທາຍທີ່ມີລັກສະນະທົ່ວໂລກໄດ້ເກີດຂຶ້ນຢ່າງບໍ່ຂາດສາຍ… ພາຍໃຕ້ສະພາບການແນວນີ້, ເວທີປຶກສາຫາລືເສດຖະກິດໂລກໄດ້ຈັດກອງປະຊຸມສົນທະນາ “ວາລະດາວອສ” ດ້ວຍຮູບການຜ່ານທາງອ໋ອນລາຍ ໂດຍໄດ້ເຊື້ອເຊີນຜູ້ນຳຈາກວົງການຕ່າງໆໃນທົ່ວໂລກເພື່ອດຳເນີນການສົນທະນາ ໂດຍປິ່ນອ້ອມຫົວຂໍ້ “ກຳແໜ້ນໂອກາດຂອງປີທີ່ສຳຄັນ, ສ້າງຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງບັນດາຝ່າຍຄືນໃໝ່”, ກອງປະຊຸມຄັ້ງນີ້ກໍເປັນການເຄື່ອນໄຫວດ້ານການຕ່າງປະເທດຂອງລັດທິຫຼາຍຝ່າຍຄັ້ງທຳອິດທີ່ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມໃນປີ2021.
ໃນໂອກາດເຂົ້າຮ່ວມກອງປະຊຸມສົນທະນາ“ວາລະດາວອສ”ຂອງເວທີປຶກສາຫາລືເສດຖະກິດໂລກທີ່ຈັດຂຶ້ນໃນວັນທີ 25 ມັງກອນປີ 2021, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສພິເສດໃນຫົວຂໍ້ “ຈົ່ງໃຫ້ທວນໄຟຂອງລັດທິຫຼາຍຝ່າຍເປັນແສງສະແຫວ່າງເຍືອງທາງໃຫ້ມວນມະນຸດກ້າວເດີນໄປໜ້າ”, ຈາກນີ້ຈຶ່ງສາມາດເຫັນໄດ້ວ່າ: “ລັດທິຫຼາຍຝ່າຍ”ເປັນຄຳສັບສຳຄັນໃນຄຳປາໄສຂອງທ່ານ.
“ລັດທິຫຼາຍຝ່າຍ” ໝາຍເຖິງ ສາມປະເທດຫຼືຫຼາຍກວ່າສາມປະເທດຂຶ້ນໄປໄດ້ດຳເນີນການເຄື່ອນໄຫວແລກປ່ຽນຄວາມຄິດຄວາມເຫັນກັນໃນສາກົນເພື່ອປະສານງານດ້ານນະໂຍບາຍແລະການເຄື່ອນໄຫວຂອງຊາດ, ເຊິ່ງໄດ້ຮຽກຮ້ອງໃຫ້ປະເທດຕ່າງໆຕ້ອງປຶກສາຫາລືກັນເພື່ອຕົກລົງກະຕິກາແລະລະບຽບການທີ່ບໍ່ມີການຈຳແນກ, ເນັ້ນໜັກໃຫ້ບັນດາຝ່າຍຕ້ອງຈຳກັດການປະພຶດຂອງຕົນໃນເວລາແກ້ໄຂການພົວພັນກັບຕ່າງປະເທດ, ເຈລະຈາກັນເພື່ອປະສານຜົນປະໂຫຍດໃຫ້ກັນແລະກັນ, ຮ່ວມມືກັນເພື່ອແກ້ໄຂບັນຫາທີ່ກ່ຽວຂ້ອງ.
ຫຼັງຈາກສົງຄາມໂລກຄັ້ງທີສອງສິ້ນສຸດລົງແລ້ວ, ລັດທິຫຼາຍຝ່າຍໄດ້ກາຍເປັນພື້ນຖານໃນການປົກປັກຮັກສາລະບຽບການຂອງສາກົນໃຫ້ມີຄວາມໝັ້ນຄົງ. ສັງຄົມມະນຸດໄດ້ມີສັນຕິພາບແລະການພັດທະນາເປັນໄລຍະຍາວເກືອບ 80 ປີ, ປະເທດສ່ວນຫຼາຍທີ່ສຸດໃນໂລກໄດ້ສຸມກຳລັງເຂົ້າໃນການສົ່ງເສີມລັດທິຫຼາຍຝ່າຍໂດຍເຫັນວ່າ ລັດທິຫຼາຍຝ່າຍເປັນໝາກຜົນອັນຈຳເປັນທີ່ກຳເນີດເກີດຈາກການພັດທະນາຂອງປະຫວັດສາດ, ເປັນເສັ້ນທາງທີ່ຈຳເປັນຕ້ອງເດີນຜ່ານແນ່ນອນແລະສອດຄ່ອງກັບຜົນປະໂຫຍດຂອງປະຊາຊົນບັນດາປະເທດທີ່ສຸດ.
