ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ເວລາ 20:00-22:00 ຂອງວັນທີ 9 ແລະວັນທີ 12 ກຸມພານີ້, ກິດຈະກຳຖ່າຍທອດສົດງານປະຕິມາກຳໂຄມໄຟເມືອງຈື້ກົ້ງຈີນຈະຈັດຂຶ້ນຢ່າງເປັນທາງການ, ຜູ້ຊົມສາມາດຊົມປະຕິມາກຳໂຄມໄຟທີ່ສວຍສົດງົດງາມໃນງານຄັ້ງນີ້ຜ່ານການຖ່າຍທອດສົດຜ່ານ App ແລະສື່ສັງຄົມອອນລາຍຕ່າງໆ ເຊັ່ນ Facebook, Yangshipin, TikTok, Kuaishou, Zhiyoutianfu ແລະອື່ນໆ.
ງານປະຕິມາກຳໂຄມໄຟສາກົນເມືອງຈື້ກົ້ງຄັ້ງນີ້ມີຫົວຂໍ້ວ່າ“ຊົມປະຕິມາກຳໂຄມໄຟເມືອງຈື້ກົ້ງເພື່ອສະຫລອງບຸນກຸດຈີນຢ່າງເບີກບານມ່ວນຊື່ນ”. ເຂດວາງສະແດງປະຕິມາກຳຕ່າງໆມີເນື້ອທີ່ກວ້າງປະມານ 3 ແສນ 7 ໝື່ນຕາແມັດ, ມີ 15 ຫົວຂໍ້, ມີປະຕິມາກຳໂຄມໄຟ 100 ກວ່າຊຸດ, ການຖ່າຍທອດສົດຈະນຳເອົາພາບວິວທີ່ສວຍງາມມາໃຫ້ທ່ານຜູ້ຊົມທັງຫຼາຍໄດ້ເຫັນຢ່າງປະທັບໃຈ. ອຸປະກອນທັນສະໄໝ 20 ກວ່າຊຸດທີ່ນຳເຂົ້າມາຈາກຕ່າງປະເທດຈະເຮັດໃຫ້ຜູ້ຊົມບໍ່ພຽງແຕ່ສາມາດເບິ່ງຊົມໄດ້ເທົ່ານັ້ນ ຍັງສາມາດຫຼິ້ນໂຄມໄຟຢ່າງມ່ວນຊື່ນໂດຍບໍ່ໄດ້ປະຕິບັດຕາມແນວຄິດຂອງການຈັດງານໂຄມໄຟແບບເກົ່າ, ບົນພື້ນຖານສືບທອດໂຄມໄຟອັນເປັນມູນເຊື້ອ, ຍັງສາມາດໃຫ້ຜູ້ຊົມມີຄວາມບັນເທີງຢ່າງມ່ວນຊື່ນໄດ້ອີກ.
ກິດຈະກຳຊົມປະຕິມາກຳໂຄມໄຟຜ່ານທາງອອນລາຍທີ່ຈະຈັດຂຶ້ນໃນຕອນຄ່ຳວັນທີ 12 ກຸມພານີ້ຈະມີຜູ້ດຳເນີນລາຍການຈາກ 3 ໜ່ວຍງານຖ່າຍທອດສົດເປັນຜູ້ພາທາງທ່ານຜູ້ຊົມໄປທ່ຽວຊົມງານຄັ້ງນີ້, ເຊິ່ງຈະເຮັດໃຫ້ຜູ້ຊົມທັງຫຼາຍສາມາດສຳຜັດໄດ້ເຖິງບັນຍາກາດງານໂຄມໄຟທີ່ເປັນເອກະລັກພິເສດຂອງຈີນຜ່ານໜ້າຈໍໂທລະສັບຫຼືຄອມພີວເຕີ ເພື່ອຊອກຮູ້ກ່ຽວກັບວັດທະນະທຳງານໂຄມໄຟທີ່ສືບທອດກັນມາເປັນເວລາພັນປີຢູ່ເມືອງຈື້ກົ້ງຂອງຈີນ.
(ສະໜອງຮູບພາບໂດຍພະແນກວັດທະນະທຳແລະທ່ອງທ່ຽວແຂວງເສສວນຈີນ)
ຄຳເຫັນ
0