ວັນທີ 31 ມັງກອນແລ້ວນີ້, ນະໂຍບາຍໃໝ່ຂອງອັງກິດກ່ຽວກັບໜັງສືຜ່ານແດນ BNO ເຊິ່ງເປັນອັງກິດສຳລັບຊາວຕ່າງປະເທດຫຼືໜັງສືຜ່ານແດນສະເພາະຊາວຮົງກົງໄດ້ເລີ່ມປະຕິບັດຢ່າງເປັນທາງການແລ້ວ, ໃນເມື່ອກ່ອນຜູ້ທີ່ຖືໜັງສືຜ່ານແດນ BNO ພຽງສາມາດອາໄສຢູ່ອັງກິດໄດ້ 6 ເດືອນເທົ່ານັ້ນ, ແລະບໍ່ມີສິດເຮັດວຽກແລະອາໄສຢູ່ຖາວອນ, ແຕ່ຂໍ້ກຳນົດໃໝ່ຂອງອັງກິດໄດ້ຍົກສູງໄລຍະເວລາອາໄສຢູ່ອັງກິດຂຶ້ນເປັນ 5 ປີ, ພ້ອມກັນນັ້ນໄດ້ອະນຸມັດໃຫ້ຜູ້ຖືໜັງສືຜ່ານແດນ BNO ສາມາດຮ້ອງຂໍສິດຢູ່ອາໄສຖາວອນໄດ້ພາຍຫຼັງອາໄສຢູ່ອັງກິດເປັນໄລຍະເວລາ 5 ປີແລ້ວ, ພາຍຫຼັງໄດ້ຮັບຖານະອາໄສຢູ່ຖາວອນໜຶ່ງປີແລ້ວສາມາດຮ້ອງຂໍສັນຊາດອັງກິດໄດ້ອີກ. ໃນເມື່ອບໍ່ດົນມານີ້, ກະຊວງການຕ່າງປະເທດຈີນແລະອົງການປົກຄອງເຂດບໍລິຫານພິເສດຮົງກົງໄດ້ອອກຖະແຫຼງການກ່ຽວກັບເລື່ອງນີ້, ໂດຍບໍ່ຍອມຮັບອັນທີ່ເອີ້ນວ່າໜັງສືຜ່ານແດນ BNO ເປັນເອກະສານຢັ້ງຢືນການໂດຍສານແລະເອກະສານຢັ້ງຢືນຖານະຂອງຜູ້ກ່ຽວອີກ.
ຕາມການຄາດຄະເນຂອງອັງກິດ, ຊາວຮົງກົງທີ່ຖືກກັບເງື່ອນໄຂມາດຕະຖານຮ້ອງຂໍໜັງສືຜ່ານແດນ BNO ມີປະມານ 2,9 ລ້ານຄົນ, ບວກກັບສະມາຊິກຄອບຄົວຂອງຄົນເຫຼົ່ານີ້ແລ້ວ, ຊາວຮົງກົງທີ່ສາມາດເດີນທາງໄປອັງກິດດ້ວຍໜັງສືຜ່ານແດນ BNO ມີເຖິງ 5 ລ້ານກວ່າຄົນ. ທີ່ຈິງແລ້ວອັງກິດໄດ້ຄິດແລ້ວຄິດອີກຄິດມາຫຼາຍເທື່ອແລ້ວວ່າ: ພາຍໃນໄລຍະເວລາ 5 ປີຈະມີຊາວຮົງກົງປະມານ 3 ແສນຄົນຈະນຳເອົາເງິນຂອງຕົນຍ້າຍໄປອາໄສຢູ່ອັງກິດ.
