ຫວ່າງມໍ່ໆມານີ້, ກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວໄດ້ແຈ້ງຂ່າວວ່າ: ໃນວັນທີ 15 ກຸມພານີ້, ເຈົ້າໜ້າທີ່ຕຳຫຼວດເມືອງຫາດຊາຍຟອງນະຄອນຫຼວງວຽງຈັນໄດ້ຮັບຂໍ້ມູນວ່າ: ມີແຮງງານລາວຜູ້ໜຶ່ງອາຍຸ 35 ປີ ໄດ້ຈ້າງຄົນຂັບລົດພ່ວງຂອງໄທ, ພາລູກນ້ອຍອາຍຸ 1 ປີກັບ 5ເດືອນ, ລັກລອບຂ້າມມາທາງຂົວມິດຕະພາບລາວ-ໄທເຂົ້າສູ່ປະເທດລາວ. ພາຍຫຼັງໄດ້ຮັບຂໍ້ມູນແລ້ວ, ເຈົ້າໜ້າທີ່ຕຳຫຼວດໄດ້ຄົ້ນພົບຜູ້ຍິງຜູ້ນີ້ໃນເວລາ 13 ໂມງ 40 ນາທີຂອງມື້ດຽວກັນ ແລະ ໄດ້ກັກຕົວເພື່ອນຳສົ່ງສູນກັກກັນຢູ່ຫຼັກ 27 ພ້ອມທັງໃຫ້ຜູ້ກ່ຽວຮັບຜິດຊອບຄ່າໃຊ້ຈ່າຍທັງໝົດ.
ໃນໄລຍະມໍ່ໆມານີ້, ປະເທດລາວໄດ້ປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເປັນຢ່າງດີ. ກະຊວງສາທາລະນະສຸກ ແຫ່ງ ສປປ ລາວໄດ້ແຈ້ງໃຫ້ຮູ້ວ່າ: ມາຮອດວັນທີ 15 ກຸມພານີ້, ຢູ່ພາຍໃນປະເທດລາວບໍ່ໄດ້ກວດພົບຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມໃໝ່, ນັບແຕ່ມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເປັນຕົ້ນມາລວມທັງມີ 45 ກໍລະນີ, ປົວໃຫ້ຫາຍຂາດແລະອອກໂຮງໝໍແລ້ວ 41 ຄົນ ແລະ ຍັງມີ 4 ຄົນພວມໄດ້ຮັບການປິ່ນປົວຢູ່ໂຮງໝໍ.
ພາຍໃຕ້ສະພາບການທີ່ພະຍາດໂຄວິດ-19 ຍັງແຜ່ລະບາດໃນຂອບເຂດທົ່ວໂລກຢ່າງໜັກໜ່ວງ, ລັດຖະບານລາວໄດ້ປະຕິບັດມາດຕະການຢ່າງເຄັ່ງຄັດເພື່ອປ້ອງກັນບໍ່ໃຫ້ພະຍາດແຜ່ລະບາດມາຈາກຕ່າງປະເທດ ທັງໄດ້ປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດດ້ວຍຄວາມຮັບຜິດຊອບສູງ, ມາດຕະການປ້ອງກັນແລະຄວບຄຸມພະຍາດທີ່ເຄັ່ງຄັດເຂັ້ມງວດໄດ້ເປັນການຄ້ຳປະກັນທີ່ດີຕໍ່ກັບຄວາມປອດໄພດ້ານຊີວິດການເປັນຢູ່ຂອງປະຊາຊົນລາວ. ນະທີ່ນີ້, ພວກເຮົາຂໍສະແດງຄວາມຊົມເຊີຍຕໍ່ມາດຕະການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນປະເທດລາວ.
ຄຳເຫັນ
0