ອົງການສະຫະປະຊາຊາດໃນຖານະເປັນໝາກຜົນອັນສຳຄັນຈາກລັດທິຫຼາຍຝ່າຍ, ມາເຖິງປັດຈຸບັນ ໄດ້ມີສະມາຊິກທັງໝົດ 193 ປະເທດແລ້ວ. ຈີນເປັນປະເທດສະມາຊິກຜູ້ກໍ່ຕັ້ງອົງການສະຫະປະຊາຊາດ ແລະເປັນປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ. ຈີນໄດ້ຢືນຢູ່ຝ່າຍດຽວກັນກັບປະເທດສ່ວນຫຼາຍທີ່ສຸດໃນປະຊາຄົມໂລກຢ່າງສະເໝີຕົ້ນສະເໝີປາຍ, ເປັນຜູ້ປົກປ້ອງລັດທິຫຼາຍຝ່າຍຢ່າງເດັດດ່ຽວແລະເປັນຜູ້ປະຕິບັດຕົວຈິງຕາມລັດທິຫຼາຍຝ່າຍຢ່າງຕັ້ງໜ້າ.
ປີ2017 ຢູ່ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດທີ່ເຊີແນວ, ທ່ານສີຈິ້ນຜິງໄດ້ກ່າວຢືນຢັນດ້ວຍຄວາມເດັດດ່ຽວວ່າ: “ການຕັດສິນໃຈຂອງຈີນໃນການສະໜັບສະໜູນລັດທິຫຼາຍຝ່າຍຈະບໍ່ມີການປ່ຽນແປງ”. ໃນເວລາກ່າວຄຳປາໄສໃນກອງປະຊຸມສົນທະນາ “ວາລະດາວອສ”ຄັ້ງນີ້, ທ່ານສີຈິ້ນຜິງໄດ້ກ່າວຢືນຢັນອີກຄັ້ງໜຶ່ງວ່າ:
“ບັນຫາໃນໂລກນີ້ສະຫຼັບສັບຊ້ອນຫຼາຍ, ທາງອອກໃນການແກ້ໄຂບັນຫາກໍຄືການປົກປັກຮັກສາແລະປະຕິບັດຕາມລັດທິຫຼາຍຝ່າຍ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ຄວາມໝາຍສຳຄັນຂອງລັດທິຫຼາຍຝ່າຍກໍຄືວຽກງານສາກົນຄວນໃຫ້ຝ່າຍຕ່າງໆແກ້ໄຂຮ່ວມກັນດ້ວຍການປຶກສາຫາລື, ອະນາຄົດແລະຊາຕາກຳຂອງໂລກຄວນໃຫ້ບັນດາປະເທດຕັດສິນຮ່ວມກັນ.”
“ການແກ້ໄຂຮ່ວມກັນດ້ວຍການປຶກສາຫາລື” ກໍແມ່ນຄຳເວົ້າຂອງທ່ານສີຈິ້ນຜິງທີ່ເປັນຄຳເວົ້າທຳມະດາທີ່ລຽບງ່າຍ, ແຕ່ພັດມີຄວາມໝາຍອັນເລິກເຊິ່ງ. ເດືອນມີນາປີ2013, ທ່ານສີຈິິ້ນຜິງອອກເດີນທາງໄປຢ້ຽມຢາມຕ່າງປະເທດເປັນຄັ້ງທຳອິດຫຼັງຂຶ້ນດຳລົງຕຳແໜ່ງເປັນປະທານປະເທດຈີນ, ໃນເວລາທີ່ທ່ານເຂົ້າຮ່ວມກອງປະຊຸມພົບປະຄັ້ງທີ 5 ຂອງຜູ້ນຳປະເທດບຣິກສທີ່ຈັດຂຶ້ນຢູ່ປະເທດອາຟຣິກາໃຕ້, ທ່ານສີຈິ້ນຜິງກໍໄດ້ໃຫ້ທັດສະນະຢ່າງຈະແຈ້ງວ່າ: “ວຽກງານຂອງປະເທດໃດໜຶ່ງຄວນໃຫ້ປະຊາຊົນປະເທດນັ້ນຕັດສິນດ້ວຍຕົນເອງ,ວຽກງານສາກົນຄວນໃຫ້ບັນດາປະເທດແກ້ໄຂຮ່ວມກັນດ້ວຍການປຶກສາຫາລື.”
