尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຖ້າຍັງຢູ່​ຈີນ​ບໍ່​ກັບ​​ຄືນປະ​ເທດ​ອັງ​ກິດຈະ​ມີ​ຄວາມ​ປອດ​ໄພ​ແລະ​ມີ​ເສ​ລີກວ່າ

2021-02-02 17:24:13 cri

​ຖ້າຍັງຢູ່​ຈີນ​ບໍ່​ກັບ​​ຄືນປະ​ເທດ​ອັງ​ກິດຈະ​ມີ​ຄວາມ​ປອດ​ໄພ​ແລະ​ມີ​ເສ​ລີກວ່າ_fororder_微信图片_20210202172211

 ​ ວັນ​ທີ 31 ມັງ​ກອນ​ປີ 2020, ເຮືອ​ບິນ​ພິ​ເສດ​ລຳ​ທຳ​ອິດ​ໄດ້​ມາ​ຮັບ​ຄົນ​ອັງ​ກິດ 83 ຄົນ​ອອກ​ຈາກ​ນະ​ຄອນ​ອູ​ຮັ້ນ. ຈາກ​ສະ​ຖານ​ທີ່​ທີ່​ພົບ​ເຫັນ​ເຊື້ອ​ພະ​ຍາດ​ກ່ອນ​ໝູ່​​ເດີນ​ທາງ​ສູ່​ປະ​ເທດ​ບ້ານ​ເກີດ​ທີ່​ມີ​ຄວາມ​ປອດ​ໄພ, ໃນ​ເວ​ລາ​ນັ້ນ​ຖື​ວ່າ​ແມ່ນ​ການ​​ຕັດ​ສິນ​ໃຈ​ທີ່​ສົມ​ເຫດ​ສົມ​ຜົນ. ແຕ່ 1 ປີ​ຫຼັງ​ຈາກ​ນັ້ນ​, ໃນ​ຈຳ​ນວນ​ຄົນ​ເຫຼົ່າ​ນີ້​ມີ​ສ່ວນ​ໜຶ່​ງ​ຕ້ອງ​ຄິດ​ເສຍ​ດາຍ​ວ່າ​ເລື່ອງ​ໃນ​ໂລກ​ນີ້​ມີ​ການ​ປ່ຽນ​ແປງ​​ຢູ່ຕະ​ຫຼອດ.

​ຖ້າຍັງຢູ່​ຈີນ​ບໍ່​ກັບ​​ຄືນປະ​ເທດ​ອັງ​ກິດຈະ​ມີ​ຄວາມ​ປອດ​ໄພ​ແລະ​ມີ​ເສ​ລີກວ່າ_fororder_微信图片_20210202172219
ໃນ​ປີ 2020 ໄດ້​ເກີດ​ມີ​ຫຼາຍ​ເຫດ​ການ, ນະ​ຄອນ​ອູ​ຮັ້ນ​ໄດ້​ພົ້ນ​​ຈາກ​ສະ​ພາບ​ ​ປິດ​ເມືອງ​ເປັນ​ເວ​ລາ 76 ວັນ, ນີ້ແມ່ນ​ແບບ​ຢ່າງ​​ທີ່​ດີ​ໃນດ້ານ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ໃນ​ຂອບ​ເຂດ​ທົ່ວ​ໂລກ, ແຕ່​ຢູ່​ອັງ​ກິດ​ໄດ້​ມີ​​ຊາວ​ອັງ​ກິດ​ຈຳ​ນວນ 1 ແສນກວ່າ​ຄົນ​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19, ອັງ​ກິດ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​​ຈຳ​ນວນປະ​ເທດ​ທີ່​ມີ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ໜັກ​ໜ່ວງ​ທີ່​ສຸດ.

