尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​​ຈັດ​ສັນວັກ​ຊີນ​ພະ​ຍາດ​ໂຄວິດ-19 ໄດ້ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ບໍ່​ສະ​ເໝີ​ພາບ​ດ້ານສິດ​ທິ​ມະ​ນຸດ​​ຢູ່ອາ​ເມ​ຣິ​ກາ

2021-02-04 17:40:55 cri

ການ​​ຈັດ​ສັນວັກ​ຊີນ​ພະ​ຍາດ​ໂຄວິດ-19 ໄດ້ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ບໍ່​ສະ​ເໝີ​ພາບ​ດ້ານສິດ​ທິ​ມະ​ນຸດ​​ຢູ່ອາ​ເມ​ຣິ​ກາ_fororder_1000 (1)

​ເປັນ​ເວ​ລາ​ດົນ​ນານ​ມາ​ແລ້ວ, ອາ​ເມ​ຣິ​ກາ​ຖື​ໂຕ​ເອງ​ວ່າ​ເປັນ “ຜູ້​ປົກ​ປ້ອງ​ສິດ​ທິ​ມະ​ນຸດ”, ​ມັກເວົ້າ​ນີ້​ເວົ້າ​ນັ້ນ​ກ່ຽວ​ກັບ​ສະ​ພາບ​ສິດ​ທິ​ມະ​ນຸດ​ຂອງ​ປະ​ເທດ​ອື່ນ​ຕາມ​ລຳ​ພັງ​ໃຈ, ແຕ່​​ເມື່ອ​ເກີດ​ມີ​ສະ​ພາບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໄດ້ເຮັດ​ໃຫ້​ໜ້າ​ກາກ​ອັນ​ຈອມ​ປອມ​ຂອງ​ອາ​ເມ​ຣິ​ກາ​ທີ່ວ່າ​ສິດ​ທິ​ມະ​ນຸດ​ເປັນ​ສິ່ງ​ສຳ​ຄັນ​ເໜືອ​ທຸກ​ສິ່ງ​ທຸ​ກ​ຢ່າງ​ນັ້ນ​ຖືກ​ຈີ​ກ​ອອກຢ່າງ​ບໍ່​ໄວ້​ໜ້າ​ເລີຍ.
 

ວັນ​ທີ 30 ມັງ​ກອນຜ່ານ​ມາ, ​ຂ່າວ​ສານອາ​ເປ​ຫຼື AP ໄດ້​​ວິ​ເຄາະ​ຕົວ​ເລກ​ຂໍ້​ມູນແລ້ວ​ເປີດ​ເຜີຍ​ບົດ​ລາຍ​ງານ​​ຜົນ​ການສຳ​ຫຼວດ​ສະ​ບັບ​ໜຶ່ງ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ຢູ່ 17 ລັດ​ເຊັ່ນ:​ລັດແມ​ຣີ​ແລນ​ແລະ​ລັດ​ອື່ນໆ​ພ້ອມ​ດ້ວຍ​ນະ​ຄອນ​ຟີວ​ລີ​ແລະ​ນະ​ຄອນຊີ​ຄາ​ໂກ​ຂອງ​ອາ​ເມ​ຣິ​ກາ, ອັດ​ຕາການ​ສັກ​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ຂອງ​ປະ​ຊາ​ຊົນ​ເຊື້ອ​​ສາຍ​ອາ​ຟ​ຣິ​ກາແລະ​ເຊື້ອ​​ສາຍອື່ນໆ​ທີ່​ມີ​ປະ​ຊາ​ກອນ​ໜ້ອຍ​ແມ່ນ​ຕ່ຳ​ກວ່າ​ຄົນ​ຜິວ​ຂາວ​ຢ່າງ​ຈະ​ແຈ້ງ.ຍົກ​​ຕົວ​ຢ່າງ​ຢູ່​ລັດ​ແມ​ຣີ​ແລນ,ຢູ່​ລັດ​ນີ້​ມີ​ປະ​ຊາ​ຊົນ​ເຊື້ອ​​ສາຍອາ​ຟ​ຣິ​ກາ​ກວມ 30% ຂອງຍອດ​ຈຳ​ນວນ​ປະ​ຊາ​ກອນ, ຈຳ​ນວນຄົນ​ເຊື້ອ​ຊາດ​ອາ​ຟ​ຣິ​ກາ​ໄດ້​ກວມ 40% ຂອງຍອດ​ຈຳ​ນວນແພດ​ໝໍ​ແລະ​ພະ​​ຍາ​ບານ. ແຕ່​ໃນ​ຈຳ​ນວນ​ຄົນ​ທີ່​ໄດ້​ສັກ​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ແລ້ວ​ນັ້ນ,ຄົນ​ເຊື້ອ​​ສາຍ​ອາ​ຟ​ຣິ​ກາ​ກວມພຽງ​ແຕ່ 16%​ ເທົ່າ​ນັ້ນ. ເມື່ອ​ພິ​ຈາ​ລະ​ນາ​ເຖິງ​ແພດ​ໝໍ​ແລະ​ພະ​ຍາ​ບານ​ເປັນ​ກຸ່ມ​ຄົນທຳ​ອິດ​ທີ່​ໃຫ້ສັກ​ວັກ​ຊີນ, ​ກໍເຫັນ​ໄດ້​ງ່າຍ​ງ່າຍ​ວ່າ: ໃນ​ຈຳ​ນວນ​ຄົນ​ເຊື້ອສາຍ​ອາ​ຟ​ຣິ​ກາ​ 16% ທີ່​ໄດ້​ສັກ​ວັກ​ຊີນ​ເຫຼົ່າ​ນີ້, ອັດ​ຕາ​ການ​ສັກ​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ນອກ​ຈາກ​ແພດ​ໝໍ​ແລະ​ພະ​ຍາ​ບານ​​ຈະ​ຍິ່ງ​ຕ່ຳ​ກວ່າ​ອີກ.
 

