ພີ່ນ້ອງປະຊາຊົນທີ່ດຳລົງຊີວິດຢູ່ເຂດທາງຮ່ອມຫູທົ້ງຢວີເອີເມືອງຕົ່ງເສີງນະຄອນຫຼວງປັກກິ່ງ, ຈົນມາເຖິງປັດຈຸບັນກໍຍັງຈື່ບໍ່ລືມຄືມີວັນໜຶ່ງວັນທີ່ໜ້າຕື່ນເຕັ້ນໃຈແມ່ນວັນທີ 25 ກຸມພາປີ 2014, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປສຳຫຼວດກວດກາວຽກງານດັດແປງເທດສະບານເມືອງເກົ່າຂອງນະຄອນຫຼວງປັກກິ່ງ, ທ່ານໄດ້ຍ່າງເຂົ້າໄປໃນເດີ່ນບ້ານໃຫຍ່ທີ່ເຂົາເຈົ້າໄດ້ດຳລົງຊີວິດມາເປັນເວລາຫຼາຍສິບປີແລ້ວ.
ວັນທີ 25 ກຸມພາປີ 2014, ທ່ານສີຈິ້ນຜິງໄດ້ສຳຫຼວດກວດເບິ່ງວຽກງານການດັດແປງເຂດຄຸ້ມເຮືອນເກົ່າທາງຮ່ອມຫູທົ້ງຢວີເອີ
“ຕອນທ່ຽງມື້ທີ່ທ່ານປະທານສີຈິ້ນຜິງມາຢາມນັ້ນກໍປານກັບວ່າໄດ້ມາຢາມຍາດຕິພີ່ນ້ອງ, ທ່ານບໍ່ໄດ້ຖືໂຕແມ່ນແຕ່ໜ້ອຍດຽວ, ທ່ານເປັນກັນເອງຫຼາຍ”ພໍ່ເຖົ້າ ຈ່ວງປາວ ອາຍຸ 60 ກວ່າປີ ໄດ້ຫວນຄືນເຖິງເຫດການສຳຄັນທີ່ທ່ານສີຈິ້ນຜິງໂອ້ລົມສົນທະນາກ່ຽວກັບຊີວິດປະຈຳວັນກັບຄົນພາຍໃນຄອບຄົວຕົນໃນຕອນນັ້ນ,ພໍ່ເຖົ້າກໍເວົ້າດ້ວຍຄວາມຕື່ນເຕັ້ນດີໃຈທີ່ຫ້າມໃຈໄວ້ບໍ່ຢູ່ວ່າ: “ຂ້າພະເຈົ້າໄດ້ລົມກັບທ່ານປະທານສີຈິ້ນຜິງກ່ຽວກັບຊີວິດຕອນຍັງນ້ອຍທີ່ໄດ້ຜ່າຝືນ, ແຕ່ງກິນດ້ວຍການໃຊ້ຖ່ານຫີນກ້ອນເປັນເຊື້ອໄຟ, ຕັກເອົານ້ຳໃນໄຫໃຫຍ່ຢູ່ເດີ່ນບ້ານໃນຍາມລະດູໜາວ. ທ່ານປະທານບອກວ່າ ຕົນເອງກໍມີຄວາມຮູ້ສຶກດຽວກັນເພາະເຄີຍມີປະສົບການແບບດຽວກັນໃນຍາມນ້ອຍ.”
