尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮ່ວ​ມ​ມື​ກັນສ້າງ​ປະ​ຊາ​ຄົມ​​ຮ່ວມຊາ​ຕາ​ກຳ​ຂອງ​ມວນ​ມະ​ນຸດ​ທີ່ພັດທະນາຮ່ວມກັນແລະ​ປາ​ສະ​ຈາກຄວາມ​ທຸກ​ຍາກ

2021-02-25 18:45:03 cri

ຮ່ວ​ມ​ມື​ກັນສ້າງ​ປະ​ຊາ​ຄົມ​​ຮ່ວມຊາ​ຕາ​ກຳ​ຂອງ​ມວນ​ມະ​ນຸດ​ທີ່ພັດທະນາຮ່ວມກັນແລະ​ປາ​ສະ​ຈາກຄວາມ​ທຸກ​ຍາກ_fororder_241f95cad1c8a78609af91110faa6d3a71cf5057


ຜ່ານ​ການ​ສູ້​ຊົນ​ຢ່າງ​ຕໍ່​ເນື່ອງ​ມາ​ເປັນ​ເວ​ລາ 8 ປີ, ຈີນ​ໄດ້​ເຮັດ​ສຳ​ເລັດ​ໜ້າ​ທີ່​ເປົ້າ​ໝາຍ​ໃນ​ການ​​ແກ້​ໄຂ​ຂໍ້​ຫຍຸ້ງ​ຍາກ​ເພື່ອ​ລຶບ​ລ້າງຄວາມ​ທຸ​ກ​ຍາກ​ໃນ​ ​ສະ​ໄໝ​ໃໝ່​ຕາມ​ເວ​ລາ​ກຳ​ນົດ, ຈຳ​ນວນ​ປະ​ຊາ​ກອນ​ຜູ້​ທຸກ​ຍາກ​ຢູ່​ໃນ​ຊົນ​ນະ​ບົດ​ ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​​ທັງໝົດຕາມ​ມາດ​ຖານ​ໃນ​ປັດ​ຈຸ​ບັນ, ເມືອງ​ທຸກ​ຍາກ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ທັງໝົດ, ໄດ້​​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ເດັດ​ຖານແລະຄວາມທຸກຍາກ​ທົ່ວ​ໄປ​ໃນ​ເຂດ​ແຄວ້ນ, ປະຊາກອນ​ທີ່ທຸກຍາກເກືອບ 100 ລ້ານຄົນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກທັງ​ໝົດ, ​ຈີນໄດ້ຮັບໄຊຊະນະທີ່ສຳຄັນແລະຍິ່ງໃຫຍ່ທີ່ເຮັດໃຫ້ທົ່ວໂລກ​ຕ້ອງ​ຫັນ​ກັບ​ມາ​ເບິ່ງ​ຈີນ​ດ້ວຍ​ສາຍ​ຕາ​ແບບ​ໃໝ່. ເວົ້າສຳລັບປະເທດໃຫຍ່ທີ່ມີປະຊາກອນຈຳນວນ 1400 ລ້ານຄົນແລ້ວ, ບັນຫາຄວາມທຸກຍາກເດັດ​ຖານທີ່ເປັນບັນຫາໃຫຍ່ໃນ 1 ພັນປີ​ທີ່ຜ່ານມາໄດ້ສິ້ນສຸດລົງ​ທີ່ມີລັກສະນະປະຫວັດສາດ, ນີ້ແມ່ນຜົນສຳເລັດທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ,​ທັງແມ່ນສິ່ງອັດສະຈັນໃນປະຫວັດ​ສາດ​ການ​ຫຼຸດ​ຜ່ອນຄວາມທຸກຍາກຂອງມວນມະນຸດ!
 