ແຜນການ BNO ຈະສ້າງຜົນປະໂຫຍດດ້ານເສດຖະກິດຕາມມາເປັນຄືແນວໃດ, ສຳລັບອັງກິດແລ້ວຈະເປັນເລື່ອງສຳຄັນ, ແຕ່ສຳລັບປະເທດຈີນເຊິ່ງເປັນກຸ່ມເສດຖະກິດໃຫຍ່ນັ້ນ, ແມ່ນບໍ່ມີຄວາມໝາຍໃນໄລຍະຍາວໃດໆ, ທັງເປັນບັນຫາໄລຍະສັ້ນທີ່ສາມາດຜ່ານຜ່າໄດ້. ຖ້າວ່າບາງຄົນຍົກຍ້າຍອອກຈາກເຂດພິເສດຮົງກົງແລ້ວ, ຄົນເຫຼົ່ານີ້ກໍບໍ່ມີຫຍັງທີ່ຈະເປັນຫ່ວງສຳລັບອົງການປົກຄອງເຂດບໍລິຫານພິເສດຮົງກົງກໍຄືລັດຖະບານຈີນ. ກົງກັນຂ້າມ, ເຂົາເຈົ້າເອງເມື່ອຍົກຍ້າຍອອກຈາກຮົງກົງໄປແລ້ວຈະປະສົບກັບຄວາມຫຍຸ້ງຍາກຫຍັງແດ່ກໍຄວນພິຈາລະນາເອົາເອງ. ສ່ວນທາງເຈົ້າໜ້າທີ່ກໍຈະໃຫ້ຄຳເຕືອນຕາມຄວາມເປັນທຳ. ຍ້ອນວ່າ, ປັດຈຸບັນຢູ່ອັງກິດພວມຕົກຢູ່ໃນໄລຍະທີ່ເປັນໜຶ່ງໃນໄລຍະຫຍຸ້ງຍາກທີ່ສຸດໃນປະຫວັດສາດຂອງອັງກິດ. ພາຍຫຼັງຖອນອອກຈາກສະຫະພາບເອີຣົບແລ້ວ, ອັງກິດໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກພະຍາດໂຄວິດ-19, ຈຳນວນຜູ້ເສຍຊີວິດຍ້ອນເປັນພະຍາດໂຄວິດ-19 ເປັນອັນດັບໜຶ່ງຂອງປະເທດໃນເອີຣົບ, ກຳລັງສັງລວມແຫ່ງຊາດໃນໄລຍະຍາວຂອງອັງກິດກໍໄດ້ຫຼຸດນ້ອຍຖອຍລົງ. ປັດຈຸບັນ, ຜູ້ຖືໜັງສືຜ່ານແດນ BNO ໄປຫາວຽກຢູ່ອັງກິດ, ຈະເປັນເລື່ອງຫຍຸ້ງຍາກທີ່ສຸດ.
ທີ່ຈິງແລ້ວ, ປັດຈຸບັນອັງກິດບໍ່ມີຄວາມສາມາດເປັນຜູ້ຕາງໜ້າໃຫ້ອິດທິກຳລັງປະເທດຕາເວັນຕົກກໍ່ເຫດການກ່ຽວກັບບັນຫາຮົງກົງ. ຖ້າວ່າອັງກິດກໍ່ເຫດການດ້ານການເມືອງທີ່ທ້າທາຍຈີນຢ່າງບໍ່ສົນໃຈຕໍ່ສະພາບການໃນປັດຈຸບັນ, ຈະຈະຕ້ອງພົບກັບຮັບການຕອບໂຕ້ຈາກຈີນຢ່າງແນ່ນອນ, ແລະໄດ້ຄວາມຫຼົ້ມເຫຼວໃນທີ່ສຸດ.
ໃນຫຼາຍປີຜ່ານມາອັງກິດເຄີຍລິເລີ່ມການພົວພັນລະຫວ່າງອັງກິດກັບຈີນໄດ້ກ້າວເຂົ້າສູ່ “ໄລຍະຄຳ”, ແຕ່ມາຮອດປັດຈຸບັນອັງກິດພັດຄືວ່າໄດ້ກາຍເປັນລູກນ້ອງຊັ້ນຈຳຂອງອາເມຣິກາໄປແລ້ວ, ອັງກິດພວມປະຖິ້ມອິດທິພົນຂອງຕົນ, ພ້ອມກັນນັ້ນກໍພວມສູນເສຍໂອກາດສຳຄັນທີ່ບົ່ມຊ້ອນບາງຢ່າງ. ນະໂຍບາຍໃໝ່ກ່ຽວກັບ BNO ແມ່ນຄວາມປາຖະໜາທີ່ດີສຳລັບອັງກິດ, ແຕ່ຖ້າວ່າປະຕິບັດນະໂຍບາຍດັ່ງກ່າວຢ່າງແທ້ຈິງ, ອັງກິດຈະໄດ້ບໍ່ກຸ້ມເສຍ. ຫວັງວ່າອັງກິດຈະຕື່ນຕົວ, ຮູ້ຈັກປະເມີນຕົນ, ຢ່າຄິດວ່າຕົນເອງຍັງເປັນປືນໃຫຍ່ກະບອກໜຶ່ງທີ່ເຂັ້ມແຂງ, ແຕ່ກາຍເປັນໂລ້ກຳບັງລູກປືນແທນອາເມຣິກາໂດຍບໍ່ຮູ້ສຶກຕົວ. ນອກນີ້, ກໍຢາກເຕືອນໃຫ້ອັງກິດຮູ້ວ່າຢ່າສູ່ມົ້ວສຸມແຕ່ການຫຼິ້ນບັນຫາທາງການເມືອງ, ແລະເຮັດໃຫ້ຊາວຮົງກົງທີ່ດຳລົງຊີວິດຢູ່ຮົງກົງດີຢູ່ແລ້ວຖືກຫຼອກຫຼວງແລ້ວຍ້າຍໄປອາໄສຢູ່ອັງກິດເພື່ອເປັນໂລກກຳບັງລູກປືນເຊັ່ນກັນ. ກ້າເຮັດແບບນີ້ອັງກິດກໍຍິ່ງຈະປະລາໄຊ.
ຄຳເຫັນ
0