尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຂໍ​ໃຫ້​ສື່ມວນ​ຊົນ​ຕາ​ເວັນ​ຕົກເວົ້າ​ເລື່ອງ​ຈິງ​ໃນການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ເຂດ​ຊິ່ນ​ຈ່ຽງ​ຈີນ

2021-02-22 17:12:50 cri

​ຂໍ​ໃຫ້​ສື່ມວນ​ຊົນ​ຕາ​ເວັນ​ຕົກເວົ້າ​ເລື່ອງ​ຈິງ​ໃນການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ເຂດ​ຊິ່ນ​ຈ່ຽງ​ຈີນ_fororder_微信图片_20210222170906

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ສອງ​ທ່ານ​ທັງ​ໃນ​ອະ​ດີດ​ແລະ​ປັດ​ຈຸ​ບັນ​ຄື: ທ່ານ ໄມ ພົມ​ເພວ  ແລະ ທ່ານ ອັນ​ໂຕ​ນີ ບ​ຣິນ​ເກນ ລ້ວນ​ແຕ່​ກ່າວ​ວ່າ​ຈີນ​ໄດ້​ດຳ​ເນີນ​ການ​ດັບ​ສູນ​ເຊື້ອ​ຊາດ​ຢູ່​ເຂດ​ຊິ່ນ​ຈ່ຽງ, ສ່ວນ​ເວັບ​ໄຊ​ເດີ​ເກ​ຣ​ໂຊນ​ຫຼື the Grey Zone ເຊິ່ງ​ເປັນ​ເວັບ​ໄຊ​​ວິ​ເຄາະ​ຂ່າວ​ຂອງ​ອາ​ເມ​ຣິ​ກາ​ໄດ້​ເຜີຍແຜ່​ບົດ​​ລາຍ​ງານ​ຜົນ​ການກວດ​ກາ​ໃນ​ວັນ​ທີ 18 ກຸມ​ພາ​ນີ້​ໂດຍ​ພົບ​ເຫັນ​ວ່າ: ຫຼັກ​ອ້າງ​ອີງ​ຂອງ​ການ​ກ່າວຟ້ອງ​ດັ່ງ​ກ່າວ​ພຽງ​ແຕ່​​ນຳ​ເອົາ​ມາ​ຈາກ​ໝາກ​ຜົນ​ການ​ຄົ້ນ​ຄວ້າ​ຂອງສະ​ມາ​ຊິກ​ລັດ​ທິ​ຫົວ​ຮຸນ​ແຮງ​ທາງ​ສາ​ສະ​ໜາ​ຂວາ​ຈັດ​ຄົນ​ໜຶ່ງ, ການ​ລາຍ​ງານ​ຊີ້​ໃຫ້​ເຫັນ​ວ່າ: ບໍ່​ວ່າ​ຈະ​ແມ່ນ​ລັດ​ຖະ​ບານ​ໂດ​ໂນ ທ​ຣຳ ຫຼື ​ລັດ​ຖະ​ບານ ໂຈ ໄບ​ເດັນ, ຫຼັກ​ຖານ​ອ້າງ​ອີງ​ໃນ​ການ​ກ່າວ​ຫາ​ວ່າ​ມີການ​ດັບ​ສູນ​ເຊື້ອ​ຊາດ​ຢູ່​ເຂດ​ຊິ່ນ​ຈ່ຽງ​ລ້ວນ​ແຕ່​ມີ​​ແຫຼ່ງ​ທີ່​ມາ​ດ້ານ​ດຽວອ້ອຍ​ຕ້ອຍນັ້ນ​ກໍ​ຄື: ບົດ​ລາຍ​ງານ​ສະ​ບັບ​ໜຶ່ງ​ທີ່​ທ່ານ ອັດ​ຮຽນ ເຈັນ​ສ໌ ຄົນ​ເຢ​ຍ​ລະ​ມັນ​ໄດ້​ເຜີຍ​ແຜ່​ໃນ​ເດືອນ​ມິ​ຖຸ​ນາ​ປີ 2020, ເຖິງວ່າ​ທ່ານ ເຈັນ​ສ໌ ໄດ້​ຖືກ​ຂະ​ໜານ​ນາມ​ວ່າ​ເປັນ “ນັກ​ວິ​ຊາ​ການ​ກ່ຽວ​ກັບ​ບັນ​ຫາ​ຕິ​ເບດ​ແລະ​ຊິ່ນ​ຈ່ຽງ”ກໍ​ຕາມ, ແຕ່​ທີ່​ຈິງ​ແລ້ວ, ທ່ານ ເຈັນ​ສ໌ ແມ່ນ​ສະ​ມາ​ຊິກ​ຂອງ​ລັດ​ທິ​ຕໍ່​ຕ້ານ​ການ​ຕຳ​ໜິ​ຄຳ​ພີ​ໄບ​ເບິນ​ຂອງ​ສາ​ສະ​ໜາກຼິ​ສ​ຕຽນ​ຫົວ​ຮຸນ​ແຮງ​ຂວາ​ຈັດ​ຄົນ​ໜຶ່ງ, ທ່ານ​ກ່າວ​ວ່າ​ການ​ວິ​ເຄາະ​ຂ່າວ​ກ່ຽວ​ກັບເຂດ​ຊິ່ນ​ຈ່ຽງ​ກໍ່​ແມ່ນ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ພະ​ຜູ້ເປັນ​ເຈົ້າ.