ໃນເວລາກ່າວຄຳປາໄສໃນກອງປະຊຸມສົນທະນາ “ວາລະດາວອສ”ຄັ້ງນີ້, ທ່ານປະທານສີຈິ້ນຜິງໄດ້ຊີ້ໃຫ້ເຫັນອີກຄັ້ງໃໝ່ວ່າ, ອົງການຫຼາຍຝ່າຍເປັນເວທີສຳລັບ ຈັດຕັ້ງປະຕິບັດຕົວຈິງຕາມລັດທິຫຼາຍຝ່າຍ, ທັງເປັນຂອບພື້ນຖານໃນການປົກປັກຮັກສາລັດທິຫຼາຍຝ່າຍ, ອິດທິພົນແລະປະສິດທິຜົນຂອງອົງການຫຼາຍຝ່າຍຄວນໄດ້ຮັບການປົກປ້ອງ. ທ່ານສີຈິ້ນຜິງກ່າວວ່າ, ຄວນຍຶດໝັ້ນຫຼັກການ, ເມື່ອໃດລະບຽບການໄດ້ກຳນົດຂຶ້ນແລ້ວ, ຄົນທັງຫຼາຍກໍຕ້ອງປະຕິບັດຢ່າງມີປະສິດທິຜົນ. “ລັດທິຫຼາຍຝ່າຍທີ່ມີການເລືອກເຟັ້ນ” ບໍ່ຄວນເປັນທາງເລືອກຂອງພວກເຮົາ.
ບໍ່ວ່າຈະເປັນລັດທິຝ່າຍດຽວຫຼືລັດທິຫຼາຍຝ່າຍທີ່ມີການເລືອກເຟັ້ນ, ລ້ວນແຕ່ມາຈາກເຫງົ້າດຽວກັນ, ນັ້ນກໍຄື ຄວາມອວດອົ່ງ, ແລະຄວາມອະຄະຕິ. ຄັນຊັ້ນ, ເຮົາຄວນເຂົ້າໃຈຄວາມໝາຍຂອງ ຄຳວ່າ “ຄວາມອວດອົ່ງ “ກັບ “ຄວາມອະຄະຕິ” ແນວໃດແດ່? ຕົວຢ່າງເຊັ່ນ, ສອງຄົນທີ່ເປັນເພື່ອນບ້ານໃກ້ຄຽງກັນ, ຜູ້ໜຶ່ງທຸກ, ອີກຜູ້ໜຶ່ງຮັ່ງມີ. ຄົນຮັ່ງມີມັກດູຖູກຄົນທຸກ, ໂດຍເຫັນວ່າ ຄົນທຸກເປັນຄົນຊັ້ນຕ່ຳ, ຈິ່ງລັງກຽດບໍ່ຢາກສື່ສານກັບຄົນທຸກ, ເຖິງຈະພົບໜ້າກັນກໍບໍ່ຖາມທັກທາຍສະບາຍດີນຳ, ຄົນທຸກຮູ້ສຶກເບື່ອໜ່າຍຕໍ່ການປະພຶດຂອງຄົນຮັ່ງມີ ແລະກໍບໍ່ຍອມເຂົ້າໃກ້ຄົນຮັ່ງມີເຊັ່ນກັນ. ດົນດົນໄປ, ການຈຳແນກແລະຄວາມຂັດແຍ້ງກໍໄດ້ເກີດຂຶ້ນ. ແນ່ນອນແລ້ວ, ສິ່ງທີ່ພວກເຮົາຍົກມານັ້ນເປັນພຽງກໍລະນີທີ່ເຂົ້າໃຈງ່າຍຢ່າງໜຶ່ງເທົ່ານັ້ນ, ມັນບໍ່ໄດ້ໝາຍຄວາມວ່າ ຄົນຮັ່ງມີທຸກຄົນຈະເປັນແບບນັ້ນໄປໝົດດອກ. ຄົນຮັ່ງມີຫຼາຍໆຄົນກໍລ້ວນແຕ່ມີຄວາມເມດຕາ, ຖ່ອມຕົວແລະເອື້ອເຟື້ອເຜື່ອແຜ່. ຄັນຊັ້ນ, ຖ້າຫາກວ່າ ລະຫວ່າງບັນດາປະເທດມີຄວາມອວດອົ່ງແລະຄວາມອະຄະຕິເດ, ມັນຈະເປັນແນວໃດ? ເມື່ອເປັນແນວນີ້ກໍຈະເກີດສົງຄາມ, ມີການກົດຂີ່ຂົ່ມເຫັງ,ການແຊກແຊງວຽກງານຂອງປະເທດອື່ນ, ມີການປົກປ້ອງການຄ້າແລະປາກົດການອື່ນໆອີກ. ສະນັ້ນ, ຄວາມອວດອົ່ງແລະຄວາມອະຄະຕິເປັນອຸປະສັກໃຫຍ່ຫຼວງທີ່ສຸດສຳລັບການແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນລະຫວ່າງອະລິຍະທຳຂອງໂລກ. ທ່ານສີຈິ້ນຜິງໄດ້ກ່າວໃນກອງປະຊຸມສົນທະນາ “ວາລະດາວອສ”ຄັ້ງນີ້ວ່າ:
“ຖ້າບໍ່ມີຄວາມຫຼາກຫຼາຍ, ກໍບໍ່ມີອະລິຍະທຳຂອງມະນຸດ. ຄວາມຫຼາກຫຼາຍເປັນຄວາມຈິງພາວະວິໄສ, ຈະຄົງຕົວຢູ່ເປັນໄລຍະຍາວນານ.ຄວາມແຕກຕ່າງກັນບໍ່ແມ່ນສິ່ງທີ່ໜ້າຢ້ານກົວ, ສິ່ງທີ່ໜ້າຢ້ານກົວແມ່ນຄວາມອວດອົ່ງ ຄວາມ ອະຄະຕິ ແລະ ຄວາມເປັນປໍລະປັກກັນ, ສິ່ງທີ່ໜ້າຢ້ານກົວແມ່ນເຈຕະນາແບ່ງແຍກອະລິຍະທຳຂອງມະນຸດອອກເປັນຫຼາຍລະດັບ, ສິ່ງທີ່ໜ້າຢ້ານກົວແມ່ນການບັງຄັບຜູ້ອື່ນໃຫ້ຍອມຮັບວັດທະນະທຳປະຫວັດສາດ ແລະລະບອບສັງຄົມຂອງຕົນ.”
ຄັນຊັ້ນ, ຄວນເຮັດແນວໃດຈິ່ງຈະສາມາດປະຖິ້ມຄວາມອະຄະຕິດ້ານຮູບຖານຈິດສຳນຶກໄດ້? ນີ້ກໍແມ່ນຄວາມໝາຍສຳຄັນໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດທີ່ພວກເຮົາໄດ້ກ່າວເຖິງເລື້ອຍໆ, ເພາະວ່າ ມັນມີຈຸດຢືນໃຫ້ນຳເອົາແນວຄິດໃໝ່ກ່ຽວກັບການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດເຂົ້າປ່ຽນແທນແນວຄິດເກົ່າກ່ຽວກັບເຈົ້າແຂງຂ້ອຍອ່ອນ, ເຈົ້າໄດ້ຂ້ອຍເສຍ. ທັງມີຈຸດຢືນໃຫ້ເຄົາລົບຄ່ານິຍົມຮ່ວມຂອງມວນມະນຸດ, ສຸມທຸກຄວາມພະຍາຍາມເພື່ອເສີມຂະຫຍາຍກົນໄກການຮ່ວມມື, ແນວຄວາມຄິດແລະນະໂຍບາຍໃຫ້ມີລັກສະນະເປີດກວ້າງແລະກວມລວມຫຼາຍເທົ່າທີ່ຈະຫຼາຍໄດ້. ກ່ຽວກັບເລື່ອງນີ້, ທ່ານສີຈິ້ນຜິງຍັງໄດ້ໃຊ້ຄຳປຽບທຽບອັນໜຶ່ງຄື: ພວກເຮົາຄວນສົ່ງເສີມການແຂ່ງຂັນບົນພື້ນຖານຄວາມຍຸດຕິທຳ, ດຳເນີນການແຂ່ງຂັນແລ່ນຊີງກັນທີ່ແຕ່ລະຝ່າຍຕ່າງກໍສາມາດ ຍົກລະດັບຄວາມສາມາດຂອງຕົນ, ແຕ່ບໍ່ແມ່ນການຕໍ່ສູ້ແບບເອົາເປັນເອົາຕາຍໃນສະໜາມນັກສູ້.
ຄຳເຫັນ
0