何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ເນັ້ນ​ໃຫ້​ອອກ​ແຮງ​ເສີມ​ຂ​ະ​ຫຍາຍ “​ຈິດ​ໃຈ​ງົວ 3 ແບບ”

2021-02-10 21:38:25 CRI

 

ຕອນ​ເຊົ້າ​ວັນ​ທີ 10 ກຸມ​ພາ​ນີ້, ຄະ​ນ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ​ແລະລັດ​ຖະ​ບານ​ຈີນ​ໄ​ດ້​ຈັດ​ພິທີອວຍ​ພອນ​ປີ​ໃໝ່​ບຸນ​ກຸດ​ຈີນ2021ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ. ​ໂອ​ກາດ​ດັ່ງ​ກ່າວ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສໂດຍໄດ້​ຕາງ​ໜ້າ​ໃຫ້ສູນ​ກາງ​ພັກ,ຄະ​ນະ​ລັດ​ຖະ​ບານສົ່ງ​ຄຳ​ອວຍ​ພອນ​ປີ​ໃໝ່​ບຸນ​ກຸດ​ຈີນ​ເຖິງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ, ພີ່​ນ້ອງ​ຮ່ວມ​ຊາດ​ຢູ່​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ, ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວແລະ​ໄຕ້​ຫວັນກໍ​ຄື​ພີ່​ນ້ອງ​ຮ່ວມ​ຊາດ​ຢູ່​ຕ່າງ​ປະ​ເທດ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: “ບົນ​ເສັ້ນ​ທາງ​ທີ່​ກ້າວ​ເດີນ​ໄປ​ໜ້າ, ພວກ​ເຮົາ​ຕ້ອງ​ອອກ​ແຮງ​ເສີມ​ຂະ​ຫຍາຍ​ຈິດ​ໃຈ​ຮັບ​ໃຊ້​ປະ​ຊາ​ຊົນໃຫ້​ຄື​ກັນ​ກັບ​ງົວ​ທີ່​ຮັບ​ໃຊ້​ຄົນ, ຈິດ​ໃຈ​ງົວ​ສັບ​ຊ່າວ​ແລະ ​ຈິດ​ໃຈ​ງົວ​ທີ່​ດຸ​ໝັ່ນ, ດ້ວຍ​ຈິດ​ໃຈ​ທີ່​ອົດ​ທົນໂດຍ​ບໍ່​ຢ້ານ​ຕໍ່​ຄວາມ​ລຳ​ບາກ, ບຸກ​ບືນ​ສູ້​ຊົນ​ຢ່າງ​ເປັນ​ເຈົ້າ​ການ​ຄື​ກັນ​ກັບ​ງົວ​ທີ່​ເຮັດ​ວຽກ​ໂດຍ​ບໍ່​ຕ້ອງ​ເອົາໄມ້ແສ້ຂ້ຽນຕີກໍເຮັດວຽກໄດ້, ສືບ​ຕໍ່​ອອກ​ແຮງ​ງານ​ຢ່າງ​ດຸ​ໝັ່ນ​ແລະ​ບຸກ​​ບືນ​ກ້າວ​ໄປ​ໜ້າ​ຢ່າງ​ກ້າ​ຫານ​ເພື່ອ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ປະ​ຊາຊາດ​ຈີນ, ສ້າງ​ປະ​ຫວັດ​ສາດ​ອັນໃໝ່ທີ່​ສະ​ຫງ່າ​ລາ​ສີ​ໃນ​ຍຸກ​ໃໝ່.​”

ຄຳ​ເຫັນ

0