刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສຳຫຼວດກວດ​ເບິ່ງ​ຮ້ານ​ສັບ​ພະ​ສິນ​ຄ້າ ແລະ ເຂດ​ຊຸມ​ຊົນ​ຢູ່​ນະ​ຄອນ​ກຸ້ຍ​ຢາງ

2021-02-05 09:44:53 cri

ຕອນ​ບ່າຍ​ວັນ​ທີ 4 ກຸມ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງທີ່​ພວມ​ສຳຫຼວດກວດ​ກາ​ວຽກ​ງານ​ຢູ່​ນະ​ຄອນ​ກຸ້ຍ​ຢາງ​ແຂວງ​ກຸ້ຍ​ໂຈ່, ທ່ານ​ໄດ້​ເຂົ້າ​ສູ່​ຮ້ານ​ສັບ​ພະ​ສິນ​ຄ້າ​ເຂດ​ກ່ວນ​ສ່ານ​ຫູ, ເພື່ອກວດ​ເບິ່ງ​ສະ​ພາບ​ການ​ສະ​ໜອງ​ສິນ​ຄ້າ ການ​ສະ​ໜອງວັດ​ຖຸ​ສຳ​ລັບ​ສະ​ຫຼ​ອງ​ບຸນ​ກຸດ​ຈີນ ແລະ ລາ​ຄາ​ສິນ​ຄ້າ ໃນ​ໄລ​ຍະ​ກ່ອນ​ບຸນ​ກຸດ​ຈີນ. ຫຼັງ​ຈາກ​ນັ້ນ, ທ່ານ​ໄດ້​ໄປ​ເຂດ​ຊຸມ​ຊົນ​ຈິ່ນຢວນ​ເຂດ​ກ່ວນ​ສ່ານ​ຫູ, ເພື່ອ​ຢ້ຽມ​ຢາມ​ປະ​ຊາ​ຊົນ​ໃນ​ເຂດ​ຊຸມ​ຊົນ,ຮັບ​ຮູ້​ສະ​ພາບ​ການ​ກໍ່​ສ້າງ​ພັກ​ໃນ​ຂັ້ນ​ຮາກ​ຖານ ແລະ ການ​ບໍ​ລິ​ການ​ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່​ເຂດ​ຊຸມ​ຊົນ​ດັ່ງ​ກ່າວ.

ຄຳ​ເຫັນ

0