ຄວາມ​ບໍ່​ສະ​ເໝີ​ພາບ​ດ້ານ​ການ​ສັກ​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ບໍ່​ພຽງ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ເຊື້ອ​ຊາດ​ເທົ່າ​ນັ້ນ,ທັງໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ແຕກ​ໂຕນ​ກັນ​ລະ​ຫວ່າງ​ຊັ້ນ​ຄົນ​ໃນ​ສັງ​ຄົມ​ຂອງ​ອາ​ເມ​ຣິ​ກາ​ອີກ​ດ້ວຍ.ໃນ​ເດືອນ​ແລ້ວ​ນີ້, ສື່ມວນ​ຊົນ​ອາ​ເມ​ຣິ​ກາ​ໄດ້​ເປີດ​ເຜີຍ​ວ່າ,ພາກ​ສ່ວນ​ສາ​ທາ​ລະ​ນະ​ສຸ​ກ​ຂອງ​ເມືອງ​ຮາ​ມິນ​ຕອນ​ໄດ້ເຮັດ​ໃຫ້​ຜູ້​ເຖົ້າ​​ອາ​ຍຸ 75 ປີ​ຂຶ້ນ​ໄປ​ຫຼາຍ​ຄົນ​ບໍ່​ສາ​ມາດ​ສັກ​ວັກ​ຊີນ​ໄດ້​ຫຼັງຈາກ​ພວກ​ເພິ່ນ​ໄດ້​ລໍ​ຖ້າ​ຫຼາຍ​ຊົ່ວ​ໂມງ,ໃນ​ນັ້ນ, ຍັງ​ມີ​​ຍິງຜູ້​ເຖົ້າ​ອາ​ຍຸ 94 ​ປີ​ທີ່ໃສ່​ບັ້ງ​ອັອກ​ຊີ​ຄົນ​ໜຶ່ງ​. ແຕ່​ວ່າ, ຫຼັງ​ຈາກ​ໄດ້​ບອກ​​ຜູ້​ເຖົ້າ​ເຫຼົ່າ​ນີ້ “​ໃຫ້ມາ​ສັກ​ໃນ​ມື້​ອື່ນ”ແລ້ວ, ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ຂອງ​ພາກ​ສ່ວນ​ດັ່ງ​ກ່າວ​ພັດ​ໄດ້ສວຍ​ໂອ​ກາດ​ໂທ​ຫາ​ພີ່​​ນ້ອງ​ແລະ​ເພື່ອນ​ມິດ​ຂອງ​ຕົນ​ມາ​ສັກ​ວັກ​ຊີນ.