​ຂໍ​ໃຫ້​ສື່ມວນ​ຊົນ​ຕາ​ເວັນ​ຕົກເວົ້າ​ເລື່ອງ​ຈິງ​ໃນການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ເຂດ​ຊິ່ນ​ຈ່ຽງ​ຈີນ_fororder_微信图片_20210222170913

ທ່ານ ເຈັນ​ສ໌ ເຫັນ​ວ່າ: “ມາດ​ຕະ​ການ​ຄວບ​ຄຸມ​ຈຳ​ນວນ​ປະ​ຊາ​ກອນ​” ​ທີ່​ປະ​ຕິ​ບັດ​ຕໍ່​ເຜົ່າ​ອຸຍ​ເກີ​ຄວນ​ຖື​ເປັນ “ການ​ດັບ​ສູນ​ເຊື້ອ​ຊາດ”, ສາ​ເຫດ​ແມ່ນ​ຍ້ອນ​ວ່າ​ໃນ​ໄລ​ຍະ​ແຕ່​ປີ 2015 ຫາ​ປີ 2018, ​ອັດ​ຕາ​ການ​ເພີ່ມ​​ຂຶ້ນ​ຂອງຈຳ​ນວນ​ປະ​ຊາ​ກອນ​ເຜົ່າ​ອຸຍ​ເກີ​ຢູ່​ເມືອງໃຫຍ່​ທີ່​ສຸດ​ສອງ​ແຫ່ງ​ຂອງ​ເຂດ​ຊິ່ນ​ຈ່ຽງ​ໄດ້​ຫຼຸດ​ລົງ 84%, ປີ 2019, ອັດ​ຕາ​ການ​ເພີ່ມ​ຂຶ້ນ​ຂອງ​ຈຳ​ນວນ​ປະ​ຊາ​ກອນ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວ​ນ​ໜ້ອຍ​ບາງ​ເຂດ​​ກໍໄດ້​ຫຼຸດ​ລົງ​ຕື່ມ​ອີກ. ແຕ່​ຕົວ​ເລກ​ທີ່​​ຖືກ​ຕ້ອງຄົບ​ຖ້ວນກວ່າ​ທີ່​ທ່ານ​​ນຳ​ມາຂຽນ​ໃນ​ບົດ​ລາຍ​ງານ​ຂອງ​ຕົນ​ກໍ​ຄື​ຕົວ​ເລກ​ອື່ນໆ​ທ່ານບໍ່​ໄດ້​​ບັນ​ທຶກ​ເຂົ້າ​ໃນ​ບົດ​ລາຍ​ງານ​ຂອງ​ຕົນ​ເຊິ່ງ​ມີ​ຂໍ້​ຂັດ​ແຍ່ງ​ກັບ​ຂໍ້​ສະ​ຫຼຸບ​ຂອງ​ທ່ານ. ຕົວ​ເລກ​ຂໍ້​ມູນ​ທີ່​ທ່ານ ເຈັນ​ສ໌ ​ບໍ່​ໄດ້​ບັນ​ທຶກ​ໃນ​ບົດ​ລາຍ​ງານ​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ: ແຕ່​ປີ 2005 ຫາ​ປີ 2015, ຈຳ​ນວນ​ປະ​ຊາ​ກອນ​ເຜົ່າ​ອຸຍ​ເກີ​ທີ່​ເພີ່ມ​ຂຶ້ນ​ຢູ່​ເຂດ​ຊິ່ນ​ຈ່ຽງ​ແມ່ນ 2,6 ເທົ່າ​ຂອງ​ຈຳ​ນວນ​ປະ​ຊາ​ກອນ​ເຜົ່າ​ຮັ້ນ​ທີ່​ເພີ່ມ​ຂຶ້ນ​ຢູ່​ທ້ອງ​ຖິ່ນ.

