何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບົດ​ກອນສົ່ງ​ຄວາມ​ອົບ​ອຸ່ນ​ແຫ່ງ​ລະ​ດູ​ບານ​ໃໝ່ ຝາກ​ຄຳ​ອວຍ​ພອນໃຫ້​ຢູ່​ເຢັນ​ເປັນສຸກ​​ແກ່​ທຸກໆ​ຄອບ​ຄົວ

2021-02-09 16:55:45 CRI

“ຕາ​ວັນ​ໄດ້​ສ່ອງ​ແສງ​ຄວາມ​ອົບ​ອຸ່ນມອບ​ໃຫ້​ທຸກ​ຄອບ​ຄົວ​ເປັນ​ພັນ​ເປັນ​ໝື່ນ​ຄອບ​ຄົວ, ນຳ​ເອົາ​ສິ່ງ​ທີ່​ເປັນ​ສິ​ລິ​ມຸງ​ຄຸນ​ອັນ​ໃໝ່​ປ່ຽນ​ແທນ​ອັນ​ເກົ່າ” ເຊິ່ງ​ບົດ​ກະ​ວິ​ນີ້​ແຕ່ງ​ຂຶ້ນ​​ປະ​ມານ 1000 ກວ່າ​ປີ​ກ່ອນ, ໄດ້ເວົ້າ​ເຖິງ​ປະ​ເພ​ນີ​ທີ່​ຕິດ​ຄະ​ຕິ​ຄູ່​ສະຫຼອງ​ບຸນ​ກຸ​ດ​ຈີນ​ຕາມ​ວັດ​ທະ​ນະ​ທຳ​ອັນ​ເປັນ​ມູນ​ເຊື້ອ​​ດີ​ງາມຂອງ​ຈີນ, ມີ​ຄວາມ​ໝາຍ​ວ່າ ປະ​ຊາ​ຊົນ​ຈີນທຸກໆ​ຄອບ​ຄົວ​​ໄດ້ຕິດ​ຄະ​ຕິ​ຄູ່​ເພື່ອ​ສະຫຼອງ​ບຸນ​ກຸດ​ຈີນ​ເນື່ອງ​ໃນ​ໂອ​ກາດ​ສົ່ງ​ທ້າຍ​ປີ​ເກົ່າ ຕ້ອນ​ຮັບ​ປີ​ໃໝ່, ​ຕາ​​ເວັນ​ແຫ່ງ​ລະ​ດູ​ບານ​​ໃໝ່​ໄດ້​ສ່ອງ​ແສງ​ແຫ່ງ​ຄວາມ​ອົບ​ອຸ່ນ, ແລະ​ໄດ້​ຕ້ອນ​ຮັບ​ອະ​ນາ​ຄົດ​ທີ່​​ສົດ​ໃສ ແລະ ດີ​ງາມ.

 

ອີງ​ຕາມ​ປະ​ເພ​ນີ​ຂອງ​ປະ​ຊາ​ຊົນ​ຈີນ, ໃນ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່ຕາມ​ຈັນ​ທະ​ຄະ​ຕິ​ຈີນ, ທຸກ​ໆ​ຄອບ​ຄົວ​ຈະ​ຕິດ​ຄະ​ຕິ​ຄູ່​ສະຫຼອງ​ບຸນ​ກຸດ​ຈີນ. ຄະ​ຕິ​ຄູ່​ສະ​ຫຼອງ​ບຸນ​ກຸດ​ຈີນປະ​ກອບ​ດ້ວຍ “ຕຸ້ຍ​ລຽນ”(ກອນ​ຄູ່​ທີ່ຕິດ​​ໃນ​ແລວ​ຕັ້ງ) ແລະ “ເຫີງ​ພີ່” (ປ້າຍ​ມຸງ​ຄຸນ​,ຄຳ​ອວຍ​ພອນ​ທີ່​ຕິດ​ໃນ​ແລວ​ຂ​ວາງ). “ຕຸ້ຍ​ລຽນ” ຈະ​ຕິດ​ຢູ່​ສອງ​​ຂ້າງ​ປະ​ຕູ, ໃຊ້​ກາບກອນ​ແບບ​ກະ​ທັດ​ຮັດ​ເພື່ອ​ສະ​ແດງ​ຄວາມ​ມຸ່ງ​ຫວັງ​​ທີ່​ມີຕໍ່​ຊີ​ວິດ​ການ​ເປັນ​ຢູ່​​ອັນ​ດີ​ງາມ​ໃນ​ປີ​ໃໝ່. ສຳ​​ລັບ “​ເຫີງ​ພີ່” ທີ່​ຕິດ​​ໃນ​ແລວ​ຂວາງ​ຢູ່​​ດ້ານ​ເທິງປະ​ຕູ​ນັ້ນ​ກໍ​ຄື​ການ​ສະຫຼຸບ​ທາດ​ແທ້​ຂອງ​ຄະ​ຕິ​ຄູ່.