ການ​​ຈັດ​ສັນວັກ​ຊີນ​ພະ​ຍາດ​ໂຄວິດ-19 ໄດ້ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ບໍ່​ສະ​ເໝີ​ພາບ​ດ້ານສິດ​ທິ​ມະ​ນຸດ​​ຢູ່ອາ​ເມ​ຣິ​ກາ_fororder_1000
ນອກ​ນີ້​ຍັງ​ມີ​ສະ​ພາບ​ແບບ​ນີ້,ພາຍ​ຫຼັງອາ​ເມ​ຣິ​ກາ​ໄດ້​ດຳ​ເນີນ​ການ​ສັກ​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ຢ່າງຂະ​ໜາດ​ໃຫຍ່ໃນ​ກາງ​ເດືອນ​ທັນ​ວາ​ປີກາຍ​ນີ້ແລ້ວ,ແຮ່ງ​ໄດ້​ເກີດ​ມີ​ສະ​ພາບ​ທີ່​ແພດ​ໝໍ​ແລະ​ພະ​ຍາ​ບານ​ຢູ່​ແນວ​ໜ້າ​ບໍ່​ມີ​ໂອ​ກາດ​ສັກ​ວັກ​ຊີນ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ເປັນ​ຊົ່ວ​ໄລ​ຍະ​ໜຶ່ງ, ​ແຕ່ປະ​ທາ​ນາ​ທິ​ບໍ​ດີ​ແລະ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ພັດ​ໄດ້​ຮັບບຸ​ລິ​ມະ​ສິດ​ໃນ​ການ​ສັກ​ວັກ​ຊີນກ່ອນ​ໝູ່.

ໃນ​ເວ​ທີ​ສາ​ກົນ, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ແຮ່ງ​ໄດ້​ສວຍ​ໂອ​ກາດ​ກັກ​ເກັບ​ຊັບ​ພະ​ຍາ​ກອນ​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ຢ່າງ​ຫຼວງ​ຫຼາຍ. ໃນ​ເດືອນ​ທັນ​ວາ​ປີ​ 2020, ຕົວ​ເລກ​ຂໍ້​ມູນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ດຸກ​ສະ​ແດງ​ໃຫ້​ເຫັນ​ວ່າ: ອາ​ເມ​ຣິ​ກາ​ມີ​ຈຳ​ນວນ​ປະ​ຊາ​ກອນ​ພຽງ​ແຕ່ 330 ລ້າ​ນ​ຄົນ​, ແຕ່​ພັດໄດ້​ຊື້​ວັກ​ຊີນ​ພະ​ຍາດ​ໂຄວິດ-19  ​ກັກ​ຕຸນ​ໄວ້​ເຖິງ 2,6 ຕື້​ຫຼອດ, ຫຼາຍກວ່າ​ຄວາມ​ຕ້ອງ​ການ​ຕົວ​ຈິງ​ຫຼາຍໆ​ເທົ່າ, ເຮັດ​ໃຫ້​ເກີດ​ມີ​ສະ​ພາບ​​ຂາດ​ແຄນວັກ​ຊີນ​ພະ​ຍາດ​ໂຄວິດ-19 ​ໃນ​ຕະ​ຫຼາດ​ສາ​ກົນ​ຢ່າງ​ໜັກ​ໜ່ວງ.
 

