黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ເຫຼີມ​ສະ​ຫຼອງ​ບຸນ​ປີ​ໃໝ່​ທີ່​ມີ​ຄວາມ​ໝາຍ​ພິ​ເສດ

2021-02-03 16:49:04 cri

ສຳ​ລັບ​ຄົນ​ຈີນ​ແລ້ວ, ບຸນ​ກຸດ​ຈີນ​ແມ່ນ​ບຸນ​ສຳ​ຄັນ​ທີ່​ສຸດ​ຂອງ​ທຸກໆ​ປີ, ແມ່ນ​ວັນ​ທີ່​​ຊາວ​ຈີນ​ຈະ​ກັບ​ເມືອ​ບ້ານ​ເກີດ​ແລະ​ຢູ່​​ພ້ອມ​ໜ້າ​ພ້ອມ​ຕາ​ກັນ​ກັບ​ຄອບ​ຄົວ. ​ປັດ​ຈຸ​ບັນ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢູ່​ຈີນຍັງ​ໄດ້​ເກີດຂຶ້ນ​ເລັກ​ໜ້ອຍ​ແລະ​ຢູ່​ບາງ​ທ້ອງ​ຖິ່ນ​ບັງ​ເອີນ​ກໍ​ມີ​ກໍ​ລະ​ນີ​ຕິດ​ເຊື້ອ​ພະ​ຍາດ​ເປັນ​ກຸ່ມ​ຍ້ອນ​ຢູ່​ໃກ້​ຊິດ​ກັນ, ແຕ່​ວ່າ​ຄວາມ​ສ່ຽງ​ດ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໃນ​ທົ່ວ​ປະ​ເທດ​ແມ່ນ​ສາ​ມາດ​ຄວບ​ຄຸມ​ໄດ້. ຄວາມ​ປອດ​ໄພ​ແລະ​ສຸ​ຂະ​ພາບ​ແຂງ​ແຮງ​ແມ່ນ​ຄຳ​ອວຍ​ພອນ​ອັນ​ປະ​ເສີດ​ທີ່​ສຸດ​ສຳ​ລັບ​ຄົນ​ຈີນ, ລັດ​ຖະ​ບານ​ແລະ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຕ່າງໆ​ຂອງ​ຈີນ​ພວມ​​ເອົາ​ໃຈ​ໃສ່​ເຮັດວຽກ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ແລະ​​ຕັ້ງ​ໜ້າ​ເຮັດ​ວຽກ​ບໍ​ລິ​ການ​ເພື່ອ​​ຮັບ​ປະ​ກັນ​ດ້ານຕ່າງໆ, ເພື່ອ​ເຮັດ​ໃຫ້​ປະ​ຊາ​ຊົນ​ຈີນ​ສາ​ມາດສະ​ເຫຼີມ​ສະ​ຫຼອງ​ບຸນ​ປີ​ໃໝ່​​ດ້ວຍ​ຄວາມ​ສະ​ບາຍ​ໃຈ​ແລະ​ມີ​ສຸ​ຂະ​ພາບ​ແຂງ​ແຮງ.

ບຸນ​ກຸດ​ຈີນ​ທີ່​ມີ​ຄວາມ​ສຸກ​​ຄວາມ​ເບີກ​ບານ​ມ່ວນ​ຊື່ນນັ້ນ​ຕ້ອງ​ແມ່ນ​ບຸນ​ກຸດ​ຈີນ​ທີ່​ມີ​ສຸ​ຂະ​ພາບ​ແຂງ​ແຮງ. ໃນ​ຫຼາຍ​ມື້​ມາ​ນີ້, ຫ້ອງ​ການ​ສູນ​ກາງ​ພັກ​ແລະ​ຫ້ອງ​​ວ່າການ​ລັດ​ຖະ​ບານ​ຈີນ​ໄດ້​ອອກ “ແຈ້ງ​ການກ່ຽວ​ກັບ​ວຽກ​ງານການ​​ບໍ​ລິ​ການ​​ເພື່ອ​ຮັບ​ປະ​ກັນ​ການ​ສະ​ເຫຼີມ​ສະ​ຫຼອງ​ບຸນ​ກຸດ​ຈີນ​ຢູ່​ກັບ​ທີ່ຂອງ​ປະ​ຊາ​ຊົນ​”, ​ໂດຍ​ມີ​ການ​ຈັດ​ວາງ​ດ້ານ​ສິດ​ຜົນ​ປະ​ໂຫຍດ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຕ່າງໆ​ເຊັ່ນ: ເພີ່ມ​ທະ​ວີ​ການ​ຮັບ​ປະ​ກັນ​​ດ້ານຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ໃຫ້​ດີ, ​ຄຸ້ມ​ຄອງແລະ​ບໍ​ລິ​ການ​ປະ​ຊາ​ຊົນ​ໃ​ນ​ໄລ​ຍະ​ບຸນ​ກຸດ​ຈີນ​ໃຫ້​ດີ​ແລະ​ອື່ນໆ, ເພື່ອ​ໃຫ້​ປະ​ຊາ​ຊົນ​ຈີນ​ທັງ​ຫຼາຍ​ສາ​ມາດ​ສະ​ເຫຼີມ​ສະ​ຫຼອງ​ບຸນ​ກຸດ​ຈີນ​ຢ່າງ​ມ່ວນ​ຊື່ນ, ປອດ​ໄພ​ແລະມີ​ສຸ​ຂະ​ພາບ​ແຂງ​ແຮງ.

