ບຸນກຸດຈີນເປັນບຸນປະເພນີທີ່ສຳຄັນແລະມ່ວນຊື່ນຄຶກຄື້ນທີ່ສຸດສຳລັບຄົນຈີນ,ໃນຖານະເປັນໜຶ່ງໃນ 12 ສັດປະຈຳປີນັກສັດຕະລະ, ງົວເປັນຕົວແທນໃຫ້ແກ່ ຄວາມເມດຕາ, ດຸໝັ່ນແລະຈິດໃຈອຸທິຕົນ. ເນື່ອງໃນໂອກາດປີໃໝ່ປີສະຫຼູຕາມຈັນທະຄະຕິຈີນທີ່ໃກ້ຈະໝູນວຽນມາເຖິງນີ້, ຂໍອວຍພອນໃຫ້ມິດລາຍການທຸກໆທ່ານຈົ່ງປະສົບຜົນສຳເລັດໃນໜ້າທີ່ການງານຫຼືການຮຽນ, ມີຄວາມສຸກປອດໄພຕະຫຼອດປີໃໝ່ເທີນ.
ງົວໂຕທຳອິດຄື: ງົວສັບຊ່າວ
ຢູ່ຫໍວິຈິດສິນຈີນໄດ້ສະສົມຮູບປັ້ນທີ່ສະແດງໃຫ້ເຫັນວ່າ ງົວໂຕໜຶ່ງກຳລັງສັບຊ່າວເນື້ອທີ່ດິນປູກຝັງ ເຊິ່ງເປັນຜົນງານຂອງສິລະປິນທີ່ປະດິດຂຶ້ນສະເພາະເພື່ອເຂດເສດຖະກິດພິເສດເສີນເຈິ້ນຂອງຈີນ. ເພື່ອນມິດຫຼາຍທ່ານຄົງຈະເຄີຍໄດ້ຍິນ ນະຄອນ ເສີນເຈີ້ນ, ຫຼື ເພື່ອນມິດບາງທ່ານຄົງຈະເຄີຍໄປທ່ຽວເສີນເຈີ້ນ. ເສີນເຈີ້ນໃຊ້ເວລາ 40 ກວ່າປີ ພັດທະນາຈາກບ້ານຊາວປະມົງນ້ອຍໆແຫ່ງໜຶ່ງໄດ້ຂະຫຍາຍຕົວມາເປັນເມືອງໃຫຍ່ທັນສະໄໝ. ສາເຫດທີ່ເສີນເຈີ້ນສາມາດບັນລຸຜົນສຳເລັດດັ່ງກ່າວກໍເປັນຍ້ອນຊາວເສີນເຈີ້ນມີຈິດໃຈບຸກບືນສູ້ຊົນດ້ວຍຄວາມທໍລະຫົດອົນທົນຄືດັ່ງງົວສັບຊ່າວເນື້ອທີ່ດິນປູກຝັງ, ອີກຢ່າງໜຶ່ງກໍຍ້ອນວ່າ ຈີນໄດ້ປະຕິບັດນະໂຍບາຍປະຕິຮູບແລະເປີດປະຕູສູ່ພາຍນອກ.
ຈິດໃຈ “ງົວສັບຊ່າວ” ຄື ບຸກເບີກ, ປະດິດສ້າງ, ດຸໝັ່ນແລະອຸທິຕົນ ເປັນສັນຍາລັກໃຫ້ແກ່ຈິດໃຈເສີນເຈີ້ນ ເຊິ່ງເປັນບ່ອນທຳອິດທີ່ໄດ້ດຳເນີນການປະຕິຮູບແລະເປີດປະຕູສູ່ພາຍນອກຂອງຈີນ ທັງເປັນສັນຍາລັກທີ່ອະທິບາຍເຖິງ ພັກກອມມູນິດຈີນທີ່ໄດ້ກຳນົດເອົາການປະຕິຮູບແລະເປີດປະຕູສູ່ພາຍນອກເປັນນະໂຍບາຍພື້ນຖານຂອງຊາດນັ້ນໄດ້ມີຈິດໃຈປະດິດສ້າງໃໝ່ເພື່ອສະແຫວງຫາການປ່ຽນແປງແລະຍອມຮັບໃຊ້ປະຊາຊົນຄືກັນກັບງົວທີ່ຮັບໃຊ້ຄົນ. ໃນປີ 2020 ທີ່ຫາກໍ່ຜ່ານພົ້ນໄປ, ພາຍໃຕ້ການນຳພາຂອງພັກກອມມູນິດຈີນ, ປະຊາຊົນຈີນຈຳນວນ 1,4 ຕື້ຄົນໄດ້ສາມັກຄີເປັນຈິດໜຶ່ງໃຈດຽວກັນຕ້ານກັບພະຍາດໂຄວິດ-19, ສູ້ຊົນເພື່ອຟື້ນຟູກິດຈະການແລະການຜະລິດ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຈິດໃຈງົວສັບຊ່າວອີກຄັ້ງໜຶ່ງ.
