何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ຊາ​ຊົນ​ເຜົ່າ​ມົ້ງ​ຢູ່​ເຂດ​ພູ​ອູ່​ເມີງຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລ້ວ ຫຼິ້ນ​ບຸນ​ກຸດ​ຈີນ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ

2021-02-13 16:51:13 CRI

ປະ​ຊາ​ຊົນ​ເຜົ່າ​ມົ້ງ​ຢູ່​ເຂດ​ພູ​ອູ່​ເມີງຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລ້ວ ຫຼິ້ນ​ບຸນ​ກຸດ​ຈີນ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ_fororder_1127098254_16131879178311n

 

ເມືອງ​ນ້າ​ຢົ່ງ​ນະ​ຄອນ​ປີ້​ເຈ​ທີ່​ຕັ້ງ​ຢູ່​ໃນ​ເຂດ​ພູ​ດອຍ​ພູ​ອູ່​ເມີງ​ແມ່ນ​ໜຶ່ງ​ໃນ​ເຂດ​ທີ່ຫຼຸ​ດພົ້ນ​ອອກ​ຈາກ​ຄວາມ​ທຸ​ກ​ຍາກເປັນ​ງວດ​ສຸດ​ທ້າຍ. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນໄດ້​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ທ້ອງ​ຖິ່ນ, ປູກ​ໝາກ​ເຊ​ຣີ, ໃບ​ຊາ, ຜັກ, ເຫັດ ແລະ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ທີ່​ມີ​ສີ​ສັນ​ພິ​ເສດ​ອື່ນໆ, ພ້ອມ​ດ້ວຍ​ການ​ລ້ຽງ​ໄກ່​ລາດ, ງົບ​ພັນ​ຊີ້ນ ແລະ​ອື່ນໆ, ໃນ​ປີ 2020ຍອດ​ມູນ​ຄ່າ​ການ​ຜະ​ລິດ​ດ້ານ​ກະ​ສິ​ກຳ​ມີ​ເຖິງ 6ຕື້ 539ລ້ານຢວນ. ປີ 2020, ຢູ່​ເມືອງ​ນ້າ​ຢົ່ງ​ມີ 10492 ຄອບ​ຄົວ ທັງ​ໝົດ 28538 ຄົນ​ໄດ້ຫຼຸ​ດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ.

 

ໃນ​ບຸນ​ກຸດ​ຈີນ​ຄັ້ງ​ທຳ​ອິດຫຼັງ​ຈາກ​ການຫຼຸດພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ປະ​ຊາ​ຊົນ​ເມືອງ​ນ້າ​ຢົ່ງ​ໄດ້​ຮ່ວມ​ກັນ​ສະຫຼອງ​ບຸນ​ກຸດ​ຈີນ​ຢ່າງ​ເບີກ​ບ່ານ​ມ່ວນ​ຊື່ນ.

ຄຳ​ເຫັນ

0