​ຖ້າຍັງຢູ່​ຈີນ​ບໍ່​ກັບ​​ຄືນປະ​ເທດ​ອັງ​ກິດຈະ​ມີ​ຄວາມ​ປອດ​ໄພ​ແລະ​ມີ​ເສ​ລີກວ່າ_fororder_微信图片_20210202172225
ຫຼັງ​ຈາກ​ນັ້ນ 1 ປີ, ບໍ​ລິ​ສັດ​ວິ​ທະ​ຍຸ​ອັງ​ກິດ​​ຫຼື BBC ໄດ້​ສຳ​ພາດ​ທ່ານ ມັດ ໂຣ ຄົນ​ອັງ​ກິດ​ທີ່​ໄດ້ຂີ່​ເຮືອ​ບິນ​ໜີ​ອອກ​ຈາກ​ນະ​ຄອນ​ອູ​ຮັ້ນ​ຈຳ​ນວນ​ທຳ​ອິດ​ໃນ​ວັນ​ທີ 31 ​ມັງ​ກອນປີ 2020, ​ປັດ​ຈຸ​ບັນ​ລາວ​ພວມ​ຖືກ​ກັກ​ບໍ​ລິ​ເວນຢູ່​ໃນ​ເຮືອນ​ນ້ອຍ​ຫຼັງ​ໜຶ່ງ​ຢູ່​ເຂ​ດ​ຊານ​ເມືອງ​ເຊ​ສ​ເຕີ ລາວ​ເວົ້າ​ດ້ວຍ​ຄວາມ​ເສຍໃຈ​ວ່າ: “ຖ້າ​ບໍ່​ໄດ້​ຂຶ້ນ​ເຮືອ​ບິນລຳ​ນັ້ນ​ກໍ​​ຄົງ​ຈະ​ດີ, ຢູ່​ຈີນ​ຈະ​ມີ​ຄວາມ​ປອດ​ໄພ​ແລະ​​ມີ​ເສ​ລີກວ່າ”. “​ຢາກ​ໃຫ້​ຕົນ​ເອງ​ຍັງ​ຢູ່​ນະ​ຄອນ​ອູ​ຮັ້ນ​ເດ​ ບໍ່​ທັນ​ໄດ້​ກັບ​ອັງ​ກິດ.”
​ຖ້າຍັງຢູ່​ຈີນ​ບໍ່​ກັບ​​ຄືນປະ​ເທດ​ອັງ​ກິດຈະ​ມີ​ຄວາມ​ປອດ​ໄພ​ແລະ​ມີ​ເສ​ລີກວ່າ_fororder_微信图片_20210202172229

​ສິ່ງ​ທີ່​ຕ້ອງ​ເວົ້າ​ເຖິງ​ນັ້ນ ໃນ​ຕົ້ນ​ເດືອນ​ພຶດ​ສະ​ພາ​ປີ 2020, ທ່ານ ມັດ ໂຣ ກໍ​ເຄີຍ​ໄດ້​ໃຫ້​ສຳ​ພາດ​ຕໍ່ BBC ແລ້ວຄັ້ງ​ໜຶ່ງ, ໃນ​ຄາ​ວ​ນັ້ນ, ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ນະ​ຄອນ​ອູ​ຮັ້ນ​ສາ​ມາດ​ຄວບ​ຄຸມ​​ໄວ້​ໄດ້ຢ່າງ​ມີ​ປະ​ສິດ​ທິ​ຜົນ, ລາວ​ເອງ​ກໍ​ມີ​ຄວາມ​ຮູ້​ສຶກ​ກິນ​ແໜງ​ໃຈ​ແລ້ວ, ແຕ່​ໃນ​ຄາວ​ນັ້ນ​ລາວ​ເວົ້າ​ວ່າ “​ມີ​ຄວາມຍິນ​ດີ​ຫຼາຍກວ່າ​ເຖິງ​ຈະ​ຖືກ​ກັກ​ບໍ​ລິ​ເວນ​ຢູ່​ອັງ​ກິດ​, ເພື່ອນ​ບ້ານ​ໃກ້​ເຮືອນ​ຄຽງ​ຢູ່​ອັງ​ກິດ​ກໍ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ດີຫຼາຍ, ​ມາ​ຮອດ​ອັງ​ກິດ​ແລ້ວ​ກໍ່​ໃຫ້​ຢູ່​ດີ​ໆ​ສາ.”
​ຖ້າຍັງຢູ່​ຈີນ​ບໍ່​ກັບ​​ຄືນປະ​ເທດ​ອັງ​ກິດຈະ​ມີ​ຄວາມ​ປອດ​ໄພ​ແລະ​ມີ​ເສ​ລີກວ່າ_fororder_微信图片_20210202172235