ວັນທີ 25 ກຸມພາປີ 2014, ທ່ານສີຈິ້ນຜິງໄດ້ຢ້ຽມຢາມທາງຮ່ອມຫູທົ້ງຢວີເອີແລະຖ່າຍຮູບຮ່ວມກັບປະຊາຊົນ
ທາງຮ່ອມຫູທົ້ງຢວີເອີ ມີຄວາມຍາວທັງໝົດ 343 ແມັດ, ເປັນເຂດຄຸ້ມເຮືອນຫຼາຍຄອບຄົວຢູ່ຮ່ວມເດີ່ນບ້ານໃຫຍ່ດຽວກັນຂອງເທດສະບານເມືອງເກົ່າຂອງນະຄອນຫຼວງປັກກິ່ງ, ມີປະຊາກອນໜາແໜ້ນ, ເນື້ອທີ່ເຮືອນທີ່ສະເລ່ຍຕໍ່ຫົວຄົນມີໜ້ອຍ, ສິ່ງອຳນວຍຄວາມສະດວກໃນການດຳລົງຊີວິດບໍ່ຄົບຖ້ວນສົມບູນ. ໃນເວລາໄປຢ້ຽມຢາມປະຊາຊົນ, ທ່ານສີຈິ້ນຜິງໄດ້ສອບຖາມດ້ວຍຄວາມເອົາໃຈໃສ່ວ່າ: ວຽກງານເປັນແນວໃດ, ມີລາຍໄດ້ຊ່ຳໃດ, ແຕ່ງກິນໃຊ້ເຊື້ອໄຟຫຍັງ? ອາຍອຸ່ນໃນຍາມລະດູໜາວເປັນແນວໃດ? ຫ້ອງນ້ຳຢູ່ໄກບ້ານບໍ່? ມີຄວາມມຸ້ງຫວັງຫຍັງແດ່ກ່ຽວກັບການປັບປຸງສະພາບແວດລ້ອມຂອງການດຳລົງຊີວິດໃນປັດຈຸບັນໃຫ້ດີຂຶ້ນ. ທ່ານສີຈິ້ນຜິງໄດ້ເວົ້າກັບພີ່ນ້ອງປະຊາຊົນວ່າ: “ເຂດຊຸມຊົນຫູທົ້ງແຖວນີ້, ຂ້າພະເຈົ້າຮູ້ດີ, ມື້ນີ້ ມາຢາມພີ່ນ້ອງປະຊາຊົນກໍເພື່ອຢາກປັບປຸງສະພາບແວດລ້ອມຂອງການດຳລົງຊີວິດຂອງພວກທ່ານໃຫ້ດີຂຶ້ນ, ເພື່ອຮັບຟັງຄວາມຄິດເຫັນຂອງພວກທ່ານກ່ຽວກັບການດັດແປງເທດສະບານເມື່ອງເກົ່າ.”
ນັບແຕ່ປີ 2000 ເປັນຕົ້ນມາ, ຕົວເມືອງຕ່າງໆຂອງຈີນໄດ້ເຂົ້າສູ່ໄລຍະການພັດທະນາຢ່າງວ່ອງໄວ. ໃນຂະນະທີ່ຕົວເມືອງໄດ້ຂະຫຍາຍກວ້າງອອກຢ່າງບໍ່ຢຸດຢັ້ງນັ້ນ, ເທດສະບານໃຈກາງເມືອງທີ່ສ້າງຂຶ້ນມາແຕ່ດົນນານແລ້ວນັ້ນຄ່ອຍໆຫຼຸດ ຈາກຂະບວນການພັດທະນາຂອງຕົວເມືອງ, ເຖິງຈະມີທີ່ຕັ້ງທີ່ດີສົມຄວນແຕ່ພັດບໍ່ສາມາດເສີມຂະຫຍາຍບົດບາດຂອງຕົນຕາມທີ່ຄວນມີ, ທັງເຮັດໃຫ້ເງື່ອນໄຂທີ່ຢູ່ອາໄສພາຍໃນເຂດແຄວ້ນເຫຼົ່ານີ້ບໍ່ໄດ້ຮັບການປັບປຸງໃຫ້ດີຂຶ້ນເປັນເວລາດົນນານມາແລ້ວ.
ດ້ວຍເຫດນີ້, ຫຼັງປີ 2010, ຈີນກໍໄດ້ດຳເນີນການດັດແປງເຂດເຫຼົ່ານີ້ດ້ວຍຮູບການມ້າງເຮືອນເກົ່າແລະປຸກສ້າງຄືນໃໝ່. ແຕ່ວ່າ,ນອກຈາກມ້າງເຮືອນເກົ່າແລະປຸກສ້າງຄືນໃໝ່ແລ້ວ, ໃນເຂດເຫຼົ່ານີ້ຍັງມີເຂດຄຸ້ມເຮືອນເກົ່າ ຈຳນວນຫຼວງຫຼາຍຍັງສາມາດອາໄສຢູ່ຕໍ່ໄປໄດ້, ຈິ່ງບໍ່ມີຄວາມຈຳເປັນທີ່ຈະມ້າງຖິ້ມແລະສ້າງໃໝ່, ຄັນຊັ້ນ, ຄວນແກ້ໄຂບັນຫາເຫຼົ່ານີ້ແນວໃດ? ຈາກນີ້ຈິ່ງໄດ້ມີໂຄງການດັດແປງເຂດຄຸ້ມເຮືອນເກົ່າ ໃນທຸກມື້ນີ້.