      ນັບແຕ່ກອງປະຊຸມໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ທ່ານເລ​ຂາ​ທິ​ການ​ໃຫຍ່ ສີ​ຈິ້ນ​ຜິງ ໄດ້​ຢືນ​ຢູ່​​ຈຸດ​ແຫ່ງ​ຍຸດ​ທະ​ສາດ​ການ​ສ້າງ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານ​​ໃຫ້​ສຳ​ເລັດຢ່າງ​ຮອບ​ດ້ານ​ແລະ​ບັນ​ລຸ​ຄວາມ​ໃຝ່​ຝັນ​ຂອງ​ຈີນ​ໃນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ຊົນ​ຊາດ​ຈີນ, ​ໂດຍ​ຖື​ເອົາການ​​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ເປັນ​ຈຸດ​ພົ້ນ​ເດັ່ນ​ໃນການ​ປົກ​ຄອງ​ປະ​ເທດ​ແລະການ​ຄຸ້ມ​ຄອງ​ລັດ, ໄດ້​ສະ​ເໜີ​ທັດ​ສະ​ນະ​ໃໝ່​ແລະ​ແນວ​​ຄິດ​ໃໝ່​ຕ່າງໆ, ໄດ້ວາງ​ນະ​ໂຍ​ບາຍ​ແລະ​ວາງ​ແຜນ​ການ​ໃໝ່​ຕ່າງໆ, ຊຸກ​ຍູ້​​ວຽກ​ງານ​ການຫຼຸດຜ່ອນຄວາມ​ທຸກ​ຍາກ​ຂອງ​ຈີນ​​ໃຫ້​​ປະ​ສົບ​ຜົນ​ສຳ​ເລັດ​ອັນໃຫຍ່​ຫຼວງ,ເປັນ​ການ​ປະ​ກອບ​ສ່ວນ​ທີ່​ສຳ​ຄັນ​ແລະ​ໃຫຍ່​ຫຼວງ​ແກ່​ຂະ​ບວນ​ການ​ຫຼຸດ​ຜ່ອນຄວາມ​ທຸກ​ຍາກ​ຂອງ​ໂລກ.
 

      ​ຄວາມອັດ​ສະ​ຈັນ​ໃນ​ດ້ານ​ການ​ຫຼຸດ​ຜ່ອນຄວາມ​ທຸກ​ຍາກ​ຂອງ​ຈີນ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງກວ້າງ​ຂວາງ​ຈາກ​ທົ່ວ​ໂລກ. ນັກ​ສັງ​ເກດ​ການ​ລະ​ດັບ​ສາ​ກົນ​ຕ່າງໆ​ລ້ວ​ນ​ແຕ່​ໄດ້​ຖອດ “ລະ​ຫັດ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ” ຂອງ​ຈີນ. ຄວາມ​ເວົ້າ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ຕອນ​ໜຶ່ງ​ໄດ້​ໃຫ້​ຄຳ​ຕອບຄື: “ພວກ​ເຮົາ​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂັ້ນ​ສຸດ​ທ້າຍ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ດີ​ເລີດດ້ານ​ການ​ເມືອງ​ຂອງ​ລະ​ບອບ​ສັງ​ຄົມ​ນິ​ຍົມ​ຂອງ​ຈີນ​ທີ່​ນຳ​​ພາໂດຍ​ພັກ​ກອມ​ມູ​ນິດ​ຈີນ.”
 

