黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ຄຳຫລອກ​ລວງແຫ່ງສັດ​ຕະ​ວັດ” ຂອງ BBC ຖືກລົງໂທດແລ້ວ

2021-02-13 10:46:55 cri

ເປັນເວລາດົນນານມາແລ້ວ, ບໍ​ລິ​ສັດ​ກະ​ຈາຍ​ສຽງ​ອັງ​ກິດ ຫຼື BBC ມີ “ເຄື່ອງວິ​ເສດ” ເພື່ອໃຊ້ດຶງ​ດູດ​ສາຍ​ຕາ​ຂອງ​ປະ​ຊາ​ຊົນ​ຕາ​ເວັນ​ຕົກ, ນັ້ນ​ກໍ​ຄື: ການເສກສັນປັ້ນແຕ່ງຂ່າວ​ປອມ​ກ່ຽວ​ກັບ​ຈີນ, ໃນ​ການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ຈີນ, BBC ມັກ ແລະ ໄດ້​ສ້າງ “ຄຳຫຼອກ​ລວງແຫ່ງສັດ​ຕະ​ວັດ” ດ້ວຍ​ສອງ​ມາດ​ຕະ​ຖານ​ທີ່​ໜັກ​ໜ່ວງ ແລະ ທ່າ​ທີ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເຫັນ​ລຳ​ອຽງ​ດ້ານ​ຮູບ​ຖານ​ຈິດ​ສຳ​ນຶກ.

ການ​ກະ​ທຳ​ຂອງBBCໄດ້​ຖືກ​ລົງ​ໂທດ​ທີ່​ສົມ​ຄູ່​ກັນ​ໃນ​ທີ່​ສຸດ, ສູນ​ໂມງ​ຂອງວັນ​ທີ 12 ກຸມ​ພາ​ນີ້, ກົມ​ໃຫຍ່​ວິ​ທະ​ຍຸ​ໂທ​ລະ​ພາບ​ແຫ່ງ​ຊາດ​ຈີນ​ໄດ້​ປະ​ກາດ​ວ່າ: ບໍ່​ອະ​ນຸ​ຍາດ​ໃຫ້ຊ່ອງ​ຂ່າວ​ໂລກ​ຂອງ BBC ​ຖ່າຍ​ທອດຂ່າວ​ຢູ່​ພາຍ​ໃນ​ປະ​ເທດ​ຈີນ ແລະ ບໍ່​ຮັບ​ເອົາ​ຄຳ​ຮ້ອງກ່ຽວກັບການຂໍອະນຸຍາດເພື່ອຖ່າຍ​ທອດຂ່າວ​BBC ຢູ່ຈີນໃນ​ປີ​ໃໝ່​ນີ້.

BBCຖືກ​ລົງ​ໂທດ, ຈະ​ບໍ່​ສາ​ມາດ​ສ້າງ​ຂ່າວ​ປອມ​ກ່ຽວ​ກັບ​ຈີນ​ໄດ້ອີກ, ເຮັດ​ໃຫ້​ ທ່ານ ​ໂດ​ມີ​ນິກ ຣາບ ລັດ​ຖະ​ມົນ​ຕີກ​ະ​ຊວງກ​ານ​ຕ່າງ​ປະ​ເທດ​ອັງ​ກິດ​ຕ້ອງກະ​ວົນ​ກະ​ວາຍ​ກ່ຽວກັບເລື້ອງນີ້, ທ່ານ​ໄດ້​ລືມ​ເລື່ອງ​ທີ່​ອັງ​ກິດ​ເຄີຍ​ຫ້າມ​ບໍ່​ໃຫ້​ໂທ​ລະ​ພາບ CGTN ຂອງ​ຈີນ​ຖ່າຍ​ທອດ​ສົດຢູ່​ອັງ​ກິດ​ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້ ແລະ ປ່າວ​ປະ​ກາດ​ວ່າ: ການ​ກະ​ທຳ​ຂອງ​ຈີນ​ເປັນ “ການ​ຈຳ​ກັດ​ເສ​ລີ​ພາບ​ດ້ານ​ສື່ມວນ​ຊົນທີ່ບໍ່ສາມາດຍອມຮັບໄດ້”.

ໂຄ​ສົກ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ອັງ​ກິດ​ໄດ້​ກ່າວ​ເຖິງຫຼັກ​ໝັ້ນ​ຂອງ​ຈີນ​ທີ່ມີຕໍ່​ຄຳ​ເວົ້າ​ຂອງ​ທ່ານ ​ໂດ​ມີ​ນິກ ຣາບ​ ວ່າ: “ມີ​ບາງ​ຄົນ​ມັກ​ອ້າງເຫດຜົນ “ເສ​ລີ​ພາບ​ດ້ານ​ການ​ລາຍ​ງານ​ຂ່າວ” ຢ່າງ​ເປັນ​ປະ​ຈຳ, ແຕ່​ຄົນ​ທັງຫຼາຍພັດ​ຮູ້​ດີ​ແລ້ວ​ວ່າ: ນີ້​ໄດ້​ກາຍ​ເປັນ​ຂໍ້​ອ້າງແບບເກົ່າ ແລະ ຂັນຕະລາບັດຂອງ​ສື່ມວນ​ຊົນ​ຕາ​ເວັນ​ຕົກເພື່ອ​ສ້າງຂ່າວປອມ ແລະ ໃສ່​ຮ້າຍ​ປ້າຍ​ສີ​ປະ​ເທດ​ອື່ນ.”

ການ​ຫ້າມ​ບໍ່​ໃຫ້ BBC ຖ່າຍ​ທອດຂ່າວ​ຢູ່ປະເທດ​ຈີນ​ຕໍ່​ໄປ​ອີກນັ້ນກໍເປັນພຽງສ່ວນ​ໜຶ່ງ​ໃນ​ມາດ​ຕະ​ການ​ຕອບ​ໂຕ້​ຂອງ​ຈີນ​ເທົ່າ​ນັ້ນ, ຫາກ​ບໍ່​ແມ່ນ​ມາດ​ຕະ​ການ​ຕອບ​ໂຕ້​ພຽງ​ມາດຕະການ​ດຽວ​ ຫຼື ​ມາດ​ຕະ​ການ​ຕອບ​ໂຕ້​ສຸດ​ທ້າຍ​. ປະເທດຈີນພວກ​ເຮົາ​ຕ້ອງ​ການ​ການ​ລາຍ​ງານ​ຂ່າວ, ແຕ່​ການ​ລາຍ​ງານ​ຂ່າວ​ຕ້ອງ​ລາຍ​ງານ​ຢູ່ບົນ​ພື້ນ​ຖານ​ຄວາມ​ເປັນຈິງ ແລະ ຄວາມ​ເປັນ​ທຳ. ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອັງ​ກິດ​ອອກ​ມາ​ກ່າວ​ໂຈມ​ຕີ​ຈີນ​ແບບ​ຟ້າວ​ຟັ່ງແບບນີ້, ທາງທີ່ດີກໍຄວນ​ໃຫ້ BBC ປັບ​ປ່ຽນ​ພຶດຕິກຳ​ສ້າງຂ່າວປອມ​ສາກ່ອນໃນ​ການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ປະເທດຈີນ​ຈະ​ດີກວ່າ, ມີ​ແຕ່​ເຮັດ​ແນວ​ນີ້, BBCຈິ່ງ​ຈະ​ມີ​ໂອ​ກາດ​ກັບ​ຄືນ​ມາ​ຖ່າຍ​ທອດຂ່າວ​ຢູ່​ປະເທດຈີນ​ໄດ້ອີກ.

ຄຳ​ເຫັນ

0