ປັດ​ຈຸ​ບັນ, ວັກ​ຊີນ​ພະ​ຍາດ​ໂຄວິດ-19 ​ເຊື້ອ​ຕາຍ​ທີ່​ຈີນ​ຜະ​ລິດ​ຊະ​ນິດ​ທຳ​ອິດ​ໄດ້​ຮັບ​​ການອະ​ນຸ​ມັດ​​ໃຫ້ນຳ​ໃຊ້​ຢ່າງ​ມີ​ເງື່ອນ​ໄຂ​ແລ້ວ, ແຫ່ງ​ຕ່າງໆ​​ພາຍ​ໃນ​ປະ​ເທດ​ຈີນ​ໄດ້​ເລີ່ມ​ສັກ​ວັກ​ຊີນ​ໃຫ້​ແກ່​ກຸ່ມ​ຄົນ​ທີ່ມີ​ຄວາມ​ສ່ຽງ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ໄດ້ງ່າຍ. ແຕ່​ພວກ​ເຮົາ​ຄວນ​ຄຳ​ນຶງ​ວ່າ: ສະ​ພາບ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຍັງ​ຂ້ຽວ​ຂາດ​ແລະ​ສັບ​ສົນ​ຫຼາຍ, ໂດຍ​ສະ​ເພາະ​ຍ້ອນ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ໄດ້​ເລີ່ມ​ຕົ້ນ​ຂຶ້ນ​ແລ້ວ, ​ສະ​ພາບ​ການ​ເຄື່ອນ​ໄຫວ​ໄປ​ມາ​ຂອງ​ຄົນ​ແລະ​ປະ​ຊາ​ຊົນ​ເຕົ້າ​ໂຮມ​ກັນ​​ນັ້ນຈະ​ເກີດ​ຂຶ້ນ​ຢ່າງ​ແນ່ນອນ, ສະ​ນັ້ນ, ໃນ​ໄລ​ຍະ​ບໍ່​ດົນ​ມາ​ນີ້, ນະ​ຄອນ​ຫຼວງ​ປັກ​ກິ່ງ​ຂອງ​ຈີນ​ໄດ້​ມີ​ຂໍ້​ສະ​ເໜີ​ໃຫ້ປະ​ຊາ​ຊົນ​ທັງ​ຫຼາຍ​ສະ​ເຫຼີມ​ສະ​ຫຼອງ​ບຸນ​ກຸດ​ຈີນ​ຢູ່​ປັກ​ກິ່ງ; ນະ​ຄອນ​ຫວຍ​ນານ​ແຂວງ​ອ່ານ​ຮຸຍ​ໄດ້​​ອອກ​ຈົດ​ໝາຍ​ເປີດ​ຜະ​ນຶກ, ​ຊຸກ​ຍູ້​ໃຫ້ຊາວ​ກະ​ສິ​ກອນ​ຕ່າງ​ແຂວງ​ທີ່​ເຮັດ​ວຽກ​ຢູ່​ແຂວງ​ອ່ານ​ຮຸຍ​ສະ​ເຫຼີມ​ສະ​ຫຼອງ​ບຸນ​ກຸດ​ຈີນ​ຢູ່​​ກັບ​ທີ່, ນອກ​ຈາກ​ນີ້, ຫຼາຍ​ແຫ່ງ​ຂອງ​ຈີນ​ກໍ​ໄດ້​ອອກ​ຂໍ້​ລິ​ເລີ່ມ​ຄື​ດັ່ງ​ນີ້ “ຖ້າ​ບໍ່​ມີ​ຄວາມ​ຈຳ​ເປັນ​ກໍ​ບໍ່ຄວນ​ກັບ​ບ້ານ​ເກີດ, ແລະ​ສະ​ເຫຼີມ​ສະ​ຫຼອງ​ບຸນ​ປີ​ໃໝ່​ຢູ່​​ເຂດ​ທີ່​ຕົນ​ປະ​ກອບ​ອາ​ຊີບ”, ເພື່ອຊີ້​ນຳ​ໃຫ້ພາກ​ສ່ວນ​ແລະ​ບຸກ​ຄົນ​ຕ່າງໆ​​ຈັດ​ວາງ​​ແວນ​ການ​ພັກ​ໃນ​ໄລ​ຍະ​ບຸນ​ປີ​ໃໝ່​ຢ່າງ​ສົມ​ເຫດ​ສົມ​ຜົນ, ຫຼຸດ​ການ​​ເຄື່ອນ​ໄຫວ​ໄປ​ມາ​ແລະ​ການ​ເຕົ້າ​ໂຮມ​ກັນ​ທີ່​ບໍ່​ຈຳ​ເປັນ, ​ເພື່ອ​ຫຼຸດ​ຄວາມ​ສ່ຽງ​ທີ່​ເຮັດ​ໃຫ້​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ.