​ຂໍ​ໃຫ້​ສື່ມວນ​ຊົນ​ຕາ​ເວັນ​ຕົກເວົ້າ​ເລື່ອງ​ຈິງ​ໃນການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ເຂດ​ຊິ່ນ​ຈ່ຽງ​ຈີນ_fororder_微信图片_20210222170920

ເວັບ​ໄຊ​ເດີ ​ເກ​ຣ ໂຊບ ໄດ້ຊີ້​ໃຫ້​ເຫັນ​ວ່າ: ໃນ​ປີ 2017, ຄະ​ນະ​ກຳ​ມະ​ການ​ວາງ​ແຜນ​ຄອບ​ຄົວ​ແລະ​ສາ​ທາ​ລະ​ນະ​ສຸກ​ຂອງ​ຈີນ​ໄດ້​ປະ​ກາດຈະ​ໃຊ້​ງົບ​ປະ​ມານ 5,2 ຕື້​ໂດ​ລາ​ສະ​ຫະ​ລັດ​ເຂົ້າ​ໃນ​ວຽກ​ງານ​ສາ​ທາ​ລະ​ນະ​ສຸກ​ແລະ​ການ​ແພດ​ຢູ່​ເຂດ​ຊິ່ນ​ຈ່ຽງ. ຕາມ​ສະ​ຖິ​ຕິ​ຈາກ​ລັດ​ຖະ​ບານ​ຈີນ, ຮອ​ດ​ປີ 2018, ອັດ​ຕາ​ການ​ເສຍ​ຊີ​ວິດ​ຂອງ​ແມ່​ມານແລະ​ເດັກ​ອ່ອນ​ຢູ່​ເຂດ​ຊິ່ນ​ຈ່ຽງ​​ໄດ້​ຫຼຸດ​ລົງເກືອບ​ເຄິ່ງ​ໜຶ່ງ, ຂະ​ນະ​ດຽວ​ກັນ​ເນື່ອງ​ຈາກ​ການ​ເພີ່ມ​​ງົບ​ປະ​ມານ​ເຂົ້າ​ໃນ​ດ້ານ​ສາ​ທາ​ລະ​ນະ​ສຸກ, ອາ​ຍຸ​ຍືນ​ໂດຍ​ສະ​ເລ່ຍ​ຂອງ​ປະ​ຊາ​ຊົນ​ຢູ່​ເຂດ​ຊິ່ນ​ຈ່ຽງ​ໄດ້​ມີ​ການ​ຍົກ​ສູງ​ຂຶ້ນ. ແຕ່​ວ່າ, ທ່ານ ເຈັ​ນ​ສ໌ ໄດ້​ໃສ່​ຮ້າຍ​ປ້າຍ​ສີ​ວ່າ​ການ​ຍົກ​ລະ​ດັບ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກແລະ​ການ​ແພດ​ຢູ່​ເຂດ​ຊິ່ນ​ຈ່ຽງ​ແມ່ນ​ຫຼັກ​ຖານ​ອ້າງ​ອີງ​ຂອງ​ການ​ດັບ​ສູນ​ເຊື້ອ​ຊາດ. ຕົວ​ຢ່າງ​ຄື, ທ່ານ​ ເຈັນ​ສ໌ ​ໄດ້​ນຳເອົາ​ພາບ​ທີ່​ປະ​ຊາ​ຊົນ​ເຜົ່າ​ອຸຍ​ເກີ​​ໄປ​ຂໍຄຳ​ປຶກ​ສາ​ດ້ານ​ການ​ແພດ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​ມາ​ເສກ​ສັນ​ປັ້ນ​ແຕ່ງ​ວ່າ​ເປັນ “​ການ​ຈັດ​ຕັ້ງ​ປະ​ຕິ​ບັດວຽກ​ງານ​ວາງ​ແຜນ​ຄອບ​ຄົວ​ທີ່​ມີ​ລັກ​ສະ​​ນະ​​ຄວບ​ຄຸມ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຢ່າງ​ຮ້າຍ​ແຮງ”. ແຕ່​ວ່າ, ຜົວ​ເມຍ​ທີ່​ມີ​ອາ​ຍຸ​ສູງ​ໃນ​ຮູບ​ດັ່ງ​ກ່າວ​ມີ​ອາ​ຍຸ​ສູງ​ຈົນ​ເຖິງ​ຂັ້ນ​ບໍ່​ສາ​ມາດ​​ຖື​ພາ​ໄດ້.