 

ເນື້ອ​ໃນ​ຂອງ​ຄະ​ຕິ​ຄູ່​ບຸນ​ກຸດ​ຈີນ​ສ່ວນຫຼາຍມີ​ເຄົ້າ​ມາ​ຈາກຕຳ​ນານ​ອະ​ມະ​ຕະ​ຂອງ​ຈີນ. ເຊິ່ງ​ຕຳ​ນານ​ເຫຼົ່າ​ນີ້​ກໍ​ຈະ​ຖືກ​ນຳ​ໃຊ້​ເລື້ອຍໆ​ໃນ​ຊີ​ວິດ​ປະ​ຈຳ​ວັນ. ຜູ້​ນຳ​ປະ​ເທດ​ກໍ​ມັກ​ນຳ​ໃຊ້​ຄຳ​ເວົ້າ​ອະ​ມະ​ຕະເພື່ອ​ສະ​ແດງ​​ຄຳອວຍ​ພອນ ຄວາມ​ມຸ່ງ​ຫວັງ ແລະ ໃຫ້​ກຳ​ລັງ​ໃຈ​​ແກ່​ປະ​ຊາ​ຊົນ.

 

ມື້​ນີ້ ພວກ​ເຮົາ​ຈະ​ໃຊ້​ຄະ​ຕິ​ຄູ່ 7 ຊຸດ​ເພື່ອ​ສົ່ງ​ຄວາມອວຍ​ພອນ​ໃຫ້​ແກ່​ທ່ານ, ຈົ່ງ​ຕັ້ງ​ໃຈ​ອ່ານ “ເຫີງ​ພີ່” ​ແດ່! ມັນ​ມີ​ຄວາມ​ໝາຍ​ເປັນ​ພິ​ເສດ​ໄດ໋! “ທຸກ​ຄົນ​ລ້ວນ​ແຕ່​ສຸດຍອດອີ່ຫຼີ” “​ສະ​ຖານ​ທີ່​ທີ່​ເຮັດ​ໃຫ້​ຈິດ​ໃຈ​ຂ້ອຍ​ສະ​ຫງົບ​ກໍ​ຖື​ວ່າ​ເປັນ​ບ້ານ​ເກີດ​​ເມືອງ​ນອນຂອງ​​ຂ້ອຍ”. ຂໍ​ແນະ​ນຳ​ທ່ານ​ສົ່ງ​​ຄະ​ຕິ​ຄູ່​ເຫຼົ່າ​ນີ້​ຕໍ່​ໃຫ້​ກັບຍາດ​ຕິ​ພີ່​ນ້ອງ ແລະ​ເພື່ອນ​ມິດ​ຂອງ​ທ່ານ, ເນື່ອງ​ໃນ​ໂອ​ກາດ​ເລີກ​ງາມ​ຍາມ​ດີ​ນີ້, ພວກ​ເຮົາ​ຈົ່ງ​ຮ່ວມ​ກັນ​ອະ​ທິ​ຖານ​ຂໍ​ພອນ​ໃຫ້​ໂລກ​ຈົ່ງ​ມີ​​ແຕ່​ສັນ​ຕິ​ພາບ​ ຄວາມ​ສາ​ມັກ​ຄີປອງດອງ ທຸກໆ​ຄອບ​ຄົວ​ຢູ່​ເຢັນ​ເປັນ​ສຸກ.