​ຄວາມ​ດີ​ເລີດ​ດ້ານ​ການ​ເມືອງມາ​ຈາກ​ການ​ນຳ​​ພາ​ໂດຍ​ລວມ​ສູນ​ເປັນ​ເອ​ກະ​ພາບ​ຂອງ​ພັກ​ກອມ​ມູ​ນິດ​ຈີນ. ຢູ່​ໃນ​ໂລກ​ນີ້​ບໍ່​ເຄີຍ​​ມີ​ພັກ​ກຳ​ອຳ​ນາດ​ໃດຄື​​ກັບພັກ​ກອມ​ມູ​ນິດ​ຈີນ​​ທີ່​ຖື​ເອົາ​ວຽກ​ງານ​ການ​ແກ້​ໄຂ​ຂໍ້​ຫຍຸ້ງ​ຍາກ​ສຸດ​ທ້າຍ​ເພື່ອ​ລຶບ​ລ້າງຄວາມ​ທຸກ​ຍາກ​ເປັນ​ເປົ້າ​ໝາຍ​ບຸ​ລິ​ມະ​ສິດ​ໃນ​ການ​ວາງ​ນະ​ໂຍ​ບາຍ, ພ້ອມ​ທັງ​ໄດ້ເຕົ້າ​ໂຮມ​ກຳ​ລັງ​ທົ່ວ​ພັກ​ແລະ​ທົ່ວ​ປະ​ເທດ​​ແລະ​ສູ້​ຊົນ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ, ໃນການສູ້ຊົນ​ຢ່າງຕໍ່ເນື່ອງ, ​ກໍ​ໄດ້ສ້າງຜົນງານ​ທີ່​ມີ​ລັກ​ສະ​ນະ​ປະຫວັດສາດບັ້ນ​ລຶບ​ລ້າງຄວາມທຸກຍາກ​ຂັ້ນ​ສຸດ​ທ້າຍ. ​ຄວາມ​ດີ​ເລີດດ້ານການເມືອງແມ່ນມາຈາກ​ຄວາມ​ດີ​ເລີດດ້ານລະບອບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນທີ່​ສາ​ມາດເຕົ້າໂຮມກຳລັງເຮັດ​ວຽກໃຫຍ່. ​ອົງ​ການ​ຈັດ​ຕັ້ງ​ທາງ​ສັງ​ຄົມ​ລ້ວນ​ແຕ່​ໄດ້​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງ​ໆ​ໃນ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂັ້​ນ​ສຸດ​ທ້າຍ, ປຸກ​ລະ​ດົມ​ໃຫ້​ປະ​ຊາ​ຊົນ​ທັງ​ປວງ​ເຂົ້າ​ຮ່ວມ​ຢ່າງ​ແທ້​ຈິງ, ສາ​ມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ​ເພື່ອ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໃນ​ຂັ້ນ​ສຸດ​ທ້າຍ. ຄວາມ​ດີ​ເລີດ​ດ້ານ​ການ​ເມືອງ​ມາ​ຈາກ​ລະ​ບົບ​ລະ​ບຽບ​ໃນ​ການ​ແກ້​ໄຂ​ຂໍ້​ຫຍຸ້ງ​ຍາກ​ສຸດ​ທ້າຍ​ເພື່ອ​ລຶບ​ລ້າງ​ຄວາ​ມ​ທຸກ​ຍາກ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ສະພາບ​ການດ້ານການ​ລຶບ​ລ້າງຄວາມທຸກຍາກທີ່ມີລັດຖະບານ, ຕະຫຼາດແລະສັງຄົມເຂົ້າຮ່ວມ​ດ້ວຍ​ການປະສານງານ​ກັນໄດ້​ປະ​ກົດ​ຕົວ​ຂຶ້ນ​ເປັນ​ກ້າວໆ. ນັບແຕ່ປີ 2020 ເປັນຕົ້ນມາ, ເຖິງວ່າໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ກໍຕາມ, ຈີນ​ກໍສາມາດຜ່ານຜ່າສິ່ງທ້າທາຍແລະຄວາມສ່ຽງຊະນິດຕ່າງໆໄດ້, ​ແລະ​ສາ​ມາດ​ເຮັດສຳເລັດໜ້າທີ່ເປົ້າໝາຍ​ໃນດ້ານການ​ລຶບ​ລ້າງຄວາມທຸກຍາກໃນຍຸກໃໝ່ຕາມເວລາກຳນົດ, ເປັນການຢັ້ງຢືນຢ່າງເຕັມສ່ວນ​ເຖິງບົດບາດທີ່ສຳຄັນຂອງ​ຄວາມ​ດີ​ເລີດ​ດ້ານ​ການ​ເມືອງ.
 

ການ​ລຶບ​ລ້າງຄວາມທຸກຍາກແມ່ນ​ຄວາມ​ປາ​ຖະ​ໜາທີ່ມວນມະນຸດສະແຫວງຫາມາໂດຍຕະຫຼອດ, ແມ່ນສິດພື້ນຖານຂອງປະຊາຊົນບັນດາປະເທດໃນການສະແຫວງຫາຊີວິດການເປັນຢູ່ທີ່ມີຄວາມສຸກ. ນັບແຕ່ສົງຄາມໂລກຄັ້ງທີ 2 ສິ້ນສຸດລົງມານີ້, ບັນ​ຫາ​ການ​ລຶບ​ລ້າງຄວາມທຸກຍາກແມ່ນໜ້າທີ່ທີ່ສຳຄັນທີ່ປະເທດພວມພັດທະນາທັງຫຼາຍປະເຊີນ​ຢູ່.
 

