覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ເອົາ​ໃຈ​ໃສ່​​ອາ​ຫານ​ທ່ຽງ​ຢູ່​ໂຮງ​ຮຽນ​​ເດັກ​ນ້ອຍ​ຊົນ​ນະ​ບົດ​

2021-02-01 16:47:34 cri

ທ່ານ​ສີ​ຈິ້ນ​ຜິງ​ເອົາ​ໃຈ​ໃສ່​​ອາ​ຫານ​ທ່ຽງ​ຢູ່​ໂຮງ​ຮຽນ​​ເດັກ​ນ້ອຍ​ຊົນ​ນະ​ບົດ​_fororder_营养午餐
 

ວັນ​ທີ 15 ເມ​ສາ​ປີ 2019, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ອອກຈາກ​ນະ​ຄອນຫຼວງ​ປັກ​ກິ່ງແຕ່​ເຊົ້າ ເດີນ​ທາງ​ດ້ວຍ​ເຮືອ​ບິນ​ໄປ​ເຖິງ​ກຳ​ແພງ​ນະ​ຄອນ​ຈຸ່ງ​ກິ່ງ , ແລ້ວ​ຂີ່​ລົດ​ໄຟ ຈາກ​ນັ້ນ​ໄດ້​ຂີ່​ລົດ​ຕໍ່​ດ້ວຍ​ຄວາມ​ອິດ​ເມື່ອຍ​ລຳ​ບາກ​ຈິ່ງ​ໄປ​ເຖິງ ໂຮງ​ຮຽນ​ປະ​ຖົມ​ຕາ​ແສງ​ຈົ່ງ​ຢີ້ເມືອງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຖູ​ເຈ່ຍ​ສື​ຈູ້ ກຳ​ແພງ​ນະ​ຄອນ​ຈຸ່ງ​ກິ່ງ.
 

ຕາ​ແສງ​ຈົ່ງ​ຢີ້​ຕັ້ງ​ຢູ່​​ສ່ວນ​ເລິກ​ຂອງ​ພູ​ຜາ​​ປ່າ​ດົງ, ປະ​ຊ​າ​ຊົນ​ດຳ​ລົງ​ຊີ​ວິດຢູ່​ແບບ​ກະ​ແຈກ​ກະ​ຈາຍ, ​ສະ​ນັ້ນ, ​ການ​ໄປ​ໂຮງ​ຮຽນ​ຂອງ​ພວກເດັກ​ນ້ອຍຈິ່ງ​ກາຍ​ເປັນ​ບັນ​ຫາ​ຫຍຸ້ງ​ຍາກ​ຂອງ​ທ້ອງ​ຖິ່ນ​ແຫ່ງ​ນັ້ນ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຊີ້​ອອກວ່າ: ​ກ່ຽວ​ກັບນະ​ໂຍ​ບາຍ “ສອງ​ບໍ່​ກັງ​ວົນ​ແລະ​ສາມ​ຮັບ​ປະ​ກັນ”, ເນື້ອ​ໃນ​ສຳ​ຄັນ​ອັນ​ໜຶ່ງ​ກໍ​ແມ່ນ ການ​ສຶກ​ສາ​ພາກ​ບັງ​ຄັບ​ຕ້ອງ​ມີ​ການ​ຮັບ​ປະ​ກັນ. ເຖິງ​ຈະ​ຫຍຸ້ງ​ຍາກ​ລຳ​ບາກ​ແນວ​ໃດ​ກໍ​ຈະ​ບໍ່​ປ່ອຍ​ໃຫ້​​ເດັກ​ນ້ອຍລຳ​ບາກ, ເຖິງ​ຈະ​ທຸກ​ຍາກ​ສ່ຳໃດ​ກໍ​ຕາມ​ກໍ​ຈະ​ບໍ່​ໃຫ້ການ​ສຶກ​ສາ​ທຸກ​ຍາກ. ຕ້ອງ​ຮັບ​ປະ​ກັນ​ໃຫ້​ເດັກ​ນ້ອຍ​ຢູ່​ເຂດ​ພູ​ດອຍ​ທີ່​ທຸກ​ຍາກ​ໄດ້​ຮັບ​ການ​ສຶກ​ສາ ແລະ​ຊົມ​ໃຊ້​ຊີ​ວິດ​ໄວ​ເດັກ​ຢ່າງ​ມີ​ຄວາມ​ສຸກ​ແລະ​ເບີກ​ບານ​ມ່ວນ​ຊື່ນ. ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຍ່າງ​ເຂົ້າ​ໂຮງ​ອາ​ຫານ​ຂອງ​ໂຮງ​ຮຽນ​ເພື່ອກວດ​ເບິ່ງ​ຫ້ອງ​ກິນ​ເຂົ້າ​ຕະຫຼອດ​ຮອດ​ຫ້ອງ​ຄົວ​ຢ່າງ​ລະ​ອຽດ ທັງ​ຮັບ​ຮູ້​ສະ​ພາບ​ກ່ຽວ​ກັບ​ເງິນ​ອຸດ​ໜູນ​ຄ່າ​ອາ​ຫານ​ສຳ​ລັບ​ນັກ​ຮຽນ​ທຸກ​ຍາກ​ພ້ອມ​ດ້ວຍ​ສະ​ພາບ​ຄວາມ​ປອດ​ໄພ​ແລະ​ຄວາມ​ສະ​ອາດ​ຂອງ​ອາ​ຫານ​ອີກ​ດ້ວຍ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສັ່ງ​ໃຫ້​ທາງ​ໂຮງ​ຮຽນ​ແລະ​ຄູ​ສອນ​ທັງຫຼາຍ​ຈົ່ງ​ປະ​ຕິ​ບັດ​ໜ້າ​ທີ່​ການ​ສອນ​ໃຫ້​ດີ ທັງ​ຄວນ​ເປັນ​ຜູ້​​ປົກ​ຄອງ​ຊົ່ວ​ຄາວ​ໃຫ້​ດີ ເພື່ອ​ສິດ​ສອນ​ແລະ​ຄຸ້ມ​ຄອງ​ນັກ​ຮຽນ​ໃຫ້​ດີ. ຕ້ອງ​ຖື​ເອົາ​​ ຄວາມ​ປອດ​ໄພ​ເປັນ​ວຽກ​ງານ​ສຳ​ຄັນ​ກວ່າ​ໝູ່, ຮັບ​ປະ​ກັນ​ໃຫ້​ການ​ຮຽນ, ​ທີ່​ຢູ່​ອາ​ໄສ,ການ​ກິນຂອງ​ນັກ​ຮຽນ​ຢູ່​ໃນ​ໂຮງ​ຮຽນ​ໃຫ້​ມີ​ຄວາມ​ປອດ​ໄພ ເພື່ອ​ໃຫ້​ພໍ່​ແມ່​ຜູ້​ປົກ​ຄອງ​ທັງຫຼາຍ​ໄວ້​ວາງ​ໃຈ.
 

 ອາ​ຫານ​ທ່ຽງ​ຄາບ​ໜຶ່ງ​ທີ່​ດີ​ຕໍ່​ສຸຂະ​ພາບ​ຂອງ​ນັກ​ຮຽນ ປະ​ກອບ​ມີ ອາ​ຫານ 4 ເຍື່ອງ ບວກ​ກັບ​ແກງ1​ເຍື່ອງ​, ໂຮງ​ຮຽນ​ປະ​ຖົມ​ຕາ​ແສງ​ຈົ່ງ​ຢີ້​ໄດ້​​ເອົາ​ໃຈ​ໃສ່ຊອກ​ຫາ​ທຸກວິ​ທີ​ທາງ​ເພື່ອ​ໃຫ້​ນັກ​ຮຽນ​ທັງຫຼາຍໄດ້​ກິນດີກວ່າ​ເກົ່າ.
 

ໃນ​ໄລ​ຍະ​ໜຶ່ງ​ປີ​ປາຍ​ມາ​ນີ້, ໂຮງ​ອາ​ຫານ​ຂອງ​ໂຮງ​ຮຽນ​ແຫ່ງ​ນີ້​ໄດ້​ມີ​ການ​ປ່ຽນ​ແປງ​ໃໝ່​ຕື່ມ​ອີກຄື: ຫ້ອງ​ອາ​ຫານ​ໃຫຍ່​ຂຶ້ນກວ່າ​ເກົ່າ. ໂຮງ​ອາ​ຫານ​ແຕ່​ກີ້​ເປັນ​ອາ​ຄານ​ຊັ້ນ​ດຽວ ໄດ້​ປຸກ​ເປັນ​ສອງ​ຊັ້ນ, ເຊິ່ງ​ສາ​ມາດ​ຮອງ​ຮັບ​ຄົນ​ກິນ​ເຂົ້າ​ໄດ້ 150 ຄົນ.
 