​ວັນ​ທີ 8 ຕຸ​ລາ ປີ 2020, ຈີນ​ໄດ້​ເຂົ້າ​ຮ່ວມ “ແຜນ​ດຳ​ເນີນ​ງານວັກ​ຊີນ​ພະ​ຍາດ​ໂຄວິດ-19”ຫຼື(COVAX) ຢ່າງ​ເປັນ​ທາງ​ການ, ແລະ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ໜັກ​ແໜ້ນ​ຕໍ່​ໂລກວ່າ:ຈະ​ຊຸກ​ຍູ້​ໃຫ້​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ຂອງ​ໂລກ, ແລະບໍ່​ພຽງ​ແຕ່​ໄດ້​ສະ​ໜອງວັກ​ຊີນ​ພະ​ຍາດ​ໂຄວິດ-19 ໃຫ້​ແກ່​ປະ​ເທດ​​ພວມ​ພັດ​ທະ​ນາ​ດ້ວຍ​ລາ​ຄາ​ທີ່​ຕ່ຳ​ກວ່າ​ລາ​ຄາ​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ຂອງ​ອາ​ເມ​ຣິ​ກາ​​ຫຼາຍເຕີບເທົ່າ​ນັ້ນ, ຍັງ​ໄດ້​ເຊັນ​ສັນ​ຍາ​ກ່ຽວ​ກັບ​ການ​ຜະ​ລິດ​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ກັບ​ຫຼາຍ​ປະ​ເທດ, ​ເພື່ອຊ່ວຍ​ປະ​ເທດ​ຈຳ​ນວນ​ໜຶ່ງ​ຜະ​ລິດ​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ​ດ້ວຍ​ຕົນເອງ​ໂດຍ​ຜ່ານ​ວິ​ທີ​ການ​ສົ່ງ​ອອກວັດ​ຖຸ​ດິບ​ວັກ​ຊີນ​ພະ​ຍາດ​ໂຄວິດ-19. ວັນ​ທີ 3 ກຸມ​ພາ​ນີ້, ທ່ານ​ ຫວ່າງ​ເຫວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ໂດຍ​ຕອບ​ສະ​ໜອງ​ຕາມ​ຄວາມ​ຮຽກ​ຮ້ອງ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ, ຈີນ​ໄດ້​ຕົກ​ລົງ​ຈະ​ສະ​ໜອງວັກ​ຊີນ​ພະ​ຍາດ​ໂຄວິດ-19 ຈຳ​ນວນ 10 ລ້ານ​ຫຼອດ​​ສຳ​ລັບ “ແຜນ​ດຳ​ເນີນ​ງານວັກ​ຊີນ​ພະ​ຍາດ​ໂຄວິດ-19”, ຕົ້ນ​ຕໍ​ຈະ​ໃຊ້​ໃນ​​ການ​ແກ້​ໄຂຄວາມ​ຕ້ອງ​ການ​ໂດຍ​ດ່ວນ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ. ຢູ່​ໃນ​ປະ​ເທດ​ຈີນ, ຫຼັງ​ຈາກ​ຜູ້​ຄົນ​ໃນ​ຂະ​ແໜງ​ການ​ຕ່າງໆ​ທີ່​ມີ​ຄວາມ​ສ່ຽງ​ສູງ​ໃນ​ການ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ໄດ້​ສັກ​ວັກ​ຊີນ​ແລ້ວ ແລະ​​ຄຽງ​ຄູ່​ກັບວັກ​ຊີນ​ພະ​ຍາດ​ໂຄວິດ-19 ໄດ້​ຮັບ​ການ​ອະ​ນຸ​ມັດ​ໃຫ້​ເຂົ້າ​ຈຳ​ໜ່າຍ​ໃນ​ຕະ​ຫຼາດ​ແລ້ວ, ວຽກ​ງານ​ສັກ​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ໃນ​ຂອບ​ເຂດ​ກວ້າງ​ຂວາງ​ກໍ​ໄດ້​ເລີ່ມ​ດຳ​ເນີນ​ໄປ​ຕາມ​ລຳ​ດັບ. ນັບ​ມາ​ຮອດ​ວັນ​ທີ 31 ມັງ​ກອນ​ຜ່ານ​ມາ, ການ​ລາຍ​ງານ​ຈຳ​ນວນ​ຄົນ​ທີ່​​ໄດ້​ສັກ​ວັກ​ຊີນ​ຢູ່​ແຫ່ງ​ຕ່າງໆ​​ມີ​ຫຼາຍກວ່າ 24 ລ້ານ​ເທື່ອ​ຫຼອດ,ເຊິ່ງ​ປະ​ຊາ​ຊົນ​ທີ່​ໄດ້​ມາດ​ຖານ​ຕາມ​ເງື່ອນ​ໄຂ​ການ​ສັກ​ວັກ​ຊີນ​ກໍ​ຈະ​ໄດ້​ສັກ​ວັກ​ຊີນ​ເປັນ​ກ້າວ​ໆ.
 

ການ​ຈັດ​ສັນ​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ຄື​ກັນ​ກັບ​ແວນ​ແຍ່ງ​​ອັນໜຶ່ງ​ ເຊິ່ງໄດ້​​ສະ​ທ້ອນ​ໃຫ້​ເຫັນ​ເຖິງ​ຄວາມ​ມີ​ສິນ​ທຳ​ຂອງ​ການ​ເປັນ​ປະ​ເທດ​ໃຫຍ່ແລະ​ຄວາມ​ຮັກ​ແພງ​​ທີ່​ມີຕໍ່​ປະ​ຊາ​ຊົນ​ຂອງ​ປະ​ເທດ​ຕ່າງໆ​ຈຳ​ນວນ​ໜຶ່ງ, ​ທັງໄດ້​ເຮັດ​ໃຫ້​ຄຳ​ເວົ້າ​ຫຼອກ​ລວງ​ດ້ານ​ສິດ​ທິ​ມະ​ນຸດ​ຂອງ​ບາງ​ປະ​ເທດ​ຖືກ​ເປີດ​ເຜີຍ​ແລະ​ເຜີຍ​ແບ​ຄວາມ​ຈິງ​ອອກ​ມາ​ໄດ້​ຢ່າງ​ຈະ​ແຈ້ງ.

ຄຳ​ເຫັນ

0