覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ນາງ​ເຜີງ​ລີ້ຢວນສົ່ງ​ຈົນ​ໝາຍ​ເຖິງ​ຄູ​ແລະ​ນັກ​ຮຽນ​ຂອງ​ໂຮງ​ຮຽນ​ມັດ​ທະ​ຍົມ​ເບີ​ກີ​ນາ​ຊິມ​ເຢຍ​ລະ​ມັນ

2021-02-11 10:06:47 ​cri


 

ວັນ​ທີ 9 ກຸມ​ພາ​ນີ້, ທ່ານ​ນາງ​ເຜີງ​ລີ້ຢວນ ພັນ​ລະ​ຍາ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ຈົດ​ໝາຍໄປ​ເຖິງ​ຄູ​ແລະ​ນັກຮຽນຂອງ​ໂຮງ​ຮຽນ​ມັດ​ທະ​ຍົມ​ເບີ​ກີ​ນາ​ຊິມ​ເຢຍ​ລະ​ມັນ​ ​​ເພື່ອ​ໃຫ້​ກຳ​ລັງ​ໃຈ​ແກ່​ເຂົາ​ເຈົ້າ​ປະ​ກອບ​ສ່ວນ​ອັນ​ໃໝ່​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ຈີນ-ເຢຍ​ລະ​ມັນດ້ວຍ​ຄວາມ​ສະ​ໜິດ​ສະ​ໜົມ.
 

​ຈົດ​ໝາຍ​ຂອງທ່ານ​ນາງ​ເຜີງ​ລີ້ຢວນ​ໄດ້​ລະ​ບຸ​ວ່າ: ຂ້າ​ພະ​ເຈົ້າ​ໄດ້​ຕັ້ງ​ໃຈ​ເບິ່ງວິ​ດີ​ໂອ​ກ່ຽວ​ກັບ​ນັກ​ຮຽນ 4 ຄົນ​ຂອງຄະ​ນະ​ຮ້ອງ​ເພງ​ໝູ່​ຂອງ​ໂຮງ​ຮຽນ​ທີ່​ໄດ້​ຮ້ອງ​ເພງພາ​ສາ​ຈີນ​ທີ່​ຊື່​ວ່າ “ຫຼັງ​ພະ​ຍາດ​ໂຄວິດ-19”, ພວກ​ລູກຫຼານນັກ​ຮຽນ​ ໄດ້​ຮ້ອງ​ເພງ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ປາ​ຖະ​ໜາ​ທີ່​ດີ​ງາມ​ໃນ​ການ​ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ເອົາ​ຊະ​ນະ​ພະ​ຍາດ​ໂຄວິດ-19ໂດຍ​ໄວ. ເມື່ອ 1 ປີ​ກ່ອນ, ​ພວກ​ລູກຫຼານນັກ​ຮຽນ ​ໄດ້​ຮ້ອງ​ເພງ​ທີ່​ຊື່​ວ່າ “ຈົ່ງ​ໃຫ້​ໂລກ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ” ເພື່ອ​ສະ​ໜັບ​ສະ​ໜູນ​ຈີນ​ຕ້ານ​ກັບ​ພະ​ຍາດ ເຊິ່ງ​ໄດ້​ສະ​ແດງ​ເຖິງ​ມິດ​ຕະ​ພາບ​ຕໍ່​ປະ​ຊາ​ຊົນ​ຈີນ. ປັດ​ຈຸ​ບັນ, ພະ​ຍາດ​ໂຄວິດ-19 ຍັງ​ສືບ​ຕໍ່​ແຜ່​ລະ​ບາດ​​ຢ່າງ​ຮ້າຍ​ແຮງໃນ​ທົ່ວ​ໂລກ, ຂ້າ​ພະ​ເຈົ້າ​ເປັນ​ຫ່ວງ​​ທີ່​ສຸດ​ຕໍ່​ສຸ​ຂະ​ພາບ​ຂອງ​ນັກ​ຮຽນ​ທັງຫຼາຍ, ຫວັງ​ວ່າ​ພວກ​ລູກຫຼານ​ນັກ​ຮຽນ​ພ້ອມ​ດ້ວຍ​ຄອບ​ຄົວ​ຈົ່ງ​​ເອົາ​ໃຈ​ໃສ່ປົກ​ປ້ອງ​ຕົນ​ເອງ​ໃຫ້​ດີ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ຫິ​ມະ​ນ້ຳ​ກ້ອນ​ຍ່ອມ​ຈະ​ລະ​ລາຍ​ໃນ​ທີ່​ສຸດ, ລະ​ດູ​ໃບ​ໄມ້​ປົ່ງ​ກຳ​ລັງ​ໝູນ​ວຽນ​ມາ​ເຖິງ. ປະ​ຊາ​ຊົນ​ບັນ​ດາ​ປະ​ເທດຮ່ວມ​ກັນ​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ກໍ​ຈະ​ສາ​ມາດ​ເອົາ​ຊະ​ນະ​ພະ​ຍາດ​ໄດ້​ແນ່ນອນ. ຍິນ​ດີ​ຕ້ອນ​ຮັບ​ພວກ​ລູກຫຼານ​ນັກ​ຮຽນ​ມາ​ແລກ​ປ່ຽນ​ແລະ​ຮ່ຳ​ຮຽນ​ຢູ່​ຈີນ​ອີກຫຼັງ​ຈາກ​ການ​ລະ​ບາດ​ຂອງ​ພະ​ຍາດ​ສິ້ນ​ສຸດ​ລົງ, ເພື່ອ​ເພີ່ມ​ທະ​ວີ​​ສາຍ​ພົວ​ພັນມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ໂດຍ​ສະ​ເພາະ ​ລະ​ຫວ່າງ​ຊາວ​ໜຸ່ມ​ຈີນ-ເຢຍ​ລະ​ມັນ.

ຄຳ​ເຫັນ

0