尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຄັດ​ຄ້ານ​ລັດ​ທິ​ເຫັນ​ແກ່​ຕົວ​ໃນ​ດ້ານ​ວັກ​ຊີນ​ພະ​ຍາດ​ໂຄວິດ-19

2021-02-09 17:14:22 cri

ຈີນ​ຄັດ​ຄ້ານ​ລັດ​ທິ​ເຫັນ​ແກ່​ຕົວ​ໃນ​ດ້ານ​ວັກ​ຊີນ​ພະ​ຍາດ​ໂຄວິດ-19_fororder_微信图片_20210209171215

ໜັງ​ສື​ພິມ​ເດີ​ຮີວ​ຂອງ​ອາ​ເມ​ຣິ​ກາ​ໄດ້​ເຜີຍ​ແຜ່​ບົດ​ຄວາມ​ທີ່​ພາດ​ຫົວ​ຂໍ້​ວ່າ “​ສະ​ພາບຄວາມ​ຫຍຸ້ງ​ຍາກ​ດ້ານ​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ຢູ່​ຕ່າງ​ປະ​ເທດ​ອາດ​ຈະ​ສ້າງ​ບັນ​ຫາ​ໃຫ້​ກັບ​ອາ​ເມ​ຣິ​ກາ” ​ລົງໃນ​ວັນ​ທີ 6 ກຸມ​ພາ​ນີ້​ໂດຍ​​ໄດ້​ລະ​ບຸ​ວ່າ: ປະ​ເທດ​ຮັ່ງ​ມີ​ໄດ້​ຄອບ​ຄອງ​ປະ​ລິ​ມານ​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ຂອງ​ໂລກ​ເກືອບ 60%, ​ໃນ​ນັ້ນ​ພຽງ​ແຕ່ວັກ​ຊີນ​ພະ​ຍາດ​ໂຄວິດ-19 ທີ່​ອາ​ເມ​ຣິ​ກາ​ຈອງ​ຊື້​ລ່ວ​ງ​ໜ້າ​ນັ້ນ​ກໍ່​ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ດ້ານ​ການ​ສັກ​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ໃຫ້​ກັບ​ປະ​ຊາ​ກອນ​ອາ​ເມ​ຣິ​ກາ​ເປັນ 2 ເທົ່າ​ຂຶ້ນ​ໄປ. ພຶດ​ຕິ​ກຳ​ຄອບ​ຄອງວັກ​ຊີນທີ່​ບໍ່​ຍຸດ​ຕິ​ທຳ​ທີ່​ສຸດ​ແບບ​ນີ້​ອາດ​ຈະ​ແກ່​ຍາວ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂະ​ໜາດ​ໃຫຍ່​ຢ່າງ​ບໍ່​ມີ​ວັນ​ສິ້ນ​ສຸດ.

ຈີນ​ຄັດ​ຄ້ານ​ລັດ​ທິ​ເຫັນ​ແກ່​ຕົວ​ໃນ​ດ້ານ​ວັກ​ຊີນ​ພະ​ຍາດ​ໂຄວິດ-19_fororder_微信图片_20210209171220