ເພື່ອ​ສົ່ງ​ເສີ​ມ​ໃຫ້ປະ​ຊາ​ຊົນ​ທັງ​ຫຼາຍ​ສະ​ເຫຼີມ​ສະ​ຫຼອງ​ບຸນ​ປີ​ໃໝ່​ຢູ່​ກັ​ບ​ທີ່, ແຫ່ງ​ຕ່າງ​ໆ​ແລະ​ຂະ​ແໜງ​ການ​ຕ່າງໆ​ຂອງ​ຈີນ​ຍັງ​ໄດ້​​ອອກມາດ​ຕະ​ການ​ຕ່າງໆ​ທີ່​ຖືກ​ໃຈ. ນະ​ຄອນ​ນິງ​ປໍ່​ແຂວງ​ເຈີ້​ຈ່ຽງ​ໄດ້​ສະ​ໜັບ​ສະ​ໜູນ​ໃຫ້​ວິ​ສາ​ຫະ​ກິດ​ດຳ​ເນີນ​ການ​ຜະ​ລິດ​ຢ່າງ​ໝັ້ນ​ທ່ຽງ​ດ້ວຍ​ຮູບ​ການ​ເພີ່ມ​ທະ​ວີ​ການ​ບໍ​ລິ​ການ​ແລະ​ອື່ນໆ, ​ຈັດ​ກິດ​ຈະ​ກຳ​ມອບຄວາມ​ອົບ​ອຸ່ນ​ໃຫ້​ແກ່​ຊາວ​ກະ​ສິ​ກອນ​ເພື່ອ​ເຮັດ​ໃຫ້​ເຂົາ​ເຈົ້າ​ສະ​ເຫຼີມ​ສະ​ຫຼອງ​ບຸນ​ປີ​ໃໝ່​ຢູ່​ວິ​ສາ​ຫະ​ກິດ; ກຸ່ມ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ຈີນ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ຖອນປີ້​ລົດ​ໄຟ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​ແລະ​ອື່ນໆ. ການ​ກະ​ທຳ​ເຫຼົ່າ​ນີ້ແມ່ນ​ເໝາະ​ສົມ​ກັບ​ຄວາມ​ຈິງ​​, ບໍ່​ພຽງ​ແຕ່​ເຮັດ​ໃຫ້​ນະ​ໂບ​ບາຍ​ເຫຼົ່​າ​ນີ້​ສາ​ມາດ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ເທົ່າ​ນັ້ນ, ທັງ​ໄດ້​ເພີ່ມ​ຄວາມ​ອົບ​ອຸ່ນ​ໃຫ້​ແກ່​ຄົນ​ທັງ​ຫຼາຍ​ອີກ​ດ້ວຍ.

ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ປີ 2020 , ເພື່ອ​ຮັບມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທີ່​ເກີດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ, ການ​​ຕື່ນ​ຕົວ​ກັກ​ບໍ​ລິ​ເວນ​ຢູ່​ເຮືອນ​ແລະ​ການ​ອວຍ​ພອນ​​ປີ​ໃໝ່​ໂດຍ​ຜ່ານທາງ​ອິນ​ເຕີ​ເນັດ​ໄດ້​ກາຍ​ເປັນ​ຄວາມ​ຊົງ​ຈຳ​ຂອງ​​ຄົນ​ທັງ​ຫຼາຍ. ໃນ​ໂອ​ກາດ​ທີ່​ບຸນ​ກຸດ​ຈີນ 2021 ໃກ້​ຈະ​ວຽງ​ມາ​ເຖິງ​ນີ້, ທົ່ວ​ສັງ​ຄົມ​ຈີນ​ກໍ​ສຸມ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ເພື່ອ​ເຮັດ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃຫ້​ດີ​ໃນ​ຂະ​ນະ​ທີ່​ພະ​ຍາ​ຍາມ​ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ສະ​ເຫຼີມ​ສະ​ຫຼອງ​ບຸນ​ປີ​ໃໝ່​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ.

 

ຄຳ​ເຫັນ

0