何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ລະບອບ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ມີ​ພະລັງ​ຊີວິດ ​ແລະກຳລັງ​ປະດິດ​ສ້າງ​ໃໝ່​ຢ່າງ​ເຂັ້ມ​ແຂງ​ທີ່​ສຸດ

2021-02-10 21:41:58 CRI

 

ຕອນ​ເຊົ້າ​ວັນ​ທີ 10 ກຸມ​ພາ​ນີ້, ຄະ​ນ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ​ແລະລັດ​ຖະ​ບານ​ຈີນ​ໄ​ດ້​ຈັດ​ພິທີອວຍ​ພອນ​ປີ​ໃໝ່​ບຸນ​ກຸດ​ຈີນ2021ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ. ​ໂອ​ກາດ​ດັ່ງ​ກ່າວ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສໂດຍໄດ້​ຕາງ​ໜ້າ​ໃຫ້ສູນ​ກາງ​ພັກ,ຄະ​ນະ​ລັດ​ຖະ​ບານສົ່ງ​ຄຳ​ອວຍ​ພອນ​ປີ​ໃໝ່​ບຸນ​ກຸດ​ຈີນ​ເຖິງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ, ພີ່​ນ້ອງ​ຮ່ວມ​ຊາດ​ຢູ່​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ, ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວແລະ​ໄຕ້​ຫວັນກໍ​ຄື​ພີ່​ນ້ອງ​ຮ່ວມ​ຊາດ​ຢູ່​ຕ່າງ​ປະ​ເທດ.

 

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: “ພຶດຕິ​ກຳ​ຕົວ​ຈິງໄດ້​ພິ​ສູດ​ໃຫ້​ເຫັນ​ອີກ​ເທື່ອ​ໜຶ່ງ​ວ່າ: ລະບອບ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ມີ​ພະລັງ​ຊີວິດ ​ແລະກຳລັງ​ປະດິດ​ສ້າງ​ໃໝ່​ຢ່າງ​ເຂັ້ມ​ແຂງ​ທີ່​ສຸດ! ປະຊາຊົນ​ຈີນ ​ແລະຊົນ​ຊາດ​ຈີນ​ມີ​ກຳລັງ​ເຕົ້າ​ໂຮມ​ຈິດ​ໃຈ ​ແລະ ​ຄວາມ​ສາ​ມັກ​ຄີ​ຢ່າງ​ເຂັ້ມ​ແຂງ​ທີ່​ສຸດ! ຂໍ​ພຽງ​ແຕ່​ທົ່ວ​ພັກ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ທົ່ວ​ປະ​ເທດ​ສາມັກຄີກັນ​ຢ່າງ​ແໜ້ນແຟ້ນ​ຢູ່​ອ້ອມ​ຂ້າງ​ສູນ​ກາງ​ພັກ, ​ຄວາມ​ຫຍຸ້ງ​ຍາກ​ໃດໆກໍບໍ່ສາມາດ​​​ກີດຂວາງ​ພວກ​ເຮົາ​ໄດ້, ທັງບໍ່​ມີ​ອິດ​ທິກຳລັງ​ໃດໆ​ທີ່​ຈະ​ສາ​ມາດ​ກີດຂວາງບາດກ້າວເດີນທີ່​ໜັກ​ແໜ້ນ​ໃນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະຊາ​ຊາດ​ຈີນ​ໄດ້.”

ຄຳ​ເຫັນ

0