何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ຕ້ອງ​ຮຽນ​ຮູ້​ປະ​ຫວັດ​ສາດ​ຂອງ​ພັກ ຊາບ​ຊຶ້ງ​ແນວ​ຄິດ​ຂອງ​ພັກ ເຮັດ​ແທ້​ທຳ​ຈິງ ແລະ ເປີດ​ສະ​ພາບ​ການ​ໃໝ່

2021-02-21 15:00:34 CRI

ວັນ​ທີ 20 ກຸມ​ພາ​ນີ້, ກອງ​ປະ​ຊຸມ​ລະ​ດົມ​ການ​ສຶກ​ສາ​ຮ່ຳ​ຮຽນ​ປະ​ຫວັ​ດ​ສາດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ໄດ້​ຮຽກ​ຮ້ອງ​ໃຫ້​ທົ່ວ​ພັກ​ດຳ​ເນີນ​ການ​ສຶກ​ສາ​ຮ່ຳ​ຮຽນ​ປະ​ຫວັດ​ສາດ​ຂອງ​ພັກ, ​ຮຽນ​ຮູ້​ປະ​ຫວັດ​ສາດ​ຂອງ​ພັກ ​ຊາບ​ຊຶ້ງ​ແນວ​ຄິດ​ຂອງ​ພັກ ເຮັດ​ແທ້​ທຳ​ຈິງ ແລະ ເປີດ​ສະ​ພາບ​ການ​ໃໝ່, ພະ​ຍາ​ຍາມບາກ​ບັ່ນ​ສູ້​ຊົນ​​ເພື່ອ​ເປີດ​ຂະ​ບວນ​ການ​ໃໝ່​ຂອງ​ການ​ສ້າງ​ສາ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ.

 

ປີ​ນີ້​ແມ່ນ​ປີ​ທີ່​ພັກ​ກອມ​ມູ​ນິດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 100 ປີ, ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ໃນ​ຂະ​ບວນການ​ສູ້​ຊົນຕະຫຼອດ​ໄລ​ຍະ​ຮ້ອຍ​ປີ​ ​ຜ່ານ​ມາ, ພັກ​ກອ​ມມູ​ນິດ​ຈີນ​ໄດ້​ວິ​ເຄາະ ແລະ ກຳ​ແໜ້ນ​ທ່ວງ​ທ່າ​ລວມ​ຂອງ​ປະ​ຫວັດ​ສາດ​ດ້ວຍຫຼັກ​ມູນ​ພື້ນ​ຖານ​ຂອງ​ລັດ​ທິ​ມາກ, ​ແກ້​ໄຂ​ບັນ​ຫາ​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ ແລະ​ໂລກ​ຢ່າງ​ຖືກ​ຕ້ອງ, ຊຳ​ນານ​ໃນ​ການ​ກຳ​ແໜ້ນ ແລະ​ນຳ​ໃຊ້​ໂອ​ກາດ​ທາງ​ປະ​ຫວັດ​ສາດ​ຕ່າງໆ​ໃຫ້​ເປັນ​ປະ​ໂຫຍດ. ຕ້ອງ​ສຶກ​ສາ ແລະ ນຳ​ພາ​ທົ່ວ​ພັກ​ໂດຍ​ຖື​ເອົາ​ປະ​ຊາ​ຊົນ​ໄວ້​ຢູ່​ຖາ​ນະ​ສູງກວ່າ​ໝູ່​ໃນ​ດວງ​ໃຈ​ຂອງ​ຕົນຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ແລະຖື​ເອົາ​ຄວາມ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ທີ່​ມີ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມ​ນັ້ນ​ເປັນ​ເປົ້າ​ໝາຍ​ສູ້​ຊົນ​ຂອງ​ຕົນ, ຊຸກ​ຍູ້​ໃຫ້​ການ​ປະ​ຕິ​ຮູບ ແລະ ການ​ພັດ​ທະ​ນາ​ໃຫ້​ມີຜົນ​ປະ​ໂຫຍດ​ຕົວ​ຈິງ​ແກ່​ປະ​ຊາ​ຊົນທັງ​ປ​ວງ​ຫຼາຍກວ່າ​ເກົ່າ ແລະ ຍຸດ​ຕິ​ທຳ​ກວ່າ​ເກົ່າ, ຊຸກ​ຍູ້​ໃຫ້​ການ​ສ້າງ​ຄວາມ​ຮັ່ງ​ມີ​ຮ່ວມ​ກັນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ແທ້​ຈິງ​ ແລະ ພົ້ນ​ເດັ່ນ​ກວ່າ​ເກົ່າ. ຕ້ອງ​ສະຫຼຸບ ແລະ​ນຳ​ໃຊ້​ບົດ​ຮຽນ​ຂອງ​ພັກ​ໃນ​ການ​ຮັບ​ມື້​ກັບ​ຄວາມ​ສ່ຽງ ແລະ ສິ່ງ​ທ້າ​ທາຍ​ໃນ​ໄລ​ຍະ​ຕ່າງໆ​ຂອງ​ປະ​ຫວັດ​ສາດ, ກະ​ກຽມ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ສະ​ພາບ​ແວດ​ລ້ອມ​ພາຍນອກທີ່​​ເປັນ​ໄລ​ຍະ​ຍາວ, ຍົກ​ສູງ​ຄວາມ​ສາ​ມາດ ແລະ ລະ​ດັບ​ໃນ​ການ​ປົກ​ຄອງ​ປະ​ເທດ ແລະ ການ​ຄຸ້ມ​ຄອງລັດ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເສີມ​ສ້າງ​ຄວາມ​ສາ​ມາດ​ໃນ​ການ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ ແລະ ​ຕ້ານ​ກັບ​ຄວາມ​ສ່ຽງ.

ຄຳ​ເຫັນ

0