ໃນຊຸມປີຜ່ານມາ, ຢູ່ຈີນໄດ້ມີຄຳທີ່ນິຍົມກັນວ່າ “ຄວາມສຸກໄດ້ມາຈາກການບຸກບືນສູ້ຊົນ.” ໃນໂອກາດປີໃໝ່ນີ້,ຂໍມອບຈິດໃຈ “ງົວສັບຊ່າວ”ໃຫ້ທ່ານ, ຫວັງວ່າທ່ານຈະບຸກບືນສູ້ຊົນເພື່ອສ້າງຜົນສຳເລັດທີ່ສະຫງ່າລາສີໃຫ້ແກ່ຊີວິດຕົນ.
ງົວໂຕທີສອງຄື: ງົວໄຖນາ
ນອກຈາກ ຮູບປັ້ນ “ງົວສັບຊ່າວ”ແລ້ວ, ຫໍວິຈິດສິນຈີນຍັງໄດ້ສະສົມຮູບແຕ້ມສີນ້ຳມັນແຜ່ນໜຶ່ງທີ່ມີຊື່ວ່າ “ດິນແດນພັນປີໄດ້ຮັບການປົດປ່ອຍ”, ຮູບແຕ້ມແຜ່ນນີ້ໄດ້ສະແດງໃຫ້ເຫັນງົວຈາມະລີທີ່ກຳລັງໄຖນາຢູ່ເທິງພູພຽງຫິມະ. ພໍ່ແມ່ປະຊາຊົນທີ່ດຳລົງຊີວິດຢູ່ພູພຽງຊິງໄຫຕິເບດຈີນມີຄຳສຸພາສິດວ່າ: ຂໍພຽງແຕ່ເປັນບ່ອນທີ່ມີເຜົ່າຕິເບດກໍຈະຕ້ອງມີງົວຈາມະລີ. ເປັນເວລາພັນກວ່າປີມາແລ້ວ, ງົວຈາມະລີໄດ້ເປັນເພື່ອນຮ່ວມຊີວິດກັບປະຊາຊົນເຜົ່າຕິເບດ, ເຊິ່ງໄດ້ປະກອບສ່ວນຈົນສຸດຂີດເພື່ອຊີວິດການເປັນຢູ່ຂອງປະຊາຊົນເຜົ່າຕິເບດເຊັ່ນ: ໃນດ້ານການນຸ່ງຖື, ການກິນ, ການຢູ່, ການຂົນສົ່ງ, ເຊື້ອໄຟແລະການໄຖນາ ຈົນໄດ້ກາຍເປັນວັດທະນະທຳງົວຈາມະລີທີ່ມີເອກະລັກພິເສດ. ແຕ່ວ່າ ກ່ອນການປະຕິຮູບປະຊາທິປະໄຕປີ 1959, ຕິເບດໄດ້ຕົກຢູ່ໃນໄລຍະຂອງສົງຄົມລະບອບຂ້າທາດກະສິກຳສັກດິນາ, ປະຊາກອນ 90% ເປັນຂ້າທາດກະສິກຳ, ເຂົາເຈົ້າພ້ອມດ້ວຍງົວຈາມະລີ,ທີ່ດິນລ້ວນແຕ່ເປັນຊັບສິນສ່ວນຕົວຂອງເຈົ້າທາດ. ໃນສາຍຕາຂອງເຈົ້າທາດກະສິກຳ, ຂ້າທາດກະສິກຳເປັນພຽງ “ສັດທີ່ປາກໄດ້”ເທົ່ານັ້ນ, ເຂົາເຈົ້າໄດ້ດຳລົງຊີວິດທີ່ທຸກຍາກແລະເດືອດຮ້ອນປານໃນນາຮົກ.
