覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນແລະໂລກ​ໃນ​ງານລາຕີສິລະປະ​ສະຫຼອງ​ບຸນ​ກຸດ​ຈີນພາກ 1

2021-02-14 18:11:50 cri

“ວັນ​ບຸນ” 
 


 

ໃນ​ງານ​ລາ​ຕີ​ສິ​ລະ​ປະ​ສະຫຼອງ​ບຸນ​ກຸດ​ຈີນ2021​ຂອງວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນຫຼື CMG ໄດ້​ສະ​ແດງ​ລາຍ​ການ​ຟ້ອນ​ລຳ​ທຳ​ເພງທີ່​ມີ​ຊື່​ວ່າ “ວັນ​ບຸນ” ເຊິ່ງ​ປະ​ກອບ​ດ້ວຍ​ການ​ສະ​ແດງ​ການ​ຟ້ອນ​ລຳ​ທຳ​ເພງ​ອາ​ຟ​ຣິ​ກາ, ການຟ້ອນໄມ້ຄ້ອນ ຂອງເອ​ຢິບບູ​ຮານກັບການ​ຟ້ອນ​ແບບຕາ​ເວັນ​ອອກຫຼື​ເອີ້ນ​ວ່າການ​ຟ້ອນ​ໜ້າ​ທ້ອງ,ການ​ຟ້ອນຄັສຕາເນັດຂອງ​ແອັ​ສ​ປາຍກັບການຟ້ອນຈັງຫວະຕັງໂກຂອງອາກ​ຊັງ​ຕິນ, ການ​ຟ້ອນ​ຊົນ​ເຜົ່າ​ຣັດ​ເຊຍ ແລະການ​ຟ້ອນ​ແພ​ແດງ​ຈີນ, ​ຖື​ວ່າ​ໄດ້​ສະ​ແດງ​ໃຫ້​ເຫັນ​ສີ​ສັນ​ພິ​ເສດ​ທີ່​ສວຍ​ງາມ​ຂອງ​ແຕ່​ລະ​ປະ​ເທດ ທັງ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ສວຍ​ງາມ​ທີ່​ປະ​ສົມ​ປະ​ສານ​ກັນໄດ້ຢ່າງ​ກົມ​ກຽວ.

 

ຈີນ​ມີ​ຄຳ​ບູ​ຮານ​ວ່າ: “ແຕ່​ລະ​ຊາດຕ່າງກໍ​​​ຮັກ​ສາເອ​ກະ​ລັກ​ວັດ​ທະ​ນະ​ທຳຂອງ​​ຕົນ, ການ​​ເຄົາ​ລົບ​ ແລະ ​ຍອມ​ຮັບວັດ​ທະ​ນະ​ທຳ​ຂອງ​ຊາດ​ອື່ນ, ວັດ​ທະ​ນະ​ທຳທີ່​ດີ​ງາມ​ຂອງ​ແຕ່​ລະ​ຊາດ​​ກໍສາມາດປະ​ສົມ​ປະ​ສານ​ເຂົ້າ​ກັນໄດ້, ທົ່ວ​ໂລກ​ມີ​ຄວາມ​ຈະ​ເລີນຮຸ່ງເຮືອງ​ສວຍ​ງາມ​ຮ່ວມກັນ.​​​” ຄຳ​ນີ້​ໝາຍ​ເຖິງວ່າ: ວັດ​ທະ​ນະ​ທຳ​ຂອງ​ແຕ່​ລະ​ຊົນ​ຊາດ​ຕ່າງ​ກໍ​ມີ​ເອ​ກະ​ລັກ​ພິ​ເສດ​ທີ່​ໂດດ​ເດັ່ນ​ຂອງ​ຊາດ​ຕົນ​ເຊິ່ງ​ໄດ້​ເຮັດ​ໃຫ້​ວັດ​ທະ​ນະ​ທຳ​ໂລກ​ມີ​ຄວາມ​ອຸ​ດົມ​ສົມ​ບູນ ເພື່ອ​ຮ່ວມ​ກັນ​ຊຸກ​ຍູ້​​ການ​ພັດ​ທະ​ນາ​ແລະ​ສ້າງຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ດ້ານ​ອະ​ລິ​ຍະ​ທຳ​ຂອງມວນມະ​ນຸດ. ມີ​ພຽງ​ແຕ່​ຮັກ​ສາ​ຄວາມຫຼາກຫຼາຍ​ດ້ານ​ອະ​ລິ​ຍະ​ທຳ​ຂອງ​ໂລກ​ເທົ່າ​ນັ້ນ, ໂລກ​ນີ້​ຈິ່ງ​ຈະ​ມີ​ຄວາມ​ອຸ​ດົມ​ສົມ​ບູນ​ທີ່ຫຼາກຫຼາຍ​ສີ​ສັນກວ່າ​ເກົ່າ​ ແລະ​ ເຕັມ​ໄປ​ດ້ວຍ​ຄວາມມີຊີ​ວິດ​ຊີ​ວາ.