​ຂໍ​ໃຫ້​ສື່ມວນ​ຊົນ​ຕາ​ເວັນ​ຕົກເວົ້າ​ເລື່ອງ​ຈິງ​ໃນການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ເຂດ​ຊິ່ນ​ຈ່ຽງ​ຈີນ_fororder_微信图片_20210222170926

ເວັບ​ໄຊ ເດີ ເກ​ຣ ໂຊນ ໄດ້ຊີ້​ໃຫ້​ເຫັນ​ວ່າ: ສື່ມວນ​ຊົນ​ຕົ້ນ​ຕໍ​​ຂອງຕາ​ເວັນ​ຕົກ​ເຊັ່ນ: ຂ່າວ​ສານ​ອາ​ເປ​ຫຼື AP , BBC , CCN ແລະ​ສື່ມວນ​ຊົນ​ອື່ນໆ​ທີ່​ມີ​ຄວາມ​ສົນ​ໃຈ​ທີ່​ສຸດ​​ໃນ​ການ​ສ້າງສະ​ຖາ​ນະ​ການ​ທີ່​ຂ້ຽວ​ຂາດ​ໃຫ້​ກັບ​ຈີນ, ເຂົາ​ເຈົ້າ​ໄດ້​ຮັບ​ຮອງ​ຜົນ​ການ​ວິ​ເຄາະ​ທີ່​ໜ້າ​ສົ​ງ​ໄສ​ຂອງ​ທ່ານ​ ເຈັນ​ສ໌​ ວ່າເປັນ​ເລື່ອງ​ຈິງ​ທີ່​ບໍ່​ຕ້ອງ​ສົງ​ໄສ,ຫາກ​ບໍ່​ໄດ້​ເອົາ​ໃຈ​ໃສ່​ເບື້ອງ​ຫຼັງ​ຂອງ​ທ່ານ​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ລັດ​ທິ​ຫົວ​ຮຸນ​ແຮງ​ທາງ​ສາ​ສະ​ໜາ. ຖ້າ​ທ່ານ ໂຈ ໄບ​ເດັນ ແລະ ທ່ານ ອັນ​ໂຕ​ນີ ບ​ຣິນ​​ເກນ ນຳ​ໃຊ້​ຄຳ​ເວົ້າ​ “ການ​ດັບ​ສູນ​ເຊື້ອ​ຊາດ” ຂອງ​ລັດ​ຖະ​ບານ​ໂດ​ໂນ ທ​ຣຳ ຢ່າງ​ເປັນ​ທາງ​ການ, ​​ກໍ​ຖື​ວ່າ​ໄດ້​ຮັບ​ຮອງ “ຜົນ​ການ​ຄົ້ນ​ຄວ້າ” ທີ່​ຂີ້​ຮ້າ​ຍ​​ສຸດແລະ​ມີ​ລັກ​ສະ​ນະ​ໂຄ​ສະ​ນາ​ຊວນ​ເຊື່ອຂອງ​ທ່ານ ເຈັນ​ສ໌.