ຮູບແຕ້ມແຜ່ນດັ່ງກ່າວແມ່ນສິລະປິນໄດ້ແຕ້ມຂຶ້ນໃນຊຸມປີ1960 ເພື່ອເປັນທີ່ລະນຶກເຖິງເຫດການສຳຄັນກ່ຽວກັບຂ້າທາດກະສິກຳນັບເປັນລ້ານຄົນຂອງຕິເບດທີ່ໄດ້ຮັບການປົດປ່ອຍແລະສ້າງຕັ້ງອຳນາດການປົກຄອງປະຊາທິປະໄຕປະຊາຊົນຂຶ້ນແທນ.
ຜ່ານຈາກການອອກແຮງງານດ້ວຍຄວາມດຸໝັ່ນອົດທົນ, ປະຊາຊົນຕິເບດທີ່ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງນັ້ນກໍໄດ້ແກ້ໄຂບັນຫາທຸກຍາກຢ່າງສິ້ນເຊີງໃນທ້າຍປີ2020ຄືກັນກັບປະຊາຊົນທ້ອງຖິ່ນອື່ນໆຂອງຈີນ. ປະຊາຊົນບັນດາເຜົ່າໄດ້ດຳລົງຊີວິດໂດຍບໍ່ຕ້ອງເປັນຫ່ວງນຳການກິນແລະການນຸ່ງຖື, ມີການຮັບປະກັນໃນດ້ານການສຶກສາ,ການປິ່ນປົວແລະເຮືອນຢູ່.
ຈີນມີຄຳບູຮານທີ່ວ່າ: “ເຢິນເຊິ່ງຈ້າຍສິນ, ສິນເຈີປູ້ຄຸ້ຍ” ໝາຍຄວາມວ່າ: ການທຳມາຫາກິນຂອງປະຊາຊົນຂຶ້ນຢູ່ກັບຄວາມດຸໝັ່ນ, ເມື່ອມີຄວາມດຸໝັ່ນກໍຈະມີກິນມີໃຊ້. ຄັນຊັ້ນ, ຂໍມອບ ຈິດໃຈ “ງົວໄຖນາ” ໃຫ້ທ່ານ, ຫວັງວ່າ ທ່ານຈະ “ກໍ້ແຂນເສື້ອຂຶ້ນ,ສູ້ຊົນເຮັດວຽກ!”, ຄວາມດຸໝັ່ນຈະຊ່ວຍໃຫ້ທ່ານປະສົບຜົນສຳເລັດ.
ງົວໂຕທີສາມຄື: “ງົວເກັບກ່ຽວອຸດົມສົມບູນ”
ຈີນມີຄຳສຸພາສິດວ່າ: ການອອກແຮງງານຫຼາຍເທົ່າໃດຈະໄດ້ຜົນເກັບກ່ຽວຫຼາຍເທົ່ານັ້ນ. ຢູ່ຫໍວິຈິດສິນຈີນໄດ້ສະສົມຮູບແຕ້ມແຜ່ນໜຶ່ງຂອງທ່ານເຟີ່ງຈືໄຂ ນັກແຕ້ມຮູບແລະ ສິລະປິນຂຽນງາມທີ່ມີຊື່ສຽງຂອງຈີນໃນຍຸກປັດຈຸບັນ. ໃນຮູບແຕ້ມແຜ່ນນີ້ມີລູກງົວຂົນສີຕັບໝູທີ່ເປັນຕາໜ້າຮັກໂຕໜຶ່ງ, ຕີນສີ່ເບື້ອງຂອງມັນຢຽບລົງດິນຢ່າງແໜ້ນ,ດວງຕາສອງກ້ຳສົດໃສແວວວາວ, ເຂົາສີຂີ້ເທົ່າແກມຟ້າປຽບເໝືອນຊີກວົງເດືອນສອງດວງ, ແຕ່ລະດວງໄດ້ມັດດອກໄມ້ແດງນ້ອຍດອກໜຶ່ງ, ເບິ່ງແລ້ວຄືວ່າໄດ້ຮັບລາງວັນຫຼັງໄຖນາ, ຈັ່ງແມ່ນເປັນຕາໜ້າຮັກແລະໜ້າຊື່ນຊົມອີ່ຫຼີ.
