ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຢູ່ບ່ອນທີ່ຫ່າງຈາກນະຄອນຕຸ່ນຫວງແຂວງກ່ານຊູ້ຈີນໄປທາງທິດຕາເວັນຕົກປະມານ 20 ກິໂລແມັດ, ມີໂຮງໄຟຟ້າພະລັງງານແສງຕາເວັນຂະໜາດ 100 ເມກາວັດທີ່ຖືກເອີ້ນວ່າ “ໂຮງໄຟຟ້າແວ່ນແຍງພິເສດ”. ຢູ່ໃນໂຮງໄຟຟ້າມີແຜ່ນໂຊລາສະທ້ອນແສງຕາເວັນ 1ໝື່ນ 2 ພັນກວ່າແຜ່ນທີ່ຕິດຕັ້ງອ້ອມຫໍພະລັງຄວາມຮ້ອນຈາກແສງຕາເວັນທີ່ມີຄວາມສູງ 260 ແມັດ, ໂຮງງານນີ້ມີເນື້ອທີ່ທັງໝົດ 1ລ້ານ 4 ແສນກວ່າຕາແມັດ, ຕາມການອອກແບບສາມາດຜະລິດໄຟຟ້າໄດ້ 390 ລ້ານກິໂລວັດໂມງຕໍ່ປີ, ສາມາດຫຼຸດການລະບາຍກາກບອນດີອອກສິດໄດ້ເຖິງ 3ແສນ 5ໝື່ນໂຕນຕໍ່ປີ.
ຄຳເຫັນ
0