秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

【ວິ​ເຄາະ​ສະ​ຖາ​ນະ​ການ】ທ່ານໄມ ພົມເພວຫາວຽກຍາກ

2021-02-05 15:43:00 cri

ທ່ານໄມ ພົມເພວຫາວຽກຍາກ_fororder_e4a597781273833bb27253491d97451

ໃນຫຼາຍ​ປີ​ທີ່​ຜ່ານ​ມາ, ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ຈຳ​ນວນ​ໜຶ່ງ ລ​ວມ​ທັງ​ທ່ານ​ໄມ ພົມ​ເພວ ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້ສະ​ແຫວງ​ຫາ​ຜົນ​ປະ​ໂຫຍ​ສ່​ວ​ນ​ຕົວ​ທາງ​ການ​ເມືອງ ແລະ​ມີ​ຄວາມ​ເຫັນ​ລຳ​ອຽງ ແລະ​ຄຽດ​​ຊັງ​ຕໍ່​ຈີນ ດ້ວຍ​ການ​ວາງ​ແຜນ ແລະ​ຊຸກ​ຍູ້​​ໃຫ້​ເກີດ​ມີ​ການ​ກະ​ທຳ​ທີ່​ປ່ວງ​ບ້າ​ຕ່າງໆ ເຊິ່ງ​ໄດ້​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ຈີນ ພ້ອ​ມ​ທັ​ງ​ໄດ້​ທຳ​ລາຍ​ສາຍ​ພົວ​ພັນ​ລ​ະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ຢ່າງ​ໜັກ​ໜ່ວງ. ໃນ​ວັນ​ທີ 21 ມັງ​ກອນ​ທີ່​ຜ່ານ​ມາ, ຈີນ​ໄດ້​ປະ​ກ​າດ​ຂວ້ຳ​ບາດ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ 28 ຄົນ ເຊິ່ງ​ລວມ​ທັງ​ທ່ານ​ໄມ ພົມ​ເພວ.

ຕາມ​ຄວາມ​ຊິນ​ເຄີຍ​ຂອງ​ອາ​ເມ​ຣິ​ກາ, ພາຍຫຼັງ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​​ໝົດ​ວາ​ລະ​ໃນ​ຕຳ​ແໜ່​ງ​ແລ້ວ ສ່ວນຫຼາຍ​ແມ່​ນ​ໄປ​ເຮັດ​ວຽກ​ຢູ່​ວິ​ສາ​ຫະ​ກິດ​ໃຫຍ່ ແລະ​ມີ​ລ​າຍ​ໄດ້​ຕໍ່​ປີ​ລະ​ດັບ 10 ລ້ານ​ໂດ​ລາ​ສະ​ຫະ​ລັດ, ແນ່ນອນ​ທ່ານ​ໄມ ພົມ​ເພວ​ກໍ​ຫວັງ​ຢາກ​ເປັນ​ແນວ​ນີ້. ແຕ່​ພາຍຫຼັງ​ຈີນ​ໄດ້​ປະ​ກາດ​ມາດ​ຕ​ະ​ການ​ຂວ້ຳບາດ​ແລ້ວ, ວິ​ສາ​ຫະ​ກິດ​ໃຫຍ່​ຕ່າງໆ​ຂອງ​ອາ​ເມ​ຣິ​ກາ ເຊັ່ນ:ແມກ​ໂດ​ໂນ ດາກ​ກັ​ລ​ສ, ໂບ​ອີ້ງ, ​ຟອດ ມໍ​ເຕີ, ​ໄມ​ໂຄ​ຣ​ຊອບ ເປັນ​ຕົ້ນ ​ຕ່າງ​ກໍ​ໄດ້​ປະ​ຕິ​ເສດ​ທ່ານ​ໄມ ພົມ​ເພວ​ຢ່າງເປີດ​ແປນ ຍ້ອນ​ວ່າ​ເຂົາ​ເຈົ້າ​ຢ້ານ​​ວ່າ​ຈະມີຜົນ​ກະ​ທົບ​ຕໍ່​ການ​ເຮັດທຸ​ລະ​ກິດ​ກັບ​ຈີນ. ຢູ່​ໃນ​ໂລກ​ປັດ​ຈຸ​ບັນ, ບໍ່​ມີ​ບໍ​ລິ​ສັດ​​ແຫ່ງ​ໃດ​ທີ່​ບໍ່​ໄດ້​ພົວ​ພັນ​ກັບ​ຈີນ! ປັດ​ຈຸ​ບັນ, ​ໃນ​ຈຳ​ນວນນັກ​ການ​ເມືອງ​ອາ​ເມ​ຣິ​ກາ 28 ຄົນທີ່​ຖືກ​ຂວ້ຳ​ບາດ​ນັ້ນ ​ມີ​ພຽງ​ແຕ່ 2 ຄົນ​ສາ​ມາດ​ຊອກ​​ວຽກ​ໃໝ່​ໄດ້ ແຕ່​ລາຍ​ໄດ້​ຕໍ່​ປີ​ບໍ່​ຮອດ​ແສນ​ໂດ​ລາ​ຊ້ຳ.

ເມື່ອ​ພວກ​ໄມ ​ພົມ​ເພວ​ໃສ່​ຮ້າຍ​ປ້າຍ​ສີ​ຈີນ​ຢ່າງ​ປ່ວງ​ບ້າ ໂດຍ​ບໍ່​ໄດ້​ຄາດ​ຄິດ​ມາ​ກ່ອນ​ວ່າ ຈີນ​ຈະ​ວາງ​ມາດ​ຕະ​ການ​ຂ​ວ້ຳ​ບາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ແບບ​ນີ້. ຈີນ​ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ເກີດ​ມີ​ສະ​ພາບ​ການທີ່​ຢາກ​ໄດ້​​ແຕ່ຜົນ​ປະ​ໂຫຍດ​ນຳ​ຈີນ​ ​ພັດ​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ຈີນຢ່າງ​ເດັດ​ຂາດ.

ພາບ: ແກ້ວ​ປະ​ເສີດ

ບົດ: ດວງ​ພະ​ຈັນ ບົວ​ສະ​ຫວັນ

ຄຳ​ເຫັນ

0