​ເປັນ​ເວ​ລາ​ດົນ​ນານ​ມາ​ແລ້ວ,ຈີນໄດ້ໃຫ້ການຊ່ວຍເຫຼືອລ້າແລະເງິນກູ້ພິ​ເສດຢ່າງຫຼວງຫຼາຍໃຫ້ແກ່ປະເທດພວມພັດທະນາທັງຫຼາຍ, ​ໄດ້ໃຫ້ການສະໜັບສະໜູນ​ແລະ​ຊ່ວຍ​ເຫຼືອດ້ານເຕັກໂນໂລຊີ,​ນັກ​ວິ​ຊາ​ການ​ແລະ​ສະ​ຕິປັນຍາຢ່າງຫຼວງຫຼາຍ, ​ໄດ້​ເຮັດເລັດໂຄງການພັດທະນາເສດຖະກິດສັງຄົມແລະການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ​ເປັນ​ຈຳ​ນວນຫຼວງຫຼາຍ​ສຳ​ລັບປະເທດພວມພັດທະນາທັງຫຼາຍ. ໃນເດືອນກັນຍາປີ 2015, ທ່ານປະທານສີຈິ້ນຜິງໄດ້ປະກາດໃນກອງປະຊຸມໂຕະມົນການຮ່ວມມືໃຕ້-ໃຕ້ວ່າ ເພື່ອຊ່ວຍເຫຼືອປະເທດພວມພັດທະນາໃນການພັດທະນາເສດຖະກິດແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ໃນ 5 ປີຕໍ່ໜ້າ, ຈີນຈະໃຫ້ການສະໜັບສະໜູນ​ຊ່ວຍ​ເຫຼືອ​ໃນ 6 ຂົງ​ເຂດ​ເຊິ່ງ​ແຕ່​ລະ​ຂົງ​ເຂດ​ມີປະ​ເທດ​ພວມ​ພັດ​ທະ​ນາ 100 ໂຄງ​ການ​ເຊິ່ງ​ປະ​ກອບ​ດ້ວຍ​ໂຄງ​ການ​ລຶບ​ລ້າງຄວາມທຸກຍາກ 100 ໂຄງການ, ໂຄງການ​ການຮ່ວມມືດ້ານກະສິກຳ 100 ໂຄງການ, ໂຄງການຊ່ວຍເຫຼືອກ່ຽວກັບການສົ່ງເສີມການຄ້າ 100 ໂຄງການ,ໂຄງການການອະນຸລັກສິ່ງແວດລ້ອມຊີ​ວະ​ພາບແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ 100 ໂຄງການ, ໂຮງໝໍແລະຄລິນິກ 100 ແຫ່ງ, ໂຮງຮຽນແລະສູນອົບຮົມວິຊາຊີບ 100 ແຫ່ງ.
 

ໃນສູ່ມື້ນີ້, ນັກວິທະຍາສາດ, ວິສະວະກອນ, ນັກທຸ​ລະ​ກິດ, ​ພະ​ນັກ​ງານ​ເຕັກ​ນິກ, ພະນັກງານການແພດ, ຄູແລະອາຈານ, ພະນັກງານສາມັນ, ອາສາສະໝັກແລະອື່ນໆຂອງຈີນຫຼາຍໝື່ນຄົນພວມສູ້ຊົນເຮັດວຽກຢູ່ດິນແດນທີ່ກວ້າງ​ໃຫຍ່ຂອງປະເທດພວມພັດທະນາທັງຫຼາຍ, ຮ່ວ​ມ​ມື​ກັບປະຊາຊົນທ້ອງຖິ່ນ​ແບບຄຽງບ່າຄຽງໄຫຼ່, ຊ່ວຍປ່ຽນຊາຕາກຳຂອງເຂົາເຈົ້າ.
 

ຈີນເຊື່ອໝັ້ນຢ່າງສະເໝີຕົ້ນສະເໝີປາຍວ່າ, ​ເມື່ອ​ໂລກ​ມີ​ສະ​ພາບ​ທີ່​ດີ, ຈີນ​ຈຶ່ງ​ຈະ​ສາ​ມາດ​ມີ​ສະ​ພາບ​ທີ່​ດີ. ເມື່ອ​ຈີນ​ມີ​ສະ​ພາບ​ທີ່​ດີ, ໂລກ​ກໍ​ຍັງ​ຈະ​ແຮ່ງ​ດີ. ພວກເຮົາຈົ່ງ​ຮ່ວມ​ມື​ກັນ​ແລະສູ້ຊົນຢ່າງບໍ່ລົດລະ​ເພື່ອສ້າງປະຊາຄົມ​ຮ່ວມຊາຕາກຳ​ຂອງມວນມະນຸດທີ່ພັດທະນຮ່ວມກັນແລະ​ປາ​ສະ​ຈາກຄວາມທຸກຍາກ.

ຄຳ​ເຫັນ

0