ອາ​ຫານ​ການ​ກິນ​ມີ​ຄວາມ​ປອດ​ໄພຫຼາຍ​ຂຶ້ນ. ທາງ​ໂຮງ​​ອາ​ຫານ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ຈັດ​ຫ້ອງ​ຄົວ​ທີ່​ໂປ່ງ​ໃສ, ຕິດ​ຕັ້ງ​ກ້ອງວົງ​ຈອນ​ປິດ​ແລະ​ໜ້າ​ຈໍ​​ໂທ​ລະ​ພາບ​ຂະ​ໜາດໃຫຍ່ ເພື່ອ​ຕິດ​ຕາມ​ສະ​ພາບ​ການ​ປຸງ​ແຕ່ງ​ອາ​ຫານ​ໃນ​ຫ້ອງ​ຄົວ​ຕະຫຼອດ​ເວ​ລາ.
 

ອາ​ຫານ​ການ​ກິນ​ໄດ້​ເນັ້ນຫຼັກໂພ​ຊະ​ນາ​ການຫຼາຍກວ່າ. ທາງ​ໂຮງ​ຮຽນ​ໄດ້​ເຊື້ອ​ເຊີນ​ຊ່ຽວ​ຊານ​ດ້ານ​ໂພ​ຊະ​ນາ​ການ​​ມາສ້າງ​ມາດ​ຕະ​ຖານ​ຕາມຫຼັກ​ວິ​ທະ​ຍາ​ສາດ, ປັບ​ປຸງ​ບັນ​ຊີ​ລາຍ​ການ​ອາ​ຫານໃຫ້​ດີ​ຂຶ້ນ. ເຖິງ​ວ່າ​ບັນ​ຊີ​ອາ​ຫານ​ຍັງ​ເປັນ “ອາ​ຫານ 4 ເຍື່ອງບວກ​ກັບ​ແກງ1​ເຍື່ອງ”​ກໍ​ຕາມ, ແຕ່​ປັດ​ຈຸ​ບັນ, ມີ​ຊີ້ນ​ທີ່​ບໍ່​ມີ​ໄຂ​ມັນ​ແລະ​ມີ​ຜັກ​ຂຽວຫຼາຍ​ຂຶ້ນ.
 

 ເມື່ອ​ເບິ່ງ​ສະ​ພາບ​ການ​ໃນ​ທົ່ວ​ປະ​ເທດ​ຈີນ​ແລ້ວເຫັນ​ວ່າ, ການ​ເງິນ​ສູນ​ກາງ​ໄດ້​ຈັດ​ສັນ​ງົບ​ປະ​ມານ​ເປັນ​ທຶນ​ອຸດ​ໜູນ​ອາ​ຫານ​ການ​ກິນ​ຕາມຫຼັກ​ໂພ​ຊະ​ນາ​ການ 170 ກວ່າ​ຕື້ຢວນ, ວຽກ​ງານ​ດ້ານ​ຕ່າງໆ​ເປັນ​ຕົ້ນ​ແມ່ນ ຮູບ​ແບບ​ການ​ສະ​ໜອງ​ອາ​ຫານ, ການ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ດ້ານ​ອາ​ຫານ, ການ​ຄຸ້ມ​ຄອງ​ການ​ນຳ​ໃຊ້​ເງິ​ນ​ທຶນ, ການ​ຕິດ​ຕາມ​ກວດ​ສຸ​ຂະ​ພາບ​ດ້ານ​ໂພ​ຊະ​ນາ​ການ​ແລະ​ອື່ນໆ​ໄດ້​ຮັບ​ການ​ຊຸກ​ຍູ້​ປະ​ຕິ​ບັດ​ຢ່າງ​ໜັກ​ແໜ້ນ. ນັບ​ມາ​ຮອດ​ເດືອນ​ມີ​ຖຸ​ນາ​ປີ2020, ໂຄງ​ການ​ປັບ​ປຸງ​ອາ​ຫານ​ການ​ກິນ​ຕາມຫຼັກ​ໂພ​ຊະ​ນາ​ການ​ໄດ້​ປົກ​ຄຸມ​ໂຮງ​ຮຽນການ​ສຶກ​ສາ​ພາກ​ບັງ​ຄັບ 130.000 ກວ່າ​ແຫ່ງ​ຢູ່​ເຂດ​ຊົນ​ນະ​ບົດ, ​ໄດ້ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ນັກ​ຮຽນ​ເຖິງ 37 ລ້ານກວ່າ​ຄົນ.

ຄຳ​ເຫັນ

0