ແຕ່​ຈາກ​ມື້​ນັ້ນ​ມາ​ເຄິ່ງ​ປີ​ລາວ​​ກໍໄດ້​ໃຫ້​ສຳ​ພາດ BBC ​ອີກ​ເທື່ອ​ໜຶ່ງ,ເມື່ອ​ຢູ່​ອັງ​ກິດ​ໄດ້​ເລີ່ມ​ປະ​ຕິ​ບັດ​ມາດ​ຕະ​ການປ້ອງ​ກັນ​ແລະ​ຄວບ​ຄຸມ​ລະ​ດັບ 4 ຄື:​ກັກ​ບໍ​ລິ​ເວນ​ຢູ່​ເຮືອນ, ລາວ​ແຮ່ງ​ຮູ້​ສຶກ​ກິນ​ແໜງ​ໃ​ຈ​ທີ່​ສຸດ, ລາວ​ເວົ້າ​ວ່າ​ຖ້າ​ບໍ່​ໄດ້​ຂຶ້ນ​​ເຮືອ​ບິນ​ລຳ​ນັ້​ນ​ຈະ​ດີກວ່າ, ລັດ​ຖະ​ບານ​ອັງ​ກິດ​ຕົວະ​ພວກ​ເຮົາ. ເຂົາ​ເຈົ້າ​ວ່າ​ສາ​ມາດ​ພາ​ພວກ​ເຮົາ​ໜີ​ຈາກ​ນະ​ຄອນ​ອູ​ຮັ້ນແລະກັບ​ຄືນ​ອັງ​ກິດ​ກໍ​ໄດ້​ປອດ​ໄພ​ແລ້ວ. ຖ້າ​ພວກ​ເຮົາ​ຢູ່​ຈີນ​ຈະ​ມີ​ຄວາມ​ປອດ​ໄພ​ແລະ​​ມີ​ເສ​ລີກວ່າ. ຈີນ​​ສາ​ມາດ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໄດ້ຢ່າງວ່ອງ​ໄວ​ແລະ​ມີ​ປະ​ສິດ​ທິ​ຜົນ​ສູງ​ ແລະ​ໄດ້​ປິດ​ເມືອງ,ນີ້​ແມ່ນ​ວິ​ທີ​ທີ່​ຖືກ​ຕ້ອງ. ປັດ​ຈຸ​ບັນ, ພວກ​ເຮົາ​ພັກ​ຢູ່​ເຮືອນ​ນ້ອຍ​ຫຼັງ​ໜຶ່ງ​ທີ່​​ຢູ່ເຂດ​ຊານ​ເມືອງ​ເຊ​ສ​ເຕີ, ມີ​ພຽງ​ຕູ້​ລ້ຽງ​ປາ​ນ້ອຍ​ຕູ້​ໜຶ່ງ, ​ພວກ​ເຮົາ​ຖືກ​ກັກ​ບໍ​ລິ​ເວນ​ຢູ່​ແຫ່ງ​ນີ້​ແລ້ວ. ​ເໝືອນ​ດັ່ງ​ຖືກ​ກັກ​ຕົວ​ຢູ່​ໃນ​ຄຸກ.
 

​ຖ້າຍັງຢູ່​ຈີນ​ບໍ່​ກັບ​​ຄືນປະ​ເທດ​ອັງ​ກິດຈະ​ມີ​ຄວາມ​ປອດ​ໄພ​ແລະ​ມີ​ເສ​ລີກວ່າ_fororder_微信图片_20210202172243

ໃນ​ໄລ​ຍະ​ປິດ​ເມືອງ​ຢູ່​ນະ​ຄອນ​ອູ​ຮັ້ນ, ນອກ​ຈາກ​ອັງ​ກິດ​ແລ້ວ, ອາ​ເມ​ຣິ​ກາ​ກໍ​ໄດ້​ສົ່ງ​ເຮືອ​ບິນ​ເໝົາ​ລຳ​ມາ​​ຮັບ​ເອົາຄົນ​ອາ​ເມ​ຣິ​ກາ​ຢູ່​ຈີນ​ກັບ​ຄືນ​ປະ​ເທດ,ຫຼັງ​ຈາກ​​ນັ້ນເຄິ່ງ​ປີ, ນາງ ເຮີ​ມິ​ອອນ ເດັກ​ຍິງ​​ຊາວ​ອາ​ເມ​ຣິ​ກາອາ​ຍຸ 8 ປີທີ່​​ເຕີບໃຫຍ່​​ຢູ່​ແຂວງ​ຫູ​ເປີຍ​​ໄດ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ຢ່ງ​ງ​ອັບ​ໂຊກ​ໃນ​ເດືອນ​ສິງ​ຫາ​ປີກາຍ​ນີ້, ພໍ່,ປູ່​ແລະ​ຍ່າ​ຂອງ​ນາງ​ກໍ​ໄດ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19​ ເຊັ່ນ​ກັນ, ເຄາະ​ກຳ​ຂອງ​ຄອບ​ຄົວ​ນີ້​ຈັ່ງ​ແມ່ນ​ເຮັດ​ໃຫ້​ຄົນ​ຮູ້​ສະ​ພາບ​ແລ້ວ​ເສຍ​ໃຈ.