 

ໃນ​ຄະ​ຕິ​ຄູ່​ດັ່ງ​ລຸ່ມ​ນີ້, ທ່ານ​ມັກ​ຄະ​ຕິ​ຄູ່​ຊຸດ​ໃດຫຼາຍ​ທີ່​ສຸດ? ຍ້ອນ​ຫຍັງ? ເຊີນ​​​ທ່ານສະ​ແດງ​ຄວາມ​ຄິດເຫັນ​​ຂອງທ່ານ​ເຖິງ​ພວກ​ເຮົາ​ທາງ​ເຟັ​ສ​ບຸກ. ສຳ​ລັບ​ມິດ​ລາຍ​ການ​ຜູ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ປະ​ກອບ​ຄຳ​ເຫັນຄັ້ງ​ນີ້, ຈະ​ມີ​ໂອ​ກາດ​ໄດ້​ຮັບ​ຂອງ​ຂວັນ​ປີ​ໃໝ່​ບຸນ​ກຸດ​ຈີນ​ຈາກ CRI ​ພວກ​ເຮົາ. ເວ​ລາ​ດຳ​ເນີນ​ກິດ​ຈະ​ກຳ​ຄັ້ງ​ນີ້ ເລີ່ມ​ຈາກວັນ​ທີ 9 ກຸມ​ພາ ຫາ 17 ກຸມ​ພາ ປີ 2021 ນີ້.

 

ບົດ​ກອນສົ່ງ​ຄວາມ​ອົບ​ອຸ່ນ​ແຫ່ງ​ລະ​ດູ​ບານ​ໃໝ່ ຝາກ​ຄຳ​ອວຍ​ພອນໃຫ້​ຢູ່​ເຢັນ​ເປັນສຸກ​​ແກ່​ທຸກໆ​ຄອບ​ຄົວ_fororder_微信图片_20210209164620

1 ກອນ​ຄູ່: ກົ້ງ​ຮ່ວນ​ຊິ່ນ​ກູ້​ຊຸ້ຍ ຢິງ​ຊົ້ງ​ອີ້​ຊ່ຽວ​ຈົ່ງ 

ເຫີງ​ພີ່(ປ້າຍ​ມຸງ​ຄຸນ): ຊື​ຊິ່ນ​ອ່ານ​ຊູ້​ຊື້​ອູ​ສ່ຽງ

​ຄວາມ​ໝາຍ: ເນື່ອງ​ໃນ​ໂອ​ກາດ ​​​ປີ​ໃໝ່ບຸນ​ກຸດ​ຈີນ​ໄດ້ໝູນ​ວຽນ​ມາ​ເຖິງ​ນີ້, ຂໍ​ອວຍ​ພອນ​ໃຫ້​ທ່ານ​ຈົ່ງ​ມີ​ແຕ່​ຄວາມ​ສາມັກ​ຄີ​ປອງດອງ​ພາຍ​ໃນ​​ຄອບ​ຄົວ, ແລະ ສຸກສົມ​ຫວັງ​ທຸກ​ປະ​ການ!

 

ການ​ເຊີດ​ສິງ​ໂຕ ແລະ ຈູດ​ໝາກ​ກະ​ໂພກ​ແມ່ນ​ປະ​ເພ​ນີເກົ່າ​ແກ່​ບູ​ຮານ​ໃນ​ການ​ສະ​ຫຼອງ​ບຸນ​ກຸດ​ຈີນ, ​ການ​ເຕົ້າ​ໂຮມ​ກັນ​ເພື່ອ​ນັບ​ຖອຍຫຼັງ​ໃນ​ຄືນສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່ ແລະ ​ຊົມ​ງາ​ນ​ລາ​ຕີ​ສະຫຼອງ​ບຸນ​ກຸດ​ຈີນ​ກໍ​ໄດ້​ກາຍ​ເປັນ​ປະ​ເພ​ນີ​ໃໝ່. ປີ​ໃໝ່ ພວກ​ເຮົາ​ມາ​ເຖິງ​ແລ້ວ!

ຄຳ​ເຫັນ

0