ປະ​ເທດ​ທີ່​ມີ​ລາຍ​ຮັບ​​ສູງ​ພາ​ກັນ​ຍາດ​ຊື້​ແລະ​ສະ​ສົມ​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ​ໄວ້​ໃຫ້​ແກ່​ປະ​ຊາ​ຊົນ​ຂອງ​ປະ​ເທ​ດ​ຕົນ​ເທົ່າ​ນັ້ນ, ​​ຈະ​ເປັນ​ການ​ປະ​ພຶດ ​ທີ່​ຖື​ປະ​ເທດ​ຕົນ​ສຳ​ຄັນ​ກວ່າ​ໝູ່​ໂດຍບໍ່​ເອົາ​ຫົວ​ຊາ​ນຳ​ຄວາມ​ປອດ​ໄພ​​ແລະ​ການ​ສະ​ໜອງ​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ​ໃຫ້​ກັບປະ​ເທດ​ອື່ນ, ​ນີ້ເປັນ “ລັດ​ທິ​ເຫັນ​ແກ່​ຕົວ​​ແທ້ໆໃນ​ດ້ານ​ວັກ​ຊີນ​ພະ​ຍາດ​ໂຄວິດ-19”. ແຕ່​ວ່າ, ເຖິງວ່າ​ປະ​ເທດ​ທີ່​ຮັ່ງ​ມີ​ສາ​ມາດ​ບັນ​ລຸ​ພູມ​ຕ້ານ​ທານພະ​ຍາດ​ໂຄວິດ-19 ແບບ​ລວມ​ໝູ່ໄດ້​ກ່ອນ​ໝູ່ໂດຍ​ຜ່ານ​ການ​ສັກ​ວັກ​ຊີນ​ພະ​ຍາດ​ກໍ​ຕາມ, ແຕ່​ໃນ​ຄວາມ​ເປັນ​ຈິງ​ແລ້ວ, ຄຽງ​ຄູ່​ກັບ​ການ​ເກີດ​ມີ​ເຊື້ອ​ພະ​ຍາດ​ກາຍ​ພັນ​ແບບ​ໃໝ່​ທີ່​ມີ​​ລັກ​ສະ​ນະ​ຂອງການ​ແຜ່​ລະ​ບາດ​ທີ່​ຮ້າຍ​ແຮງ​ກວ່າ​​ເກົ່າ, ມີ​ແຕ່​ເຮັດ​ໃຫ້​ທົ່ວ​ໂລກ​ມີ​ພູມ​ຕ້ານ​ທານ​ແບບ​ລວມ​ໝູ່​ເທົ່າ​ນັ້ນ, ຖ້າ​ບໍ່​ດັ່ງ​ນັ້ນ​ປະ​ຊາ​ຊົນ​ຂອງ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ສູງ​ທັງ​ຫຼາຍ​ກໍ​ຈະ​ຕົກ​ຢູ່​ໃນສະ​ພາບ​​ຖືກ​ຂົ່ມ​ຂູ່​ຈາກ​ເຊື້ອ​ພະ​ຍາດ​ຢູ່ຕະ​ຫຼອດ, ມີ​ແຕ່​ແກ້​ໄຂ​ບັນ​ຫາ​​ທີ່​ມີ​ລັກ​ສະ​ນະ​ທົ່ວ​ໂລກ,ຈຶ່ງ​ຈະ​ສາ​ມາດ​ຟື້ນ​ຟູ​ສະ​ພາບ​ຊີ​ວິດ​ການ​ເປັນ​ຢູ່​​ທີ່ເປັນ​ປົກ​ກະ​ຕິ​ໄດ້​ຢ່າງ​ແທ້​ຈິງ.

ຈີນ​ຄັດ​ຄ້ານ​ລັດ​ທິ​ເຫັນ​ແກ່​ຕົວ​ໃນ​ດ້ານ​ວັກ​ຊີນ​ພະ​ຍາດ​ໂຄວິດ-19_fororder_微信图片_20210209171210

