ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕອນເຊົ້າວັນທີ 8 ກຸມພານີ້, ວັກຊີນປ້ອງກັນໂຄວິດ-19 ທີ່ ສປ ຈີນໃຫ້ການຊ່ວຍເຫຼືອລ້າແກ່ ສປປ ລາວ ໄດ້ຂົນສົ່ງໄປຮອດນະຄອນຫຼວງວຽງຈັນ. ກ່ອນໜ້ານີ້, ໂດຍຕອບສະໜອງຕາມຄຳຮຽກຮ້ອງຂອງອົງການອະນາໄມໂລກ, ໃນວັນທີ 3 ກຸມພານີ້, ຝ່າຍຈີນໄດ້ປະກາດວ່າໄດ້ສະໜອງວັກຊີນປ້ອງກັນໂຄວິດ-19 ຈຳນວນ 10 ລ້ານຫຼອດໃຫ້ແກ່ “ແຜນດຳເນີນງານວັກຊີນປ້ອງກັນໂຄວິດ-19” ເພື່ອຕອບສະໜອງກັບຄວາມຕ້ອງການດ່ວນຂອງປະເທດພວມພັດທະນາ. ຝ່າຍຈີນຈະສືບຕໍ່ຍຶດໝັ້ນໃນຄຳໝັ້ນສັນຍາທີ່ໃຫ້ວັກຊີນກາຍເປັນຜະລິດຕະພັນສາທາລະນະຂອງໂລກ.
ຕາມສະຖິຕິທີ່ບໍ່ຄົບຖ້ວນ, ນັບມາຮອດປັດຈຸບັນ, ມີ 40 ກວ່າປະເທດໄດ້ສະເໜີຄວາມຕ້ອງການຢາກນຳເຂົ້າວັກຊີນຂອງຈີນ. ເວົ້າກ່ຽວກັບຈຳນວນໃບສັ່ງຊື້, ຢ່າງໜ້ອຍມີ 16 ປະເທດແລະເຂດແຄວ້ນໄດ້ເຊັນສັນຍາສັ່ງຊື້ວັກຊີນຈີນທີ່ມີຈຳນວນຫຼາຍກວ່າ 500 ລ້ານຫຼອດ. ເຂົ້າແຖວຈັດຊື້ວັກຊີນຈີນ, ຜູ້ນຳຫຼາຍປະເທດໄດ້ສະໝັກໃຈສັກວັກຊີນຈີນກ່ອນໝູ່, ເມື່ອບໍ່ດົນມານີ້, ມີປະທານາທິບໍດີບາງປະເທດໄປຕ້ອນຮັບວັກຊີນຈີນຢູ່ສະໜາມບິນ……ປະເທດຕ່າງໆໄດ້ກົດໄລວັກຊິນປ້ອງກັນໂຄວິດ-19 ຂອງຈີນດ້ວຍຄວາມຈິງໃຈ. ໃນພິທີມອບ-ຮັບວັກຊິນທີ່ຈັດຂຶ້ນໃນວັນທີ 8 ກຸມພານີ້, ທ່ານພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງປະທານປະເທດແຫ່ງ ສປປ ລາວ ກ່າວວ່າ, ກ່ອນໜ້ານີ້, ລັດຖະບານລາວໄດ້ສັກວັກຊີນທີ່ຜະລິດໂດຍຈີນໃຫ້ແກ່ກຸ່ມຄົນທີ່ມີຄວາມສ່ຽງສູງໃນການຕິດພະຍາດໂຄວິດ-19, ຜົນການສັກວັກຊີນບໍ່ໄດ້ເກີດມີອາການແພ້ຢາ ເຊິ່ງໄດ້ຢືນຢັນໃຫ້ເຫັນວ່າວັກຊີນຂອງຈີນເປັນວັກຊິນທີ່ມີປະສິດທິຜົນ ແລະມີຄວາມປອດໄພ. ໃນໄລຍະຕໍ່ໄປ, ຝ່າຍລາວຈະນຳໃຊ້ວັກຊີນປ້ອງກັນໂຄວິດ-19 ຂອງຈີນໃຫ້ເກີດປະໂຫຍດສູງສຸດ. ໃນຕອນບ່າຍຂອງວັນທີ 7 ກຸມພານີ້, ທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍໄດ້ອອກໄປຕ້ອນຮັບວັກຊິນຂອງຈີນຢູ່ສະໜາມບິນ ໂດຍກ່າວເນັ້ນວ່າ: ວັກຊີນປ້ອງກັນໂຄວິດ-19 ມີປະສິດທິຜົນ ແລະມີຄວາມປອດໄພ, ຈີນຈະກາຍເປັນປະເທດທີ່ສະໜອງວັກຊີນປ້ອງກັນໂຄ
ວິດ-19 ທີ່ປອດໄພ ແລະໝັ້ນທ່ຽງທີ່ສຸດ. ທ່ານໂຈໂກ ວີໂດໂດ, ປະທານາທິບໍດີອິນໂດເນເຊຍ ໄດ້ເປັນຜູ້ທຳອິດຂອງປະເທດອິນໂດເນເຊຍທີ່ສະໝັກໃຈສັກວັກຊີນປ້ອງກັນໂຄວິດ-19 ຂອງຈີນ, ການສັກວັກຊີນປ້ອງກັນໂຄວິດ-19 ຈະເປັນການປ້ອງກັນສຸຂະພາບ ແລະຄວາມປອດໄພຂອງປະຊາຊົນອິນໂດເນເຊຍ.
ພາຍໃຕ້ສະພາບການປັດຈຸບັນທີ່ວັກຊີນປ້ອງກັນໂຄວິດ-19 ຢູ່ທົ່ວໂລກຂາດແຄນ ແລະການຈັດສັນບໍ່ມີຄວາມທ່ຽງທຳ, ວັກຊີນຂອງຈີນກໍເໝືອນດັ່ງຄົນກ້າຫານທີ່ເກັ່ງມວຍກັ່ງຟູ່, ຊ່ວຍເປັນຮົ້ວທີ່ໝັ້ນແກ່ນໃນການປ້ອງກັນ ແລະຄວບຄຸມພະຍາດໂຄວິດ-19 ໃຫ້ກັບໂລກ. ຊີວິດຂອງຄົນມີຄ່າທີ່ສຸດ, ວັກຊີນຂອງຈີນໄດ້ສ່ອງແສງໃຫ້ເຫັນເຖິງຄຳທີ່ວ່າ “ຖືຄົນເປັນກົກ ແລະຊີວິດຢູ່ເໜືອທຸກສິ່ງທຸກຢ່າງ”ໄດ້ຢ່າງຈະແຈ້ງ, ຈີນໄດ້ຊຸກຍູ້ການສ້າງປະຊາຄົມຮ່ວມສາທາລະນະສຸກຂອງມວນມະນຸດດ້ວຍການກະທຳຕົວຈິງ.
ພາບ: ແກ້ວປະເສີດ
ຂ່າວ: ດວງພະຈັນ ບົວສະຫວັນ
ຄຳເຫັນ
0