ຜ່ານຈາກການປັບປຸງສິ່ງອຳນວຍຄວາມສະດວກຂອງເຂດຄຸ້ມເຮືອນເກົ່າ ພ້ອມດ້ວຍພື້ນຖານໂຄງລ່າງສາທາລະນະໃຫ້ສົມບູນຂຶ້ນ, ຍົກສູງລະດັບການບໍລິການສາທາລະນະສະເພາະເຂດຊຸມຊົນເຊັ່ນການລ້ຽງດູຜູ້ເຖົ້າ, ໂຮງລ້ຽງເດັກນ້ອຍ, ການປິ່ນປົວແລະອື່ນໆ, ຫັນປ່ຽນເຂດ ທີ່ຊຸດໂຊມແລະບໍ່ມີຊີວິດຊີວານັ້ນໃຫ້ເປັນເຂດທີ່ໜ້າຢູ່. ເມື່ອເຮັດແນວນີ້ຈະສາມາດປະຢັດລາຍຈ່າຍງົບປະມານ, ຍັງສາມາດປົວແປງສະພາບແວດລ້ອມຂອງເທດສະບານຕົວເມືອງໃຫ້ດີຂຶ້ນໂດຍລວມ ແລະຊ່ວຍສ້າງໂອກາດໃຫ້ເຂດນີ້ໄດ້ມີການພັດທະນາຄືນໃໝ່.
ດ້ວຍເຫດນີ້, ວຽກງານດັດແປງເຂດຄຸ້ມເຮືອນເກົ່າໃນຕົວເມືອງປັດຈຸບັນຈິ່ງໄດ້ຖືກກຳນົດໃຫ້ເປັນວຽກງານຂອງລັດ, ເປັນໂຄງການກ່ຽວກັບຊີວິດການເປັນຢູ່ຂອງປະຊາຊົນທັງເປັນມາດຕະການຊ່ວຍຮັກສາການລົງທຶນໃຫ້ມີຄວາມໝັ້ນຄົງຢ່າງມີປະສິດທິຜົນຫຼາຍທີ່ສຸດ, ພ້ອມດຽວກັນນັ້ນ, ຍັງສາມາດຜ່ານຈາກການດັດແປງສະພາບແວດລ້ອມພາຍນອກແລະພື້ນຖານໂຄງລ່າງ, ປັບປຸງສິ່ງອຳນວຍຄວາມສະດວກສະເພາະການບໍລິການໃຫ້ສົມບູນຂຶ້ນ ເພື່ອຊຸກຍູ້ສົ່ງເສີມໃຫ້ປະຊາຊົນປັບປຸງສິ່ງອຳນວຍຄວາມສະດວກພາຍໃນເຮືອນຕົນ ເຊິ່ງສາມາດຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ,ຮັກສາການລົງທຶນໃຫ້ມີຄວາມໝັ້ນຄົງ ທັງກະຕຸກຊຸກຍູ້ຄວາມຕ້ອງການພາຍໃນໄດ້ອີກ, ຖືວ່າເປັນມາດຕະການດຽວທີ່ໄດ້ປະສິດທິຜົນຫຼາຍຢ່າງ.
ເດືອນກໍລະກົດປີ 2020, ຫ້ອງວ່າການລັດຖະບານຈີນໄດ້ເຜີຍແຜ່ ທິດຊີ້ນຳວ່າດ້ວຍການຊຸກຍູ້ວຽກງານດັດແປງເຂດຄຸ້ມເຮືອນເກົ່າໃນຕົວເມືອງຢ່າງຮອບດ້ານ. ເຊິ່ງທິດຊີ້ນຳດັ່ງກ່າວໄດ້ກຳນົດວ່າ: ປີ 2020 ໄດ້ລົງມືດັດແປງເຂດຄຸ້ມເຮືອນເກົ່າໃນຕົວເມືອງ 39.000 ແຫ່ງ ກວມເອົາປະຊາຊົນເກືອບ 7 ລ້ານຄອບຄົວ; ເມື່ອຮອດປີ 2022, ສ້າງໃຫ້ມີໂຄງສ້າງລະບຽບການ, ລະບົບນະໂຍບາຍແລະກົນໄກປະຕິບັດງານກ່ຽວກັບການດັດແປງເຂດຄຸ້ມເຮືອນເກົ່າໃນຕົວເມືອງໂດຍພື້ນຖານ; ຮອດທ້າຍໄລຍະແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 14,ໃຫ້ສົມທົບກັບສະພາບຄວາມເປັນຈິງຂອງທ້ອງຖິ່ນຕ່າງໆ, ສູ້ຊົນປະຕິບັດໜ້າທີ່ດັດແປງເຂດຄຸ້ມເຮືອນເກົ່າໃນຕົວເມືອງທີ່ສ້າງແລ້ວກ່ອນປີ2000ທີ່ຕ້ອງການດັດແປງນັ້ນໃຫ້ສຳເລັດໂດຍພື້ນຖານ.