ອັນ​ທີ່ສາ​ມາດ​ປຽບ​ທຽບ​ກັນ​ໄດ້​ຢ່າງ​ຈະ​ແຈ້​ງ​ກັບ “ລັດ​ທິ​ເຫັນ​ແກ່​ຕົວ​ໃນ​ດ້ານ​ວັກ​ຊີນ​ພະ​ຍາດ​ໂຄວິດ-19”​ກໍແມ່ນ: ຈີນ​ໄດ້​ປະ​ກາດ​ຈະ​ສະ​ໜອງວັກ​ຊີນ​ພະ​ຍາດ​ໂຄວິດ-19 ຈຳ​ນວນ 10 ລ້ານ​ຫຼອດ​ໃຫ້​ແກ່​ “ແຜນ​ດຳ​ເນີນ​ງານວັກ​ຊີນ​ພະ​ຍາດ​ໂຄວິດ-19”ຂອງ WHO, ຕົ້ນ​ຕໍ​ແມ່ນໃຊ້​ໃນ​ການ​ແກ້​ໄຂ​ຄວາມ​ຕ້ອງ​ການ​ໂດ​ຍ​ດ່ວນ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ. ຈີນ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ແກ່​ 53 ປະ​ເທດ​ພວມ​ພັດ​ທະ​ນາ, ໄດ້​ແລະ​ພວມ​ສົ່ງ​ອອກວັກ​ຊີນ​ພະ​ຍາດ​ໂຄວິດ-19 ໃຫ້ 22 ປະ​ເທດ. ຕາມ​ສະ​ຖິ​ຕິ​ທີ່​ຍັງ​ບໍ່​ທັນ​ຄົບ​ຖ້ວນ, ນັບ​ມາ​ຮອດ​ປັດ​ຈຸ​ບັນ​ໄດ້​ມີ 40 ກວ່າ​ປະ​ເທດ​ສະ​ເໜີ​ຄວາມ​ຕ້ອງ​ການ​ຢາກ​ນຳ​ເຂົ້າ​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ຈາກ​ຈີນ. ຫວ່າງ​ມໍ່​ໆ​ມາ​ນີ້, ວັກ​ຊີນ​ພະ​ຍາດ​ໂຄວິດ-19 ທີີ່​ຈີນ​ຊ່ວຍ​ເຫຼືອ​ລ້າ​ກໍ​ໄດ້​ຂົນ​ສົ່ງ​ໄປ​ຮອດ​ລາວ,ປາ​ກິ​ສະ​ຖານ,ກຳ​ປູ​ເຈຍ​ແລະ​ປະ​ເທດ​ອື່ນໆ​ແລ້ວ, ຜູ້​ນຳ​ຫຼາຍ​ປະ​ເທດ​ໄດ້​ສະ​ໝັກ​ໃຈ​ແລະ​ນຳ​ໜ້າ​ໝູ່​ສັກ​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ທີ່​ຈີນ​ຜະ​ລິດ, ​ນີ້ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ແລະ​ເຊື່ອ​ໝັ້ນ​​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ຂອງ​ຈີນ, ວັກ​ຊີນ​ພະ​ຍາດ​ໂຄວິດ-19 ຂອງ​ຈີນ​ໄດ້​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະຂອງ​ໂລກ​ຢ່າງ​ແທ້​ຈິງ.
 

ວັກ​ຊີນ​ພະ​ຍາດ​ໂຄວິດ-19 ແມ່ນ​ອາ​ວຸດ​ທີ່​ເຂັ້ມ​ແຂງທີ່​ສຸດ​ໃນ​ການ​ເອົາ​ຊະ​ນະ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ແຕ່​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ແມ່ນ​ສົງ​ຄາມ​​ບັ້ນ​ໜຶ່ງທີ່​ບັນ​ດາ​ປະ​ເທດ​ໃນ​ໂລກ​ຕ້ອງ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຈຶ່ງ​ຈະ​ສາ​ມາດ​ເອົາ​ຊະ​ນະ​ໄດ້. ປັດ​ຈຸ​ບັນ, ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢູ່ໃນ​ໂລກ​ຍັງ​ມີ​ຄວາມຂ້ຽວ​ຂາດຄື​ເກົ່າ, ບັນ​ດາ​ປະ​ເທດ​ໃນ​ໂລກ​ຄວນ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮ່ວມ​ມື​ກັນ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ຂອງ​ໂລກ, ຄັດ​ຄ້ານ​ສຽງ​ດັງ​ຕໍ່ “ລັດ​ທິ​ເຫັນ​ແກ່​ຕົວ​ໃນ​ດ້ານ​ວັກ​ຊີນ​ພະ​ຍາດ​ໂຄວິດ-19”. ມີ​ແຕ່​ເຮັດ​ແນວ​ນີ້, ມວນ​ມະ​ນຸດ​ຈຶ່ງ​ຈະ​ສາ​ມາດ​ເອົາ​ຊະ​ນະ​ເຊື້ອ​ພະ​ຍາດ​ໂຄວິດ-19 ໄດ້​ໂດຍ​ໄວ,​ແລະຕ້ອນ​ຮັບ​ລະ​ດູບານ​ໃໝ່​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ.

ຄຳ​ເຫັນ

0