ຈາກການ​ປິດ​ເມືອງ​ນະ​ຄອນ​ອູ​ຮັ້ນ​ຮອດ​ປັດ​ຈຸ​ບັນ​ໄດ້​ຜ່ານ​ໄປ 1 ປີ​ແລ້ວ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໄລ​ຍະໜຶ່ງ​ໄດ້​ປ່ຽນ​ວິ​ທີ​ການ​ເບິ່ງ​ໂລກ​ຂອງ​ຄົນ​ຈີນ​ຈຳ​ນວນ​ຫຼາຍ​ຢ່າງ​ເລິກ​ເຊິ່ງ, ​ແລະ​ກໍ​ໄດ້​ເຮັດ​ໃຫ້ປະ​ເທດ​ຕາ​ເວັນ​ຕົກ​ທີ່​​ອ້າງ​ໂຕ​ເອງວ່າ​ເປັນ​ປະ​ເທດ​​ປະ​ຊາ​ທິ​ປະ​ໄຕ​ແລະ​​ເສ​ລີ​ຈຳ​ນວນ​ໜຶ່ງຖືກ​ເປີດ​ເຜີຍ​ໃຫ້​ເຫັນ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ດ້າ​ນ​ລະ​ບອບ​ແລະ​ວິ​ທີ​​ການຄິດ​ຢ່າງ​ຫຼວງ​ຫຼາຍ. ​ຫຼັງຈາກ​ນັ້ນ 1 ປີ​,ເຖິງວ່າ​ອັງ​ກິດ​ຍັງ​​ຕົກ​ຢູ່​ໃນ​ສະ​ພາບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ທີ່​ຮ້າຍ​ແຮງ​ກໍ​ຕາມ, ແຕ່ BBC ​ພັດໄດ້​ລາຍ​ງານ​​ຜ່ານວິ​ດີ​ໂອ​ຕ່າງໆກ່ຽວ​ກັບ​ນະ​ຄອນ​ອູ​ຮັ້ນ​ໃນ​ປັດ​ຈຸ​ບັນ​ອີກ, ​ໂດຍ​ມີ​ການ​ອະ​ທິ​ບາຍ​ແລະ​​ປ່ອຍ​ຂ່າວ​​ແນວ​ແປກໆ. ແຕ່​ວ່າ, ເລື່ອງ​ຈິງ​​ກໍ​ຄື​ເລື່ອງ​ຈິງ​ຕ້ອງ​ຊະ​ນະ​ຂ່າວ​ລື​ຂ່າວ​ປອມ​ໃນ​ສຸດ​ທ້າຍ, BBC ​ກໍ​ຈະ​ບໍ່​ສາ​ມາດ​ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ຕົນ​ໃນ​ສຸດ​ທ້າຍ, ​ແຕ່​ກັບ​ກາຍ​ເປັນ​ການ​ບັນ​ທຶກ​ຄວາມ​ເພິ່ງ​ພໍ​ໃຈ​ຂອງ​ປະ​ຊາ​ຊົນ​ແຂວງ​ຫູ​ເປີຍ​ຕໍ່​ຜົນ​ສຳ​ເລັດ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19. ກໍ​ຄື​ກັນ​ກັບ​ຄຳ​ເວົ້າ​ປະ​ໂຫຍກ​ສຸດ​ທ້າຍ​ທີ່​ປະ​ຊາ​ຊົນ​ນະ​ຄອນ​ອູ​ຮັ້ນ​ເວົ້າ​ໃນ​ວິ​ດີ​ໂອ​ຂອງ BBC ວ່າ: “ດຽວ​ນີ້ຕົນ​ເອງ​ມີ​ຄວາມ​ຮູ້​ສຶກ​​ສະ​ບາຍ​ໃຈ​ຫຼາຍ, ເພາະ​ວ່າ​ນະ​ຄອນ​ອູ​ຮັ້ນ​ແມ່ນ​ສະ​ຖານ​ທີ່​ທີ່​ປອດ​ໄພ​ທີ່​ສຸດ​ຢູ່​ຈີນ, ທັງ​ແມ່ນ​ສະ​ຖານ​ທີ່​ປອດ​ໄພ​ທີ່​ສຸດ​ຢູ່​ໃນ​ໂລກ.”

ຄຳ​ເຫັນ

0