ໃນເວລາສຳຫຼວດກວດກາວຽກງານຢູ່ນະຄອນຊຽງໄຮ້ໃນເດືອນພະຈິກປີ 2019, ທ່ານສີຈິ້ນຜິງໄດ້ໂອ້ລົມສົນທະນາກັບຊາວເມືອງຊຽງໄຮ້ຢ່າງສະໜິດສະໜົມ
ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ຢ່າງສູງຕໍ່ວຽກງານດັດແປງເຂດຄຸ້ມເຮືອນເກົ່າ ໃນຕົວເມືອງ. ໃນເວລາສຳຫຼວດກວດກາວຽກງານຢູ່ນະຄອນຊຽງໄຮ້ໃນເດືອນພະຈິກປີ 2019, ທ່ານໄດ້ກ່າວເນັ້ນວ່າ: “ຕົວເມືອງເປັນຂອງປະຊາຊົນ, ຕົວເມືອງປະຊາຊົນແມ່ນເພື່ອປະຊາຊົນ.” ຈາກນີ້ຈຶ່ງເຫັນໄດ້ວ່າ: ແກນກາງສຳຄັນຂອງຕົວເມືອງແມ່ນຄົນ, ຄວນຕີລາຄາຜົນຂອງການປັບປຸງຕົວເມືອງຄືນໃໝ່ຕາມມາດຖານທີ່ວ່າ ປະຊາຊົນມີຄວາມເພິ່ງພໍໃຈຫຼືບໍ່?
ນັບແຕ່ທ່ານສີຈິ້ນຜິງຢ້ຽມຢາມເຂດຫູທົ້ງຢວີເອີເມືອງຕົ່ງເສີງນະຄອນຫຼວງປັກກິ່ງເມື່ອປີ 2014 ມາເຖິງປັດຈຸບັນ, ເວລາຜ່ານໄປ 7 ປີແລ້ວ, ທຸກມື້ນີ້, ນັກຂ່າວໄດ້ຍ່າງເຂົ້າສູ່ເຂດຫູທົ້ງຢວີເອີອີກຄັ້ງກໍສັງເກດເຫັນວ່າ, ສິ່ງກໍ່ສ້າງທີ່ປຸກສ້າງຢ່າງຜິດລະບຽບກົດໝາຍໃນທາງຮ່ອມຫູທົ້ງໄດ້ຫາຍໄປໝົດແລ້ວ, ເຮືອນຊານແລະເດີ່ນບ້ານກໍໄດ້ຟື້ນຟູຄືນສູ່ສະພາບແບບບູຮານທີ່ລຽບງ່າຍເໝືອນເດີມ, ເຫັນແລ້ວຮູ້ສຶກວ່າກວ້າງຂວາງແລະ ສະຫວ່າງດີ.
ພໍ່ເຖົ້າຈ່ວງປາວ ຊາວພື້ນເມືອງທີ່ດຳລົງຊີວິດຢູ່ເຂດຫູທົ້ງຢວີເອີບອກວ່າ: “ຖ້າຫາກວ່າໄດ້ພົບກັບທ່ານປະທານສີຈິ້ນຜິງອີກຄັ້ງ, ສິ່ງທີ່ຕົນຢາກບອກໃຫ້ທ່ານຮູ້ຫຼາຍທີ່ສຸດກໍຄື ພັກແລະລັດໄດ້ຍຶດໝັ້ນໃນການຖືເອົາຄວາມຕ້ອງການຂອງປະຊາຊົນເປັນສິ່ງສຳຄັນທີ່ສຸດ, ໂຄງການດັດແປງເທດສະບານເມືອງເກົ່າໄດ້ເລັ່ງມືໃຫ້ໄວຂຶ້ນ, ທາງຮ່ອມຫູທົ້ງໄດ້ຟື້ນຟູຄືນສູ່ຄວາມເປັນເອກະລັກແບບດັ້ງເດີມນັບມື້ນັບຫຼາຍຂຶ້ນ, ພີ່ນ້ອງປະຊາຊົນໄດ້ດຳລົງຊີວິດແບບໃໝ່ນັບມື້ນັບຫຼາຍຂຶ້ນ!”
ຄຳເຫັນ
0