 

ຈີນ​ໄດ້​ນຳ​ໃຊ້​ແນວ​ຄວາມ​ຄິດ​ທີ່​ວ່າ “​​ເຄົາ​ລົບ​ແລະ​ຍອມ​ຮັບວັດ​ທະ​ນະ​ທຳ ​ຂອງ​ຊາດ​ອື່ນ, ວັດ​ທະ​ນະ​ທຳທີ່​ດີ​ງາມ​ຂອງ​ແຕ່​ລະ​ຊາດ​​ສາມາດປະ​ສົມ​ປະ​ສານ​ເຂົ້າ​ກັນໄດ້” ເພື່ອ​ແກ້​ໄຂ​ການ​ພົວ​ພັນ​ລະ​ຫວ່າງ​ອະ​ລິ​ຍະ​ທຳ​ທີ່​ຕ່າງ​ກັນ. ທ່ານ​ສີ​ຈິ້ນ​ຜິງປະ​ທານ​ປະ​ເທດ​ຈີນ​ເຄີຍ​ໄດ້​ກ່າວ​ວ່າ: ແຕ່​ລະ​ອະ​ລິ​ຍະ​ທຳ​ລ້ວນ​ແຕ່​ເປັນ​ສິ່ງຍອດຍິ່ງ​ແຫ່ງ​ຄວາມ​ສວຍງາມ, ຕ່າງ​ກໍ​ໄດ້​ສ່ອງ​ແສງ​ໃຫ້ເຫັນເຖິງ​ຄວາມ​ງາມ​ຄວາມປານີດທີ່​ປະ​ດິດ​ສ້າງ​ຂຶ້ນມາ. ສິ່ງ​ທີ່​ດີ​ງາມ​ທຸກ​ຢ່າງ​ລ້ວນ​ແຕ່​ມີ​ເ​ອ​ກະ​ລັກ​ທີ່​ຄ້າຍ​ຄື​ກັນ. ຄວາມ​ມຸ້ງ​ຫວັງ​ຂອງ​ຄົນ​ເຮົາ​ທີ່​ມີ​ຕໍ່​ສິ່ງ​ທີ່​ດີ​ງາມ, ບໍ່​ວ່າ​ກຳ​ລັງ​ໃດໆ​ກໍ​ບໍ່​ສາ​ມາດ​ກີດ​ຂວາງ​ໄດ້! ອະ​ລິ​ຍະ​ທຳ​ຕ່າງ​ໆແຕ່​ໃດໆມາ​ບໍ່​ໄດ້​ມີການປະ​ທະ​ກັນ, ສະນັ້ນ ຄວນມີ​ແຕ່​ສາຍ​ຕາ​ທີ່​ຊື່ນ​ຊົມ​ຕໍ່ຄວາມສວຍ​ງາມ​ຂອງອ​ະ​ລິ​ຍະ​ທຳ​ເທົ່າ​ນັ້ນ. ພວກ​ເຮົາ​ຈຶ່ງຈະ​ເຮັດ​ໃຫ້​ອະ​ລິ​ຍະ​ທຳ​ຂອງ​ປະ​ເທດ​ຕົນ​ເຕັມ​ໄປ​ດ້ວຍ​ຄວາມມີ​ຊີ​ວິດ​ຊີ​ວາ​ທັງ​ຄວນ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ພັດ​ທະ​ນາ​​ອະ​ລິ​ຍະ​ທຳຂອງປະ​ເທດ​ອື່ນ ເພື່ອ​ເຮັດ​ໃຫ້ “ດອກ​ໄມ້​ນາໆ​ຊະ​ນິດ​ໃນ​ສວນອະ​ລິ​ຍະ​ທຳ​ຂອງໂລກ”ເບັ່ງ​ບານ​​ຢ່າງສວຍງາມນຳ​ກັນ.

ຄຳ​ເຫັນ

0