ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 1 ກຸມພານີ້, ງານປະກວດວີດີໂອສັ້ນລາວ-ຈີນ 2021 ໄດ້ເລີ່ມຂຶ້ນຢ່າງເປັນທາງການ. ງານປະກວດຄັ້ງນີ້ມີຫົວຂໍ້ວ່າ “ຄຽງຂ້າງກັນ”, ໂດຍໄດ້ເນັ້ນໃສ່ເລື່ອງລາວທີ່ຊາບຊື້ງໃຈ ແລະຄວາມອົບອຸ່ນທີ່ເກີດຂຶ້ນໃນຮອບ 60 ປີພາຍຫຼັງ ລາວກັບຈີນໄດ້ສ້າງຕັ້ງສາຍພົວພັນທາງການທູດນຳກັນເປັນຕົ້ນມາ. ເຄື່ອງໝາຍ, ໂປສເຕີ ແລະວີດີໂອໂຄສະນາຂອງງານປະກວດຄັ້ງນີ້ຈະປະກາດໃຫ້ຮູ້ໃນມື້ດຽວກັນ. ບຸກຄົນທີ່ມີຊື່ສຽງຂອງສອງປະເທດລາວ-ຈີນໄດ້ສົ່ງວີດີໂອອວຍພອນໃຫ້ງານປະກວດຄັ້ງນີ້.
ງານປະກວດວີດີໂອສັ້ນລາວ-ຈີນ 2021 ຈັດຂຶ້ນໂດຍສູນອາຊີ-ອາຟຣິກາຂອງສະຖານີວິທະຍຸໂທລະພາບສູນກາງຈີນ(CMG) ແລະກະຊວງຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວລາວ, ງານປະກວດຄັ້ງນີ້ຈະຮັບຜົນງານການປະກວດວີດີໂອ 5 ປະເພດໃນສັງຄົມລາວ ແລະຈີນ ຄື: ຮູບເງົາເລື່ອງສັ້ນ, Vlog, ການໂຄສະນາເພື່ອສາທາລະນະປະໂຫຍດ, MV ເພງມິດຕະພາບລາວ-ຈີນ ແລະວີດີໂອສັ້ນທີ່ຖ່າຍດ້ວຍໂທລະສັບມືຖື.
ຜູ້ເຂົ້າຮ່ວມການປະກວດຕ້ອງສົ່ງຜົນງານການປະກວດຂອງຕົນໃຫ້ແກ່ຄະນະຈັດງານກ່ອນວັນທີ 28 ມີນາ 2021. ກຳມະການຂອງສອງປະເທດລາວ-ຈີນຈະຮ່ວມກັນໃຫ້ຄະແນນ ແລະຄັດເລືອກເອົາຜູ້ທີ່ໄດ້ຮັບລາງວັນຕ່າງໆ, ສ່ວນຜົນການປະກວດຈະເປີດເຜີຍໃນເດືອນເມສາ 2021 . ຖ້າຢາກຮູ້ລາຍລະອຽດກ່ຽວກັບງານປະກວດຄັ້ງນີ້, ເຊີນຕິດຕາມໃນເວບໄຊ້ http://laos.cri.cn/clvideo-la ແລະ “Laos Grip”APP.
ຈີນກັບລາວໄດ້ສ້າງຕັ້ງສາຍພົວພັນທາງການທູດນຳກັນໃນວັນທີ 25 ເມສາປີ 1961. ປີ 2021 ແມ່ນ “ປີມິດຕະພາບລາວ-ຈີນ”.
ຄຳເຫັນ
0