​ຂໍ​ໃຫ້​ສື່ມວນ​ຊົນ​ຕາ​ເວັນ​ຕົກເວົ້າ​ເລື່ອງ​ຈິງ​ໃນການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ເຂດ​ຊິ່ນ​ຈ່ຽງ​ຈີນ_fororder_微信图片_20210222170937

ແຕ່​ປີ 2018 ເປັນ​ຕົ້ນ​ມາ, ໄດ້​ມີ 1.200 ກວ່າ​ຄົນ​ຈາກ 100 ກວ່າ​ປະ​ເທດ​ເຊິ່ງ​ລວມ​ທັງ: ເຈົ້າ​ໜ້າ​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລະທູ​ຕາ​ນຸ​ທູດ​ຕ່າງ​ປະ​ເທດ​ປະ​ຈຳ​ຈີນ​​ຕ່າງ​ກໍ່ເຄີຍ​ໄດ້​ໄປ​ທັດ​ສະ​ນະ​ຢ້ຽມ​ຢາມ​ເຂດ​ຊິ່ນ​ຈ່ຽງ, ​ພວກ​ທ່ານໄດ້​ເປັນ​ພິ​ຍານ​ທີ່​ເຫັນ​ຄວາມ​ຈິງ​ກັບ​ຕາ​ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ທີ່​ດີ,​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ສະ​ຖຽນ​ລະ​ພາບ​ຢູ່​ເຂດ​ຊິ່ນ​ຈ່ຽງ, ທັງ​ໄດ້​ພາ​ກັນຍ້ອງ​​ຍໍ​ບົດ​ຮຽນ​​ກ່ຽວ​ກັບຜົນ​ສຳ​ເລັດ​ດ້ານ​ການ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ​​ແລະ​ການ​ປອດ​ຄວາມ​ຮຸນ​ແຮງທີ່​ເປັນ​ໜ້າ​ຮ່ຳ​ຮຽນ​ແລະ​ຖອດ​ຖອນບົດ​ຮຽນ​ນຳ. ສັງ​ຄົມ​ຊິ່ນ​ຈ່ຽງ​ໄດ້​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ​ແລະ​ໝັ້ນ​ທ່ຽງ,ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໄດ້ດຳ​ລົງ​ຊີ​ວິດ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ​ກໍ​​ໄດ້​ກາຍ​ເປັນອາ​ວຸດ​ທີ່​ເຂັ້ມ​ແຂງ​ທີ່​ສຸດ​ໃນ​ການ​ຕອບ​ໂຕ້​ຄຳ​ຫຼອກ​ລວງ​ທີ່​ກ່ຽວ​ຂ້ອງ​ກັບ​ເຂດ​ຊິ່ນ​ຈ່ຽງຂອງ​ພວກ​ຕາ​ເວັນ​ຕົກ. ຢູ່​ຕໍ່​ໜ້າ​ເລື່ອງ​ຈິງ​, ​ໂດຍ​ໄດ້​ຮັບ​ການ​ຕໍ່​ຕ້ານ​ແລະການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຊົນ​ຈີນ, ​ອິດ​ທິ​ກຳ​ລັງ​ຕາ​ເວັນ​ຕົກ​ອື່ນໆ​ທີ່​ຕໍ່​ຕ້ານ​ຈີນ​ທີ່​ມີ​ກົນ​ອຸ​ບາຍ​ຫວັງແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຈະ​ບໍ່​ສາ​ມາດ​ປະ​ສົບ​ຜົນ​ສຳ​ເລັດ​ໄດ້ຢ່າງ​ແນ່ນອນຕະ​ຫຼອດ​​ໄປ.

​ຂໍ​ໃຫ້​ສື່ມວນ​ຊົນ​ຕາ​ເວັນ​ຕົກເວົ້າ​ເລື່ອງ​ຈິງ​ໃນການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ເຂດ​ຊິ່ນ​ຈ່ຽງ​ຈີນ_fororder_微信图片_20210222170943

​ຂໍ​ໃຫ້​ສື່ມວນ​ຊົນ​ຕາ​ເວັນ​ຕົກເວົ້າ​ເລື່ອງ​ຈິງ​ໃນການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ເຂດ​ຊິ່ນ​ຈ່ຽງ​ຈີນ_fororder_微信图片_20210222170950

​ຂໍ​ໃຫ້​ສື່ມວນ​ຊົນ​ຕາ​ເວັນ​ຕົກເວົ້າ​ເລື່ອງ​ຈິງ​ໃນການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ເຂດ​ຊິ່ນ​ຈ່ຽງ​ຈີນ_fororder_微信图片_20210222170956

ຄຳ​ເຫັນ

0