ໃນງານນ້ຳຊາຕ້ອນຮັບບຸນກຸດຈີນປີ2021, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງເສີມໃຫ້ເຈົ້າໜ້າທີ່ລັດຖະບານຄວນເສີມຂະຫຍາຍຈິດໃຈຮັບໃຊ້ປະຊາຊົນຄືກັນກັບງົວທີ່ຮັບໃຊ້ຄົນ, ຈິດໃຈງົວສັບຊ່າວທີ່ພັດທະນາດ້ວຍການປະດິດສ້າງແລະຈິດໃຈງົວທີ່ບຸກບືນສູ້ຊົນດ້ວຍຄວາມທໍລະຫົດອົດທົນ, ຕ້ອງມີສະຕິຢ່າງຈະແຈ້ງວ່າຄວນມີຄວາມສຸຂຸມຮອບຄອບຢ່າງສະເໝີຕົ້ນສະເໝີປາຍ, ປາສະຈາກຄວາມອວດອົ່ງທະນົງຕົວແລະຄວາມຮ້ອນຮົນຟ້າວຟັ່ງ, ຮັກສາຈິດໃຈອົດທົນສູ້ຊົນໂດຍບໍ່ຢ້ານກົວຕໍ່ຄວາມສ່ຽງອັນຕະລາຍແລະບຸກໜ້າບືນຕົວເພື່ອຄວາມກ້າວໜ້າຕະຫຼອດໄປ, ບຸກບືນກ້າວເດີນໄປໜ້າໃນຂະບວນການໃໝ່ແຫ່ງການສ້າງສາ ປະເທດຊາດ. ຄົນຈີນເອີ້ນຈິດໃຈດັ່ງກ່າວຢ່າງມີຊີວິດຊີວາວ່າ “ຈິດໃຈງົວ3ແບບ”.
ຕົວໜັງສືຈີນເປັນຕົວໜັງສືຮູບພາບ, ຕົວໜັງສືຈີນທີ່ວ່າ 犇 ກໍປະກອບດ້ວຍຕົວໜັງສື 牛 ສາມໂຕ, ເຊິ່ງຕົວໜັງສື 牛 ກໍແປວ່າ ງົວຫຼືຄວາຍ. ຄຳວ່າ 犇 ມີຄວາມໝາຍວ່າ: ແລ່ນມຸ້ງໜ້າສູ່ບ່ອນໃດໜຶ່ງຢ່າງໄວວາ. ເນື່ອງໃນໂອກາດປີໃໝ່ປີສະຫຼູປະເພນີຈີນໃກ້ຈະໝູນວຽນມາເຖິງ, ຂໍມອບຈິດໃຈ “ງົວສາມໂຕ” ນີ້ໃຫ້ທ່ານ ເພື່ອອວຍພອນໃຫ້ທ່ານ ຈົ່ງພະຍາຍາມພັດທະນາວຽກງານແລະຊີວິດການເປັນຢູ່ຂອງຕົນໃຫ້ດີ, ເພື່ອຕ້ອນຮັບວັນເວລາທີ່ປະສົບຜົນສຳເລັດຢ່າງອຸສົມບົນບູນໃນຊີວິດຂອງຕົນ ແລະມຸ້ງໜ້າໄປສູ່ອະນາຄົດທີ່ດີງາມແລະມີຄວາມສຸກ.
ຄຳເຫັນ
0